One Medical and Wellness Center ສູນການແພດ ວັນເມດີໂຄ ແອນແວວ ເນດສ

One Medical and Wellness Center ສູນການແພດ ວັນເມດີໂຄ ແອນແວວ ເນດສ Contact information, map and directions, contact form, opening hours, services, ratings, photos, videos and announcements from One Medical and Wellness Center ສູນການແພດ ວັນເມດີໂຄ ແອນແວວ ເນດສ, Medical and health, Dongnathong, Vientiane.

ທີ່ສູນການແພດ One Medical Center ບໍ່ແມ່ນພຽງແຕ່ສູນກວດສຸຂະພາບ ແຕ່ພວກເຮົາແມ່ນສູນທີ່ໃຫ້ຄວາມສຳຄັນກັບການສ້າງຊຸມຊົນໃຫ້ມີສຸຂະພາບແຂງແຮງ ໂດຍແນ່ໃສ ແລະ ໃຫ້ຄວາມສໍາຄັນໃນການປ້ອງກັນ ແລະ ການດູແລສຸຂະພາບແບບເຂົ້າໃຈຄວາມຈໍາເປັນດ້ານສຸຂະພາບຂອງທັງບຸກຄົນ ແລະ ອົງກອນຕ່າງໆ.

📢 ແຈ້ງການປິດບໍລິການຊົ່ວຄາວເນື່ອງໃນໂອກາດ ວັນແມ່ຍິງສາກົນ, ສູນການແພດ One Medical Center ຂໍແຈ້ງມາຍັງທ່ານຊາບວ່າ ພວກເຮົາຈະມີກາ...
07/03/2026

📢 ແຈ້ງການປິດບໍລິການຊົ່ວຄາວ

ເນື່ອງໃນໂອກາດ ວັນແມ່ຍິງສາກົນ, ສູນການແພດ One Medical Center ຂໍແຈ້ງມາຍັງທ່ານຊາບວ່າ ພວກເຮົາຈະມີການປັບປ່ຽນເວລາໃຫ້ບໍລິການຊົ່ວຄາວ ດັ່ງນີ້:

________________________________________

📢 Official Holiday Notice

In observance of International Women’s Day, One Medical Center would like to inform our valued patients of our temporary holiday schedule:

ຂອບໃຈ  Kiettisack International School - KIS Vientiane ທີ່ໃຫ້ One Medical And Wellness ຂອງ ພວກເຮົາ ໄດ້ເຂົ້າ ໄປໃຫ້ ຄວາມຮູ...
02/03/2026

ຂອບໃຈ Kiettisack International School - KIS Vientiane ທີ່ໃຫ້ One Medical And Wellness ຂອງ ພວກເຮົາ ໄດ້ເຂົ້າ ໄປໃຫ້ ຄວາມຮູ້ ການປະຖົມພະຍາບານ ເບື້ອງຕົ້ນ ໃຫ້ກັບ ນ້ອງນັກຮຽນ ທຸກຄົນ

ຂໍຊົມເຊີຍນັກຮຽນຈາກໂຮງຮຽນ KIS ທຸກຄົນ! 🎓  ນ້ອງໆຊັ້ນ Year 2 ຫາ Year 6 ໄດ້ສໍາເລັດ ໃນການຝຶກອົບຮົມການຊ່ວຍຟື້ນຄືນຊີບ (CPR) ຂັ້ນ...
01/03/2026

ຂໍຊົມເຊີຍນັກຮຽນຈາກໂຮງຮຽນ KIS ທຸກຄົນ! 🎓 ນ້ອງໆຊັ້ນ Year 2 ຫາ Year 6 ໄດ້ສໍາເລັດ ໃນການຝຶກອົບຮົມການຊ່ວຍຟື້ນຄືນຊີບ (CPR) ຂັ້ນພື້ນຖານ.

ການຮຽນຮູ້ໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການຝຶກທັກສະທົ່ວໄປ, ແຕ່ແມ່ນການປູກຝັງຈິດສຳນຶກ ແລະ ວາງຮາກຖານທີ່ເຂັ້ມແຂງໃຫ້ກັບນ້ອງນັກຮຽນ:

• ການສ້າງຄວາມໝັ້ນໃຈ: ປ່ຽນຄວາມຕົກໃຈ ໃຫ້ເປັນຄວາມກ້າຫານ ແລະ ມີສະຕິໃນການຮັບມືກັບເຫດການສຸກເສີນ.
• ຄວາມຮັບຜິດຊອບໃນໂຮງຮຽນ: ສ້າງຄວາມພ້ອມໃນການສັງເກດ ແລະ ຊ່ວຍເຫຼືອໝູ່ເພື່ອນ ຫຼື ຄູອາຈານໄດ້ທັນເວລາ.
• ທີ່ພຶ່ງຂອງຄອບຄົວ: ເປັນກຳລັງສຳຄັນທີ່ສາມາດເບິ່ງແຍງ ແລະ ປົກປ້ອງຄົນທີ່ຮັກຢູ່ເຮືອນ.
• ພື້ນຖານເພື່ອສັງຄົມ: ປູກຝັງຄວາມຮັບຜິດຊອບຕໍ່ສ່ວນລວມ ແລະ ພ້ອມທີ່ຈະຍື່ນມືເຂົ້າຊ່ວຍເຫຼືອຜູ້ອື່ນຢ່າງຖືກວິທີ.

"ທັກສະທີ່ນ້ອງໆໄດ້ຮຽນຮູ້ຄັ້ງນີ້ ຄືຈຸດເລີ່ມຕົ້ນຂອງການເປັນຜູ້ນຳທີ່ມີຄຸນນະພາບ. ເພາະການມີຄວາມຮູ້ ແລະ ຄວາມໝັ້ນໃຈ ຈະປ່ຽນໃຫ້ນັກຮຽນກາຍເປັນ 'ຜູ້ຊ່ວຍຊີວິດ' ທີ່ດີຕໍ່ສັງຄົມ."

ຫາກທ່ານສົນໃຈໃນ ການນຳເອົາການຝຶກອົບຮົມ CPR ທີ່ມີມາດຕະຖານ ນອນໃນຫລັກສູດ ຫຼື ເຝິກໃຫ້ນັກຮຽນຂອງທ່ານ

ສາມາດຕິດຕໍ່ໄດ້ທີ່: One Medical Center
+856 2099332291
ສະຖານທີ່: ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

__________________________

A huge shoutout to the students at KIS! 🎓. Our Year 2 to Year 6 students proved that you are never too young to make a difference. They have officially mastered the fundamentals of life-saving CPR.

This training goes far beyond a classroom lesson—it is about building a powerful foundation for our youth:

• Cultivating Confidence: We turn hesitation into decisive action, ensuring students stay calm and capable during emergencies.
• Reliability in School: Equipping them to look out for their peers and teachers with a watchful eye.
• Protection for the Family: Transforming them into a vital layer of safety for their loved ones at home.
• Community Responsibility: Instilling a leadership mindset that is always ready to step up and serve others correctly.

"The skills these students learned this time are the building blocks of true leadership. By bridging the gap between knowledge and courage, we aren't just teaching students—we are empowering the lifesavers our society needs."

Ready to bring high-impact CPR training and confidence-building to your school?

Contact us: One Medical Center
+856 2099332291
Location: Dongnathong Village, Sikhottabong District, Vientiane Capital.

#ຊ່ວຍຊີວິດ #ທັກສະຊີວິດ #ຄວາມຮັບຜິດຊອບ #ການຮຽນຮູ້

☀️ ຫນ້າຮ້ອນນີ້ ຕ້ອງລະວັງ!5 ພະຍາດຍອດຮິດທີ່ພໍ່ແມ່ບໍ່ຄວນເບິ່ງຂ້າມເພາະເດັກນ້ອຍມີພູມຄຸ້ມກັນທີ່ຕ່າງຈາກຜູ້ໃຫຍ່, ການເຝົ້າລະວັງ 5...
19/02/2026

☀️ ຫນ້າຮ້ອນນີ້ ຕ້ອງລະວັງ!

5 ພະຍາດຍອດຮິດທີ່ພໍ່ແມ່ບໍ່ຄວນເບິ່ງຂ້າມ

ເພາະເດັກນ້ອຍມີພູມຄຸ້ມກັນທີ່ຕ່າງຈາກຜູ້ໃຫຍ່, ການເຝົ້າລະວັງ 5 ພະຍາດໃນລະດູຮ້ອນຈຶ່ງເປັນສິ່ງສຳຄັນທີ່ສຸດ. ຫາກທ່ານມີຄວາມກັງວົນ ຫຼື ສັງເກດເຫັນອາການຜິດປົກກະຕິຂອງລູກຫຼານ...

ທີ່ One Medical Center ພວກເຮົາ ມີແພດຊ່ຽວຊານເດັກ ທີ່ພ້ອມໃຫ້ຄຳປຶກສາ ແລະ ເບິ່ງແຍງລູກນ້ອຍຂອງທ່ານຢ່າງໃກ້ຊິດ ເພື່ອຄວາມອຸ່ນໃຈຂອງຄອບຄົວ.

🏥 One Medical Center
📞 ຕິດຕໍ່ນັດໝາຍປຶກສາແພດຊ່ຽວຊານເດັກ: +856 2099332291 📍
ສະຖານທີ່: ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

___________

☀️ Watch Out This Summer!

5 Common Illnesses Parents Shouldn’t Overlook

Because children’s immune systems are different from adults, staying vigilant against common summer diseases is essential for their safety.

If you are concerned or notice any unusual symptoms in your child, don't wait. At One Medical Center, our pediatric specialists are ready to provide expert consultations and dedicated care to keep your little ones healthy and happy.

🏥 One Medical Center
📞 Book an appointment with our Pediatrician: +856 2099332291
📍 Location: Dongnathong Village, Sikhottabong District, Vientiane Capital.

#ສູນການແພດວັນ #ທ່ານໝໍເດັກ #ສຸຂະພາບເດັກ #ພະຍາດໃນເດັກ #ລະດູຮ້ອນ #ຮັກລູກ #ຄອບຄົວ #ບ້ານດົງນາທອງ #ປ້ອງກັນດີກວ່າປິ່ນປົວ

15/02/2026

Happy Sunday! 🌿

ຢ່າລືມໃຫ້ເວລາຕົນເອງໄດ້ພັກຜ່ອນ ເພື່ອສຸຂະພາບທີ່ແຂງແຮງ.
"Good health starts with proper rest."

ດ້ວຍຄວາມຫ່ວງໃຍຈາກ One Medical Center ✨

WE ARE HIRING! | ປະກາດຮັບສະໝັກພະນັກງານJoin our team at One Medical and Wellness Center! We are looking for talented prof...
13/02/2026

WE ARE HIRING! | ປະກາດຮັບສະໝັກພະນັກງານ

Join our team at One Medical and Wellness Center! We are looking for talented professionals to join us in the following roles:
ພວກເຮົາກຳລັງເປີດຮັບສະໝັກເພື່ອນຮ່ວມງານໃໝ່ ເພື່ອມາຮ່ວມງານກັບ One Medical and Wellness Center ໃນຕຳແໜ່ງ:

✅ Senior Accounting
✅ Business Ex*****on
✅ Junior Administration

📲 Contact HR Directly | ຕິດຕໍ່ພະແນກບຸກຄະລາກອນໂດຍກົງ:
Scan the QR Code in the image to contact our HR team directly and submit your CV! ສະແກນ QR Code ໃນຮູບເພື່ອຕິດຕໍ່ສອບຖາມ ແລະ ສົ່ງ CV ຫາພະແນກບຸກຄະລາກອນໂດຍກົງ!
• 📧 Email: HR@onemedscenter.com
• 📞 WhatsApp: +856 20 55 694 624

#ຮັບສະໝັກພະນັກງານ #ວຽງຈັນ

ສິ່ງທີ່ຄູ່ຮັກມັກ "ມອງຂ້າມ" ແຕ່ສຳຄັນທີ່ສຸດ... 🤫ບໍ່ແມ່ນແຕ່ເລື່ອງເງິນ ຫຼື ເລື່ອງເວລາ, ແຕ່ແມ່ນການມີ "ສຸຂະພາບ" ທີ່ແຂງແຮງເພື່ອ...
08/02/2026

ສິ່ງທີ່ຄູ່ຮັກມັກ "ມອງຂ້າມ" ແຕ່ສຳຄັນທີ່ສຸດ... 🤫

ບໍ່ແມ່ນແຕ່ເລື່ອງເງິນ ຫຼື ເລື່ອງເວລາ, ແຕ່ແມ່ນການມີ "ສຸຂະພາບ" ທີ່ແຂງແຮງເພື່ອຢູ່ຄຽງຂ້າງກັນໄປດົນໆ. ການກວດສຸຂະພາບບໍ່ແມ່ນເລື່ອງຂອງຄົນປ່ວຍ, ແຕ່ແມ່ນເລື່ອງຂອງຄົນທີ່ "ວາງແຜນອະນາຄົດ" ຮ່ວມກັນ. 👩‍❤️‍👨
ພ້ອມດູແລຄູ່ຂອງທ່ານດ້ວຍ ແພັກເກັດກວດສຸຂະພາບຄູ່ຮັກ (Couple Healthcare) ແບບ Fast Track ✨

✅ ຮູ້ຜົນໄວ ບໍ່ຕ້ອງລໍຖ້າດົນ
✅ ຮັບປະກັນຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນ 100%
✅ ບໍລິການແບບມືອາຊີບ

What couples often "overlook," yet matters the most... 🤫

It’s not just about wealth or time, but having the "health" to enjoy life together. Health screening isn't just for those who feel unwell—it’s for those who are "planning a future" together. 👩‍❤️‍👨
Prioritize your partner with our Couple’s Health Package (Fast Track) ✨

✅ Fast results with minimal wait time
✅ 100% Data Privacy and Confidentiality Guaranteed
✅ Professional and personalized service

ສອບຖາມຂໍ້ມູນ ຫຼື ປຶກສາໝໍ ໂທ: +856 20 99 332 291
ສະຖານທີ່: ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

#ຄູ່ຮ່ວມສຸຂະພາບ #ສຸຂະພາບດີ
#ວາງແຜນຊີວິດຄູ່ #ກວດສຸຂະພາບ

ຢ່າປ່ອຍໃຫ້ອາການເຈັບປ່ວຍເລັກນ້ອຍ ກາຍເປັນເລື່ອງໃຫຍ່. ບໍ່ວ່າຈະເປັນໄຂ້, ໄອ ຫຼື ຕຸ່ມຜື່ນຕາມຕົນຕົວ, ການພົບແພດແມ່ນສິ່ງສຳຄັນທີ່ສ...
01/02/2026

ຢ່າປ່ອຍໃຫ້ອາການເຈັບປ່ວຍເລັກນ້ອຍ ກາຍເປັນເລື່ອງໃຫຍ່. ບໍ່ວ່າຈະເປັນໄຂ້, ໄອ ຫຼື ຕຸ່ມຜື່ນຕາມຕົນຕົວ, ການພົບແພດແມ່ນສິ່ງສຳຄັນທີ່ສຸດ.

ຢຸດເດົາອາການເອງ ແລ້ວໃຫ້ທີມແພດຊ່ຽວຊານຂອງພວກເຮົາຊ່ວຍເບິ່ງແຍງ ເພື່ອຄວາມອຸ່ນໃຈຂອງທຸກຄົນໃນຄອບຄົວ.

Don't let minor symptoms turn into major concerns. Whether it’s a fever, a cough, or a sudden rash, consulting a doctor early is the most important step.

Stop guessing the symptoms and let our team of experts provide the care and peace of mind your family deserves.

ສອບຖາມຂໍ້ມູນ ຫຼື ປຶກສາໝໍ ໂທ: +856 20 99 332 291
ສະຖານທີ່: ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

#ຄູ່ຮ່ວມສຸຂະພາບ #ສຸຂະພາບດີ

ຮຽນການປະຖົມພະຍາບານເບື້ອງຕົ້ນ ແລະ ການຊ່ວຍການກູ້ຊີບ (First Aid & CPR ) ບໍ່ແມ່ນພຽງຮຽນເອົາໃບຢັ້ງຢືນເທົ່ານັ້ນ — ແຕ່ມັນຄືການກຽ...
09/01/2026

ຮຽນການປະຖົມພະຍາບານເບື້ອງຕົ້ນ ແລະ ການຊ່ວຍການກູ້ຊີບ (First Aid & CPR ) ບໍ່ແມ່ນພຽງຮຽນເອົາໃບຢັ້ງຢືນເທົ່ານັ້ນ — ແຕ່ມັນຄືການກຽມພ້ອມເພື່ອສ້າງຄວາມປອດໄພໃຫ້ກັບຕົນເອງ ແລະ ຄົນອ້ອມຂ້າງ.

ຫຼັກສູດນີ້ ຈະຊ່ວຍໃຫ້ທ່ານມີທັກສະທີ່ຈຳເປັນ ເພື່ອໃຊ້ເຂົ້າໃນຊີວິດປະຈຳວັນ:

• 👤 ຕົວທ່ານເອງ: ເສີມສ້າງຄວາມໝັ້ນໃຈ ແລະ ມີສະຕິໃນການຮັບມືກັບເຫດການທີ່ບໍ່ຄາດຄິດ.
• 🏠 ຄອບຄົວ: ສາມາດປົກປ້ອງຄົນທີ່ທ່ານຮັກໄດ້ທັນທ່ວງທີໃນຍາມສຸກເສີນ.
• 🏢 ບ່ອນເຮັດວຽກ: ສ້າງສະພາບແວດລ້ອມທີ່ປອດໄພ ແລະ ເປັນເພື່ອນຮ່ວມງານທີ່ທຸກຄົນໃຫ້ຄວາມໄວ້ວາງໃຈ.
• 🌏 ສັງຄົມ ແລະ ຊຸມຊົນ: ເປັນພົນລະເມືອງທີ່ມີຄວາມຮັບຜິດຊອບ ແລະ ພ້ອມທີ່ຈະຊ່ວຍເຫຼືອເພື່ອນມະນຸດໃນເກີດອຸບັດຕິເຫດ

ເພາະໃນນາທີສຸກເສີນ, ທ່ານຄືຄົນສຳຄັນທີ່ສຸດທີ່ຈະສາມາດຊ່ວຍເຫຼືອ ແລະ ຕໍ່ລົມຫາຍໃຈໃຫ້ກັບຜູ້ອື່ນໄດ້.

📅 ວັນທີ: ວັນເສົາ, 17 ມັງກອນ
📍 ສະຖານທີ່: One Medical Center, ບ້ານ ດົງນາທອງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
👉 ລົງທະບຽນໄດ້ທີ່ລິ້ງ: https://forms.gle/GVPVqbT6zbsmARNA8

0020 99 332 291________________________________________

Why learn First Aid & CPR? It’s not just about a certificate—it’s about the ripple effect you create in the world.

Our monthly First Aid Training is designed to give you the skills that impact everyone around you

👤 For Yourself: Gain the confidence to stay calm when others panic.
🏠 For Your Family: Be the first line of defense for the ones you love most at home.
🏢 For Your Company: Create a safer workplace and be a colleague your team can trust.
🌏 For Your Community: Be a responsible citizen ready to help a stranger in need.
Because in an emergency, you are the key person who can help and save lives.

📅 Date: Saturday, January 17th
📍 Location: One Medical Center. Dongnathong Village, Sikhottabong District, VT capital
👉 Register here Link: https://forms.gle/GVPVqbT6zbsmARNA8

0020 99 332 291
--------------------------------------------------------------------
ສອບຖາມຂໍ້ມູນ ຫຼື ປຶກສາໝໍ ໂທ: +856 20 99 332 291
ສະຖານທີ່: ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

#ການປະຖົມພະຍາບານຂັ້ນຕົ້ນ

25/12/2025

✨ ແຈ້ງການພັກບຸນປີໃໝ່ສາກົນ ✨
🎉 NEW YEAR HOLIDAY ANNOUNCEMENT 🎉

ມື້ນີ້ ທີມງານ One Medical Center ໄດ້ສຳເລັດການຝຶກອົບຮົມຫຼັກສູດພິເສດ MCI (Mass Casualty Incident training-ການຮັບມືອຸບັດເຫດ...
08/12/2025

ມື້ນີ້ ທີມງານ One Medical Center ໄດ້ສຳເລັດການຝຶກອົບຮົມຫຼັກສູດພິເສດ MCI (Mass Casualty Incident training-ການຮັບມືອຸບັດເຫດທີ່ມີຜູ້ບາດເຈັບຈຳນວນຫຼາຍ) ສຳລັບໜ່ວຍກູ້ຊີບ ແລະ ບຸກຄະລາກອນທາງການແພດ.

ຜ່ານການຈຳລອງຫຼາກຫຼາຍສະຖານະການສຸກເສີນ, ພວກເຮົາໄດ້ພັດທະນາທັກສະການປະສານງານ ແລະ ການຮັບມືກັບເຫດການສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ. ການຝຶກອົບຮົມໃນຄັ້ງນີ້ ເປັນການຮັບປະກັນວ່າ ເມື່ອມີເຫດການສຸກເສີນເກີດຂຶ້ນ, ທີມງານຂອງພວກເຮົາຈະສາມາດເຮັດວຽກຮ່ວມກັນເປັນໜຶ່ງດຽວ ເພື່ອມອບການດູແລຮັກສາທີ່ດີທີ່ສຸດ.

ພວກເຮົາມຸ່ງໝັ້ນທີ່ຈະພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອສ້າງຄວາມໝັ້ນໃຈໃນເລື່ອງຄວາມປອດໄພ ແລະ ມອບການບໍລິການທີ່ດີສຳລັບທຸກຄົນໃນຊຸມຊົນຂອງພວກເຮົາ.

______________________________________________

Today, the One Meds team completed specialized Mass Casualty Incidents (MCI) Training for Emergency Responders and Healthcare Workers.

By simulating complex emergency scenarios, we improved our coordination and rapid response skills. This training ensures that in times of need, our team acts as one cohesive unit to deliver the best possible care.

We are dedicated to constant improvement to ensure safety, security, and exceptional service for everyone in our community.

24/11/2025

🏥 ສູນການແພດ Medical Center ຮັບສະໝັກພະນັກງານ!
🎓 ນັກສຶກສາຈົບໃໝ່ກໍ່ສາມາດສະມັກໄດ້! ສຳຫລັບ ຜູ້ທີ່ມີ ປະສົບການ1-2ປີ ຈະພິຈະລະນາເປັນພິເສດ

📌 ຕຳແໜ່ງ: ແມ່ນ ຕາມ ທີ່ເຮົາ ໄດ້ລະບຸໄວ້👇🏻 ດ້ານລຸ່ມນິເລີຍ👇🏻ເຈົ້າ
📍 ສະຖານທີ່: ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
😊ມາຮ່ວມກັນ ເປັນຄອບຄົວ ວັນເມສນຳ ພວກເຮົາ ຕອນນີ້ ເລີຍ

📞 020 55694 624
📧 Admin@onemedslaos.com

#ຮັບສະໝັກພະນັກງານ #ວຽກຫວ່າງ #ໂອກາດເຮັດວຽກ

ທີ່ສູນການແພດ One Medical Center ບໍ່ແມ່ນພຽງແຕ່ສູນກວດສຸຂະພາບ ແຕ່ພວກເຮົາແມ່ນສູນທີ່ໃຫ້ຄວາມສຳຄັນກັບການສ້າງຊຸມຊົນໃຫ້ມີສຸຂະພາບແຂງແຮງ ໂດຍແນ່ໃສ ແລະ ໃຫ້ຄວາມສໍາຄັນໃນການປ້ອງກັນ ແລະ ການດູແລສຸຂະພາບແບບເຂົ້າໃຈຄວາມຈໍາເປັນດ້ານສຸຂະພາບຂອງທັງບຸກຄົນ ແລະ ອົງກອນຕ່າງໆ.

Address

Dongnathong
Vientiane
01010

Opening Hours

Monday 07:00 - 19:30
Tuesday 07:00 - 19:30
Wednesday 07:00 - 19:30
Thursday 07:00 - 19:30
Friday 07:00 - 19:30
Saturday 07:00 - 19:30
Sunday 07:00 - 19:30

Website

Alerts

Be the first to know and let us send you an email when One Medical and Wellness Center ສູນການແພດ ວັນເມດີໂຄ ແອນແວວ ເນດສ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share