29/04/2026
📌ນີ້ຄື 4 ພຶດຕິກຳການກິນທີ່ທຳລາຍກະດູກໂດຍບໍ່ຮູ້ຕົວ❌
• ກິນເຄັມຫຼາຍເກີນໄປ (ໂຊດຽມສູງ) = ສູນເສຍແຄວຊຽມ
ການກິນອາຫານທີ່ມີລົດຊາດເຄັມຈັດ ຫຼື ອາຫານແປຮູບທີ່ມີໂຊດຽມສູງ ຈະເຮັດໃຫ້ຮ່າງກາຍຂັບແຄວຊຽມອອກມາທາງນໍ້າຍ່ຽວຫຼາຍຂຶ້ນ ເຊິ່ງສົ່ງຜົນໃຫ້ກະດູກບາງລົງ.
• ເຄື່ອງດື່ມນໍ້າອັດລົມ ແລະ ຄາເຟອີນ = ຂັດຂວາງການດູດຊຶມ
ນໍ້າອັດລົມ ແລະ ເຄື່ອງດື່ມທີ່ມີຄາເຟອີນ (ເຊັ່ນ: ກາເຟ) ສາມາດຫຼຸດປະສິດທິພາບການດູດຊຶມແຄລຊຽມຂອງຮ່າງກາຍ ແລະ ອາດເຮັດໃຫ້ກະດູກເຊື່ອມໄວຂຶ້ນ.
• ນໍ້າຕານ ແລະ ແປ້ງແປຮູບ = ຫຼຸດມວນກະດູກ
ການບໍລິໂພກນໍ້າຕານ ແລະ ອາຫານແປຮູບຫຼາຍເກີນໄປ (ເຊັ່ນ: ເຂົ້າໜົມຫວານ, ເຂົ້າຈີ່ຂາວ) ຈະເພີ່ມຄວາມສ່ຽງຕໍ່ການເກີດພາວະກະດູກຜ່ອຍ (ກະດູກພຸ່ນ) ໃນອະນາຄົດ.
• ຫຼຸດແອລກໍຮໍ + ເພີ່ມແຄລຊຽມ = ເສີມສ້າງກະດູກໃຫ້ແຂງແຮງ
ການດູແລທີ່ດີຄື ຄວນຫຼຸດເຄື່ອງດື່ມທີ່ມີແອລກໍຮໍ ແລະ ຫັນມາກິນອາຫານທີ່ມີແຄລຊຽມສູງ (ເຊັ່ນ: ນົມ, ຜັກໃບຂຽວ, ປານ້ອຍ) ເພື່ອບຳລຸງ ແລະ ເສີມສ້າງມວນກະດູກໃຫ້ແຂງແຮງ.
🏥ດ້ວຍຄວາມປາຖະໜາດີຈາກໂຮງໝໍ ປິ່ນປົວກະດູກ ລີຊາງຍົງ🏥
🙏🏻ນີ້ຄືຄວາມຮູ້ເບື້ອງຕົ້ນທີ່ພວກເຮົາມາເຜີຍແຜ່ໃຫ້ທຸກທ່ານຮູ້ນໍາກັນ🙏🏻
📍 ໂຮງໝໍ ກະດູກ ລາວ-ຈີນ ລີຊາງຍົງ ຕັ້ງຢູ່ບ້ານໂພນຕ້ອງຈອມມະນີ(ເສັ້ນທາງລົງໄປໜອງທາ)ເມືອງຈັນທະບູລີ,ນະຄອນຫລວງວຽງຈັນ
📞 ໂທ: 02091654289
🌐 Email:lichangyonghospital@gmail.com
#ຕິດຕາມແດ່ເດີ້ໂຮງໝໍຈະເປີດໄວໆນີ້ #ໂຮງໝໍກະດູກລາວຈີນ #ປວດຫຼັງເຈັບແອວຊໍາເຮື້ອ #ຊ່ຽວຊານກະດູກ #ໂຮງໝໍລາວຈີນ