Yofoto Health Care+

Yofoto Health Care+ YOFOTO (LAO) SOLE Co.,LTD
ຕັ້ງຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

07/07/2025

💩 ເບື່ອບໍ່ກັບອາການທ້ອງຜູກ, ພຸງປ່ອງ, ຖ່າຍຍາກ? 💩
ບອກລາກັບຄວາມອຶດອັດ! ຖ້າເຈົ້າກຳລັງພົບບັນຫາເຫຼົ່ານີ້:

#ຖ່າຍບໍ່ສຸດ, ທ້ອງຜູກຊຳເຮື້ອ 😩

#ຮູ້ສຶກແໜ້ນທ້ອງ, ພຸງປ່ອງ, ບໍ່ສະບາຍຕົວ 🤰

#ມີສານພິດສະສົມ, ຜິວພັນບໍ່ສົດໃສ

👉ນີ້ຄືສັນຍານວ່າລຳໄສ້ຂອງເຈົ້າອາດຈະຕ້ອງການການດູແລເປັນພິເສດ! 🚽✨

ຄາໂບໄຮເດຣດສ່ວນເກີນປ່ຽນເປັນໄຂມັນໄດ້ແນວໃດ?ເມື່ອກິນຄາໂບໄຮເດຣດຫຼາຍເກີນໄປ, ຮ່າງກາຍຈະຍ່ອຍເປັນນໍ້າຕານກລູໂຄສ ແລະດູດຊຶມເຂົ້າສູ່ເລ...
03/07/2025

ຄາໂບໄຮເດຣດສ່ວນເກີນປ່ຽນເປັນໄຂມັນໄດ້ແນວໃດ?

ເມື່ອກິນຄາໂບໄຮເດຣດຫຼາຍເກີນໄປ,
ຮ່າງກາຍຈະຍ່ອຍເປັນນໍ້າຕານກລູໂຄສ
ແລະດູດຊຶມເຂົ້າສູ່ເລືອດຢ່າງໄວວາ,
ເຊິ່ງກະຕຸ້ນໃຫ້ຮ່າງກາຍຫຼັ່ງອິນຊູລິນອອກມາຫຼາຍ.

ຕັບ: ຈະປ່ຽນກລູໂຄສສ່ວນເກີນເປັນໄຂມັນໄຕຣກລີເຊີໄຣດ໌ (TG)
ແລ້ວສົ່ງອອກໄປເກັບໄວ້.

ເນື້ອເຍື່ອໄຂມັນ: ຈະຮັບ TG ແລະກລູໂຄສເຂົ້າໄປປ່ຽນເປັນໄຂມັນ TG
ເພື່ອເກັບສະສົມ.

ເປັນຫຍັງຈຶ່ງຕຸ້ຍ?

ຖ້າກິນຄາໂບໄຮເດຣດຫຼາຍ ແຕ່ໃຊ້ພະລັງງານບໍ່ໝົດ
ຫຼືອອກກຳລັງກາຍບໍ່ພຽງພໍ,
ໄຂມັນ TG ກໍຈະສະສົມຫຼາຍຂຶ້ນເລື້ອຍໆ
ຈົນນໍ້າໜັກເພີ່ມຂຶ້ນ

ແລະຕຸ້ຍໃນທີ່ສຸດ. ການກິນຖີ່ເກີນໄປກໍເຮັດໃຫ້
ຮ່າງກາຍບໍ່ມີຊ່ວງເວລາທີ່ຈະເຜົາຜານໄຂມັນອອກມາໃຊ້.

ສະຫຼຸບ: ຫຼຸດການກິນຄາໂບໄຮເດຣດລົງ
ແລະເພີ່ມການອອກກຳລັງກາຍ
ເພື່ອໃຫ້ຮ່າງກາຍໃຊ້ພະລັງງານໄດ້ຢ່າງສົມດຸນ.

01/07/2025

@ผู้ติดตาม

18/06/2025
17/06/2025

ແບັກທີເຣຍໃນລຳໄສ້: ຢູ່ຜິດທີ່ກໍຮ້າຍໄດ້ໝົດ
ໃນລຳໄສ້ຂອງຄົນເຮົາມີແບັກທີເຣຍທີ່ຊ່ວຍເບິ່ງແຍງສຸຂະພາບ ແລະ ຍັງຫຼັ່ງສານດີໆ ຕໍ່ຮ່າງກາຍຫຼາຍຊະນິດ.
ທັງຊະນິດດີທີ່ສ້າງສານຕ້ານການອັກເສບ, ເບິ່ງແຍງເຍື່ອຫຸ້ມລຳໄສ້, ແລະ ຊະນິດທີ່ມັກສ້າງສານກໍ່ໃຫ້ເກີດການອັກເສບກໍມີຢູ່ຄືກັນ. ແຕ່ບາງພະຍາດເຮັດໃຫ້ແບັກທີເຣຍເຫຼົ່ານີ້ຫຼຸດອອກຈາກລຳໄສ້ໄດ້, ເຊິ່ງເທື່ອນີ້ບໍ່ວ່າຈະເປັນແບັກທີເຣຍກຸ່ມໃດ... ກໍເປັນຫາຍະນະທັງນັ້ນ. ມາເບິ່ງກັນວ່າພະຍາດຫຍັງແດ່ທີ່ເຮັດໃຫ້ເກີດສິ່ງນີ້:
1 ພະຍາດຕັບແຂງ
ພະຍາດຕັບແຂງເຮັດໃຫ້ເລືອດຈາກລະບົບທາງເດີນອາຫານ ທີ່ຄວນຈະຜ່ານຕັບເກືອບທັງໝົດ ກັບຜ່ານໄດ້ຍາກຫຼາຍ. ການສັນຈອນຕິດຂັດ ເຮັດໃຫ້ເລືອດຄັ່ງຢູ່ທີ່ຝາລຳໄສ້ ຈົນເກີດຄວາມເສຍຫາຍ. ແບັກທີເຣຍຈຶ່ງສາມາດແທງຜ່ານຝາເຂົ້າສູ່ກະແສເລືອດໄດ້ ເກີດການຕໍ່ສູ້ກັບເມັດເລືອດຂາວ ຕາມມາດ້ວຍການຫຼັ່ງສານກໍ່ໃຫ້ເກີດການອັກເສບຫຼາຍຢ່າງ. ເສັ້ນເລືອດຂະຫຍາຍຜິດປົກກະຕິ → ລະບົບໄຫຼວຽນເລືອດຜິດປົກກະຕິ → ສ່ຽງເປັນພະຍາດໝາກໄຂ່ຫຼັງວາຍ. ບາງເທື່ອ ແບັກທີເຣຍໜີພູມຄຸ້ມກັນ ແລ້ວໄປຕັ້ງຮາກຖານຢູ່ຕ່ອມນໍ້າເຫຼືອງ ກ່ອນຫາທາງເຂົ້າສູ່ຊ່ອງທ້ອງ. ຜູ້ປ່ວຍຕັບແຂງມັກຈະມີນໍ້າໃນຊ່ອງທ້ອງ (ທ້ອງມານ) ແບັກທີເຣຍກໍເລີຍໄດ້ເຮືອນໃໝ່ຢູ່ໃນນໍ້າ, ກໍຈະໄປເກາະຝາຊ່ອງທ້ອງ → ເກີດພາວະຊ່ອງທ້ອງອັກເສບ
(Spontaneous bacterial peritonitis).
2 ລະບົບທາງເດີນອາຫານທະລຸ ກໍລະນີທີ່ພົບເລື້ອຍແມ່ນໄສ້ຕິ່ງແຕກ. ມັກຈະເລີ່ມຈາກອາຈົມແຂງໄປອຸດຕັນ ຫຼື ມີຕ່ອມນໍ້າເຫຼືອງໃຫຍ່ຢູ່ຝາໄສ້ຕິ່ງ → ຕີບຕັນ. ຮູລະບາຍອຸດຕັນ ແບັກທີເຣຍໃນໄສ້ຕິ່ງຈຶ່ງຂະຫຍາຍຕົວ ເລີ່ມທຳລາຍຝາ → ເມັດເລືອດຂາວມາຕໍ່ສູ້ → ເກີດໄສ້ຕິ່ງອັກເສບ. ຖ້າບໍ່ໄດ້ຮັບການປິ່ນປົວ, ຝາຈະຖືກທຳລາຍຈົນຈີກຂາດ ເກີດຮູຮົ່ວ → ໜອງ ແລະ ແບັກທີເຣຍກະຈາຍສູ່ຊ່ອງທ້ອງ → ຕິດເຊື້ອໃນຊ່ອງທ້ອງ
(Secondary bacterial peritonitis). ທັງສອງກໍລະນີອາດຈະຈົບລົງທີ່ເຊື້ອກະຈາຍເຂົ້າສູ່ກະແສເລືອດ → ຕິດເຊື້ອໃນກະແສເລືອດ (sepsis). ສະນັ້ນ... ຂໍໃຫ້ນ້ອງແບັກທີເຣຍຢູ່ໃນລຳໄສ້ເຖີດເດີ! ຢ່າອອກມາເລີຍ ບໍ່ຊັ້ນ... ບໍ່ໜ້າຮັກແທ້ໆ!

16/06/2025

ຜະລິດຕະພັນດີ ມີຄຸນນະພາບ ລະດັບຊາດ

15/06/2025

ຄົນທີ່ກຳລັງຊອກຫາແຮງບັນດານໃຈໃນການດູແລສຸຂະພາບ
ແລະ ຢາກມີຊີວິດທີ່ຍືນຍາວຢ່າງມີຄວາມສຸກ.
ມາຮ່ວມເດີນທາງສູ່ການມີສຸຂະພາບທີ່ດີໄປນໍາກັນເດີ!
#ປາໝ່າ #ເມືອງອາຍຸຍືນ #ສຸຂະພາບດີ #ທ່ອງທ່ຽວເພື່ອສຸຂະພາບ #ບຳບັດສຸຂະພາບ

12/06/2025

ສາວແຫຼ້: "ໂອຍ... ເບິ່ງແຍງສຸຂະພາບນີ້ມັນແພງແທ້ໆ!"

ແມ່ຈ່ອຍ: "ແທ້ໆແລ້ວ ເບິ່ງແຍງສຸຂະພາບເຈົ້າຄິດວ່າແພງ,
ແຕ່ຖ້າເປັນພະຍາດແລ້ວແພງສ່ຳໃດກໍຕ້ອງຫາ!"

ສາວແຫຼ້: "ແລ້ວຊິເຮັດແນວໃດໃຫ້ຄຸ້ມຄ່າ?"

ແມ່ຈ່ອຍ: "ບິວຕີ້ ເວັດຈີ້ ເດະ! ຜັກ, ໝາກໄມ້, ສາຫຼ່າຍ, ເຫັດ, ທັນຍາພືດ 150 ຊະນິດ ຄືຄຳຕອບຂອງການລົງທຶນທີ່ຄຸ້ມຄ່າ! ເພາະອັດແໜ້ນດ້ວຍ ສານຕ້ານອະນຸມູນອິດສະຫຼະສູງ ພ້ອມເບິ່ງແຍງເຈົ້າໃຫ້ສຸຂະພາບດີໃນໄລຍະຍາວ."

ສາວແຫຼ້: "ຟັງແລ້ວດີຈັງ!
ແບບນີ້ກໍບໍ່ຕ້ອງກັງວົນເລື່ອງເຈັບປ່ວຍແລ້ວເນາະ!"

ແມ່ຈ່ອຍ: "ແມ່ນແລ້ວ! ລົງທຶນກັບສຸຂະພາບມື້ນີ້, ຄຸ້ມຄ່າທີ່ສຸດ!"

Address

Vientiane

Alerts

Be the first to know and let us send you an email when Yofoto Health Care+ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Yofoto Health Care+:

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram