Dhammacenter km38 ສະຖານບຳເພັນບຸນສູນຫຼັກ38

Dhammacenter km38 ສະຖານບຳເພັນບຸນສູນຫຼັກ38 ຮັກທາຍາດຈຶ່ງເສຍສະຫຼະມາ ຫວັງມາໃຫ້ຫວັງມາຊ່ວຍ

15/12/2025

ຄວາມຮູ້ສຶກຂອງແມ່ບົວຄໍາຜູ້ໄດ້ພົບການປ່ຽນແປງຂອງຊີວິດຈາກການປະຕິບັດທັມ
ທຸກຢ່າງເລີ່ມຕົ້ນຈາກຕ້ອງການພາລູກຊາຍມາບຳບັດຢາ ແຕ່ກັບໄດ້ມາເຊິ່ງຄວາມສຸກ ແລະ ສັດທາອັນແຮງກ້າ.
ໜຶ່ງໃນສິ່ງທີ່ໜ້າອັດສະຈັນແມ່ນການ “ຊຳລະໂທດ” ກັບແມ່ພຣະຜູ້ຮູ້ແມ່ພຣະເມຕຕາ ປົມໃນໃຈລະຫວ່າງແມ່ກັບລູກສາວໄດ້ຄາຍອອກຢ່າງໜ້າອັດສະຈັນ.
ການປະຕິບັດທຳພາຍໃຕ້ການຊີ້ນຳຂອງແມ່ພຣະໄດ້ປ່ຽນແປງທັງຈິດໃຈ ແລະ ຮ່າງກາຍ ຄອບຄົວອົບອຸ່ນ ໂລກຮ້າຍຫາຍໂດຍບໍ່ຈຳເປັນຕ້ອງຜ່າຕັດ ນີ້ແມ່ນຄຳບອກເລົ່າຈາກຫົວໃຈຂອງຜູ້ທີ່ໄດ້ຮັບພຣະຄຸນອັນຍິ່ງໃຫຍ່ຈາກແມ່ພຮະຜູ້ຮູ້ແມ່ພຣະເມຕາ.

#ສູນປະຕິບັດທັມຫຼັກ38 #ແມ່ພຣະຜູ້ຮູ້ແມ່ພຣະເມຕຕາ #ທັມມະປ່ຽນຊີວິດ #ທັມມະ #ເສັ້ນທາງແຫ່ງທັມ #ຜີກະໄທ້ #ພຣະພຸດພຣະທັມພຣະສົງ

10/12/2025

ທີ່ຜ່ານມາ ໄດ້ສຶກສາ ທັມມະດ້ວຍຕົວເອງ ໂດຍການອ່ານປື້ມ ອ່ານຕຳລາ ໄດ້ຄວາມເຂົ້າໃຈພຽງແຕ່ເລັກນ້ອຍ ຍ້ອນວ່າບໍ່ມີຜູ້ຮູ້ແທ້ ມາໃຈ້ມາແຍກແຍະ ອະທິບາຍໃຫ້ຟັງ
ວີດີໂອນີ້ໄດ້ຖ່າຍທຳ ວັນທີ 26/4/25 ທີ່ສຳນັກງານພຣະພຸທທະສາສະຫນາແຫ່ງຊາດ ປະເທດໄທ

01/12/2025

ແມ່ພຣະສອນໃຫ້ຮູ້ວ່າ ບໍ່ມີໃຜສາມາດຕອບຄໍາຖາມເຮົາໄດ້ຕະຫຼອດເວລາ ການປະຕິບັດທັມຈຶ່ງເປັນບົດຮຽນສໍາຄັນໃຫ້ເຮົາໄດ້ຮຽນຮູ້ທີ່ຈະເພິ່ງພາຕົນເອງ ໃຊ້ສະຕິ ແລະ ປັນຍາໃນການປະເຊີນໜ້າກັບປັນຫາ ແລະ ແກ້ໄຂປັນຫາຂອງຕົນເອງຢ່າງເຂັ້ມແຂງ. ການປະຕິບັດທັມໃນຄັ້ງນີ້ເຮັດໃຫ້ມີການປ່ຽນແປງໃນຕົນເອງຢ່າງຊັດເຈນ, ແມ່ລໍາພູນໄດ້ຮຽນຮູ້ທີ່ຈະຟັງຄວາມຮູ້ສຶກພາຍໃນຂອງຕົນເອງ, ເຂົ້າໃຈຕົນເອງຫຼາຍຂຶ້ນ ແລະ ມີຄວາມໝັ້ນໃຈໃນໂຕເອງແບບທີ່ບໍ່ເຄີຍເປັນມາກ່ອນ.

#ສູນປະຕິບັດທັມຫຼັກ38 #ແມ່ພຣະຜູ້ຮູ້ແມ່ພຣະເມຕຕາ #ທັມມະປ່ຽນຊີວິດ #ທັມມະ #ເສັ້ນທາງແຫ່ງທັມ #ຜີກະໄທ້ #ພຣະພຸດພຣະທັມພຣະສົ

27/11/2025

ຈາກທີ່ເຄີຍຢ້ານກົວກັບສິ່ງທີ່ຕາແນມບໍ່ເຫັນ ມື້ນີ້ພໍ່ຕູ້ແມ່ຕູ້ຕັດສິນໃຈວາງທຸກຢ່າງລົງ ແລະ ເລືອກເອົາພຣະພຸດ ພຣະທັມ ພຣະສົງເປັນທີ່ເພິ່ງສູງສຸດ.

ເລື່ອງເລົ່າຈາກປະສົບການຕົວຈິງຂອງພໍ່ຕູ້ຂັນ ແລະ ແມ່ຕູ້ຜາງ ທີ່ເຄີຍຜ່ານຄວາມຢ້ານ, ຄວາມເຈັບປວດ, ແລະ ພິທີກໍາທີ່ຮຸນແຮງ. ສິ່ງທີ່ເຮັດໃຫ້ຫຼາຍທ່ານຕ້ອງຢຸດເບິ່ງຄືການປ່ຽນແປງທີ່ເກີດຂຶ້ນຈິງ ທັງກາຍ ແລະ ໃຈ.

ພໍ່ຕູ້ຂັນຈາກທີ່ປາກບ້ຽວ 20 ກວ່າປີ ມາປະຕິບັດທັມ 5 ວັນເປົ່າໄຟຈົນເພີນ ແລະ ທ້ອງເບັ່ງກໍຫາຍ. ແມ່ຕູ້ຜາງຈາກທີ່ເປັນທາດຂອງຜີຕອນນີ້ເພິ່ນຕັ້ງສັດຈະຢ່າງແຂງແກ່ນວ່າຈາບໍ່ຖືເຂົາອີກແລ້ວ.

#ສູນປະຕິບັດທັມຫຼັກ38 #ແມ່ພຣະຜູ້ຮູ້ແມ່ພຣະເມຕຕາ #ທັມມະປ່ຽນຊີວິດ #ທັມມະ #ເສັ້ນທາງແຫ່ງທັມ #ຜີກະໄທ້ #ພຣະພຸດພຣະທັມພຣະສົງ

15/11/2025

ຜົນໄດ້ຮັບຈາກການປະຕີບັດທັມຂອງທ້າວ ໄຊຍະລາດ ວົງສະຫວັດ ເຄີຍມີຊ່ວງຊີວິດທີ່ຄຶກຄະນອງ, ຜິດພາດ, ຢູ່ກັບຄວາມສ່ຽງ ແລະ ເຄີຍຖືກເຈົ້າໜ້າທີ່ໃສ່ກັບມື ແຕ່ສິ່ງທີ່ປ່ຽນຊີວິດໄດ້ຈິງຄື ທັມມະ ການນໍາເອົາທັມມະມານໍາໃຊ້ໃນຊີວິດປະຈໍາວັນຊ່ວຍໃຫ້ມີສະຕິ, ປັນຍາ ສາມາດຄວບຄຸມອາລົມ, ຄວາມຄິດ ແລະ ການຕັດສິນໃຈໄດ້. ທັມມະຊ່ວຍໃຫ້ຊີວິດເຕີບໃຫ່ຍ ແລະ ກ້າວໜ້າຂຶ້ນ ໃນການງານ, ການຕັດສິນໃຈ ແລະ ການສ້າງທຸລະກິດທີ່ໝັ້ນຄົງດ້ວຍຄວາມໝັ້ນໃຈ.

ບໍ່ສໍາຄັນວ່າຄັ້ງໜຶ່ງຊີວິດຂອງເຈົ້າເຄີຍຫຼົງທາງໄປໄກສໍ່າໃດ ເພາະມື້ນີ້ເຈົ້າເລືອກໄດ້ເລືອກທີ່ຈະປ່ຽນແປງໂຕເອງ ເລືອກເອົາທັມມະນໍາທາງຊີວິດ.

ເລື່ອງລາວນີ້ເຮັດໃຫ້ເຮົາເຫັນວ່າ ການປະຕິບັດທັມບໍ່ໄດ້ປ່ຽນພຽງຄວາມຄິດ ແຕ່ທັມມະປ່ຽນຊີວິດໄດ້.

#ສູນປະຕິບັດທັມຫຼັກ38 #ແມ່ພຣະຜູ້ຮູ້ແມ່ພຣະເມຕຕາ #ທັມມະປ່ຽນຊີວິດ #ທັມມະ #ເສັ້ນທາງແຫ່ງທັມ

08/11/2025

ບໍ່ຄິດວ່າ ຄວາມຄຽດ ຄວາມຊັງ ຊິຫາຍໄດ້
#สติ #สมาธิ #ปัญญา #หลุดพ้น #ผู้รู้ #พระเมตตา

07/11/2025

🙏🏻🙏🏻🙏🏻

01/11/2025

ໂຊກດີຫຼາຍ ທີ່ໄດ້ມີໂອກາດ ເຂົ້າຝຶກປະຕິບັດທັມ ແຕ່ຍັງນ້ອຍ
#สติ #สมาธิ #ปัญญา #หลุดพ้น #ผู้รู้ #พระเมตตา

29/10/2025

ການໄດ້ປະຕິບັດທັມ ຕາມຄຳແນະນຳຂອງແມ່ພຣະຜູ້ຮູ້ ແມ່ພຣະເມຕຕາ ເຮັດໃຫ້ຊີວິດມີຄວາມປ່ຽນແປງສາມາດຕັດສິ່ງທີ່ເຄີຍງົມງວາຍງົມງາຍອອກ ແລະຄຳສອນຂອງແມ່ພຣະຜູ້ຮູ້ ແມ່ພຣະເມຕຕາ ເຮັດໃຫ້ໄດ້ດຄວາມແຈ້ງຄວາມສະຫວ່າງໃນທັມ ຢ່າງຖືກຕ້ອງ
#สติ #สมาธิ #ปัญญา #หลุดพ้น #พระเมตตา #ผู้รู้

25/10/2025

ແມ່ພຣະເມຕຕາ ສາມາດຮູ້ເຮົາ ເຂົ້າເຖິງເຮົາ ແລະບອກເຮົາ ເພື່ອໃຫ້ເຮົາແກ້ໄຂ ໃນເລື່ອງຂອງເຮົາເອງ
#สติ #สมาธิ #ปัญญา #หลุดพ้น #พระเมตตา

19/10/2025

Enjoy the videos and music you love, upload original content, and share it all with friends, family, and the world on YouTube.

19/10/2025

ການປະຕິບັດທັມ ມີປະໂຫຍດຢ່າງຍິ່ງ ເຮັດໃຫ້ເຮົາມີສະຕິປັນຍາທີ່ສູງຂຶ້ນ
#สิล #สติ #ปัญญา #หลุดพ้น #พระเมตตา

Address

ບ້ານສ້າງໃສ, ເມືອງປາກງື່ມ
ນະຄອນຫຼວງວຽງຈັນ

Telephone

+8562055444462

Website

Alerts

Be the first to know and let us send you an email when Dhammacenter km38 ສະຖານບຳເພັນບຸນສູນຫຼັກ38 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share