
08/08/2023
ໃນວັນທີ 4 ສິງຫາ 2023, ສູນໂພຊະນາການ ໄດ້ລົງຢ້ຽມຢາມ ໂຮງງານຕັດຫຍິບ ອານປີ ແລະ ບໍລິສັດ ເອດີຊີ ພັດທະນາການປາມົງ, ກໍາແພງນະຄອນວຽງຈັນ ເພື່ອສະເຫຼີມສະຫຼອງ ສັບປະດາສາກົນການລ້ຽງລູກດ້ວຍນົມແມ່.
ກິດຈະກໍາດັ່ງກ່າວ ມີຜູ້ເຂົ້າຮ່ວມຫຼາຍກ່ວາ 220 ຄົນ ໂດຍມີ ພະນັກງານກໍາມະກອນຍິງ 200 ຄົນ ຂອງໂຮງງານຕັດຫຍິບ ໄດ້ເຂົ້າຮ່ວມຮັບຟັງ ການເຜີຍແຜ່ໃຫ້ຄວາມຮູ້ ກ່ຽວກັບ ການຊ່ວຍຊູການລ້ຽງລູກດ້ວຍນົມແມ່ ແລະ ການເລືອກບໍລິໂພກ ອາຫານທີ່ມີຄວາມຫຼາກຫຼາຍ ເພື່ອໂພຊະນາການທີ່ດີ. ການເຜີຍແຜ່ຄວາມຮູ້ ແມ່ນເພື່ອ ປະກອບສ່ວນສ້າງເງື່ອນໄຂ ໃຫ້ເກີດການປະຕິບັດເພື່ອສຸຂະພາບ ແລະ ໂພຊະນາການທີ່ດີ ຂອງຕົນ ແລະ ລູກຫຼານ. ເຄືອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການ ໄດ້ສືບຕໍ່ຊ່ວຍປະສານງານກັບພາກທຸລະກິດ ເພື່ອຕໍ່ຍອດການສະໜັບສະໜູນທີ່ຜ່ານມາ ຜ່ານແຜນງານສົ່ງເສີມໂພຊະນາການໃນບ່ອນເຮັດວຽກ.
ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງສູນໂພຊະນາການ ທີ່ເປັນເຈົ້າການຈັດຕັ້ງ ແຜນງານສົ່ງເສີມໂພຊະນາການໃນບ່ອນເຮັດວຽກ ເພື່ອປະກອບສ່ວນແກ້ໄຂບັນຫາການຂາດໂພຊະນາການ ໃນ ສປປ ລາວ. ຂໍສະແດງຄວາມຮູ້ບຸນຄຸນ ມາຍັງບໍລິສັດ ອານປີລາວ ອິນເຕີເນຊັນແນລ໌ ແລະ ບໍລິສັດ ເອດີຊີ ພັດທະນາການປາມົງ ທີ່ຮ່ວມຈັດກິດຈະກໍາ ແລະ ຈະສືບຕໍ່ໃຫ້ຄວາມຮ່ວມມື ໃນການສົ່ງເສີມ ແຜນງານສົ່ງເສີມໂພຊະນາການດັ່ງກ່າວ.
On 4th August 2023, the Nutrition Center marked World Breastfeeding Week by visiting ALPI Garment Factory and Aquatic Development Company (ADC) in Vientiane Capital.
Over 220 participants, including 200 female workers, engaged in a session focusing on breastfeeding support and diverse nutrition choices. It aims to encourage better nutrition practices for both participants and their children. The visits were organized by SUN Business Network and complemented earlier support through the Workforce Nutrition Programme (WNP).
Special thanks to the Nutrition Center for spearheading the promotion of WNP to combat malnutrition in Lao PDR. Gratitude to ALPI and ADC for their hospitality and interest in further WNP collaboration. World Food Programme ໂພຊະນາການ Pho Sa Na Kan ອານພີລາວ - Alpilao ADC Aquatic Development Company