12/06/2024
ສະບາຍດີທຸກໆທ່ານ
ໃນວັນທີ 12 ມິຖຸນາ 2024 ທາງໂຄງການ ກະສິກໍາເພື່ອໂພຊະນາການ ໄລຍະ 02 ໄດ້ຈັດກອງປະຊຸມ ຮັບຮອງແຜນກະສິກໍາເພື່ອໂພຊະນາການ ຈໍານວນ 05 ບ້ານ ຄື: ບ້ານ ດອນຄະຍຸງ, ບ້ານ ທົ່ງໄກ່ຂວາ, ບ້ານ ດອນມ່ວງ, ບ້ານ ບອຍນໍ້າ ແລະ ບ້ານ ລະມຶກ.
ຈຸດປະສົງຂອງໂຄງການໃນການວາງແຜນຄື:
1.ເພື່ອຮັບປະກັນວ່າຊຸມຊົນເຂົ້າໃຈ ແລະ ຮັບຮອງເອົາໂຄງການດ້ວຍຄວາມສະໝັກໃຈ.
2.ເພື່ອນຳສະເໜີຈຸດປະສົງເປົ້າໝາຍ ແລະ ກິດຈະກຳຕ່າງໆຂອງໂຄງການກະສິກຳເພື່ອໂພຊະນາການໄລຍະ 2.
3.ເພື່ອຄັດເລືອກຄະນະກຳມະການໂພຊະນາການ ແລະ ຜູ້ອຳນວຍຄວາມສະດວກກະສິກຳເພື່ອໂພຊະນາການຂັ້ນບ້ານ.
4.ເພື່ອໃຫ້ຊຸມຊົນໄດ້ມີແຜນກ່ຽວກັບວຽກງານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ.
5.ເພື່ອໃຫ້ຊຸມຊົນໄດ້ມີສ່ວນຮ່ວມໃນການຄັດເລືອກກິດຈະກຳທີ່ກ່ຽວຂ້ອງກັບກະສິກຳ, ວຽກໂພຊະນາການ, ການກໍ່ສ້າງໂຄງລ່າງພື້ນຖານ ແລະ ການຄຸ້ມຄອງແຫລ່ງອາຫານຈາກທຳມະຊາດ.
6.ເພື່ອປັບປຸງຄວາມສາມາດຂອງອຳນາດການປົກຄອງບ້ານກໍ່ຄືຊາວບ້ານກ່ຽວກັບການປັບປຸງການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ.
7.ເພື່ອມີແຜນຈັດຕັ້ງປະຕິບັດວຽກງານໂພຊະນາການທີ່ຊັດເຈນ ແລະ ສອດຄ່ອງກັບແຜນພັດທະນາເສດ ຖະກິດສັງຄົມຂອງບ້ານ, ຂອງເມືອງ ແລະ ທີ່ສຳຄັນແມ່ນສອດຄ່ອງກັບສະພາບການຕົວຈິງຂອງຄົວເຮືອນພາຍໃນບ້ານ.
8.ເພື່ອເປັນແຜນຕໍ່ກັບການຈັດຕັ້ງປະຕິບັດກິດຈະກຳໂຄງການ ໃນການປັບປຸງໂພຊະນາການໃນແມ່ ແລະ ເດັກ.
Hello everyone
On June 12, 2024, the Agriculture for Nutrition Program Phase 02 held a meeting to approve the agriculture for nutrition plan in 05 villages, namely: DonKayung Village, ThongKhaikhua Village, DonMuang Village, BoiNam Village and Ramuk Village.
The objectives of the planning project are:
1. To ensure that the community understands and voluntarily adopts the program.
2. To present the objectives and activities of the Agriculture for Nutrition Phase 2 project.
3. To select the nutrition committee and agricultural facilitators for village nutrition.
4. For the community to have a plan on food and nutrition security.
5. So that the community can participate in the selection of activities related to agriculture, nutrition work, infrastructure construction and management of natural food sources.
6. To improve the capacity of the village administration as well as the villagers regarding the improvement of food security and nutrition.
7. To have a plan to implement nutrition work that is clear and in line with the economic, social and economic development plan of the village, of the district and most importantly in line with the actual situation of the household in the village.
8. To plan for the implementation of project activities to improve nutrition in mothers and children.
大家好
2024年6月12日,农业营养计划第二阶段召开会议,批准了05个村庄的农业营养计划,即:DonKayung村、Thong Khaikua村、DoMuang村、BoiNam村和Ramuk村。
规划项目的目标是:
1.确保社区了解并自愿采用该计划。
2.介绍农业营养第二阶段项目的目标和活动。
3.为村庄营养选择营养委员会和农业促进者。
4.让社区制定粮食和营养安全计划。
5.让社区能够参与选择与农业、营养工作、基础设施建设和天然食物来源管理有关的活动。
6.提高村政府和村民改善粮食安全和营养的能力。
7. 制定明确的营养工作实施计划,该计划应符合本村、本区的经济、社会和经济发展计划,最重要的是符合本村家庭的实际情况。
8. 制定实施项目活动的计划,以改善母亲和儿童的营养状况。
II