07/10/2015
#ບົດຄວາມທີ 4: ວ່າດ້ວຍການສັກວັກຊິນແລ້ວລູກເປັນໄຂ້ ຫຼື ອາດບໍ່ເປັນໄຂ້
ແມ່ມືໃໝ່ ແລະ ແມ່ລູກອ່ອນທັງຫລາຍແນ່ນອນຢູ່ແລ້ວຄົງຈະເຄີຍພາລູກໄປສັກວັກຊີນມາຫລາຍຄັ້ງ ແລະ ສໍາລັບບາງຄົນພາຍຫລັງສັກມາແລ້ວລູກມັກຈະເປັນໄຂ້ ຫຼື ອາດຈະບໍ່ເປັນພຽງແຕ່ຄີງຮ້ອນທໍາມະດາກໍ່ມີ ເຊິ່ງທ່ານໝໍ ແລະ ນາງພະຍາບານກໍ່ບອກສະເໝີວ່າເປັນເລື່ອງປົກກະຕິ.
ແຕ່ບໍ່ດົນມານີ້ແມ່ມົນມີໂອກາດໄດ້ລົມກັບແມ່ລູກອ່ອນລຸ້ນເອື້ອຍທ່ານໜຶ່ງ ພໍດີເພີ່ນກຊ່ເວົ້າຜ່ານໆອອກມາວ່າ ເຄີຍໄດ້ຍິນຂະເຈົ້າເວົ້າວ່າ “ເວລາເອົາລູກໄປສັກຢາຢູ່ປະເທດຂ້າງຄຽງແລ້ວລູກຈະມີໄຂ້ ແປວ່າພູມຄຸ້ມກັນລູກຂຶ້ນ ແຕ່ເວລາສັກຢູ່ລາວບໍ່ມີ ແລ້ວແປວ່າພູມຄຸ້ມກັບບໍ່ຂຶ້ນ ຈັກແມ່ນແທ້ຫລືບໍ່?” ຄໍາຖາມນີ້ກໍ່ເລີຍຕີດໃນໃຈແອັດມີນມາ ແລະເຮັດໃຫ້ຖາມໂຕເອງວ່າ ມີແມ່ໆອີກຈັກຄົນທີ່ເຂົ້າໃຈແນວນີ້ ຫລື ກໍາລັງຫາຄໍາຕອບຢູ່ຄືກັນ?
ອີງຕາມຄວາມຮູ້ທີ່ແອັດມິນມີກ່ຽວກັບວິທະຍາສາດສຸຂະພາບຄົນເຮົາ ແລະ ຈາກການຊອກຮຽນຮູ້ຮຽນອ່ານຈາກຫລາຍໆແຫຼ່ງ ຈິ່ງຢາກຂໍແບ່ງປັນຄວາມຮູ້ດັ່ງນີ້:
ນັບແຕ່ເວລາກ່ອນຖືພາ ແມ່ແຕ່ລະຄົນຈະມີສຸຂະພາບບໍ່ຄືກັນ ເຊັ່ນ ບາງທ່ານໄວຕໍ່ເຊື້ອພະຍາດ ພໍອາກາດປ່ຽນໜ້ອຍໜຶ່ງກໍ່ເປັນໄຂ້ເປັນໄອ ແຕ່ບາງທ່ານປີໜຶ່ງໆກໍ່ບໍ່ເຄີຍເປັນໄຂ້ເລີຍກໍ່ມີ ເນື່ອງຈາກແມ່ແຕ່ລະຄົນບໍ່ຄືກັນ ນັບຕັ້ງແຕ່ສະພາບຮ່າງກາຍ, ການກິນ ການຢູ່, ການດໍາລົງຊີວິດ ຫຼື ພະຍາດປະຈໍາໂຕ ໃນຂະນະທີ່ຖືພາ ແມ່ເອງຈະແບ່ງປັນທັງອາຫານ, ອາກາດ ກັບລູກ ໂດຍຜ່ານເສັ້ນເລືອດໃນຮູບແບບສາຍແຮ່ ໃນສາຍແຮ່ນີ້ຈະບໍ່ມີການສົ່ງຜ່ານພຽງແຕ່ສານອາຫານ ຫຼື oxygen ເທົ່ານັ້ນ ແຕ່ຈະມາການສົ່ງຜ່ານບາງພູມຄຸ້ມກັນສູ່ລູກໃນທ້ອງພ້ອມ ດັ່ງນັ້ນແມ່ທີ່ມີຄວາມຕ້ານທານຕໍ່ພະຍາດສູງກໍ່ຈະມີການສົ່ງຜ່ານບາງພູມຄຸ້ມກັນໃຫ້ລູກແນ່ແລ້ວໂດຍພື້ນຖານ ແລະ ຍິ່ງຫາກລູກໄດ້ກິນນົມແມ່ ແມ່ກໍ່ຍັງສົ່ງຜ່ານພູມຄຸ້ມກັນມາໃຫ້ລູກຜ່ານນໍ້ານົມຕື່ມອີກ ພາຍຫລັງໄປສັກຢາ ຫາກປະກົດວ່າລູກບໍ່ເປັນໄຂ້ ພຽງແຕ່ໂຕຮ້ອນຮຸ່ມໆໜ້ອຍໜຶ່ງກໍ່ເຊົາ ກໍ່ບໍ່ໄດ້ໝາຍຄວາມວ່າວັກຊີນບໍ່ດີ ຫຼື ລູກບໍ່ໄດ້ພູມຄຸ້ມກັນ ຫາກພຽງແຕ່ລູກອາດມີສະສົມມາແຕ່ໃນທ້ອງແມ່ແລ້ວ 😊
ຕົວຢ່າງລູກແອັດມິນໂດຍສ່ວນຕົວແອັດມິນບໍ່ມີພະຍາດປະຈໍາໂຕ, ບໍ່ແພ້ຢາ ຫຼື ອາຫານຫຍັງ, ປີໜຶ່ງໆກໍ່ບໍ່ຄ່ອຍຈະເປັນໄຂ້ຍ້ອນອາກາດປ່ຽນແປງ ຫຼື ຍາມລະດູໄຂ້ຫວັດ ຫາກຈະເປັນກໍ່ເປັນຍ້ອນສາເຫດອື່ນ (ເຊັ່ນ: ເຫືອກອັກເສບຈົນເປັນໄຂ້) ໂຕພໍ່ຂອງລູກນັ້ນ ແພ້ຝຸ່ນ(ບາງຄັ້ງ), ເປັນອໍາມິດານ ເມື່ອກິນເຢັນ ຫຼື ຢູ່ອາກາດເຢັນກໍ່ຈະເລີ່ມເປັນຫວັດເປັນໄອ ແລະ ເປັນໄຂ້ໃນທີ່ສຸດ ເມື່ອລູກເກີດມາໂຊກດີທີ່ບໍ່ໄດ້ນໍາພໍ່ມາ ເພາະພໍ່ບໍ່ໄດ້ອຸ້ມທ້ອງ ບໍ່ໄດ້ປັນອາຫານ, ປັນອາກາດ, ປັນສານຕ່າງໆນໍາລູກຜ່ານສາຍແຮ່ ລູກຈິງທົນທານຄືແມ່ ເພາະທຸກຄັ້ງທີ່ພາໄປສັກຢາລູກແມ່ມົນຈະພຽງແຕ່ຄີງຮ້ອນຮຸ່ມໆ (ບໍ່ເຖິງຮ້ອນຈົນເປັນໄຂ້) ເມື່ອຜ່ານໜຶ່ງຄືນບໍ່ເກີນມື້ທີ່ສອງກໍ່ເຊົາ ອັນທີ່ບໍ່ເຊົາແມ່ນຈະມີລິດມີເດດເພີ່ມຂຶ້ນມາໃຫ້ຈາກທຸກເຂັມທີ່ສັກ 😂
ດັ່ງນັ້ນບໍ່ໄດ້ໝາຍຄວາມວ່າຢາບ້ານເພີ່ນດີ ບ້ານເຮົາບໍ່ດີ ຫຼື ລູກເພີ່ນໄດ້ພູມຄຸ້ມກັນ ແຕ່ລູກເຮົາບໍ່ໄດ້ ພຽງແຕ່ປັນໃຈຂອງແມ່ ແລະ ລູກບຊ່ຄືກັນ ປະຕິກິລິຍາສະແດງອາການຈິ່ງບໍ່ຄືກັນ 😊