EduPsy Connention By Jerry

EduPsy Connention By Jerry Education and Psychology

ເຮົາຮູ້ຈັກຄຳວ່າ "ຈິດຕະວິທະຍາ" ຫຼື "Psychology" ບໍ່ວ່າແມ່ນຫຍັງ? ມີທີ່ມາຈາກໃນຊ່ວງໃດ? ແລະ ສຶກສາກ່ຽວກັບຫຍັງ?   ຄຳວ່າ “ຈິດຕະວ...
01/05/2024

ເຮົາຮູ້ຈັກຄຳວ່າ "ຈິດຕະວິທະຍາ" ຫຼື "Psychology" ບໍ່ວ່າແມ່ນຫຍັງ? ມີທີ່ມາຈາກໃນຊ່ວງໃດ? ແລະ ສຶກສາກ່ຽວກັບຫຍັງ?
ຄຳວ່າ “ຈິດຕະວິທຍາ” ກົງກັບພາສາອັງກິດວ່າ “Psychology” ມີຮາກສັບມາຈາກພາສາເກຣັກ 2 ຄຳຄື:
• ຄຳວ່າ “Phyche” ແປວ່າ ວິຍານ
• ຄຳວ່າ “Logos” ແປວ່າ ການສຶກສາ ຫຼື ວິທີການສຶກສາຫາຄວາມຮູ້
ດັ່ງນັ້ນເມື່ອລວມສອງຄຳເຂົ້າດ້ວຍກັນ ຈຶ່ງເປັນຄຳວ່າ “Psychology” ເຊິ່ງຄວາມໝາຍຕາມຮາກສັບຈິດຕະວິທະຍາໝາຍເຖິງ “ວິຊາທີ່ສຶກສາກ່ຽວກັບເລື່ອງຂອງວິຍານ” ຄວາມໝາຍດັ່ງກ່າວເປັນຄວາມໝາຍທີ່ຍອມກັນໃນທາງວິຊາການສະໄໝສະຕະວັດທີ IXX ທັ່ງນີ້ສະເພາະຜູ້ຮູ້ ຫຼື ນັກຄິດໃນສະໄໝນັ້ນເຊື່ອວ່າວິນຍານເປັນຕົວຄວບຄຸມການກະທຳຫຼືພຶດຕິກຳຕ່າງໆ ຂອງມະນຸດ ແລະ ພະຍາຍາມສຶກສາວ່າ ວິນຍານເຮັດວຽກ ແລະ ມີອິດທິພົນຕໍ່ພຶດຕິກຳຂອງມະນຸດແນວໃດ ໂດຍໃຊ້ວິທີການສຶກສາທີ່ເອີ້ນວ່າ: “ອາມແຊຣ” (Armchair Method) ຄືການສຶກສາຫາຄຳຕອບແບບນັ່ງຢູ່ກັບທີ່ ບໍ່ມີການຄົ້ນຄວ້າ ທົດລອງ ຫຼື ພິສູດໃນດ້ານວິທະຍາສາດ ເຊິ່ງວິທີການສຶກສາແບບນີ້ບໍ່ສາມາດພິສູດ ແລະ ຄົ້ນຫາຄຳຕອບໃຫ້ເຫັນຈິ່ງໄດ້
ຕໍ່ມາພາຍຫຼັງສະຕະວັດທີ IXX ເປັນຕົ້ນມາ ນັກຈິດຕະວິທະຍາຮຸ່ນໃໝ່ໄດ້ສ້າງຫ້ອງທົດລອງທາງຈິດຕະວິທະຍາຂຶ້ນເປັນຄັ້ງແລກທີ່ເມືອງ ໄລຊິກ (Leipzig) ປະເທດເຢຍລະມັນ ໃນປີ ຄສ 1879 ແລະ ຫັນມາສຶກສາເຖິງພຶດຕິກຳຂອງມະນຸດ ແລະ ສັດແທນເລື່ອງວິຍານ ໂດຍໃຊ້ວິທີທາງວິທະຍາສາດເປັນແນວທາງໃນການສຶກສາ ແລະ ສຶກສາເຖິງພຶດຕິກຳພາຍນອກ ເຊິ່ງເປັນພຶດຕິກຳທີ່ສາມາດສັງເກດ ແລະ ວັດໄດ້ດ້ວຍຕາ ແລະ ພຶດຕິກຳພາຍໃນ ເຊິ່ງຕ້ອງໃຊ້ເຄື່ອງມືທາງວິທະຍາສາດຊ່ວຍໃນການວັດ ດັ່ງນັ້ນນັບຕັ້ງແຕ່ນັ້ນມາ ຄວາມໝາຍຂອງຈິດຕະວິທະຍາຈຶ່ງເປັນ “ວິຊາທີ່ສຶກກ່ຽວກັບພຶດຕິກຳຂອງມະນຸດ ແລະ ສັດ ໂດຍໃຊ້ວິທີການທາງວິທະຍາສາດ”.

Post ໜ້າເຮົາຈະມາເບິ່ງກັນວ່າ ຈິດຕະວິທະຍາ Psychology ມີສາຂາຫຼືປະເພດໃດແດ່ ແລະ ແຕ່ລະສາຂາຫຼື ແຕ່ປະເພດ ມີຄວາມແຕກຕ່າງກັນແນວໃດ?

Address

National University Of Laos, Laos, Laos
Laos

Telephone

+8562098773841

Website

Alerts

Be the first to know and let us send you an email when EduPsy Connention By Jerry posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram

Category