18/05/2021
INFO. - ອິນໂຟ x Health and Wellness EXPO LAOS
ງີບຫຼັບຈັກນາທີ ໃຫ້ຕື່ນມາບໍ່ຮູ້ສຶກເມື່ອຍ
ການທີ່ເຮົາຮູ້ສຶກຢາກນອນຕອນກາງເວັນ ແລະ ຫຼາຍຄົນກໍຕ້ອງໄດ້ຮັບມືກັບຄວາມຮູ້ສຶກນີ້ ພະຍາຍາມປຸກຕົວເອງໃຫ້ຕື່ນດ້ວຍວິທີຕ່າງໆເຊັ່ນ: ການດື່ມກາເຟ, ດື່ມເຄື່ອງດື່ມຊູກຳລັງ, ລ້າງໜ້າໃຫ້ສົດຊື່ນເປັນຕົ້ນ. ແຕ່ສິ່ງທີ່ສໍາຄັນທີ່ສຸດນັ້ນ ແມ່ນການງີບຫຼັບ ເຊິ່ງເປັນວິທີທີ່ດີທີ່ສຸດ ແລະ ຈະຊ່ວຍໃຫ້ເຮົາຮູ້ສຶກສົດຊື່ນຂຶ້ນມາໄດ້ ຖ້າຫາກຈະໃຫ້ໄດ້ຜົນເຕັມທີ່ເຮົາຕ້ອງງີບຫຼັບໃນເວລາທີ່ເໝາະສົມ
-ການງີບຫຼັບ 10-20ນາທີ Refresh ຮ່າງກາຍແບບໄດ້ຜົນທັນໃຈ
ເປັນເວລາທີ່ຈະເຮັດໃຫ້ຕື່ນຕົວໄດ້ດີ, ຫາຍເມື່ອຍ, ກະຕຸ້ນສະໝອງໃຫ້ຮູ້ສຶກສົດຊື່ນ ເຊິ່ງຈະເຮັດໃຫ້ການນອນຂອງເຮົາຢູ່ໃນຊ່ວງ non-rapid eye movement (NREM) ຫຼັງຈາກຕື່ນຂຶ້ນມາກໍຈະສາມາດເຮັດກິດຈະກໍານັ້ນຢ່າງຕໍ່ເນື່ອງໄດ້ເລີຍ ຈຶ່ງເອີ້ນການງີບຫຼັບໃນໄລຍະນີ້ວ່າ “Power nap” ເປັນການງີບຫຼັບທີ່ຊ່ວຍຟື້ນຟູຄວາມເມື່ອຍໃຫ້ກັບຮ່າງກາຍ ຖ້າເຮົາເຮັດວຽກກ່ຽວກັບຕົວອັກສອນ ແລະ ຕົວເລກ ການງີບຫຼັບ 20ນາທີຈະມີປະສິດທິພາບດີ
-ການງີບຫຼັບ 30ນາທີ ບໍ່ເຮັດໃຫ້ເກີດປະໂຫຍດ
ການງີບຫຼັບ 30ນາທີ ຈະເຮັດໃຫ້ເຮົາຮູ້ສຶກຕື່ນຕົວໄດ້ດີຂຶ້ນ ແຕ່ກໍຍັງຈະສົ່ງຜົນເສຍໃຫ້ກັບຮ່າງກາຍເພາະຫຼັງຈາກຕື່ນຂຶ້ນມາ ຈະມີອາການມືນງົງ, ຮ່າງກາຍຍັງຢາກນອນຢູ່ ຫຼື ບາງຄົນກໍຮູ້ສຶກປວດຫົວ ເພາະການງີບຫຼັບ 30ນາທີນັ້ນຈະເຮັດເຮົາເຂົ້າສູ່ການຫຼັບເລິກ ຖ້າເຮົາຕື່ນນອນໃນໄລຍະນີ້ ຈະເຮັດໃຫ້ຮູ້ສຶກຫງຸດຫງິດ, ເມື່ອຍ ແລະ ອ່ອນເພຍກ່ອນເກົ່າ ເຊິ່ງອາການນັ້ນຈະຫາຍໄປຕ້ອງໃຊ້ເວລາອີກ 30ນາທີ
-ການງີບຫຼັບ 60ນາທີ ສົ່ງຜົນດີຕໍ່ຄວາມຈໍາ
ການງີບຫຼັບ 60ນາທີ ຈະຊ່ວຍສົ່ງຜົນຕໍ່ລະບົບຄວາມຈໍາຂອງເຮົາດີຂຶ້ນ ເພາະວ່າມັນຈະເປັນການນອນທີ່ຢູ່ໃນໄລຍະ Slow-Wave-Sleep ທີ່ຈະເຮັັດໃຫ້ສະໝອງປອດໂປ່ງ, ເພີ່ມຄວາມພ້ອມໃນການຮຽນຮູ້, ສາມາດເຮັດໃຫ້ເຮົາຈົດຈໍາຂໍ້ມູນຕ່າງໆໄດ້ ເໝາະສໍາຫຼັບຄົນທີ່ເຮັດວຽກໜັກ ຫຼື ການອ່ານໜັງສືຈົນຮ່າງກາຍອ່ອນເພຍ
-ການງີບຫຼັບ 90ນາທີ ອາດຈະມີບັນຫາກ່ຽວກັບການນອນ
ການງີບຫຼັບ 90ນາທີເປັນໄລຍະທີ່ສະໝອງ ແລະ ຮ່າງກາຍໄດ້ພັກຜ່ອນຢ່າງສົມບູນ ເຊິ່ງຈະເຮັດໃຫ້ຄວາມຈຳ ແລະ ອາລົມດີຂຶ້ນ ເພາະເຮົານອນຄົບ 90ນາທີນັ້ນຖືວ່າເຮົານອນຫຼັບໄດ້ 1 Cycle (1ຮອບການນອນ ເຊິ່ງປະກອບດ້ວຍໄລຍະ Non-REM ປະມານ 80ນາທີ ແລະ ໄລຍະ REM ອີກ 10ນາທີ) ແຕ່ການງີບຫຼັບດົນຕະຫຼອດນັ້ນ ອາດຈະເຮັດໃຫ້ເກີດຄວາມຜິດປົກກະຕິຂອງການນອນໃນຕອນກາງຄືນໄດ້
ການອົດນອນນັ້ນທໍາລາຍສຸຂະພາບ ເຮັດໃຫ້ເກີດບັນຫາທາງດ້ານຮ່າງກາຍ ແລະ ອາລົມ, ໃນຂະນະດຽວກັນ ການງີບຫຼັບໃນຕອນກາງເວັນນັ້ນໄດ້ມີການສຶກສາແລ້ວພົບວ່າເກີດປະໂຫຍດຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈດ ຊ່ວຍໃຫ້ມີສະມາທິ ແລະ ຄວາມຈໍາດີຂຶ້ນ, ຊ່ວຍຫຼຸດຄວາມສ່ຽງຕໍ່ໂຣກຫົວໃຈ ແລະ ໂໜກຫຼອດເລືອດໄດ້
ການງີບຫຼັບໃນຕອນກາງເວັນ ເຖິງວ່າຈະມີພຽງແຄ່ 10-20ນາທີ ກໍສາມາດເຮັດໃຫ້ເຮົາຮູ້ສຶກສົດຊື່ນຂຶ້ນ ເພາະຊ່ວງເວລານີ້ ຈະຊ່ວຍເຮັດໃຫ້ຮ່າງກາຍຂອງເຮົາກັບສູ່ໂໝດປົກກະຕິໄດ້ຢ່າງມີປະສິດທິພາບ ລວມເຖິງການເຮັດວຽກຂອງລະບົບສະໝອງ, ຄວາມຄິດສ້າງສັນ ແລະ ປະໂຫຍດດ້ານອື່ນໆອີກຫຼາຍຢ່າງ
ດ້ວຍຄວາມຫ່ວງໃຍ
INFO.- ອິນໂຟ x Health and Wellness EXPO LAOS
__________________________________
ແຫຼ່ງຂໍ້ມູນ:
(1) https://www.healthline.com/health/how-long-should-i-nap
(2) https://www.ncbi.nlm.nih.gov/pmc/articles/PMC4667384/
(3) https://www.medicalnewstoday.com/articles/326803
#ສຸຂະພາບທີ່ດີເລີ່ມຕົ້ນຈາກໂຕທ່ານ