12/07/2019
💪 #ຮູ້ເທົ່າທັນໂລກໄວ້ຊີວິດສົດໃສ
ໂລກໝອນຮອງກະດູກທັບເສັ້ນປະສາດ
ກາຍເປັນຄຳເວົ້າຄຸ້ນຫູຕິດຫູກັນມາຫຼາຍມາຫຼາຍແລ້ວ
ໃນຊ່ວງເວລາຫຼາຍປີຕໍ່ຫຼາຍປີຜ່ານມາແລ້ວ
ກ່ຽວກັບບັນຫາໂລກສາມັນປະຈຳວຽກກັບຕິດຕັ່ງນັ້ນ
ເຊິ່ງພົບໃນພະນັກງານເປັນສ່ວນຫຼາຍ ປວດຫຼັງ,ປວດຄໍ່,ປວດຄໍ,ປວດໄຫຼ່
ແຕ່ປວດແບບໃດທ່ານຮູ້ບໍ່ ຄືສັນຍານຂອງການສ່ຽງໃນການເປັນໂລກ “ໝອນຮອງກະດູກທົບເສັ້ນປະສາດ”
ສັນຍານທີ 1 ຄື
1.ປວດບໍລິເວນຄໍ , ຫຼັງ , ເອິກ , ເເອວ , ຫຼັງຊ້ວງກາງ ຫຼື ບໍລິເວນໄຫຼ່ທີ່ເຊື່ອມກັບຄໍ ໂດຍປວດແບບຈີ໊ດໆ ເໝືອນກັບໄຟຟ້າຊ໊ອດ ຫຼື ອາດຈະປວດຈົນສະດຸ້ງເບົາໆ
2.ໄລຍະເວລາໃນການປວດ ຈະເປັນໆ ຫາຍໆ ຫຼາຍກວ່າສອງທິດຂື້ນໄປ
3.ອາດຈະປວດທົ່ວແຜ່ນຫຼັງ ຫຼື ປວດຫຼາຍຂື້ນເວລິເວນບັ້ນແອວ ຫຼັງຊ້ວງລ້າງ ຍາວໄປລົງໄປຈົນຮອດຂາ
4.ອາການປວດລົບກວນການໃຊ້ຊີວິດ ເຄື່ອນໄຫວຮ່າງກາຍກໍ່ປວດ
ປັດຳງໄຈສ່ຽງທີ່ເຮັດໃຫ້ໝອນຮອງກະດູກທັບເສັ້ນປະສາດ
- ອາຍຸຫຼາຍຂື້ນ ເມືອກໃສໆ ໃນໝອນຮອງກະດູກດໍ່ເລີ່ມເສື່ອມສະພາບ
- ຍຸກຂອງໜັກຫຼາຍເກີນໄປ ຫຼື ຍຸກຂອງໜັກດ້ວຍທ່າທາງທີ່ບໍ່ຖືກຕ້ອງ
-ການຫຼິ້ນກິລາທີ່ມີການກະແທກຊ້ຳໆ
-ເຄື່ອນໄຫວຜິດທ່າຢ່າງແຮງ| ໂດຍກະທັນຫັນ
-ນ້ຳໜັກທີ່ຫຼາຍຂື້ນ ຈົນເຂົ້າສູ່ພາວະໂລກອ້ວນ ເຮັດໃຫ້ໝອນຮອງກະດູກຕ້ອງຮັບນ້ຳໜັກຫຼາຍ
- ນັ່ງເຮັດວຽກຢູ່ໃນທ່າເດີມເປັນເວລາດົນຈົນເ ກີນໄປ ບໍ່ຄ່ອຍເຄື່ອນໄຫວຮ່າງກາຍໄປມາ
-
#ວິທີປ້ອງກັນ "ໝອນຮອງກະດູກທັບເສັ້ນປະສາດ"
-ນອກຈາກຈະຕ້ອງລະມັດລະວັງໃນການເຄື່ອນໄຫວຮ່າງກາຍແລ້ວ ຈະຕ້ອງົດເວັ້ນການຍົກຂອງໜັກ ແລະ ປັບປ່ຽນອະລິຍະບົດລະຫວ່າງທ່ານັ່ງເຮັດວຽກແລ້ວ
ການອອກກຳລັງກາຍເປັນປະຈຳຈະຊ່ວຢື້ນອາຍຸຂອງໝອນຮອງກະດູກໃຫ້ຍັງແຂງແຮງ ແລະ ບໍ່ເຊືື່ອມສະພາບໄດ້ງ່າຍໆອີກດ້ວຍ