Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ

Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ ບ່ອນພັດທະນາເດັກ ໄວໜຸ່ມ ແລະ ຄອບຄົວ

🌟 ເຄີຍປວດຫົວເພາະເມນູອາຫານຂອງລູກບໍ່? ເຂົ້າຜັດໃສ່ຜັກເລັກນ້ອຍກໍເຂ່ຍອອກ, ຫຼື ບາງຄັ້ງພຽງແຕ່ໄດ້ກິ່ນອາຫານບາງຢ່າງ ລູກກໍຟ້າວສັ່ນຫ...
19/05/2026

🌟 ເຄີຍປວດຫົວເພາະເມນູອາຫານຂອງລູກບໍ່?
ເຂົ້າຜັດໃສ່ຜັກເລັກນ້ອຍກໍເຂ່ຍອອກ, ຫຼື ບາງຄັ້ງ
ພຽງແຕ່ໄດ້ກິ່ນອາຫານບາງຢ່າງ ລູກກໍຟ້າວສັ່ນຫົວ
ປະຕິເສດທັນທີ.

ກ່ອນທີ່ພວກເຮົາຈະເບິ່ງວ່າ
ລູກເລືອກກິນຍ້ອນເອົາແຕ່ໃຈ
ມາລອງທຳຄວາມເຂົ້າໃຈເບື້ອງຫຼັງ
ທາງວິທະຍາສາດນຳກັນກ່ອນ:

🧠 ເມື່ອການເລືອກກິນສໍາພັນກັບລະບົບປະສາດ:
ເດັກນ້ອຍມີລະບົບປະສາດຮັບກິ່ນ
ແລະ ລະບົບປະສາດຮັບລົດຊາດທີ່
ໄວກວ່າຜູ້ໃຫຍ່ຫຼາຍເທົ່າ.

ຜັກບາງຊະນິດທີ່ພວກເຮົາວ່າຫວານ
ແຕ່ສະໝອງຂອງລູກອາດຈະຮັບຮູ້ລົດຊາດນັ້ນ
ເປັນຂົມຫຼາຍ, ຫຼື ກິ່ນອາຫານບາງຢ່າງທີ່ເຮົາວ່າຫອມ
ແຕ່ມັນອາດຈະຮຸນແຮງເກີນໄປສຳລັບລະບົບ
ຮັບກິ່ນຂອງເຂົາເຈົ້າ.

ດັ່ງນັ້ນ, ການປະຕິເສດອາຫານຂອງລູກ
ບາງຄັ້ງມັນຄື ກົນໄກການປົກປ້ອງຕົນເອງ
ຂອງລະບົບປະສາດ ເມື່ອປະເຊີນກັບສິ່ງກະຕຸ້ນ
ທີ່ແຮງເກີນໄປ.

🎯 ວິທີຮັບມື ແລະ ຝຶກລູກດ້ວຍຄວາມເຂົ້າໃຈ:
1. ກະຕຸ້ນປະສາດສຳຜັດນອກໂຕະອາຫານ:
ພວກເຮົາບໍ່ຄວນບັງຄັບໃຫ້ລູກກິນທັນທີ
ແຕ່ໃຫ້ເຂົາເຈົ້າຄຸ້ນເຄີຍກັບກິ່ນ ແລະ ຜິວສຳຜັດກ່ອນ
ໂດຍຜ່ານກິດຈະກຳມ່ວນໆ ເຊັ່ນ:
ກິດຈະກຳຕຳສະໝຸນໄພພື້ນບ້ານ
(ຫົວສິງໄຄ, ໃບຂີ້ຫູດ, ຂ່າ, ຂີງ).
ການໃຫ້ລູກໄດ້ລົງມືຕຳ ຈະຊ່ວຍໃຫ້
ກິ່ນຫອມລະເຫີຍຄ່ອຍໆຟົ້ງອອກມາ,
ສະໝອງຂອງລູກຈະໄດ້ຮຽນຮູ້ການແຍກແຍະກິ່ນ
ແລະ ຕື່ນຕົວ ໂດຍບໍ່ຮູ້ສຶກຖືກກົດດັນ.
ເມື່ອສະໝອງເປີດຮັບກິ່ນທີ່ຫຼາກຫຼາຍແລ້ວ,
ເຂົາເຈົ້າຈະເປີດໃຈຮັບລົດຊາດໃໝ່ໆ ໄດ້ງ່າຍຂຶ້ນ.

2. ໃຫ້ລູກມີສ່ວນຮ່ວມໃນການເຮັດອາຫານ:
ປ່ຽນບົດບາດໃຫ້ລູກມາເປັນຜູ້ຊ່ວຍຕົວນ້ອຍໃນຫ້ອງຄົວ
ປ່ອຍໃຫ້ລາວຊ່ວຍເດັດໃບຜັກ, ຊ່ວຍດົມກິ່ນ, ຫຼື
ຊ່ວຍຍ່ອງສ່ວນປະສົມເລັກໆນ້ອຍໆ.
ການທີ່ເດັກໄດ້ເຫັນ, ໄດ້ສຳຜັດ ແລະ ໄດ້ກິ່ນ
ຕັ້ງແຕ່ຂັ້ນຕອນການປຸງແຕ່ງ ຈະເຮັດໃຫ້ເຂົາເຈົ້າ
ຮູ້ສຶກພາກພູມໃຈໃນຜົນງານ ແລະ ຢາກລອງຊິມ
ອາຫານຈານນັ້ນດ້ວຍຕົນເອງ.

3. ເປີດໂອກາດໃຫ້ເລືອກແບບມີຂອບເຂດ:
ແທນທີ່ຈະຖາມວ່າ "ມື້ນີ້ຢາກກິນຜັກບໍ່?"
(ເຊິ່ງເດັກມັກຈະຕອບວ່າ ບໍ່), ໃຫ້ປ່ຽນເປັນ
ການສະເໜີທາງເລືອກ ເຊັ່ນ: "ມື້ນີ້ລູກຢາກຊິມ
ຜັກກາດຂາວ ຫຼື ຜັກບົ້ງດີ?" ການໃຫ້ເລືອກ
ຊ່ວຍໃຫ້ລູກຮັບຮູ້ຕົວຕົນ ວ່າສຽງຂອງລາວມີຄວາມໝາຍ
ຫຼຸດແຮງຕ້ານ ແລະ ເຮັດໃຫ້ການກິນອາຫານບໍ່ແມ່ນການບັງຄັບ.

4. ຈັບຄູ່ສິ່ງໃໝ່ກັບສິ່ງທີ່ມັກ:
ຖ້າລູກບໍ່ມັກກິນຜັກ ແຕ່ມັກກິນຈືນໄຂ່,
ລອງຊອຍຜັກທີ່ກິ່ນບໍ່ແຮງ (ເຊັ່ນ ຫົວຜັກບົ່ວໃຫຍ່
ຫຼື ແຄຣັອດ) ເປັນຕອນນ້ອຍໆ ປະສົມລົງໄປນຳ.
ເພື່ອໃຫ້ລະບົບປະສາດຮັບລົດຊາດຂອງລູກຄ່ອຍໆ
ປັບຕົວເຂົ້າກັບສິ່ງໃໝ່ ໂດຍມີສິ່ງທີ່ຄຸ້ນເຄີຍປະຄອງໄວ້.

✨ສິ່ງສຳຄັນທີ່ສຸດ: ບັນຍາກາດເທິງໂຕະອາຫານ
ຄວນເປັນພື້ນຖານແຫ່ງຄວາມສຸກ, ບໍ່ແມ່ນສະໜາມຮົບ
ການກ່າວຄຳຊົມເຊີຍໃນທຸກໆຄວາມພະຍາຍາມ
ເຖິງວ່າລູກຈະຍອມຊິມພຽງແຕ່ຄຳດຽວ
ກໍເປັນແຮງຊຸກຍູ້ທີ່ຍິ່ງໃຫຍ່.

ຢູ່ທີ່ Better Me, ພວກເຮົາເຊື່ອວ່າພັດທະນາການທີ່ດີ
ຕ້ອງເລີ່ມຕົ້ນຈາກຄວາມເຂົ້າໃຈເຖິງທຳມະຊາດຂອງເດັກ.
ມາຮ່ວມກັນປ່ຽນເລື່ອງກິນຍາກ ໃຫ້ເປັນເລື່ອງ
ຮຽນຮູ້ທີ່ມ່ວນຊື່ນໄປພ້ອມໆກັນ! 💙

#ພັດທະນາການເດັກ #ລູກເລືອກກິນ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

🌟 ບັນຍາກາດການຮຽນຮູ້ທີ່ສົດໃສໃນເຊົ້ານີ້ທີ່ Better Me! ✨ ພວກເຮົາຕື່ນເຕັ້ນຫຼາຍທີ່ຈະແບ່ງປັນພາບຄວາມປະທັບໃຈ ແລະ ກິດຈະກຳທີ່ຫຼາກຫ...
17/05/2026

🌟 ບັນຍາກາດການຮຽນຮູ້ທີ່ສົດໃສ
ໃນເຊົ້ານີ້ທີ່ Better Me!

✨ ພວກເຮົາຕື່ນເຕັ້ນຫຼາຍທີ່ຈະແບ່ງປັນ
ພາບຄວາມປະທັບໃຈ ແລະ ກິດຈະກຳທີ່ຫຼາກຫຼາຍ
ເພື່ອສົ່ງເສີມພັດທະນາການຂອງເດັກໆໃນມື້ນີ້:

💪 ພັດທະນາກ້າມເນື້ອມັດໃຫຍ່:
ນ້ອງໆໄດ້ມ່ວນຊື່ນກັບການເຄື່ອນໄຫວຮ່າງກາຍ
ຜ່ານກິດຈະກຳຕ່າງໆ:

🏃‍♂️ ການໂດດເທິງແທມໂພລີນ: ຊ່ວຍຝຶກການຊົງຕົວ
ແລະ ເສີມສ້າງຄວາມແຂງແຮງຂອງຂາ.

🤸‍♂️ ກິດຈະກຳກັບໝາກບານໂຢຄະ:
ບໍ່ວ່າຈະເປັນການກິ້ງໂຕ, ການຊົງຕົວ, ຫຼື
ການໃຊ້ໝາກບານຮູບຖົ່ວດິນ ເພື່ອຝຶກ
ຄວາມແຂງແຮງຂອງກ້າມເນື້ອທ້ອງ ແລະ ຫຼັງ.

🧠 ພັດທະນາກ້າມເນື້ອມັດນ້ອຍ ແລະ ສະຕິປັນຍາ:
🧱 ການຕໍ່ບ໋ອກໄມ້: ຊ່ວຍຝຶກສະມາທິ, ຄວາມອົດທົນ
ແລະ ທັກສະການວາງແຜນ.

🖌️Sensory Play: ກິດຈະກຳສຳຜັດກັບແປ້ງ
ແລະ ການໃຊ້ສີ ເພື່ອກະຕຸ້ນປະສາດສຳຜັດ ແລະ
ຄວາມຄິດສ້າງສັນ.

🤝 ການຮຽນຮູ້ຜ່ານການຫຼິ້ນ ແລະ ຄວາມຜູກພັນ):
🎮 ເກມດຶງເຊືອກ ແລະ ການຫຼິ້ນຮ່ວມກັນ:
ນ້ອງໆໄດ້ຮຽນຮູ້ການເຮັດວຽກເປັນທີມ, ການສື່ສານ
ແລະ ການສ້າງຄວາມສຳພັນທີ່ດີກັບໝູ່ເພື່ອນ.

🤗 ຄວາມໃກ້ຊິດກັບຄູຝຶກ: ພາບຄວາມອົບອຸ່ນ
ແລະ ຮອຍຍິ້ມໃນຂະນະທີ່ຄູຝຶກເບິ່ງແຍງນ້ອງໆ
ຢ່າງໃກ້ຊິດ ບົ່ງບອກເຖິງສະພາບແວດລ້ອມການຮຽນຮູ້
ທີ່ປອດໄພ ແລະ ມີຄວາມສຸກ.

ທຸກໆກິດຈະກຳທີ່ Better Me ລ້ວນແຕ່ໄດ້ຮັບ
ການອອກແບບມາຢ່າງເໝາະສົມ ເພື່ອຊ່ວຍໃຫ້
ເດັກໆໄດ້ຄົ້ນພົບຕົວຕົນ ແລະ ເຕີບໃຫຍ່ຢ່າງມີຄຸນນະພາບ.

ຂອບໃຈບັນດາທ່ານຜູ້ປົກຄອງທີ່ໃຫ້ຄວາມໄວ້ວາງໃຈ
ແລະ ສະໜັບສະໜູນ Better Me ສະເໝີມາ! 💙

#ພັດທະນາການເດັກ
#ຮຽນຮູ້ຜ່ານການຫຼິ້ນ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

🌟 ພໍ່ແມ່ກຳລັງສອນ ຫຼື ກຳລັງທຳລາຍ ພັດທະນາການດ້ານຕົວຕົນຂອງລູກ?ບາງຄັ້ງ ດ້ວຍຄວາມຮັກ ແລະ ຄວາມຫວັງດີທີ່ຢາກໃຫ້ລູກໄດ້ສິ່ງທີ່ດີທີ່...
15/05/2026

🌟 ພໍ່ແມ່ກຳລັງສອນ ຫຼື ກຳລັງທຳລາຍ
ພັດທະນາການດ້ານຕົວຕົນຂອງລູກ?

ບາງຄັ້ງ ດ້ວຍຄວາມຮັກ ແລະ ຄວາມຫວັງດີ
ທີ່ຢາກໃຫ້ລູກໄດ້ສິ່ງທີ່ດີທີ່ສຸດ, ພວກເຮົາອາດຈະ
ກຳລັງທໍາລາຍຕົວຕົນ (Sense of Self) ຂອງລູກ
ໂດຍທີ່ບໍ່ຮູ້ຕົວ...

🚩 ສັນຍານທີ່ບອກວ່າພວກເຮົາອາດ
ກຳລັງທຳລາຍຕົວຕົນຂອງລູກ:
- ເລືອກໃຫ້ທຸກຢ່າງ: ບໍ່ວ່າຈະເປັນເສື້ອຜ້າ, ອາຫານ,
ຫຼື ໝູ່ເພື່ອນ ໂດຍບໍ່ເຄີຍຖາມຄວາມສະໝັກໃຈຂອງລູກ.
- ເຮັດແທນທຸກຢ່າງ: ເພາະຢ້ານລູກເຮັດຊ້າ,
ຢ້ານລູກເຮັດເປື້ອນ ຫຼື ເຮັດບໍ່ໄດ້ດີເທົ່າທີ່ເຮົາຕ້ອງການ.
- ຕຳໜິເມື່ອເກິດຄວາມຜິດພາດ:
ເມື່ອລູກລອງເຮັດເອງແລ້ວເຮັດເຮ່ຍ ຫຼື ເຮັດເພ,
ພໍ່ແມ່ກໍມັກຈະຮ້າຍ ຫຼື ເວົ້າວ່າ "ບອກແລ້ວແມ່ນບໍ່ວ່າຢ່າເຮັດ!"

💥ເມື່ອເດັກຖືກຄວບຄຸມ ຫຼື ຖືກເຮັດແທນຫຼາຍເກີນໄປ,
ເຂົາເຈົ້າຈະຮູ້ສຶກວ່າ "ຂ້ອຍບໍ່ມີຄວາມສາມາດ",
"ຄວາມຄິດຂອງຂ້ອຍບໍ່ມີຄຸນຄ່າ" ແລະ ໃນທີ່ສຸດ
ເຂົາເຈົ້າຈະກາຍເປັນເດັກທີ່ ຂາດຄວາມໝັ້ນໃຈ ແລະ
ຕ້ອງລໍຖ້າຄຳສັ່ງຈາກຄົນອື່ນຕະຫຼອດເວລາ.

💡 ປ່ຽນຈາກການຄວບຄຸມມາເປັນການ
ສົ່ງເສີມຕົວຕົນ (Sense of Self):

1. ປ່ຽນຈາກການສັ່ງເປັນການໃຫ້ເລືອກ:
ລອງໃຫ້ລູກເລືອກສິ່ງເລັກໆນ້ອຍໆດ້ວຍຕົນເອງ
ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າ "ສຽງຂອງຂ້ອຍມີຄວາມໝາຍ".

2. ປ່ຽນຈາກການ ເຮັດແທນເປັນການປ່ອຍໃຫ້ນ້ອງໄດ້
ລອງເຮັດສິ່ງຕ່າງໆດ້ວຍຕົນເອງ ຫຼື ຊ່ວຍວຽກເຮືອນ
ຖ້າມັນຈະເປື້ອນ ຫຼື ຊ້າແດ່ ກໍຖືວ່າເປັນການຮຽນຮູ້.

3. ປ່ຽນຈາກການຕຳໜິ ເປັນການຊຸກຍູ້:
ເມື່ອລູກເຮັດພາດ ໃຫ້ເວົ້າວ່າ
"ບໍ່ເປັນຫຍັງເດີ້, ລອງໃໝ່ອີກເທື່ອໜຶ່ງ
ແມ່ເຊື່ອວ່າລູກເຮັດໄດ້".

ຢູ່ທີ່ Better Me, ພວກເຮົາເຊື່ອວ່າ
"ຕົວຕົນ" ທີ່ເຂັ້ມແຂງ ບໍ່ໄດ້ເກີດຈາກການບອກສອນ,
ແຕ່ເກີດຈາກການທີ່ເດັກໄດ້ລົງມືເຮັດ ແລະ
ພິສູດຄວາມສາມາດຂອງຕົນເອງ.

ມາຮ່ວມກັນເປັນພໍ່ແມ່ທີ່ສ້າງຕົວຕົນໃຫ້ລູກ
ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ເປັນຜູ້ໃຫຍ່ທີ່ມີຄວາມສຸກ
ແລະ ໝັ້ນໃຈໃນຕົນເອງໄປພ້ອມກັນ!

#ພັດທະນາການດ້ານຕົວຕົນ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

14/05/2026

ຖ້າລູກໄວລຸ້ນຂອງທ່ານຈັດການອາລົມຕົວເອງບໍ່ໄດ້ ຂາດວິໄນ ບໍ່ມີເປົ້າໝາຍໃນຊີວິດ ຈົ່ງໃຫ້ເຄື່ອງມືແທນການລົງໂທດ ພົບກັນຊ່ວງປິດເທີມນີ້

ມາແລ້ວ! ສະຫຼຸບປະເດັນຮ້ອນທີ່ພໍ່ແມ່ຫຼາຍທ່ານກຳລັງໃຫ້ຄວາມສົນໃຈ ກ່ຽວກັບກົດໝາຍໃໝ່ໃນອົດສະຕຣາລີ ທີ່ສັ່ງ "ຫ້າມເດັກນ້ອຍຫຼິ້ນໂຊຊຽວມ...
13/05/2026

ມາແລ້ວ! ສະຫຼຸບປະເດັນຮ້ອນ
ທີ່ພໍ່ແມ່ຫຼາຍທ່ານກຳລັງໃຫ້ຄວາມສົນໃຈ
ກ່ຽວກັບກົດໝາຍໃໝ່ໃນອົດສະຕຣາລີ
ທີ່ສັ່ງ "ຫ້າມເດັກນ້ອຍຫຼິ້ນໂຊຊຽວມີເດຍ".

ມື້ນີ້ Better Me ຈະມາສະຫຼຸບໃຫ້ເຂົ້າໃຈງ່າຍໆ
ເພື່ອເປັນແນວທາງໃຫ້ກັບຄອບຄົວເຮົາຄືດັ່ງນີ້:

🇦🇺 ສັ່ງແທ້! ອົດສະຕຣາລີອອກກົດໝາຍ
ຄຸ້ມຄອງໄວໜຸ່ມໃນໂລກອອນລາຍ

ບໍ່ແມ່ນການຫ້າມຈັບມືຖື ຫຼື ແທັບເລັດ
ແຕ່ແມ່ນການ ຈຳກັດອາຍຸການເຂົ້າເຖິງໂຊຊຽວມີເດຍ
ໂດຍມີຈຸດທີ່ພໍ່ແມ່ຄວນຮູ້ຄື:

🚫ອາຍຸຕໍ່າກວ່າ 16 ປີ: ຫ້າມມີບັນຊີ (Account)
ໂຊຊຽວມີເດຍ

👨‍👩‍👧‍👦 ພໍ່ແມ່ອະນຸຍາດກໍບໍ່ໄດ້:
ກົດໝາຍນີ້ເນັ້ນຄວາມປອດໄພເປັນຫຼັກ
ເຖິງວ່າຜູ້ປົກຄອງຈະເຊັນຍິນຍອມ
ກໍຍັງບໍ່ສາມາດເປີດບັນຊີໃຫ້ລູກໄດ້.

⚖️ ເນັ້ນລົງໂທດທີ່ "ແພລັດຟອມ":
ກົດໝາຍບໍ່ໄດ້ປັບໃໝເດັກ ຫຼື ພໍ່ແມ່
ແຕ່ຈະປັບໃໝບໍລິສັດເຕັກໂນໂລຊີຢ່າງໜັກ
(ສູງເຖິງ 50 ລ້ານໂດລາອົດສະຕຣາລີ)
ຫາກປ່ອຍໃຫ້ເດັກຕໍ່າກວ່າເກນເຂົ້າໃຊ້ງານ.

✅ ຍົກເວັ້ນບາງແອັບ:
ແອັບທີ່ກ່ຽວກັບການສຶກສາ,
ການຮຽນຮູ້ ຫຼື ແອັບສົ່ງຂໍ້ຄວາມບາງປະເພດ
ທີ່ປອດໄພຍັງສາມາດໃຊ້ໄດ້ຕາມປົກກະຕິ.

🎯ເປັນຫຍັງຕ້ອງເຂັ້ມງວດຂະໜາດນີ້?
(ຈາກມຸມມອງຂອງ Better Me)

ເຫດຜົນຫຼັກທີ່ລັດຖະບານອົດສະຕຣາລີຕັດສິນໃຈ
ແບບນີ້ ກໍເພື່ອປົກປ້ອງ "ສຸຂະພາບຈິດ" ຂອງໄວໜຸ່ມ:
1. ຫຼຸດບັນຫາ Cyberbullying:
ການກັ່ນແກ້ງກັນໃນໂລກອອນລາຍ
ທີ່ສົ່ງຜົນກະທົບຕໍ່ຈິດໃຈຢ່າງຮຸນແຮງ.

2. ປ້ອງກັນເນື້ອຫາທີ່ເປັນພິດ:
ບໍ່ວ່າຈະເປັນເລື່ອງຄວາມຮຸນແຮງ ຫຼື
ການປຽບທຽບຕົວເອງກັບຄົນອື່ນຈົນຂາດຄວາມໝັ້ນໃຈ.

3. ຄືນເວລາໃຫ້ກັບຊີວິດຈິງ:
ເພື່ອໃຫ້ເດັກນ້ອຍໄດ້ມີໂອກາດພັດທະນາ
ທັກສະທາງສັງຄົມ ແລະ ຄວາມສຳພັນໃນຄອບຄົວຫຼາຍຂຶ້ນ.

👨‍❤️‍💋‍👨 Better Me ຢາກຝາກໄວ້ວ່າ:
ເຖິງວ່າໃນບ້ານເຮົາຈະຍັງບໍ່ມີກົດໝາຍບັງຄັບແບບນີ້
ແຕ່ "ການສ້າງກົດກະຕິກາໃນເຮືອນ" ແລະ
"ການເປີດໃຈລົມກັບລູກ"
(ບົດຮຽນຈາກປຶ້ມ 4 ຂັ້ນຕອນເປີດໃຈໄວລຸ້ນ)
ຍັງເປັນເຄື່ອງມືທີ່ດີທີ່ສຸດໃນການເຝົ້າລະວັງ ແລະ
ປ້ອງກັນລູກຫຼານຂອງເຮົາຈາກໄພອັນຕະລາຍ
ໃນໂລກດິຈິຕອນ.

ທ່ານຄິດແນວໃດ?
ຫາກບ້ານເຮົາມີກົດໝາຍແບບນີ້ ຈະເປັນຜົນດີ ຫຼື
ຜົນເສຍຫຼາຍກວ່າກັນ?

ລອງຄອມເມັ້ນແລກປ່ຽນກັນໄດ້ເຈົ້າ! 👇

ຂໍ້ມູນອ້າງອີງ:
- Online Safety Amendment (Social Media Minimum Age) Act 2024, Parliament of Australia.
- ບົດລາຍງານຄວາມປອດໄພເດັກບົນໂລກອອນລາຍ ຈາກ eSafety Commissioner Australia.
- ສຳນັກຂ່າວສາກົນ BBC ແລະ Reuters (ຂໍ້ມູນອັບເດດ 2025-2026).


#ໄວໜຸ່ມ #ສຸຂະພາບຈິດເດັກແລະໄວລຸ້ນ
#ກົດໝາຍໂຊຊຽວມີເດຍ #ການລ້ຽງລູກໃນຍຸກດິຈິຕອນ #ອົດສະຕຣາລີ #ທີ່ປຶກສາຄອບຄົວແລະໄວໜຸ່ມ

💥ວິທີຮັບມືເມື່ອລູກໄວລຸ້ນໜີອອກຈາກບ້ານ 🏠💔ບໍ່ມີຫຍັງທີ່ຈະເຮັດໃຫ້ຫົວໃຈພໍ່ແມ່ແຕກສະຫຼາຍ ໄປກວ່າການທີ່ລູກຍ່າງອອກຈາກບ້ານໄປໂດຍບໍ່ບອ...
12/05/2026

💥ວິທີຮັບມືເມື່ອລູກໄວລຸ້ນໜີອອກຈາກບ້ານ 🏠💔

ບໍ່ມີຫຍັງທີ່ຈະເຮັດໃຫ້ຫົວໃຈພໍ່ແມ່ແຕກສະຫຼາຍ
ໄປກວ່າການທີ່ລູກຍ່າງອອກຈາກບ້ານໄປໂດຍບໍ່ບອກກ່າວ
ໃນວິນາທີນັ້ນ, ຄວາມຢ້ານ, ຄວາມໂມໂຫ ແລະ
ຄວາມຮູ້ສຶກຜິດ ຈະຖາໂຖມເຂົ້າມາ...
ແຕ່ ສະຕິຄືສິ່ງດຽວທີ່ຈະພາລູກກັບມາ.

🎯 ສິ່ງທີ່ພໍ່ແມ່ຄວນເຮັດເມື່ອເກີດເຫດ:
1️. ຄວບຄຸມສະຕິ ແລະ ອາລົມ:
ຢ່າຟ້າວຕັດສິນວ່າລູກ "ເນລະຄຸນ" ຫຼື "ນິໄສບໍ່ດີ"
ໄວລຸ້ນທີ່ໜີອອກຈາກບ້ານ ສ່ວນຫຼາຍບໍ່ໄດ້ຢາກໜີຈາກພໍ່ແມ່,
ແຕ່ເຂົາເຈົ້າຢາກໜີຈາກ "ຄວາມເຈັບປວດ" ຫຼື
"ຄວາມກົດດັນ" ທີ່ເຂົາເຈົ້າຮັບບໍ່ໄຫວອີກຕໍ່ໄປ.

2️. ສົ່ງຂໍ້ຄວາມເພື່ອເປີດທາງ:
ຢ່າສົ່ງຂໍ້ຄວາມໄປດ່າ ຫຼື ຂົ່ມຂູ່
ໃຫ້ສົ່ງຂໍ້ຄວາມສັ້ນໆທີ່ສະແດງຄວາມເປັນຫ່ວງ ເຊັ່ນ:
"ພໍ່/ແມ່ ເປັນຫ່ວງລູກຫຼາຍ. ຖ້າລູກຍັງບໍ່ພ້ອມກັບມາ
ຂໍແຕ່ໃຫ້ບອກວ່າລູກປອດໄພກໍພໍ. ພໍ່/ແມ່ ພ້ອມຈະຟັງ
ທຸກຢ່າງທີ່ລູກຢາກເວົ້າ ໂດຍບໍ່ຕຳໜິເລີຍ."

3️. ສຳຫຼວດສາເຫດທີ່ແທ້ຈິງ:
ເມື່ອທຸກຢ່າງສະຫງົບລົງ, ລອງທົບທວນເບິ່ງວ່າ
ແມ່ນຫຍັງຄືສິ່ງທີ່ຍູ້ລູກອອກໄປ?
ໃນບ້ານມັນຮ້ອນຮົນເກີນໄປບໍ່?
ຫຼື ເຮົາໃຊ້ຄຳເວົ້າທີ່ທຳລາຍສັກສີລູກໂດຍບໍ່ຮູ້ຕົວ?
ການເຂົ້າໃຈສາເຫດ ຈະຊ່ວຍປ້ອງກັນບໍ່ໃຫ້ມັນເກີດຂຶ້ນຊ້ຳ.

4️. ວັນທີ່ລູກກັບມາ:
ກອດໃຫ້ແໜ້ນແທນການຮ້າຍດ່າ:
ວິນາທີທຳອິດທີ່ລູກກັບມາ ຢ່າຟ້າວຖາມຫາເຫດຜົນ
ຫຼື ສັ່ງສອນ. ໃຫ້ໃຊ້ຄວາມຮັກ ແລະ ຄວາມເຂົ້າໃຈ
ໂອບກອດເຂົາເຈົ້າໄວ້ ເຮັດໃຫ້ເຂົາເຈົ້າຮູ້ສຶກວ່າ
"ບ້ານຍັງເປັນບ່ອນທີ່ປອດໄພທີ່ສຸດສະເໝີ".

📘 ການໜີອອກຈາກບ້ານ
ຄືການຮ້ອງຂໍຄວາມຊ່ວຍເຫຼືອທີ່ດັງທີ່ສຸດຂອງໄວລຸ້ນ
ຢ່າລໍໃຫ້ເກີດເລື່ອງຮ້າຍ... ມາກູ້ຄືນສາຍສຳພັນ
ແລະ ສ້າງບ້ານໃຫ້ເປັນພື້ນທີ່ປອດໄພ ທີ່ແທ້ຈິງ
ດ້ວຍຫຼັກຈິດຕະວິທະຍາໃນປຶ້ມ:
“4 ຂັ້ນຕອນເພື່ອເປີດໃຈໄວລຸ້ນ”
ໂດຍ ດຣ. ອາລັນ ຂຸນນະເສນ

📥 ສົນໃຈສັ່ງຊື້ເພື່ອສຶກສາວິທີປ້ອງກັນ ແລະ ແກ້ໄຂ
ທັກ Inbox ເລີຍ! ຫຼື ສອບຖາມໄດ້ທີ່ 020 99 733 099
#ລູກໜີອອກຈາກບ້ານ #ລ້ຽງລູກໄວລຸ້ນ
#4ຂັ້ນຕອນເປີດໃຈໄວລຸ້ນ #ຈິດຕະວິທະຍາ
#ສຸຂະພາບຈິດ

ກິດຈະກຳເຊົ້າວັນອາທິດກະຕຸ້ນພັດທະນາການເດັກມື້ນີ້ເປັນມື້ທຳອິດຂອງຄອສທີ 8ເປັນມື້ແຫ່ງການທຳຄວາມຮູ້ຈັກກັນ ແລະ ຄູສ້າງຄວາມໄວ້ວາງໃຈ...
10/05/2026

ກິດຈະກຳເຊົ້າວັນອາທິດ
ກະຕຸ້ນພັດທະນາການເດັກ
ມື້ນີ້ເປັນມື້ທຳອິດຂອງຄອສທີ 8
ເປັນມື້ແຫ່ງການທຳຄວາມຮູ້ຈັກກັນ ແລະ
ຄູສ້າງຄວາມໄວ້ວາງໃຈກັບເດັກ
ບັນຍາກາດກໍຈະຄືກຄື້ນເປັນພິເສດ

#ພັດທະນາການເດັກ #ເດັກບໍ່ນິ້ງ #ສະມາທິສັ້ນ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

💥ເມື່ອຄູເຊີນໄປພົບ... ເພາະລູກສະມາທິສັ້ນໄປຜິດກັບໝູ່ ຈະຮັບມືແນວໃດດີ? 🏫💥ເຊື່ອວ່າພໍ່ແມ່ຫຼາຍທ່ານຄົງຈະກັງວົນໃຈຫຼາຍ ເມື່ອໄດ້ຮັບສ...
08/05/2026

💥ເມື່ອຄູເຊີນໄປພົບ... ເພາະລູກສະມາທິສັ້ນ
ໄປຜິດກັບໝູ່ ຈະຮັບມືແນວໃດດີ? 🏫💥

ເຊື່ອວ່າພໍ່ແມ່ຫຼາຍທ່ານຄົງຈະກັງວົນໃຈຫຼາຍ
ເມື່ອໄດ້ຮັບສາຍຈາກໂຮງຮຽນວ່າລູກໄປທະເລາະວິວາດກັບໝູ່
ໂດຍສະເພາະກໍລະນີທີ່ລູກມີພາວະສະມາທິສັ້ນ (ADHD)
ຄວາມກັງວົນກໍຍິ່ງເພີ່ມເປັນສອງເທົ່າ

ກ່ອນຈະຟ້າວຮ້າຍລູກ ຫຼື ຕຳນິຕົນເອງ,
ລອງຕັ້ງສະຕິ ແລະ ຮັບມືດ້ວຍ 5 ຂັ້ນຕອນນີ້ເບິ່ງ:

📍1. ໄປພົບຄູດ້ວຍໃຈທີ່ເປີດກວ້າງ:
ຢ່າຟ້າວຕັ້ງກຳແພງປົກປ້ອງຕົນເອງ ຫຼື ປົກປ້ອງລູກ
ໃຫ້ເຂົ້າໄປຫາຄູໃນຖານະຄູ່ຮ່ວມງານທີ່ພ້ອມຈະຮ່ວມມື
ຮັບຟັງເຫດການໃຫ້ຈົບ ແລະ ໃຫ້ຂໍ້ມູນກ່ຽວກັບ
ພາວະສະມາທິສັ້ນຂອງລູກໃຫ້ຄູເຂົ້າໃຈວ່າ
ລູກຂາດການຍັບຢັ້ງຊັ່ງໃຈຊົ່ວວູບ
ບໍ່ແມ່ນເພາະຢາກເປັນເດັກອັນທະພານ.

📍2. ຢ່າຟ້າວຮ້າຍລູກຕໍ່ໜ້າຄົນອື່ນ:
ການຮ້າຍ ຫຼື ໃຊ້ຄວາມຮຸນແຮງຕໍ່ລູກຢູ່ຕໍ່ໜ້າຄູ ຫຼື ໝູ່ຄູ່
ຈະຍິ່ງເຮັດໃຫ້ລູກອັບອາຍ ແລະ ປິດຕົວກາຍເປັນການຕໍ່ຕ້ານ
ໃຫ້ເກັບຄວາມສະຫງົບໄວ້ ແລ້ວຄ່ອຍກັບມາລົມກັນຢູ່ເຮືອນ
ຫຼື ໃນບ່ອນທີ່ເປັນສ່ວນຕົວ.

📍3. ໃຊ້ເຕັກນິກ ຟັງຢ່າງໃສ່ໃຈ ແລະ
ສະແດງຄວາມເຂົ້າໃຈ ແລ້ວຈຶ່ງສອນ:
- ໃຫ້ລູກເລົ່າໃນມຸມຂອງລາວວ່າເກີດຫຍັງຂຶ້ນ.
- ສະແດງຄວາມເຂົ້າໃຈໃນອາລົມຂອງລູກ ເຊັ່ນ
"ແມ່ຮູ້ວ່າລູກໂມໂຫທີ່ໝູ່ເວົ້າແບບນີ້ລູກຈຶ່ງຕີໝູ່"
- ສອນລູກແຍກອາລົມອອກຈາກການກະທຳ:
"ລູກໂມໂຫໄດ້ ແຕ່ຕີໝູ່ບໍ່ໄດ້".

📍4. ໃຫ້ລູກມີສ່ວນຮ່ວມໃນການແກ້ໄຂ:
ແທນທີ່ຈະລົງໂທດຢ່າງດຽວ, ໃຫ້ລູກລອງຄິດເບິ່ງວ່າ
"ເຮົາຈະຮັບຜິດຊອບແນວໃດ?" ເຊັ່ນ
ການໄປກ່າວຄຳຂໍໂທດໝູ່ດ້ວຍຄວາມຈິງໃຈ ຫຼື
ການປະຕິບັດລະບຽບວິໄນຂອງໂຮງຮຽນຢ່າງເໝາະສົມ
ເພື່ອໃຫ້ລູກຮຽນຮູ້ຜົນກະທົບຈາກການກະທຳຂອງຕົນເອງ.

📍5. ວາງແຜນປ້ອງກັນຮ່ວມກັບໂຮງຮຽນ:
ລົມກັບຄູເພື່ອຫາ "ສັນຍານເຕືອນ" ກ່ອນລູກຈະ
ລະເບີດອາລົມ ເຊັ່ນ: ຖ້າລູກເລີ່ມໜ້າແດງ ຫຼື ກຳມືແໜ້ນ
ໃຫ້ຄູຊ່ວຍແຍກລູກອອກມາພັກຜ່ອນ ຫຼື
ໄປດື່ມນ້ຳກ່ອນ ເພື່ອຫຼຸດຜ່ອນການປະທະ.

✨ຈື່ໄວ້ວ່າ: ເຫດການນີ້ບໍ່ໄດ້ຕັດສິນວ່າລູກເປັນເດັກບໍ່ດີ
ຫຼື ເຮົາເປັນພໍ່ແມ່ທີ່ລົ້ມເຫຼວ ແຕ່ມັນຄືບົດຮຽນຊີວິດສຳຄັນ
ທີ່ຈະຊ່ວຍໃຫ້ລູກຮຽນຮູ້ການຄວບຄຸມຕົນເອງໃນອະນາຄົດ.

ເປັນກຳລັງໃຈໃຫ້ທຸກຄອບຄົວ
ທີ່ກຳລັງສູ້ໄປພ້ອມກັບລູກ! ✌️❤️

ສົນໃຈປຶກສາເພີ່ມເຕີມໄດ້ທີ່ 020 99 733 099

#ສະມາທິສັ້ນ #ລ້ຽງລູກໄວລຸ້ນ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

07/05/2026

#ທີ່ປຶກສາຄອບຄົວແລະໄວໜຸ່ມ #ພັດທະນາການເດັກ

🎯ເປີດໃຈໄວລຸ້ນ... ປ່ຽນຄວາມກັງວົນ ໃຫ້ເປັນຄວາມເຂົ້າໃຈທ່ານກຳລັງຮູ້ສຶກວ່າລູກຫຼານໃນໄວໜຸ່ມເລີ່ມມີໂລກສ່ວນຕົວສູງ, ມີເລື່ອງບໍ່ສະບາ...
07/05/2026

🎯ເປີດໃຈໄວລຸ້ນ...
ປ່ຽນຄວາມກັງວົນ ໃຫ້ເປັນຄວາມເຂົ້າໃຈ

ທ່ານກຳລັງຮູ້ສຶກວ່າລູກຫຼານໃນໄວໜຸ່ມ
ເລີ່ມມີໂລກສ່ວນຕົວສູງ, ມີເລື່ອງບໍ່ສະບາຍໃຈ
ແຕ່ບໍ່ຮູ້ຈະເລີ່ມລົມກັບໃຜຢູ່ບໍ?

ບາງຄັ້ງ "ຄົນນອກ" ທີ່ເຂົ້າໃຈ
ອາດເປັນຂົວຕໍ່ທີ່ດີທີ່ສຸດ

ພວກເຮົາຂໍແນະນຳບໍລິການ
ໃຫ້ຄຳປຶກສາສ່ວນຕົວ (Private Coaching)
ສໍາລັບໄວໜຸ່ມໂດຍສະເພາະ!
ເພື່ອຊ່ວຍໃຫ້ເຂົາເຈົ້າກ້າວຜ່ານໄວແຫ່ງການ
ປ່ຽນແປງນີ້ໄປຢ່າງມີຄວາມສຸກ ແລະ ໝັ້ນໃຈ.

ເປັນຫຍັງຕ້ອງເລືອກຄອສນີ້?
ເພາະພວກເຮົາເນັ້ນການ "ຮັບຟັງ" ແລະ "ໃຫ້ກຳລັງໃຈ"
ຫຼາຍກວ່າການສອນ. ເພື່ອໃຫ້ໄວໜຸ່ມຮູ້ສຶກວ່າ
ມີພື້ນທີ່ປອດໄພໃນການເປັນຕົວຂອງຕົວເອງ.

📩 ສົນໃຈສອບຖາມລາຍລະອຽດເພີ່ມເຕີມ
ຫຼື ນັດໝາຍເວລາ: ສົ່ງຂໍ້ຄວາມຫາ Inbox ໄດ້ເລີຍ
ຫຼື ໂທ/WhatsApp: 020 99 733 099

#ໄວລຸ້ນ #ພັດທະນາຕົນເອງ
#ຄຳປຶກສາໄວໜຸ່ມ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

💥ຮັບມືກັບໄວລຸ້ນສະມາທິສັ້ນ ດ້ວຍຄວາມເຂົ້າໃຈ... ບໍ່ແມ່ນການບັງຄັບພໍ່ແມ່ຫຼາຍທ່ານທີ່ມີລູກເປັນໄວລຸ້ນ ແລະ ມີອາການສະມາທິສັ້ນ (ADH...
05/05/2026

💥ຮັບມືກັບໄວລຸ້ນສະມາທິສັ້ນ
ດ້ວຍຄວາມເຂົ້າໃຈ... ບໍ່ແມ່ນການບັງຄັບ

ພໍ່ແມ່ຫຼາຍທ່ານທີ່ມີລູກເປັນໄວລຸ້ນ ແລະ ມີອາການ
ສະມາທິສັ້ນ (ADHD) ອາດຈະຮູ້ສຶກທໍ້ແທ້ໃຈໃນບາງຄັ້ງ.

ເປັນຫຍັງລູກຄືບອກຍາກ?
ເປັນຫຍັງສັ່ງຫຍັງກໍລືມ?
ເປັນຫຍັງອາລົມຮ້າຍແທ້?

ກ່ອນອື່ນ... ຢາກໃຫ້ເຂົ້າໃຈວ່າລູກບໍ່ໄດ້ຕັ້ງໃຈດື້
ແຕ່ສະໝອງຂອງເຂົາເຈົ້າເຮັດວຽກຕ່າງຈາກເຮົາ.

ເຮົາລອງມາປັບວິທີການຮັບມື
ແບບງ່າຍໆ 5 ຂໍ້ນີ້:
✅ 1. ປ່ຽນຄຳສັ່ງຍາວໆ ໃຫ້ເປັນຂັ້ນຕອນສັ້ນໆ:
ສະໝອງເດັກສະມາທິສັ້ນ ຮັບຂໍ້ມູນຫຼາຍໆພ້ອມກັນບໍ່ໄດ້. ແທນທີ່ຈະສັ່ງວ່າ "ມ້ຽນຫ້ອງໃຫ້ສະອາດ", ໃຫ້ລອງບອກວ່າ "ເອົາເຄື່ອງນຸ່ງໄປໃສ່ກະຕ່າກ່ອນເດີ້"
ເມື່ອເຮັດແລ້ວ ຈຶ່ງຄ່ອຍບອກຂັ້ນຕອນຕໍ່ໄປ.

✅ 2. ສ້າງ "ຕາຕະລາງຊີວິດ ໃຫ້ຊັດເຈນ:
ການມີກົດລະບຽບທີ່ຄົງທີ່ ເຊັ່ນ: ເວລາກິນເຂົ້າ,
ເວລາເຮັດວຽກບ້ານ, ເວລານອນ ຈະຊ່ວຍໃຫ້ເຂົາເຈົ້າ
ຈັດລະບຽບຄວາມຄິດໄດ້ດີຂຶ້ນ.
ລອງໃຊ້ ການຕັ້ງໂມງປຸກ ໃນມືຖືຊ່ວຍ
ກໍເປັນທາງເລືອກທີ່ດີ.

✅ 3. ຟັງໃຫ້ຫຼາຍກວ່າເວົ້າ (Empathy)
ໄວລຸ້ນມັກຈະຮູ້ສຶກວ່າບໍ່ມີໃຜເຂົ້າໃຈ.
ການທີ່ເຮົາຮັບຟັງອາລົມຂອງລູກ ໂດຍບໍ່ຟ້າວຕຳນິ
ຫຼື ສອນ ຈະຊ່ວຍຫຼຸດຜ່ອນການຕໍ່ຕ້ານ ແລະ
ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັນ.

✅ 4. ເນັ້ນ "ຍ້ອງ" ຫຼາຍກວ່າ "ຕຳໜິ"
ເດັກສະມາທິສັ້ນມັກຈະຖືກຕຳນິເລື້ອຍໆ
ຈົນຂາດຄວາມໝັ້ນໃຈ. ລອງຊອກຫາຈຸດດີນ້ອຍໆ
ເຖິງວ່າຈະເປັນເລື່ອງທຳມະດາ ກໍໃຫ້ຍ້ອງຍໍເຂົາເຈົ້າ
ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າ "ຂ້ອຍກໍເຮັດໄດ້ດີຄືກັນ".

✅ 5. ປ່ອຍໃຫ້ໄດ້ ລະບາຍພະລັງງານ
ການອອກກຳລັງກາຍ ຫຼື ເຮັດກິດຈະກຳທີ່ລູກມັກ
ຈະຊ່ວຍໃຫ້ສະໝອງຫຼັ່ງສານແຫ່ງຄວາມສຸກ ແລະ
ຊ່ວຍໃຫ້ເຂົາເຈົ້າມີສະມາທິຈົດຈໍ່ໄດ້ດີຂຶ້ນໃນເລື່ອງອື່ນໆ.

📌 ສິ່ງສຳຄັນທີ່ສຸດ: ຄວາມອົດທົນ ແລະ ຄວາມຮັກ
ຂອງພໍ່ແມ່ ຄືຢາທີ່ດີທີ່ສຸດ. ມັນອາດຈະໃຊ້ເວລາແດ່
ແຕ່ຜົນຮັບທີ່ໄດ້ມາຄືຄວາມສຳພັນທີ່ແໜ້ນແຟ້ນ
ລະຫວ່າງເຮົາກັບລູກ.

Better Me ເປັນກຳລັງໃຈໃຫ້ພໍ່ແມ່ທຸກທ່ານ! ✌️❤️
ສົນໃຈປຶກສາເພີ່ມເຕີມໄດ້ທີ່ 020 99 733 099

#ລ້ຽງລູກດ້ວຍຄວາມເຂົ້າໃຈ
#ໄວລຸ້ນສະມາທິສັ້ນ
#ການສື່ສານກັບລູກ
#ທີ່ປຶກສາຄອບຄົວແລະໄວໜຸ່ມ

Address

Phonesavathneua, Sikhottabong, Vientiane Capital
Vientiane

Opening Hours

Monday 09:00 - 17:30
Tuesday 09:00 - 17:30
Wednesday 09:00 - 17:30
Thursday 09:00 - 17:30
Friday 09:00 - 17:30
Saturday 09:00 - 17:30

Telephone

+8562099733099

Website

Alerts

Be the first to know and let us send you an email when Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ:

Share