Health care ດູແລສຸຂະພາບ

Health care ດູແລສຸຂະພາບ Contact information, map and directions, contact form, opening hours, services, ratings, photos, videos and announcements from Health care ດູແລສຸຂະພາບ, Medical and health, Vientiane.

23/10/2023

ທຸກບັນຫາມີທາງອອກສະເໜີພວກເຮົາພ້ອມທີ່
ຈະຮັບຟັງ “ຂໍເປັນພື້ນທີ່ປອດໄພໃຫ້ກັບເຈົ້າ”
ໂທຟຣີ 1361 ສໍາລັບທ່ານຍິງ ແລະ 137 ສໍາລັບທ່ານຊາຍ
ສາມາດສົ່ງຂໍ້ຄວາມມາປຶກສານໍາພວກເຮົາໄດ້ຜ່ານເບີ Whatsapp:
020 5217 4490
020 22661218
-----------------------------------------

ເພື່ອໃຫ້ພວກເຮົາຊ່ວຍໃນການບັນເບົາຄວາມຄຽດ, ຄວາມກັງວົນ ຫຼື ຊ່ວຍຮັບຟັງການລະບາຍ ແລະ ນອກຈາກນັ້ນເຮົາຍັງໃຫ້ຄໍາປຶກສາກ່ຽວກັບເລື່ອງສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ພະຍາດຕິດຕໍ່ທາງເພດສໍາພັນ, HIV/AIDS, ວິທີປ້ອງກັນການຖືພາ, ຄວາມຮັກຂອງໄວນຸ່ມ ແລະ ເລື່ອງສຸຂະພາບຈິດ
📌ເປີດບໍລິການທຸກວັນຈັນ-ສຸກ ເວລາ 09:00-17:00 ໂມງເດີ
ທຸກການໃຫ້ຄໍາປຶກສາແມ່ນຈະເກັບເປັນຄວາມລັບ (ໂທຟຣີບໍ່ມີຄ່າບໍລິການ, ບໍ່ມີຄ່າໃຫ້ຄໍາປຶກສາ)
--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
☎️ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
📱ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
🌐 Website: www.vwyclaos.org
💙 Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
🧡 Tik Tok: tiktok.com/

23/10/2023

ພະຍາດຕິດຕໍ່ທາງເພດສໍາພັນ ຮູ້ທັນ ປ້ອງກັນ ຫຼຸດຜ່ອນໄດ້
-----------------------------------
ສໍາລັບໃຜທີ່ມີບັນຫາເລື່ອງ ສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ພະຍາດຕິດຕໍ່ທາງເພດສໍາພັນ (ຫອນໄກ່, ໜອງໃນແທ້, ໜອງໃນທຽມ, ຊີຟີລິດ, ຕຸ່ນນໍ້າໃສ່...), ວິທີປ້ອງກັນການຄຸມກໍາເນີດ (ຢາຝັງຄຸມກໍາເນີດ, ຢາສັກຄຸມກໍາເນີດ, ຢາຄຸມສຸກເສີນ) ສາມາດມາຮັບບໍລິການທີ່ ຫ້ອງກວດສຸຂະພາບໄວໜຸ່ມ ນໍາພວກເຮົາໄດ້
👉ພວກເຮົາໃຫ້ບໍລິການທີ່ຖືກຕ້ອງ ເປັນມິດ ແລະ ປິດລັບ
👉ເປີດບໍລິການວັນຈັນ-ສຸກ ເວລາ 08:30-16:30 ໂມງ
---------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
▪︎ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
▪︎ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
▪︎Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
▪︎Tik Tok: tiktok.com/
▪︎Website: vwyclaos.org
#ສູນໄວໜຸ່ມ #ໃຫ້ຄຳປຶກສາເລື່ອງສຸຂະພາບ #ເບີໂທສາຍດ່ວນ1361ແລະ137 #ບໍລິການຖືກຕ້ອງເປັນມິດແລະປິດລັບ

ມີແລ້ວເດີ້
26/07/2023

ມີແລ້ວເດີ້

ເຈົ້າສາມາດກວດຫາເຊື້ອ HIV ດ້ວຍຕົວເອງ ຜ່ານຊຸດກວດ OraQuick (OraQuick HIVSelf-test)
• ສາມາດກວດເບື້ອງຕົນໄດ້ດ້ວຍຕົນ ບໍ່ວ່າທ່ານຈະຢູ່ໃສກໍ່ຕາມ, ສະດວກສະບາຍ
• ຊຸດກວດຫາທາດກາຍຕ້ານໃນຮ່າງກາຍຕໍ່ເຊື້ອ HIV-1 ແລະ HIV-2ຈາກເຍື້ອເມືອກຜົ້ງປາກ
• ໃຫ້ຜົນໄວທຽບເທົ່າການກວດເລືອດຈາກປາຍນິ້ວມື
• OraQuick ສາມາດກວດໄດ້ດ້ວຍຕົນເອງ
• ຮູ້ຜົນພາຍໃນ 20-40 ນາທີ
#ກ່ອນໃຊ້ຊຸດກວດ HIV ດ້ວຍຕົນເອງມີດັ່ງນີ້:
1. ຫ້າມບໍ່ໃຫ້ກິນອານຫານທຸກປະເພດ ຫຼື ດື່ມນ້ຳທຸກຊະນິດ ເປັນເວລາ 15 ນາທີ
2. ຫ້າມຖູແຂ້ວ ຫຼື ໃຊ້ນ້ຳຢາປ້ວນປາກເປັນເວລາ 30 ນາທີ
3. ອ່ານຄູ່ມືເພື່ອໃຫ້ເຂົ້າໃຈ, ຮູ້ວິທີກວດ ແລະ ການອ່ານຜົນກວດ
4. ກຽມອຸປະກອນຈັບເວລາ

--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
☎️ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
📱ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
🌐 Website: www.vwyclaos.org
💙 Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
🧡 Tik Tok: tiktok.com/

ສາມາດສະຫມັກເຂົ້າຝຶກໄດ້ເດີ້
05/07/2023

ສາມາດສະຫມັກເຂົ້າຝຶກໄດ້ເດີ້

[English below]
🖐🏻 ສະບາຍດີ ມື້ນີ້ສູນໄວໜຸ່ມມີຂ່າວດີ ສຳລັບນ້ອງໆນັກຮຽນ, ນັກສຶກສາມາຝາກ
_________________
ທາງສູນສຸຂະພາບ ພັດທະນາແມ່ຍິງ ແລະ ໄວໜຸ່ມແມ່ນໄດ້ ເປີດຮັບສະໝັກ ໄວໜຸ່ມຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມໃນການຝຶກອົບຮົມ ແລະ ເປັນອາສາສະໝັກຂອງສູນ, ສຳລັບການຝຶກອົບຮົມແມ່ນຈະໄດ້ຝຶກໃນຫົວຂໍ້: “ສຸຂະພາບຈະເລີນພັນ ແລະ ທັກສະຊີວິດພື້ນຖານ”
✅ສິ່ງທີ່ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ແມ່ນ:
1️⃣ ເປັນອາສາສະໝັກຂອງສູນໄວໜຸ່ມ
2️⃣ ມີຄວາມຮູ້ທາງດ້ານສຸຂະພາບຈະເລີນພັນ: ການປ່ຽນແປງທາງດ້ານຮ່າງກາຍ ແລະ ຈິດໃຈ, ການຖືພາໃນໄວໜຸ່ມ, ວິທີປ້ອງກັນການຖືພາ, ພະຍາດຕິດຕໍ່ທາງເພດສໍາພັນ ແລະ HIV/AIDS, ສິ່ງເສບຕິດ
3️⃣ ມີຄວາມຮູ້ທາງດ້ານທັກສະຊີວິດພື້ນຖານ: ການໃຊ້ຄວາມຮຸນແຮງ, ເພດ ແລະບົດບາດ, ການຮັກສາສຸຂະພາບ ແລະ ພາວະຊືມເສົ້າ, ທັກສະການຄິດບວກ
✅ ເງື່ອນໄຂຜູ້ສະໝັກແມ່ນ ເປັນໄວໜຸ່ມຍິງ-ຊາຍ ຫຼື ກຸ່ມຫຼາກຫຼາຍທາງເພດ ທີ່ມີອາຍຸລະຫວ່າງ 14-24 ປີ.
ໂອກາດດີໆແບບນີ້ບໍ່ຄວນພາດ 👉🏻 ເປີດຮັບສະໜັກມື້ນີ້ເປັນຕົ້ນໄປ ແລະ ປິດຮັບສະມັກ ທີ 20/07/2023
👉🏻ເລີ່ມຝຶກອົບຮົມ ອາທິດສຸດທ້າຍເດືອນ 07/2022
👉🏻ສໍາລັບໄວໜຸ່ມຜູ້ທີ່ມີຄວາມສົນໃຈ ສາມາດໂທເຂົ້າມາສະໝັກໄດ້ທີ່ເບີ 1361 ແລະ 137 ໄດ້ເລີຍຫຼື Whatsapp: 52174490
---------------------------------------------------------------------
Hello everyone, today Vientiane Women and Youth Center for Health and Development (VWYC) has good news for young students.
VWYC is open to young people who are interested in participating in training and volunteering at VWYC. The training will focus on the topic "Reproductive Health and Basic Life Skills."
Trainees will:
1️⃣ Be a volunteer of VWYC
2️⃣ Gain knowledge of reproductive health: Physical and mental changes, early pregnancy, how to prevent pregnancy, STIs and HIV / AIDS, drug abuse
3️⃣ gain basic knowledge of life skills: violence, s*x and role or gender equality, health and depression, positive thinking skills
Applications are sought from males and females aged between 14-24 years.
Do not miss this great opportunity.
👉🏻 Applications open today and close on 15/07/2022.
👉🏻 Training starts in the last week of July 2023
Young people who are interested can call to 1361 or 137 or WhatsApp 02052174490 to lodge an application.

--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
☎️ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
📱ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
🌐 Website: www.vwyclaos.org
💙 Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
🧡 Tik Tok: tiktok.com/

ໃນວັນທີ 27/05/2023 ທີ່ຜ່ານມາ, ທາງທີມງານ Health Care ຂອງພວກເຮົາກໍ່ໄດ້ເປັນກຽດເຂົ້າຮ່ວມການສະຫຼູບໂຄງການກັບບ້ານກັນ ແລະ ໄດ້ຂຶ້...
28/05/2023

ໃນວັນທີ 27/05/2023 ທີ່ຜ່ານມາ, ທາງທີມງານ Health Care ຂອງພວກເຮົາກໍ່ໄດ້ເປັນກຽດເຂົ້າຮ່ວມການສະຫຼູບໂຄງການກັບບ້ານກັນ ແລະ ໄດ້ຂຶ້ນນໍາສະເໜີເຖິງພາບລວມຂອງໂຄງການ Health Care ທີ່ໄດ້ດໍາເນີນເພື່ອສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນ ໂດຍສະເພາະແມ່ນໄວໜຸ່ມທີ່ຢູ່ໃນກຸ່ມເປົ້າໝາຍ

ພວກເຮົາຮູ້ສຶກຂອບໃຈຢ່າງຍິ່ງທີ່ທາງຫ້ອງການ STELLA ຍັງໄດ້ມອບໃບຢັ້ງຍືນເພື່ອເປັນການຊົມເຊີຍທີ່ໄດ້ສໍາເລັດການດໍາເນີນໂຄງການໃນຄັ້ງນີ້ ແລະ ທີມງານຂອງພວກເຮົາເຊື່ອໝັ້ນວ່າ ຈະສືບຕໍ່ເປັນ Alumni ຂອງໂຄງການກັບບ້ານກັນ ເພື່ອດໍາເນີນໂຄງການຂອງພວກເຮົາໃນປີຕໍ່ໆໄປ ເພື່ອຈະໄດ້ສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນໃຫ້ຫຼາຍຂຶ້ນ ເນື່ອງຈາກພວກເຮົາເຫັນເຖິງຄວາມສໍາຄັນໃນສຸຂະພາບຂອງທ່ານ ແລະ ສຸຂະພາບຂອງທຸກໆຄົນ

ຂອບໃຈເຖິງພາກສ່ວນທີ່ໃຫ້ທຶນ ແລະການສະໜັບສະໜູນໃນການດໍາເນີນໂຄງການຄັ້ງນີ້ຈົນຈົບ

້າວໄປພ້ອມກັນ
#ກັບບ້ານກັນ

#ສູູນໄວໜຸ່ມ

ຊ່ອງທາງໃນການຕິດຕໍ່ເພື່ອຂໍຄໍາປຶກສາດ້ານການດູແລສຸຂະພາບຢ່າງຖືກຕ້ອງ ແລະປອດໄພ
09/05/2023

ຊ່ອງທາງໃນການຕິດຕໍ່ເພື່ອຂໍຄໍາປຶກສາດ້ານການດູແລສຸຂະພາບຢ່າງຖືກຕ້ອງ ແລະປອດໄພ

ຖາມ-ຕອບ ກ່ຽວກັບສຸຂະພາບທາງເພດ, ສຸຂະພາບຈະເລີນພັນ💙
--------------------------------------------

ສາມາດມາໃສ່ຢາຝັງຄຸມກຳເນີດໃນມື້ທີ່ເປັນປະຈຳເດືອນ (ມື້ທີ 1-5 ຫລື ເຊົາເປັນປະຈຳເດືອນໃໝ່ໆກໍ່ໄດ້ ແຕ່ຕ້ອງບໍ່ທັນມີເພດສຳພັນໃນໄລຍະນັ້ນມາກ່ອນ)

ໃຜສາມາດມາໃສ່ຢາຝັງຄຸມກຳເນີດໄດ້ແນ່: ແມ່ນແມ່ຍິງທີ່ເປັນປະຈຳເດືອນແລ້ວ ແລະ ຕ້ອງການທີ່ຈະຄຸມກຳເນີດ ເພື່ອບໍ່ໃຫ້ຕົນເອງຖືພາ, ຜູ້ຊາຍບໍ່ສາມາດໃສ່ຳດ້ເດີ

ສາມາດໄປໃສ່ໄດ້ຢູ່ໃສ່ແນ່: ຢາຝັງຄຸມກຳເນີດສາມາດໄປຮັບບໍລິການ ຫລື ສາມາດໄປຝັງໄດ້ທີ່ໂຮງໝໍເມືອງ (ໂຮງໝໍຊຸມຊົນ) ແລະ ສາມາດມາໃສ່ກັບ ຄລີນິກໄວໜຸ່ມຂອງພວກເຮົາກໍໄດ້

ໃສ່ແລ້ວເຈັບບໍ່? ຍົກເຄື່ອງໜັກໄດ້ບໍ່?: ສຳລັບຢາຝັງຄຸມກຳເນີດ ແມ່ນອາດຈະມີການເຈັບບາດແຜ່ນ້ອຍໜື່ງ ປະມານ 1-2 ມື້ກໍເຊົາ ແລະ ສາມາດເຮັດວຽກໄດ້ປົກກະຕິ, ບໍ່ມີຜົນກະທົບໃນການເຮັດວຽກ

--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຂ່ອງທາງທີ່:
▪︎ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
▪︎ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
▪︎Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
▪︎Tik Tok: tiktok.com/

09/05/2023
🥰❤️❤️ ຄິດຮອດນ້ອງໆທີມງານທຸກຄົນ ທີ່ໄດ້ຮ່ວມງານ ແລະ ເຮັດວຽກຊ່ວຍກັນເປັນເວລາ 3 ມື້ເຊິ່ງພວກເຮົາໄດ້ສ້າງສາຍສໍາພັນເຊິ່ງກັນແລະກັນແລ...
28/02/2023

🥰❤️❤️
ຄິດຮອດນ້ອງໆທີມງານທຸກຄົນ
ທີ່ໄດ້ຮ່ວມງານ ແລະ ເຮັດວຽກຊ່ວຍກັນເປັນເວລາ 3 ມື້
ເຊິ່ງພວກເຮົາໄດ້ສ້າງສາຍສໍາພັນເຊິ່ງກັນແລະກັນ
ແລະ ໄດ້ມີຄວາມຊົງຈໍາດີໆຕໍ່ກັນໃນຄັ້ງນີ້ 😊

#ຄິດຮອດຫຼາຍ

ພວກເຮົາໄດ້ສໍາເລັດໂຄງການລົງເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບດ້ານສຸຂະພາບຈະເລີນພັນ ແລະ ເພດສຶກສາໃນຄັ້ງນີ້ໄດ້ ເນື່ອງຈາກມີຫຼາຍພາກສ...
28/02/2023

ພວກເຮົາໄດ້ສໍາເລັດໂຄງການລົງເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບດ້ານສຸຂະພາບຈະເລີນພັນ ແລະ ເພດສຶກສາໃນຄັ້ງນີ້ໄດ້ ເນື່ອງຈາກມີຫຼາຍພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຢູ່ເບື້ອງຫຼັງ, ແລະ ຄູອາຈານທີ່ໃຫ້ການຮ່ວມມື ແລະ ນ້ອງນັກຮຽນອາສາທີ່ກະຕືລືລົ້ນໃນການຊ່ວຍງານ


້າວໄປພ້ອມກັນ
#ກັບບ້ານກັນ


ໃນວັນທີ 22/02/2023  ພວກເຮົາໄດ້ສໍາເລັດໂຄງການ Health Care - ດູແລສຸຂະພາບ ເຊິ່ງເປັນໂຄງການເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບດ້ານສຸ...
27/02/2023

ໃນວັນທີ 22/02/2023

ພວກເຮົາໄດ້ສໍາເລັດໂຄງການ Health Care - ດູແລສຸຂະພາບ ເຊິ່ງເປັນໂຄງການເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບດ້ານສຸຂະພາບຈະເລີນພັນ ແລະ ເພດສຶກສາ ໃຫ້ແກ່ນ້ອງໆນັກຮຽນຢູ່ໂຮງຮຽນ ມ.ສ ຕູ້ຢ່າ, ທີ່ເມືອງໜອງແຮດ, ແຂວງຊຽງຂວາງ ໃນຈຸດປະສົງ:

• ເພື່ອໃຫ້ແມ່ຍິງຮູ້ເຖິງວິທີດູແລສຸຂະພາບ
ຊ່ວງກ້າວສູ່ໄວໜຸ່ມ
• ໃຫ້ໄວໜຸ່ມຮູ້ເຖິງວິທີຄຸມກໍາເນີດ ແລະ
ບໍ່ອັນຕະລາຍຕໍ່ສຸຂະພາບ
• ເພື່ອຫຼຸດຜ່ອນການຖືພາກ່ອນໄວອັນຄວນ
• ເພື່ອໃຫ້ໄວໜຸ່ມຮູ້ຈັກປ້ອງກັນ ແລະ
ຫຼີກລ່ຽງພະຍາດຕິດຕໍ່ທາງເພດສໍາພັນ
• ເພື່ອໃຫ້ໄວໜຸ່ມຮູ້ຈັກຊ່ອງທາງຕິດຕໍ່ເພື່ອຂໍຄໍາປຶກສາ
ເມື່ອມີຄວາມສ່ຽງຕິດພະຍາດຕິດຕໍ່ທາງເພດສໍາພັນ

ເຊິ່ງທາງທີມງານຂອງພວກເຮົາຮູ້ສຶກຂອບໃຈຢ່າງຍິ່ງທີ່ໄດ້ມີຫຼາຍພາກສ່ວນ ຜູ້ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນທຶນໃນການເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ໂຄງການຂອງພວກເຮົາສາມາດເກີດຂຶ້ນ ແລະ ສໍາເລັດໄດ້, ໂດຍສະເພາະແມ່ນ:
HELVETAS Laos
STELLA - ສະເຕ່ວລ້າ
U-GO Project - ກ້າວໄປພ້ອມກັນ
ກັບບ້ານກັນ
UNFPA Laos
VWYC Fans ສູນສຸຂະພາບ ພັດທະນາ ແມ່ຍິງ ແລະ ໄວໜຸ່ມ ນະຄອນຫຼວງວຽງຈັນ
ນອກຈາກນີ້, ພວກເຮົາກໍ່ຂໍຂອບໃຈຄູອາຈານທຸກທ່ານທີ່ໃຫ້ການຮ່ວມມືເປັນຢ່າງດີ ແລະ ໃຫ້ອໍານວຍຄວາມສະດວກຫຼາຍຢ່າງ ແລະ ຂອບໃຈນ້ອງໆນັກຮຽນທີ່ເປັນອາສາໃນການເປັນຜູ້ຊ່ວຍງານຂອງມື້ກິດຈະກໍາອີກດ້ວຍ



້າວໄປພ້ອມກັນ
#ກັບບ້ານກັນ

ພາບບັນຍາກາດຂອງມື້ທີ່ຈະເລີ່ມເຮັດກິດຈະກໍາໃນການເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບດ້ານສຸຂະພາບຈະເລີນພັນ ແລະ ເພດສຶກສາເຊິ່ງເປັນມື້ທີ...
25/02/2023

ພາບບັນຍາກາດຂອງມື້ທີ່ຈະເລີ່ມເຮັດກິດຈະກໍາໃນການເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບດ້ານສຸຂະພາບຈະເລີນພັນ ແລະ ເພດສຶກສາ

ເຊິ່ງເປັນມື້ທີ່ມອບຂອງທີ່ລະນຶກໃຫ້ແກ່ນ້ອງໆນັກຮຽນ ທີ່ເປັນອາສາຜູ້ຊ່ວຍໃນມື້ງານຕົວຈິງຂອງໂຄງການ ທີ່ຈະເຜີຍແຜ່ໃຫ້ນ້ອງນັກຮຽນອີກ 100 ຄົນ ໃນວັນທີ 22/02/2023

ຂອບໃຈທາງທີມງານຂອງ HELVETAS Laos ແລະ STELLA ທີ່ໄດ້ລົງຕິດຕາມເພື່ອຄອຍໃຫ້ຄໍາປຶກສາໃຫ້ແກ່ພວກນ້ອງໃນຄັ້ງນີ້


້າວໄປຂ້າງໜ້າ

#ກັບບ້ານກັນ

Address

Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Website

Alerts

Be the first to know and let us send you an email when Health care ດູແລສຸຂະພາບ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram