13/01/2022
8 ສິ່ງທີ່ຄວນຫຼີກລ້ຽງ ກ່ອນນ້ອງຊາຍຈະບໍ່ສູ້
ນ້ອງຊາຍບໍ່ແຂງບໍ? ອາດເກີດຈາກ 8 ສາເຫດນີ້ທີ່ເຮັດໃຫ້ນົກເຂົາບໍ່ຂັນ ອະໄວຍະວະເພດບໍ່ແຂງຕົວ
“ ຢ່າໃຫ້ສາວໆເບະໜ້າເຢາະເຍີ້ຍເພາະນ້ອງຊາຍບໍ່ສູ້ເດີ ມັນອາຍກະເຈົ້າ ”
ສະໄໝນີ້ຊາວໜຸ່ມສ່ວນຫຼາຍມັກຈະເຮັດວຽກໜັກ ເພື່ອຄວາມຈະເລີນກ້າວໜ້າທາງສັງຄົມ ພໍແລ້ວວຽກກໍໄປງານປາຕີ້ຍ່າງມ່ວນຊື່ນສະນຸກສະໜານອີກແມ່ນບໍ? ເຖິງແມ່ນວ່າອາຍຸຈະຍັງນ້ອຍແຕ່ກໍບໍ່ໄດ້ໝາຍຄວາມວ່າຮ່າງກາຍຈະແຂງແຮງໄດ້ຕະຫຼອດ ຫຼາຍຄົນຄົງລືມໄປວ່າສຸຂະພາບທີ່ດີນັ້ນ ສົ່ງຜົນເຖິງທຸກໆສ່ວນໃນຮ່າງກາຍຂອງເຮົາ ໂດຍສະເພາະ “ນ້ອງຊາຍ” ຂອງເຈົ້າມັນອາດຈະບໍ່ຕອບສະໜອງ ຫຼື ຫ່ຽວເປັນໝາກເຂືອເຜົານົກເຂົາບໍ່ຂັນຂຶ້ນມາ ໃນຈັງວະທີ່ຕ້ອງການໃຫ້ມັນແຂງຕົວໃນຕອນນັ້ນ ຖ້າບໍ່ຢາກໃຫ້ເປັນຄືສິ່ງທີ່ກ່າວມານັ້ນ ຊາຍໜຸ່ມທັງຫຼາຍຄວນຫຼີກລ້ຽງ 8 ສິ່ງໃນຊີວິດປະຈຳວັນທີ່ບໍ່ຄວນເຮັດ
1. ນອນພັກຜ່ອນໃຫ້ພຽງພໍ ຢ່າງໜ້ອຍຄືນລະ 6-8 ຊົ່ວໂມງ
ຄວນໃຫ້ເວລາໃຫ້ຄວາມສຳຄັນກັບການນອນຫຼັບ ຍ້ອນຫຍັງບໍ? ກໍເພາະການນອນຫຼັບມີຜົນຕໍ່ຮໍໂມນທີ່ມີຊື່ວ່າ ຮໍໂມນເທດໂທດສະເຕີໂລນ(Testosterone) ໂດຍຮໍໂມນນີ້ມີໜ້າທີ່ຜະລິດນ້ຳອະສຸຈິນັ້ນເອງ ຫາກນ້ຳອະສຸຈິໜ້ອຍກໍມີຜົນເຮັດໃຫ້ອົງຄະຊາດບໍ່ແຂງແຮງສົ່ງຜົນໃຫ້ການແຂງຕົວບໍ່ຄ່ອຍດີ ຫາກນອນໜ້ອຍກວ່າ 5 ຊົ່ວໂມງ/ຄືນ ກໍອາດເຮັດໃຫ້ລະດັບນ້ຳອະສຸຈິໜ້ອຍລົງ ດັ່ງນັ້ນ, ທາງທີ່ດີຄວນນອນພຽງພໍຄືນລະ 6-8 ຊົ່ວໂມງ.
2. ຢ່າເປັນຄົນມົວເມົານຳແຕ່ວຽກງານ
ແມ່ນແລ້ວ ໃຜໆກໍຢາກປະສົບຄວາມສຳເລັດໃນຊີວິດ ຊາຍໜຸ່ມສ່ວນຫຼາຍເຮັດແຕ່ວຽກຢ່າງໜັກ ນັ່ງຢູ່ກັບບ່ອນໝົດມື້ ຈະເຮັດໃຫ້ເຈົ້າຂາດຄວາມສົມດູນຂອງຊີວິດ ແລະ ຮ່າງກາຍກໍອາດມີບັນຫາເສື່ອມສະມັດຖະພາບທາງເພດໄດ້ ຜູ້ຊາຍໃນໄວ 40 ປີຂຶ້ນໄປ ແມ່ນຈະມີໜ້າທີ່ການງານດີແຕ່ມັກເປັນໂລກເສື່ອມສະມັດຖະພາບທາງເພດຫຼາຍທີ່ສຸດ ເພາະວຽກຍ່ອມກໍ່ໃຫ້ເກີດຄວາມຄຽດຊຶ່ງສົ່ງຜົນໂດຍກົງກັບ “ນ້ອງຊາຍ” ທີ່ຈະເສື່ອມສະມັດຖະພາບລົງເລື້ອຍໆ ທີ່ຢາກແນະນຳກໍຄື ຄວນແບ່ງເວລາໄປອອກກຳລັງກາຍ ພັກຜ່ອນຢ່ອນໃຈ ພັກສະໝອງ ໄປຫຼິ້ນໄປທ່ຽວແດ່ ເພື່ອສຸຂະພາບທີ່ດີ ນົກເຂົາຂັນທັນທີທີ່ຕ້ອງການຕະຫຼອດໄປ.
3. ຫຼຸດຜ່ອນໃນການດື່ມສິ່ງມືນເມົາທີ່ມີທາດເຫຼົ້າລົງ ແລ້ວເຈົ້າຈະຮູ້ວ່າມັນແຂງຕົວດີຂຶ້ນ
ຄືທີ່ເຮົາຮູ້ກັນແລ້ວວ່າ ການດື່ມເຫຼົ້າຫຼາຍເກີນໄປມີໂອກາດເສື່ອມສະມັດຖະພາບທາງເພດໄດ້ ການດື່ມໃຫ້ພໍດີພຽງແຕ່ໃຫ້ມີຄວາມມ່ວນຊື່ນເມື່ອເຂົ້າກັບສັງຄົມກໍບໍ່ມີບັນຫາ.
4. ເລີກສູບຢາ
ສານນິໂຄຕິນໃນຢາສູບມີຜົນຕໍ່ການເສື່ອມສະມັດຖະພາບທາງເພດໂດຍກົງ ຫາກສູບເປັນປະຈຳເມື່ອອາຍຸຫຼາຍຂຶ້ນ ຮັບຮອງວ່ານ້ອງຊາຍຂອງເຈົ້າຈະໝົດສະພາບກ່ອນໄວອັນຄວນ ປຸກບໍ່ຕື່ນ, ບໍ່ແຂງຕົວງ່າຍໆແບບຕອນເປັນບ່າວຢ່າງແນ່ນອນເລີຍ.
5. ເລືອກກິນອາຫານທີ່ສົ່ງຜົນດີຕໍ່ການເຮັດວຽກຂອງອົງຄະຊາດ
ເນັ້ນອາຫານຈຳພວກຜັກ, ໝາກໄມ້ ທີ່ມີໄຟເບີ້ສູງ ພະຍາຍາມຫຼີກລ້ຽງອາຫານທີ່ມີໄຂມັນ ແລະ ຄໍເລດສະເຕລອນສູງ ເພາະອາຫານເຫຼົ່ານີ້ສົ່ງຜົນຕໍ່ຮ່າງກາຍຂອງເຈົ້າ, ເຮັດໃຫ້ເຈົ້າອ້ວນ ແລະ ເສື່ອມສະມັດຖະພາບທາງເພດໄດ້
6. ຫຼີກລ້ຽງການກິນຢາທີ່ບໍ່ຈຳເປັນ
ຢາ ຫຼື ອາຫານຊະນິດໃດທີ່ເຈົ້າກິນຢູ່ ອາດມີສ່ວນປະສົມກັບຕົວຢາບາງຊະນິດ ທີ່ສົ່ງຜົນຂ້າງຄຽງຕໍ່ການເສື່ອມສະມັດຖະພາບທາງເພດກໍເປັນໄດ້ ລອງຄິດພິຈາລະນາ ຫຼື ປຶກສາກັບແພດການຢາ ຫຼືຢຸດເຊົາກິນຢານັ້ນແລ້ວຫັນມາໃສ່ໃຈເລື່ອງອາຫານການກິນຈະດີກວ່າ.
7. ປາກເໝັນກໍສົ່ງຜົນຕໍ່ສຸຂະພາບອົງຄະຊາດ
ຈາກງານວິໄຈ ໃນປີ 2012 ພົບວ່າ ຄົນທີ່ເປັນໂລກເສື່ອມສະມັດຖະພາບທາງເພດມັກຈະເປັນໂລກປາກເໝັນ ຫຼື ມີແບັດທີເຣຍໃນປາກຫຼາຍ ສະແດງວ່າແບັດທີເຣຍໃນປາກຈະເຂົ້າສູ່ກະແສເລືອດ ສົ່ງຜົນຕໍ່ການຜະລິດນ້ຳອະສຸຈິຂອງນ້ອງຊາຍເຈົ້າ ສະນັ້ນ, ພະຍາຍາມຮັກສາສຸຂະພາບຊ່ອງປາກໃຫ້ສະອາດຢູ່ສະເໝີ ໂດຍການຖູແຂ້ວເປັນປະຈຳຫຼັງອາຫານ ແລະ ໃຊ້ນ້ຳຢາບ້ວນປາກ ເພື່ອຈະຊ່ວຍໃຫ້ນ້ອງຊາຍບໍ່ເສື່ອມສະມັດຖະພາບໄດ້ງ່າຍຢ່າງແນ່ນອນ.
8. ບໍ່ວາງຄອມພິວເຕີໂນດບຸກໄວ້ເທິງລຳຕົວ
ຢ່າວາງໂນດບຸກໄວ້ໃນລຳຕົວແລ້ວນອນຫຼີ້ນ ເພາະຄວາມຮ້ອນຈາກອຸປະກອນເຫຼົ່ານີ້ຈະສົ່ງຜົນຕໍ່ສະເປີມໃນນ້ຳເຊື້ອອະສຸຈິຂອງເຈົ້າ ເຊວພວກນີ້ອາດຈະຕາຍໄດ້ ຖ້າໄດ້ຮັບຄວາມຮ້ອນທີ່ເຂົ້າມາໃນຮ່າງກາຍ ສົ່ງຜົນໃຫ້ເກີດໂລກເສື່ອມສະມັດຖະພາບທາງເພດໄດ້.
ຮູ້ແບບນີ້ແລ້ວຢ່າປ່ອຍປະລະເລີຍສຸຂະພາບຂອງນ້ອງຊາຍເດີ ເພາະມັນສຳຄັນຫຼາຍກັບຊີວິດຄູ່ ຂອບໃຈທີ່ທຸກໆທ່ານອ່ານຈົນຈົບ
ທີ່ມາ: Cr.69shopingMall.com