SUN Business Network Laos

SUN Business Network Laos SUN Business Network (SBN) is one of the four global networks that support SUN countries. In Laos it is being convened by WFP, EU, PSI and Save the Children

ໃນວັນທີ 4 ສິງຫາ 2023, ສູນໂພຊະນາການ ໄດ້ລົງຢ້ຽມຢາມ ໂຮງງານຕັດຫຍິບ ອານປີ ແລະ ບໍລິສັດ ເອດີຊີ ພັດທະນາການປາມົງ, ກໍາແພງນະຄອນວຽງຈ...
08/08/2023

ໃນວັນທີ 4 ສິງຫາ 2023, ສູນໂພຊະນາການ ໄດ້ລົງຢ້ຽມຢາມ ໂຮງງານຕັດຫຍິບ ອານປີ ແລະ ບໍລິສັດ ເອດີຊີ ພັດທະນາການປາມົງ, ກໍາແພງນະຄອນວຽງຈັນ ເພື່ອສະເຫຼີມສະຫຼອງ ສັບປະດາສາກົນການລ້ຽງລູກດ້ວຍນົມແມ່.
ກິດຈະກໍາດັ່ງກ່າວ ມີຜູ້ເຂົ້າຮ່ວມຫຼາຍກ່ວາ 220 ຄົນ ໂດຍມີ ພະນັກງານກໍາມະກອນຍິງ 200 ຄົນ ຂອງໂຮງງານຕັດຫຍິບ ໄດ້ເຂົ້າຮ່ວມຮັບຟັງ ການເຜີຍແຜ່ໃຫ້ຄວາມຮູ້ ກ່ຽວກັບ ການຊ່ວຍຊູການລ້ຽງລູກດ້ວຍນົມແມ່ ແລະ ການເລືອກບໍລິໂພກ ອາຫານທີ່ມີຄວາມຫຼາກຫຼາຍ ເພື່ອໂພຊະນາການທີ່ດີ. ການເຜີຍແຜ່ຄວາມຮູ້ ແມ່ນເພື່ອ ປະກອບສ່ວນສ້າງເງື່ອນໄຂ ໃຫ້ເກີດການປະຕິບັດເພື່ອສຸຂະພາບ ແລະ ໂພຊະນາການທີ່ດີ ຂອງຕົນ ແລະ ລູກຫຼານ. ເຄືອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການ ໄດ້ສືບຕໍ່ຊ່ວຍປະສານງານກັບພາກທຸລະກິດ ເພື່ອຕໍ່ຍອດການສະໜັບສະໜູນທີ່ຜ່ານມາ ຜ່ານແຜນງານສົ່ງເສີມໂພຊະນາການໃນບ່ອນເຮັດວຽກ.
ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງສູນໂພຊະນາການ ທີ່ເປັນເຈົ້າການຈັດຕັ້ງ ແຜນງານສົ່ງເສີມໂພຊະນາການໃນບ່ອນເຮັດວຽກ ເພື່ອປະກອບສ່ວນແກ້ໄຂບັນຫາການຂາດໂພຊະນາການ ໃນ ສປປ ລາວ. ຂໍສະແດງຄວາມຮູ້ບຸນຄຸນ ມາຍັງບໍລິສັດ ອານປີລາວ ອິນເຕີເນຊັນແນລ໌ ແລະ ບໍລິສັດ ເອດີຊີ ພັດທະນາການປາມົງ ທີ່ຮ່ວມຈັດກິດຈະກໍາ ແລະ ຈະສືບຕໍ່ໃຫ້ຄວາມຮ່ວມມື ໃນການສົ່ງເສີມ ແຜນງານສົ່ງເສີມໂພຊະນາການດັ່ງກ່າວ.
On 4th August 2023, the Nutrition Center marked World Breastfeeding Week by visiting ALPI Garment Factory and Aquatic Development Company (ADC) in Vientiane Capital.

Over 220 participants, including 200 female workers, engaged in a session focusing on breastfeeding support and diverse nutrition choices. It aims to encourage better nutrition practices for both participants and their children. The visits were organized by SUN Business Network and complemented earlier support through the Workforce Nutrition Programme (WNP).

Special thanks to the Nutrition Center for spearheading the promotion of WNP to combat malnutrition in Lao PDR. Gratitude to ALPI and ADC for their hospitality and interest in further WNP collaboration. World Food Programme ໂພຊະນາການ Pho Sa Na Kan ອານພີລາວ - Alpilao ADC Aquatic Development Company

ຮ່ວມສົ່ງເສີມ ສັບປະດາສາກົນການລ້ຽງລູກດ້ວຍນົມແມ່! ຂໍຂອບໃຈ ທ່ານ ນາງ ເພັງນະຄອນ ຈາກໂຮງງານຕັດຫຍິບດິບຫວູ ເຂົ້າຮ່ວມສົນທະນາແບ່ງປັນ...
02/08/2023

ຮ່ວມສົ່ງເສີມ ສັບປະດາສາກົນການລ້ຽງລູກດ້ວຍນົມແມ່! ຂໍຂອບໃຈ ທ່ານ ນາງ ເພັງນະຄອນ ຈາກໂຮງງານຕັດຫຍິບດິບຫວູ ເຂົ້າຮ່ວມສົນທະນາແບ່ງປັນ ກ່ຽວກັບ ການຊຸກຍູ້ພະນັກງານໃຫ້ມີເງື່ອນໄຂໃນການໃຫ້ນົມລູກ thanks Ms Phengnakhone from Diep Vu company, representing SUN Business Network to join a pannelist disucssion to share breastfeeding practices in the World Breastfeeding Week on 2 August 2023 ໂຮງງານ ຕັດຫຍິບ ດິບຫວູ ໂພຊະນາການ Pho Sa Na Kan

ຂອບໃຈ ຕົວແທນ ຈາກ ບໍລິສັດ ໄໝສະຫວັນ ເຂົ້າຮ່ວມ ສະຫຼອງ ວັນໂພຊະນາການແຫ່ງຊາດ ທີ່ສູນການ ວຽງຈັນເຊັນເຕີ, ທ່ານໃດສະດວກ ເຊີນແວ່ຊົມງາ...
30/07/2023

ຂອບໃຈ ຕົວແທນ ຈາກ ບໍລິສັດ ໄໝສະຫວັນ ເຂົ້າຮ່ວມ ສະຫຼອງ ວັນໂພຊະນາການແຫ່ງຊາດ ທີ່ສູນການ ວຽງຈັນເຊັນເຕີ, ທ່ານໃດສະດວກ ເຊີນແວ່ຊົມງານດັ່ງກ່າວໄດ້ ຈົນຮອດ 19 ໂມງຂອງມື້ນີ້ 30 ກໍລະກົດ 2023 ໂພຊະນາການ Pho Sa Na Kan Mai Savanh Lao thanks Mai Savanh, as SUN Business Network for your participation to the National Nutrition Day at 30 Jul 2023 at Vientiane Center! Looking forward to seeing you there!

This organic flour might be interested for you to try!
03/06/2023

This organic flour might be interested for you to try!

To all our celiac and gluten sensitive customers. We have exciting news!

1 TO 1 GLUTEN FREE FLOUR!

Made from 100% organic products grown on AgroAsie Farm. All products are grown and processed at our facility with the utmost care taken for your enjoyment and safety.
This blend is best used for Cakes, Muffins, and Tarts. Stay tuned for other new creations coming soon.

ຊົມເຊີຍເດີ!
24/05/2023

ຊົມເຊີຍເດີ!

ສໍາລັບ ບັນດາທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມປະຊຸມອອນລາຍ ເພື່ອຮັບຮູ້ ກ່ຽວກັບ ວັນສາກົນ ສົ່ງເສີມນໍ້ານົມ ແລະ ຜະລິດຕະພັນນົມ ໃນວັນ...
23/05/2023

ສໍາລັບ ບັນດາທ່ານ ທີ່ມີຄວາມສົນໃຈເຂົ້າຮ່ວມປະຊຸມອອນລາຍ ເພື່ອຮັບຮູ້ ກ່ຽວກັບ ວັນສາກົນ ສົ່ງເສີມນໍ້ານົມ ແລະ ຜະລິດຕະພັນນົມ ໃນວັນທີ 1 ມີຖຸນາ 2023, ສາມາດ ລົງທະບຽນເຂົ້!ຮ່ວມຜ່ານລິ້ງນີ້: https://tinyurl.com/WorldMilkDayWebinar2023
For those who may be interested in attending a webina to learn about the World Milk Day _ 1st June 2023, you are invited to register via the link https://tinyurl.com/WorldMilkDayWebinar2023

ສໍາລັບ ທ່ານໃດ ທີ່ສົນໃຈ ກ່ຽວກັບ ການປັບປ່ຽນລະບົບການສະໜອງອາຫານ ໂດຍການນໍາໃຊ້ນະວັດຕະກໍາ ແລະ ການຮ່ວມມືຈາກພາກທຸລະກິດ ຈາກກໍລະນີສ...
19/04/2023

ສໍາລັບ ທ່ານໃດ ທີ່ສົນໃຈ ກ່ຽວກັບ ການປັບປ່ຽນລະບົບການສະໜອງອາຫານ ໂດຍການນໍາໃຊ້ນະວັດຕະກໍາ ແລະ ການຮ່ວມມືຈາກພາກທຸລະກິດ ຈາກກໍລະນີສຶກສາຂອງປະເທດໄນຈີເຣຍ ແລະ ການປັບຕາມສະພາບ ລະບົບການສະໜອງອາຫານຂອງໂລກ, ທ່ານ ສາມາດລົງທະບຽນ ເຂົ້າຮ່ວມກອງປະຊຸມ ຜ່ານລະບົບອອນລາຍໄດ້ທີ່ https://bit.ly/InnovationDayWebinar

You may be interested in joining the webina about the Transforming Food Systems through Private Sector Innovation and Collaboration, from a Nigerian case and how this can be contextualised to the world's food systems. Please register at https://bit.ly/InnovationDayWebinar

To address high rates of   & child stunting, SBN   is improving workforce  , particularly among women, by working with t...
10/03/2023

To address high rates of & child stunting, SBN is improving workforce , particularly among women, by working with the government, private sector, & various # agencies 👏
SBN’s Women & Youth Strategy highlights the importance of strengthening workplace initiatives to safeguard nutritional needs for women. Read more here: https://bit.ly/SBNGenderStrategy
Global Alliance for Improved Nutrition World Food Programme

ເຄືອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການ (SUN Business Network) ຂໍຖືເປັນກຽດຢ່າງສູງ ທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ກອງປະ...
23/02/2023

ເຄືອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການ (SUN Business Network) ຂໍຖືເປັນກຽດຢ່າງສູງ ທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມແຫ່ງຊາດ ດ້ານໂພຊະນາການ ຄັ້ງທີ 8 ໃນວັນທີ 21 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ,ເຊິ່ງເປັນໂອກາດອັນດີ ທີ່ໄດ້ກ່າວເຖິງການປະກອບສ່ວນ ທີ່ສໍາຄັນ ຂອງເຄືອຂ່າຍ ສົ່ງເສີມວຽກງານໂພຊະນາການ ກໍ່ຄືພາກທຸລະກິດ ໃນ ສປປ ລາວ.

“ຂ້າພະເຈົ້າມີຄວາມພູມໃຈ ທີ່ພາກລັດ ໄດ້ເລັງເຫັນເຖິງ ຄວາມສໍາຄັນ ຂອງພາກທຸລະກິດ ທີ່ເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ ໃນຖານະເປັນຜູ້ປະກອບສ່ວນ ທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍການນໍາໃຊ້ທັກສະ ແລະ ຄວາມຊຳນິຊໍານານ ຂອງຕົນ ເຂົ້າໃນການສົ່ງເສີມ ປັບປຸງດ້ານໂພຊະນາການ.”ກ່າວໂດຍ ທ່ານ ນາງ ຈັນໂສດາ ຫຼວງໂຄດ, ຜູ້ຈັດການຝ່າຍຜະລິດ ແລະ ຝ່າຍຂາຍ, ບໍລິສັດ ໄໝສະຫວັນ.

ບໍລິສັດ ໄໝສະຫວັນ, ໂດຍການສົ່ງເສີມການປູກພືດຜັກ ຕາມມາດຕະຖານກະສິກໍາອິນຊີ, ແມ່ນໜຶ່ງໃນ ຮູບແບບທຸລະກິດຕົວແບບ ທີ່ຜະລິດ ອາຫານທີ່ມີຄຸນຄ່າດ້ານໂພຊະນາການສູງ ເຊິ່ງຊ່ວຍ ສ້າງສະພາບແວດລ້ອມທີ່ສົ່ງເສີມໂພຊະນາການທີ່ດີ ສໍາລັບ 2.000 ກ່ວາ ຄອບຄົວ ໃນແຂວງເຊກອງຫຼາຍກ່ວາ 15 ປີ ຜ່ານໂຄງການ ຊ່ວຍເຫຼືອສັງຄົມ. ບໍລິສັດ ໄໝສະຫວັນ ຍັງມີແຜນທີ່ຈະຜະລິດ ອາຫານແປຮູບເພື່ອພ້ອມໃຊ້ (RUSF) ເພື່ອຊ່ວຍປ້ອງກັນ ແລະ ປິ່ນປົວ ພະຍາດຂາດສານອາຫານໃນຂັ້ນປານກາງ ແລະ ຮຸນແຮງ. ອາຫານແປຮູບເພື່ອພ້ອມໃຊ້ ດັ່ງກ່າວ ແມ່ນເປັນອາຫານ ທີ່ມີການເພີ່ມວິຕາມິນ ແລະ ແຮ່ທາດ ທີ່ຈໍາເປັນ ຕາມຄວາມຕ້ອງການຂອງຮ່າງກາຍຄົນເຮົາ.

ເຄືອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການ ຂໍສະແດງຄວາມຂອບໃຈ ມາຍັງ ບໍລິສັດ ໄໝສະຫວັນ ແລະ ຫົວໜ່ອຍທຸລະກິດອື່ນໆ ທີ່ໄດ້ຮ່ວມສະໜອງ ຜະລິດຕະພັນ ທີ່ມີຄຸນຄ່າດ້ານໂພຊະນາການສູງ ແລະ ສືບຕໍ່ຊຸກຍູ້ວຽກງານສົ່ງເສີມໂພຊະນາການ. ຫວັງເປັນຢ່າງວ່າ ຈະໄດ້ມີການສືຕໍ່ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັນ ກັບບັນດາທ່ານ ເພື່ອຮ່ວມກັນ ສົ່ງເສີມ ວຽກງານໂພຊະນາການ ໃນ ສປປ ລາວ.

SUN Business Network (SBN) has the honor of participating in the 8th National Nutrition Forum on 21 February 2023 at the National Conventional Center, which highlighted contributions of the nutrition network in Lao PDR including private sector.

“I am proud that the private sector has been increasingly recognized by the public sector as a key contributor to both social and economic development with its extensive expertise that can provide solutions for improved nutrition,” Chansoda Luangkhot, Production and Sales Manager of Mai Savanh Lao Co., Ltd said during the forum.

Mai Savanh, an organic crop production business, is one of the role model businesses which produce high nutritional value foods and help build a nutritious environment for over 2,000 families in Sekong Province through a social project for more than 15 years. Mai Savanh is also planning to produce a Ready-to-Use Supplementary Food (RUSF) to help prevent and treat moderate and severe acute malnutrition. RUSF will be fortified with necessary high vitamin and mineral contents.

SBN would like to thank Mai Savanh and other businesses for providing high-quality nutrition products and for their continued contributions. We look forward to maintaining further collaboration to end malnutrition in Lao PDR.

ແຜນງານສົ່ງເສີມໂພສະນາການ ໃນສະຖານທີ່ເຮັດວຽກ (WNP) ຊ່ວຍສົ່ງເສີມ ການບໍລິໂພກອາຫານທີ່ປອດໄພ ແລະ ດີຕໍ່ສຸຂະພາບ ແລະ ການຮັກສາໂພຊະນາ...
28/12/2022

ແຜນງານສົ່ງເສີມໂພສະນາການ ໃນສະຖານທີ່ເຮັດວຽກ (WNP) ຊ່ວຍສົ່ງເສີມ ການບໍລິໂພກອາຫານທີ່ປອດໄພ ແລະ ດີຕໍ່ສຸຂະພາບ ແລະ ການຮັກສາໂພຊະນາການທີ່ດີ ໃນສະຖານທີ່ເຮັດວຽກ. ເປັນແຜນງານທີ່ສອດຄ່ອງ ກັບແຜນງານຍ່ອຍ ເພື່ອສົ່ງເສີມໂພຊະນາການ ຕາມແຜນພັດທະນາຂະແໜງສາທາລະນະສຸກ ຄັ້ງທີ 9 (ປີ 2021 – 2025).

ໃນວັນທີ 22 ທັນວາ ປີ 2022, ບໍລິສັດ ບີຄອັບເພິເຣດ ເອັກສະປອດ ຈໍາກັດ ໄດ້ຮັບຕ້ອນ ການແນະນໍາ ແຜນງານສົ່ງເສີມໂພຊະນາການໃນສະຖານທີ່ເຮັດວຽກ ແລະ ເຜີຍແຜ່ໃຫ້ຄວາມຮູ້ ໂດຍເນັ້ນໜັກໃສ່ ການສົ່ງເສີມການເລືອກບໍລິໂພກອາຫານ ທີ່ດີຕໍ່ສຸຂະພາບ ແລະ ການສົ່ງເສີມການລ້ຽງລູກດ້ວຍນົມແມ່ ຢ່າງເປັນປົກກະຕິ ໃນກຸ່ມພະນັກງານຕັດຫຍິບ ທີ່ກວມເອົາ ກຸ່ມເປົ້າໝາຍ ທີ່ເປັນເພດຍິງ ເປັນສ່ວນຫຼາຍ. ແຜນງານສົ່ງເສີມໂພສະນາການ ໃນສະຖານທີ່ເຮັດວຽກ ຍັງຊ່ວຍສົ່ງເສີມສ້າງ ການຈັດຕັ້ງປະຕິບັດ ບັນດານະໂຍບາຊຸກຍູ້ທີ່ມີໃນປະຈຸບັນຂອງໂຮງງານດັ່ງກ່າວ ເຊັ່ນ: ເວລາເຂົ້າວຽກທີ່ມີຄວາມຢືດຢຸ່ນ ສໍາລັບແມ່ມານ ແລະ ແມ່ລູກອ່ອນ ແລະ ເງິນອຸດໜູນເຂົ້າສວຍ. ກິດຈະກໍາເຜີຍແຜ່ຄວາມຮູ້ໃນຄັ້ງນີ້ ແມ່ນຈັດຕັ້ງໂດຍ ສູນໂພຊະນາການ (ໂພຊະນາການ Pho Sa Na Kan) ໂດຍການສະໜັບສະໜູນ ຈາກອົງການອາຫານໂລກ (World Food Programme) ແລະ ໄດ້ຮັບການຊຸກຍູ້ຮ່ວມມືຈາກ ສະມາຄົມ ອຸດສະຫະກໍາຕັດຫຍິບລາວ (ສະມາຄົມອຸດສະຫາກຳຕັດຫຍິບລາວ Association of Lao Garment Industry). ມີຜູ້ເຂົ້າຮ່ວມ ທັງໝົດ 33 ຄົນ ໂດຍລວມມີ ພະນັກງານກໍາມະກອນເພດຍິງ 31 ຄົນ ເຂົ້າຮ່ວມນໍາ.

ເຄືອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການ ຊຸກຍູ້ ແຜນງານສົ່ງເສີມໂພສະນາການ ໃນສະຖານທີ່ເຮັດວຽກ ເພື່ອຊ່ວຍສ້າງເງື່ອນໄຂ ການເສື່ອມສານຮ່ວມມື ລະຫວ່າງ ພາກລັດ-ພາກທຸລະກິດ ເພື່ອຮ່ວມກັນ ສົ່ງເສີມແຜນງານແຫ່ງຊາດດ້ານໂພຊະນາການ ແລະ ການຮັກສາສຸຂະພາບ ໃນສະຖານທີ່ເຮັດວຽກ.

Workforce Nutrition Programme (WNP) helps to promote healthy and safe food consumption and promote nutrition in workplaces. WNP is aligned with the sub-program on nutrition of the 9th Health Sector Development Plan (2021-2025).

On 22 December 2022, Be-Cooperate Export Co., Ltd., hosted an event to introduce the WNP, focused on promoting the consumption of a healthy diet and regular and safe breastfeeding among its garment workers, who are predominantly women. The WNP builds on existing supports in the factory, including flexible working hours for pregnant and lactating women and provision of a healthy lunch subsidy. The event was delivered by the Nutrition Center with support from World Food Programme (WFP), in cooperation with the Association of Lao Garment Industry (ALGI). There were 33 participants including 31 female garment workers.

The SUN Business supports the WNP to help strengthen the public-private linkage/partnership to promote the national program on nutrition and healthcare at workplaces.

16/12/2022

ຂໍນໍາສະເໜີ ວີດີໂອ ໃຫ້ຄວາມຮູ້ ກ່ຽວກັບ ການປ້ອງກັນການປົນເປື້ອນຂ້າມ ເພື່ອເພີ່ມຄວາມປອດໄພຂອງອາຫານ Let's have a look a video introducing cross-contamination prevention measures to help ensure safety of our foods

ບໍລິສັດດິບຫວູ ຈໍາກັດ ໄດ້ສືບຕໍ່ຄວາມມຸ້ງໝັ້ນ ໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມວຽກງານໂພຊະນາການ ໃນສະຖານທີ່ເຮັດວຽກ ເພື່ອສົ່ງ...
15/11/2022

ບໍລິສັດດິບຫວູ ຈໍາກັດ ໄດ້ສືບຕໍ່ຄວາມມຸ້ງໝັ້ນ ໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມວຽກງານໂພຊະນາການ ໃນສະຖານທີ່ເຮັດວຽກ ເພື່ອສົ່ງເສີມສຸຂະພາບ ແລະ ປະສິດທິຜົນໃນການປະກອບສ່ວນວຽກງງານຂອງພະນັກງານ. ໃນວັນທີ 3 ພະຈິກ ປີ 2022, ບໍລິສັດດັ່ງກ່າວ ໄດ້ຈັດຕັ້ງການເຜີຍໃຫ້ແຜ່ຄວາມຮູ້ ພາຍໃຕ້ແຜນງານສົ່ງເສີມໂພຊະນາການໃນສະຖານທີ່ເຮັດວຽກ, ເຊິ່ງໄດ້ຈັດຕັ້ງທີ່ ສາຂາ 2 ຂອງໂຮງງານ, ທີ່ບ້ານທ່າມ່ວງ, ເມືອງຫາດຊາຍຟອງ. ໂດຍສູນໂພຊະນາການ ເປັນຜູ້ເຜີຍແຜ່ໃຫ້ຄວາມຮູ້ ພາຍໃຕ້ການສະໜັບສະໜູນ ຈາກອົງການອາຫານໂລກ ຜ່ານ ເຄື່ອຂ່າຍພາກທຸລະກິດເພີື່ອສົ່ງເສີມໂພຊະນາການ, ແລະ ມີພະນັກງານກໍາມະກອນ ຂອງໂຮງງານ ເຂົ້າຮ່ວມຮັບຟັງ ຈໍານວນ 30 ທ່ານ. ການຮ່ວມມືກັນ ໃນຄັ້ງນີ້ ແມ່ນແນໃສ່ ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈ ຕໍ່ການຮັກສາໂພຊະນາການ ແລະ ການດູແລຮັກສາສຸຂະພາບທີ່ດີ ຂອງບັນດາພະນັກງານກໍາມະກອນ, ໂດຍສະເພາະກໍ່ເພື່ອສົ່ງເສີມຈັດຕັ້ງປະຕິບັດ ນະໂຍບາຍສົ່ງເສີມສຸຂະພາບ ຂອງໂຮງງານທີ່ມີຢູ່ໃນປະຈຸບັນ ໃຫ້ມີປະສິດທິຜົນທີ່ດີຍິ່ງຂຶ້ນ, ເຊັ່ນວ່າ ການການຫຼຸດຜ່ອນຍືດຍຸ່ນເວລາເຮັດວຽກໃນແຕ່ລະມື້ ແລະ ການພັກວຽກໃນຊ່ວງຖືພາ ແລະ ໃລໃຍລ້ຽງລູກດ້ວຍນົມແມ່ ຂອງແມ່ມານ ແລະ ແມ່ລູກອ່ອນ, ຕະຫຼອດເຖິງ ການນໍາໃຊ້ເງິນອຸດໜູນເຂົ້າສວຍ ເພື່ອໂພຊະນາການທີ່ດີ.
Diep Vu Co., Ltd., has committed to fostering nutritional practices in the workplace to enhance the productivity and health of employees. On November 3rd, 2022, they hosted a training to promote the Workforce Nutrition Program (WNP) at their Factory 2, in Thamuang, Hadxaifong. The session was delivered by the Nutrition Center with support from World Food Programme (WFP) as the convener of the SUN Business Network, bringing together 30 participants, mostly female staff. This partnership aims to help the workers understand and cultivate healthy behaviours on nutrition, health and well-being by building on existing support from the factory, such as flexible working time and paid leave for pregnant and lactating women and healthy food subsidies.

Relevant article: https://sunbusinessnetwork.org/stories/sbn-laos-holds-workforce-nutrition-training-for-garment-factory-workers/

Address

Vientiane

Alerts

Be the first to know and let us send you an email when SUN Business Network Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram