24/04/2020
#ກິນລົດນໍ້າໜັກຕາມກຣຸບເລືອດແບບໃດໃຫ້ໄດ້ຜົນ
🦐🐟🐙🦑🌿🍃🥜🥚🥛🥗
ສາວໆ ທີ່ກຳລັງເບິ່ງຫາວິທີລົດນໍ້າໜັກແບບໃດໃຫ້ໄດ້ຜົນໄວຈາກວິທີການອອກກຳລັງກາຍຢ່າງສະໝ່ຳສະເໝີແລ້ວ ຍັງມີອີກໜຶ່ງວິທີ ທີ່ຫລາຍຄົນອາດຈະບໍ່ເຄີຍຮູ້ ກໍ່ຄື ເຮົາສາມາດລົດນໍ້າໜັກຕາມກຣຸບເລືອດໄດ້. ງົງແມ່ນບໍ່ວ່າ ກຣຸບເລືອດກ່ຽວຫຍັງກັບການລົດນໍ້າໜັກ ກໍ່ເພາະວ່າກຣຸບເລືອດຂອງຄົນເຮົາທີ່ຕ່າງກັນນັ້ນ ຍ່ອມມາພ້ອມລະບົບການຍ່ອຍກັບການເຜົາຜານທີ່ຕ່າງກັນ ເຮັດໃຫ້ແຕ່ລະກຣຸບເລືອດສາມາດເລືອກກິນອາຫານທີ່ມີສ່ວນຊ່ວຍຫຼຸດນໍ້າໜັກທີ່ແຕ່ກຕ່າງກັນຕາມແຕ່ລະກຣຸບໄດ້. ມື້ນີ້ມາເບີ່ງກັນວ່າແຕ່ລະກຣຸບຄວນກິນຫຍັງເພື່ອຫຼຸດນໍ້າໜັກກັນແນ່ ມາເບິ່ງກັນເລີຍ
1. ກຣຸບເລືອດ 🅰️
ສ່ວນໃຫຍ່ແລ້ວຄົນທີ່ມີກຣຸບເລືອດ A ຈະເປັນກຸ່ມຄົນທີ່ຍ່ອຍໂປຼຕຼີນຈາກສັດຂ້ອນຂ້າງຍາກ ເຊີ່ງຫາກຢາກຈະກິນອາຫານລົດນໍ້າໜັກແທ້ໆ ຄົນກຣູບ A ຄວນເລືອກກິນປາເປັນຫລັກ ເພາະຈະຍ່ອຍໄດ້ດີກ່ອນເນື້ອສັດປະເພດອື່ນໆ ນອກຈາກນີ້ຍັງເໝາະທີ່ຈະກິນຜັກໃບຂຽວ, ກະລົດ, ເມັດທານຕາເວັນ ແລະຖົ່ວດິນ ເພື່ອຊ່ວຍໃຫ້ລະບົບການຍ່ອຍອາຫານດີຂື້ນ ສາມາດຫຼຸດນໍ້າໜັກລົງໄດ້ຕາມທີ່ຕ້ອງການ
2. ກຣຸບເລືອດ 🅱️
ສາວໆ ກຼຸບເລືອດ B ຈະມີບັນຫາຄື ອ້ວນງ່າຍກ່ອນໝູ່ ກິນອາຫານນ້ອຍດຽວກະຕຸ້ຍຂື້ນ ເພາະສະນັ້ນຄົນກຣຸບເລືອດນີ້ ໂດຍຄວນລະມັດລະວັງການກິນອາຫານໃນຄາບຕ່າງໆ ໃຫ້ຫລາຍທີ່ສຸດ ໂດຍຄວນເລືອກອາຫານທີ່ເໝາະສົມສຳລັບຄົນກຣຸບ B ປະກອບມີ ປາຕາດຽວ, ຜັກໃບຂຽວ, ໄຂ່ຕົ້ມ, ນົມ ແລະອື່ນໆ. ເມນູພວກນິ້ຈະຊ່ວຍໃຫ້ສາວໆ ກຣຸບເລືອດ B ມີຫຸ່ນທີ່ສວຍງາມເພີ່ມຂື້ນໄດ້
3. ກຣຸບເລືອດ 🅾️
ບັນຫາຂອງຄົນກຣຸບເລືອດ O ຄື ກະເພາະຈະມີຄວາມເປັນກົດສູງ ລະບົບການເຜົາຜານໄຂມັນບໍ່ຄ່ອຍດີ ຈື່ງເປັນອີກໜຶ່ງກຣຸບເລືອດທີ່ອ້ວນງ່າຍ ດັ່ງນັ້ນຈື່ງຕ້ອງໃສ່ໃຈພຶດຕິກຳການກິນໃຫ້ຫລາຍຂື້ນ ໂດຍອາຫານທີ່ເໝາະສຳລັບກຣຸບນີ້ຄື ອາຫານທະເລ ກິນໄດ້ບໍ່ອ້ວນແນ່ນອນ ແຖມຍັງຊ່ວຍປ້ອງກັນໂລກເລືອດບໍ່ແຂງຕົວ ສ່ວນຜັກຕ່າງໆ ສາມາດກິນໄດ້ ໂດຍສະເພາະບລ໋ອກໂຄລີ້(ດອກຜັກກະລໍ່າປີ) ແລະຜັກຫົມ ຈະຊ່ວຍໃຫ້ການເຜົາຜານທຳງານໄດ້ດີຂື້ນ
4. ກຣຸບເລືອດ 🆎
ຄົນກຣຸບເລືອດ AB ຈະບໍ່ຄ່ອຍຖືກກັບເນື້ອສັດ ປະເພດຊີ້ນງົວ, ຊີ້ນໝູ ແລະປາໝືກ ເພາະຖ້າກິນແລ້ວຈະກິ້ດກັ້ນການຍ່ອຍໄດ້ຍາກ ຫາກຕ້ອງການລົດນໍ້າໜັກ ຄວບຄຸມອາຫານ ເມນູທີ່ຄວນກິນຄື ອາຫານຈຳພວກໂຍເກີດ, ເຕົ້າຮູ້, ໄຂ່ໄກ່ ແລະນົມ ກໍຈະຊ່ວຍໃຫ້ຮ່າງກາຍປັບສົມດຸນ ອະໄວຍະວະໃນທາງເດີນອາຫານໄດ້ດີ ຈື່ງຊ່ວຍສາມາດລົດນໍ້າໜັກດັ່ງໃຈຕ້ອງການໄດ້.
ແລະນີ້ຄືເຄັດລັບດີໆ ໃນການລົດນໍ້າໜັກຕາມກຣຸບເລືອດທີ່ເຮົານຳມາຝາກກັນ ໃຜກຣຸບເລືອດໃດ ກໍ່ຢ່າລືມນຳເອົາໄປໃຊ້ກັນເບິ່ງນະຈະ ຮັບປະກັນວ່າ ຫາກກິນອາຫານທີ່ເໝາະສົມກັບກຣຸບເລືອດ ກໍ່ຈະຊ່ວຍໃຫ້ຫຼຸດດນໍ້າໜັກຕາມເປົ້າໄດ້ຢ່າງແນ່ນອນ
ທີ່ມາ Sanook Women