AFN II - Sekong

  • Home
  • AFN II - Sekong

AFN II - Sekong Contact information, map and directions, contact form, opening hours, services, ratings, photos, videos and announcements from AFN II - Sekong, Nutritionist, .

15/01/2026
13/01/2026

ໂຄງການກະສິກຳເພື່ອໂພຊະນາການໄລຍະ2
ປະຈຳເມືອງລະມາມ 🌿
ສຳເລັດການຮັບເຄື່ອງມືສັດຕະວະແພດເພື່ອລົງມອບໃຫ້ວິຊາການສັດຕະວະແພດຂັ້ນບ້ານ ໃນ5 ບ້ານເປົ້າຫມາຍຂອງໂຄງການ ປີ 2024.🧰💉

16/10/2025
ພິທີມອບ-ຮັບພາຫະນະລົດຈັກຈຳນວນ 3 ຄັນ ຂອງໂຄງກະສິກຳ ເພື່ອໂພຊະການໄລຍະ 2 (AFN2), ໃຫ້ 3 ເມືອງເປົ້າໝາຍ ເມືອງລະ 1 ຄັນ ຄື ເມືອງລະມ...
16/09/2025

ພິທີມອບ-ຮັບພາຫະນະລົດຈັກຈຳນວນ 3 ຄັນ ຂອງໂຄງກະສິກຳ ເພື່ອໂພຊະການໄລຍະ 2 (AFN2), ໃຫ້ 3 ເມືອງເປົ້າໝາຍ ເມືອງລະ 1 ຄັນ ຄື ເມືອງລະມາມ, ກະລຶມ ແລະ ດາກຈຶງ, ມອບໂດຍ ທ່ານ ສຸພົນ ໄຊສະຫງ່າ ຮັກສາການຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແລະ ຕາງໜ້າຮັບໂດຍ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ ລະມາມ, ຄັ້ງວັນທີ 15/ 9 /2025, ທີ່ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ.

ພິທີມອບ-ຮັບ ພາຫະນະ, ຄັ້ງວັນທີ 22/07/2025 ທີ່ຜ່ານມາ, ຫ້ອງການອົງການອາຫານໂລກປະຈຳ ສປປ ລາວ ໄດ້ມອບລົດຈັກ ຮອນດ້າ ເວັບ 110 ໄອ ຈຳ...
28/08/2025

ພິທີມອບ-ຮັບ ພາຫະນະ, ຄັ້ງວັນທີ 22/07/2025 ທີ່ຜ່ານມາ, ຫ້ອງການອົງການອາຫານໂລກປະຈຳ ສປປ ລາວ ໄດ້ມອບລົດຈັກ ຮອນດ້າ ເວັບ 110 ໄອ ຈຳນວນ 03 ຄັນ ເປັນພາຫະນະທີ່ທາງອົງການອາຫານໂລກຈັດຊື້ ດ້ວຍງົບປະມານຂອງອົງການອາຫານໂລກ ອີງຕາມລະບຽບການຮ່ວມມື ລົດຈັກຈຳນວນດັ່ງກ່າວ ແມ່ນຈະໄດ້ມອບໃຫ້ລັດຖະບານລາວ ກໍຄືມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ ຕາງໜ້າຮັບໂດຍແມ່ນ ທ່ານ ສຸຸພົນ ໄຊສະຫງ່າ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ຮອງຫົວໜ້າຄະນະຊີ້ນຳໂຄງການ AFN2 ຂັ້ນແຂວງ ພ້ອມດ້ວຍຄະນະ, ເຊີ່ງພາຫະນະດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຂອງໂຄງການກະສິກຳເພື່ອໂພຊະນາການໄລຍະ2 (AFN2) ປະຈຳຢູ່ 3 ເມືອງເປົ້າໝາຍ ຄື ເມືອງລະມາມ, ກະລຶມ ແລະ ດາກຈຶງ.

ໃນຕອນບ່າຍຂອງວັນທີ 27/08/2025 ທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ, ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ໄດ້ມີພິທີມອບ-ຮັບ...
28/08/2025

ໃນຕອນບ່າຍຂອງວັນທີ 27/08/2025 ທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ, ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ໄດ້ມີພິທີມອບ-ຮັບອຸປະກອນໄອທີ ໃຫ້ 03 ເມືອງເປົ້າໝາຍຂອງໂຄງການ ເມືອງລະ 01 ເຄື່ອງມີ ໃນນັ້ນມີ ໂພໂຕກ໋ອບປີ້ 01 ເຄື່ອງ ແລະ ໂນບຸກ 01 ເຄື່ອງ, ມອບໂດຍ ທີມງານຈັດຊື້-ຈັດຈ້າງ AFN2 ຂັ້ນສູນກາງ - ຮັບໂດຍ ຜູ້ປະສານງານ AFN 2 ຂັ້້ນແຂວງ ແລະ ຜູ້ປະສານງານ AFN2 03 ເມືອງເປົ້າໝາຍຂອງໂຄງການ ຄື ເມືອງລະມາມ, ກະລືມ ແລະ ດາກຈຶງ.

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 (AFN2) ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ປະສານສົມທົບກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້  ແລະ ພັດທ...
27/08/2025

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 (AFN2) ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ປະສານສົມທົບກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສູນຄົ້ນຄວ້າປ່າໄມ້) ຝຶກອົບຮົມເຕັກນິກ ການປູກຫວາຍໂຕ່ນ (ຫວາຍຂົມ) ແລະ ປູກໄຜ່ຫວານ ໃຫ້ຄອບຄົວເປົ້າໝາຍ ຢູ່ ບ້ານກະສັງກາງ ແລະ ລະວີລຳພັນ, ເມືອງລະມາມ, ແຂວງເຊກອງ, ຄັ້ງວັນທີ 25-26/08/2025; ພາຍຫຼັງຝຶກອົບຮົມແລ້ວ ຈະມອບຮັບແນວພັນ (ແຜນການລົງທຶນຂັ້ນບ້ານ) ໃຫ້ບ້ານເປົ້າໝາຍ.

Address


Alerts

Be the first to know and let us send you an email when AFN II - Sekong posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your practice to be the top-listed Clinic?

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram