Lao-viet hospital

  • Home
  • Lao-viet hospital

Lao-viet hospital ພວກເຮົາເປັນໂຮງໝໍເອກະສົນແຫ່ງທຳອິດຂອງ ສປປ ລາວ

ຂ່າວດີສຳຫລັບໃຜທີ່ຕ້ອງການເຮັດວຽກທາງໂຮງໝໍ ລາວ-ຫວຽດ ຕ້ອງການຮັບສະໝັກເພື່ອນຮ່ວມງານຫລາຍຕຳແຫນ່ງ-ທ່ານໝໍປິ່ນປົ່ວ   02 ຕຳແໜ່ງ-ໝໍເອ...
05/05/2025

ຂ່າວດີສຳຫລັບໃຜທີ່ຕ້ອງການເຮັດວຽກ
ທາງໂຮງໝໍ ລາວ-ຫວຽດ ຕ້ອງການຮັບສະໝັກເພື່ອນຮ່ວມງານຫລາຍຕຳແຫນ່ງ
-ທ່ານໝໍປິ່ນປົ່ວ 02 ຕຳແໜ່ງ
-ໝໍເອໂກ 02 ຕຳແໜ່ງ
-ພະຍາບານ 03 ຕຳແໜ່ງ
-ພະນັກງານຫ້ອງການ 03ຕຳແໜ່ງ
-ພະນັກງານການຢາ 02ຕຳແໜ່ງ
ທ່ານໃດ໋ສົນໃຈສາມາດຕິຕໍ່ໄດ່ທີ່
☎️020 5823 9555, 020 515 9159

ໂປຣໂມຊັ້ນຕ້ອນຮັບ ວັນແມ່ຍິງສາກົນ 8 ມີນາ ຫຼຸດຄ່າສັກຢາວັກຊີນກັນໄຂ້ຫວັດໃຫຍ່ 4 ສາຍພັນ ເຫຼືອ 550.000 ກີບ/ເຂັມ ( ຈາກລາຄາປົກກະຕິ...
06/03/2025

ໂປຣໂມຊັ້ນຕ້ອນຮັບ ວັນແມ່ຍິງສາກົນ 8 ມີນາ
ຫຼຸດຄ່າສັກຢາວັກຊີນກັນໄຂ້ຫວັດໃຫຍ່ 4 ສາຍພັນ ເຫຼືອ 550.000 ກີບ/ເຂັມ ( ຈາກລາຄາປົກກະຕິ 650.000 ກີບ/ເຂັມ )

25/02/2025

ພະຍາດອະຫິວາໝູໄດ້ເກີດຂຶ້ນຢູ່ຫຼາຍແຂວງຫຼາຍທ້ອງຖິ່ນໃນທົ່ວປະເທດ ເຊິ່ງເປັນສິ່ງທ້າທາຍຕໍ່ກັບການ ເກີດພະຍາດລະບາດເຂົ້າສູ່ວົງກວ້າງ ມາຮອດວັນທີ 14 ກຸມພາ 2025, ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງສົມທົບກັບ ເຈົ້າຂອງສັດ ບ້ານວັງໄຮ ເມືອງທ່າໂທມ ໄດ້ເກັບຕົວຢ່າງເລືອດໝູ 5 ຕົວຢ່າງ ສົ່ງໃຫ້ສູນວິໄຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໃນວັນທີ 14 ກຸມພາ 2025; ວັນທີ 19 ກຸມພາ 2025 ສູນວິໄຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໄດ້ຢັ້ງຢືນຜົນການວິໄຈວ່າ: ພົບເຊື້ອພະຍາດອະຫິວາໝູອາຟຣິກາ ພະຍາດ ອະຫິວາໝູອາຟຣິກາ ແມ່ນເຊື້ອພະຍາດຕິດຕໍ່ຮ້າຍແຮງພະຍາດໜຶ່ງຂອງໝູສາມາດຕິດຕໍ່ໃສ່ໝຸທຸກຊະນິດ, ທຸກສາຍ ພັນ, ທຸກອາຍຸ ແລະ ທຸກເພດໄວ ລວມທັງໝູປ່າ, ມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາປ້ອງກັນ, ບໍ່ມີ ຢາປິ່ນປົວໂດຍກົງ ອັດຕາການຕາຍຂອງໝູທີ່ຕິດເຊື້ອພະຍາດນີ້, ສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ ແລະ ເຖິງຢ່າງໃດ ກໍ່ຕາມພະຍາດນີ້ກໍ່ຍັງສືບຕໍ່ຂົ່ມຂູ່ສຸຂະພາບຂອງສັດ ແຜ່ຂະຫຍາຍໃນວົງກວ້າງ, ສົ່ງຜົນລົບຕໍ່ການຜະລິດໝູ ແລະ ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ; ເພື່ອບໍ່ໃຫ້ພະຍາດແຜ່ລາມອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບດ້ານລົບ ຕໍ່ການຜະລິດໝູ ແລະ ການດຳລົງຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ມີຄວາມຈຳເປັນທີ່ສຸດຕ້ອງພ້ອມກັນຕ້ານ, ສະກັດກັ້ນ ແລະ ຕອບໂຕ້ ພະຍາດໃຫ້ສະຫງົບລົງໂດຍໄວນັ້ນ:

ເຈົ້າເມືອງອອກຄຳສັ່ງ ດັ່ງນີ້:
1. ປະກາດເຂດສີແດງ 1 ບ້ານ ບ້ານວັງໄຮ ເມືອງທ່າໂທມ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ.

2. ປະກາດເຂດສີເຫລືອງຄື: ບ້ານປາກຍອງເມືອງທ່າໂທມ ແລະ ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.

3. ປະກາດເຂດເຝົ້າລະວັງຢູ່ 24 ບ້ານ ພາຍໃນເມືອງ (ນອກຈາກເຂດທີ່ມີການລະບາດ) ແລະ ເຂດໃດ ທີ່ມີການພົບເຫັນສັດ (ໝູ) ທີ່ມີອາການໄຂ້ສູງ 42 °c ໃບຫູ ແລະ ຜິວໜັງເປັນປ່າມສີແດງຊໍ້າ, ມີ ຈຸດເນື້ອຕາຍຕາມຜິວໜັງພື້ນທ້ອງນ້ອຍ ແລະ ປາກົດມີໝູຕາຍຢ່າງກະທັນຫັນ ຫຼື ຊຳເຮື້ອ ຕ້ອງລາຍງານໃຫ້ພາກສ່ວນກ່ຽວຂ້ອງ ຫລື ສັດຕະວະແພດບ້ານ ເພື່ອລາຍງານໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງກວດກາ ແລະ ເກັບຕົວຢ່າງໄປວິໄຈຢ່າງ ເລັ່ງດ່ວນ ແລະ ແກ້ໄຂໃຫ້ທັນການ.

4. ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດຕ້ານ ແລະ ຕອບໂຕ້ພະຍາດອະຫິວາໝູອາຟຣິກາ ທີ່ເກີດຂຶ້ນໂດຍໄວ, ພ້ອມທັງວາງແຜນກຽມຄວາມພ້ອມ ເປັນຕົ້ນ: ກໍາລັງຄົນ, ວັດຖຸອຸປະກອນ, ພາຫະນະ ແລະ ອຸປະກອນ ເພື່ອລົງເຄື່ອນໄຫວຕ້ານ ແລະ ຕອບ ໂຕ້ພະຍາດໃຫ້ທັນການ.

5. ໃຫ້ນໍາໃຊ້ມາດຕະການ ໃນເຂດພະຍາດກໍາລັງລະບາດ (ເຂດສີແດງ) ດັ່ງນີ້:
- ຈຸດໃດທີ່ມີສັດ (ໝູຕາຍ, ເຈັບ) ຫຼື ພວມລະບາດຕ້ອງແຈ້ງໃຫ້ຜູ້ຮັບຜິດຊອບວຽກງານສັດຕະວະແພດຂັ້ນບ້ານ, ເພື່ອແຈ້ງຕໍ່ໄປຫາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກວດກາແລ້ວພ້ອມ ກັນກໍາຈັດ ຫລື ທໍາລາຍຢ່າງຖືກຕ້ອງຕາມວິທີທາງເຕັກນິກ.
- ຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ, ຊິ້ນສ່ວນໝູ ແລະ ຜະລິດຕະພັນໝູທຸກຊະນິດຈາກໝູ (ເຂົ້າ-ອອກ) ເຂດທີ່ມີການລະບາດໃນເຂດວົງລັດສະໝີ 1 ກິໂລແມັດ ນັບທັງເຂດບ້ານ ເມືອງ ແຂວງ ແລະ ຕ່າງປະເທດ ຈົນກວ່າຈະມີແຈ້ງການຮັບຮອງຄວາມປອດໄພ.
- ຫ້າມນໍາເອົາຊິ້ນສ່ວນຕ່າງໆ ຂອງໝູທີ່ຢູ່ໃນຂອບເຂດພະຍາດລະບາດ ໄປປຸງແຕ່ງອາຫານ ຫລື ຈໍາໜ່າຍຊື້-ຂາຍເດັດຂາດໂດຍມອບໃຫ້ວິຊາການຜູ້ຮັບຜິດຊອບວຽກງານກວດກາອະນາໄມຊີ້ນ ກວດ ກາຕິດຕາມຢ່າງເຂັ້ມງວດ.
- ຫ້າມບໍ່ໃຫ້ປະຊາກສົບສັດທີ່ເນົ່າເປື່ອຍ ຫລື ຖິ້ມລົງໜອງນໍ້າ, ຫ້ວຍນໍ້າ, ແມ່ນໍ້າຕ່າງໆ ຢ່າງເດັດຂາດ, ຖ້າສັດລ້ຽງຂອງຕົນມີອາການຜິດປົກກະຕິ ແລະ ຕ້ອງການກຳຈັດ ແລະ ທໍາລາຍ ດ້ວຍການ ຂຸດຂຸມໃຫ້ເລິກ ແລ້ວໂຮຍປູນຂາວ ຫລື ໃຊ້ນໍ້າຢາຂ້າເຊື້ອ ໃຫ້ຖືກຕ້ອງຕາມເຕັກນິກ.
- ໃຫ້ອະນາໄມຄອກສັດດ້ວຍວິທີການຂ້າເຊື້ອພະຍາດດ້ວຍການໃຊ້ນໍ້າຢາຂ້າເຊື້ອ ຫຼື ໂຮຍປູນຂາວ ໃນບ່ອນຢູ່ຂອງສັດທີ່ຕິດເຊື້ອ ຫລື ສັດຕາຍຢ່າງທົ່ວເຖິງ.
- ຫ້າມບໍ່ໃຫ້ມີການລ້ຽງໝູເພີ່ມໃນວົງລັດສະໝີ 1 ກິໂລແມັດ ໃນຂອບເຂດທີ່ມີການລະບາດຂອງ ພະຍາດດັ່ງກ່າວຢ່າງເດັດຂາດ ເພາະຈະເຮັດໃຫ້ເຊື້ອພະຍາດທີ່ກໍາລັງລະບາດຕິດຕໍ່ສັດລ້ຽງ ແລະ ຈະສ້າງຄວາມເສຍຫາຍດ້ານເສດຖະກິດຕໍ່ຜູ້ລ້ຽງ.

6. ໃຫ້ນໍາໃຊ້ມາດຕະການໃນເຂດເຝົ້າລະວັງ (ເຂດສີເຫລືອງ) ດັ່ງນີ້:
- ແຈ້ງເຕືອນ ຫລື ຈັດຕັ້ງໂຄສະນາເຜີຍແຜ່ໃຫ້ທຸກບ້ານ, ທຸກຄອບຄົວຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຄວາມອັນຕະລາຍຮ້າຍແຮງຂອງພະຍາດອະຫິວາໝູອາຟຣິກາ ດ້ວຍການເອົາໃຈໃສ່ເພີ່ມທະວີໃນ ການໃກ້ຊິດດູແລສັດລ້ຽງປະເພດໝູ ເພື່ອຮັບຮູ້ໄດ້ການລະບາດ ແລະ ລົງຄວບຄຸມຢ່າງທັນການ.
- ຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດ ແລະ ຊິ້ນສ່ວນປະເພດໝູຢູ່ພາຍໃນ, ຕ່າງບ້ານ ຫຼື ຕ່າງເມືອງ ເຂົ້າມາເຂດທີ່ເຝົ້າລະວັງຢ່າງເດັດຂາດ.
- ບໍ່ໃຫ້ປ່ອຍສັດ ຫລື ໄປລ້ຽງສັດ ຢູ່ໃກ້ໝູ່ບ້ານທີ່ກຳລັງແຜ່ລະບາດພະຍາດຢ່າງເດັດຂາດ.
- ໃຫ້ເອົາໝູເຂົ້າຄອກພ້ອມນັ້ນຕ້ອງອະນາໄມຄອກ, ຂ້າເຊື້ອໃນຄອກສັດດ້ວຍການໂຮຍປູນຂາວ ຫຼື ນໍ້າຢາຂ້າເຊື້ອ ແລະ ເຈົ້າຂອງສັດຕ້ອງມີຄວາມລະມັດລະວັງສູງ ໃນການນໍາໃຊ້ອາຫານສັດ ດ້ວຍ ການຫ້າມເອົາອາຫານຈາກເຂດທີ່ມີການລະບາດພະຍາດສັດ ເຂົ້າມາເກືອສັດຕົນເອງ ແລະ ມີ ຄວາມລະມັດລະວັງ ຫ້າມຄົນນອກເຂົ້າເຂດຄອກສັດ ເພາະອາດເປັນພາຫະນະນໍາເຊື້ອໃຫ້ສັດລ້ຽງ ຂອງຕົນເອງ.

7. ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສິດພົ່ນຢາຂ້າເຊື້ອຢູ່ ທາງ ເຂົ້າ-ອອກ ຂອບເຂດຈຸດທີ່ມີພະຍາດລະບາດ (ບ້ານວັງໄຮ).

8. ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ສົມທົບກັບຫ້ອງການອຸດສະຫະກຳ ແລະ ການຄ້າ ແລະ ພາກສ່ວນ ທີ່ກ່ຽວຂ້ອງຕິດຕາມກວດກາ ແລະ ເຝົ້າລະວັງຜູ້ປະກອບການຕ່າງໆ ເພື່ອບໍ່ໃຫ້ມີການລັກລອບຄ້າຂາຍ ຊີ້ນໝູໃນຊ່ວງພະຍາດລະບາດ.

9. ມອບໃຫ້ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງໂຄສະນາອອກຂ່າວສື່ວິທະຍຸ, ໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ.

10. ພາຍຫລັງໄດ້ຮັບຄໍາສັ່ງສະບັບນີ້, ແລ້ວໃຫ້ບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງ, ອົງການປົກຄອງ ບ້ານ ຢູ່ພາຍໃນເມືອງທ່າໂທມ ຮີບຮ້ອນຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ-ລັດຖະກອນຕະຫຼອດ ຮອດປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຮັບຊາບຢ່າງທົ່ວເຖິງ.

11. ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດອະຫິວາໝູອາຟຣິກາ ແລ້ວສະຫລຸບສັງລວມຜົນ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ລາຍງານໃຫ້ການນໍາເມືອງເປັນແຕ່ລະໄລຍະ ເພື່ອມີທິດ ຊີ້ນໍາແກ້ໄຂຢ່າງທັນການ.

12. ຄໍາສັ່ງສະບັບນີ້, ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ສະບາຍດີໃນເດື່ອນແຫ່ງຄວາມຮັກ ວັນທີ່ 14 ກຸມພາ ທາງໂຮງໝໍໄດ້ມີແພັກເກັດດີໆໃຫ້ແກ່ຜູ້ທີ່ກຳລັງສ້າງຄອບຄົວໃໝ່ ຫຼື ຄູ່ຮັກທີ່ວາງແຜນທີ່...
03/02/2025

ສະບາຍດີໃນເດື່ອນແຫ່ງຄວາມຮັກ ວັນທີ່ 14 ກຸມພາ ທາງໂຮງໝໍໄດ້ມີແພັກເກັດດີໆໃຫ້ແກ່ຜູ້ທີ່ກຳລັງສ້າງຄອບຄົວໃໝ່ ຫຼື ຄູ່ຮັກທີ່ວາງແຜນທີ່ຈະມີລູກ
ພວກເຮົາມີແພດຊ່ຽງຊານ ແລະ ມີປະສົບການສູງ ທາງໂຮງໝໍແມ່ນຈະມີສ່ວນຫຼຸດໃຫ້ 25% ແຕ່ວັນທີ່ 01/02/2025 – 28/02/2025 ຕະຫຼອດເດືອນກຸ່ມພານີ້.
ຂໍໃຫ້ທຸກທ່ານມີຄວາມສຸກສົມຫວັງກັບໃນວັນແຫ່ງຄວາມຮັກ

03/02/2025
03/02/2025

ພວກເຮົາເປັນໂຮງໝໍເອກະສົນແຫ່ງທຳອິດຂອງ ສປປ ລາວ

14/01/2025

👏 ຂ່າວດີທີ່ສຸດ ເມື່ອທີມແພດໝໍຊື່ດັງ ໂຄງການ Operation International ຈະເດີນທາງ ມາຜ່າຕັດຟຣີ ໃຫ້ຄົນລາວ ຢູ່ ໂຮງໝໍແຂວງຈຳປາສັກ ລະຫວ່າງວັນທີ 08-15 ມີນາ 2025.

ການຜ່າຕັດຄັ້ງນີ້ ປະກອບມີ:
* ຜ່າຕັດໂລກໄສ້ເລື້ອນ
* ຜ່າຕັດ ເນື້ອງອກຢູ່ກະເພາະອາຫານ
* ຜ່າຕັດໄສ້ອ່ອນ
* ຜ່າຕັດໄສ້ແກ່
* ຜ່າຕັດໄສ້ແກ່ສ່ວນສຸດ
* ຜ່າຕັດ ຖົງບີ ແລະ ທໍ່ນ້ຳບີ
* ຜ່າຕັດປອດ
* ຜ່າຕັດຫລອດອາຫານ
* ການຜ່າຕັດ ພາວະເຫື່ອອອກຫຼາຍ
* ມີບັນຫາກ່ຽວກັບການຍ່ຽວ
* ຜ່າຕັດຮວຍໄຂ່
* ຜ່າຕັດ ເນື້ອງອກຢູ່ເບົ້ານົມ
* ຜ່າຕັດມົດລູກທາງໜ້າທ້ອງ ແລະ ຊ່ອງຄອດ
* ເລືອດອອກມົດລູກ ຜິດປົກກະຕິ
* ເຈັບມົດລູກ ຊໍາເຮື້ອ

ການຜ່າຕັດ ແມ່ນບໍ່ມີຄ່າໃຊ້ຈ່າຍໃດໆ. ຈອງລົງຖະບຽນ ເຂົ້າຮ່ວມການຜ່າຕັດ ທີ່ເບີ: 020-78188000 ຫຼື ສົ່ງອີເມລ: REGISTER.LA.OI@gmail.com

28/12/2024

#รำวงลาว 🇱🇦มรดกโลก เชิญมาร่วมกันให้เยอะที่สุด ❤ ຍິ່ງໃຫຍ່ທີ່ສຸດ ໃນປະເທດລາວ ! ຂໍເຊີນຊວນບັນດາທ່ານ ຮ່ວມລົງທະບຽນອອນລາຍ ແລະ ເຂົ້າຮ່ວມຟ້ອນລໍາວົງ ເພື່ອສະເຫຼີມສະຫຼອງລໍາວົງລາວ ເປັນມໍລະດົກໂລກ !!!
👉ວັນທີ່ 31/12/2024 ເວລາ 22:00 - 24:00 ໂມງ.
ເຂົ້າຮ່ວມງານໂດຍການລົງທະບຽນເປັນຄູ່ (ຍິງ+ຊາຍ) ແລະ ແຕ່ງກາຍຊຸດວັດທະນະທຳຂອງລາວ. ກົດລິ້ງດ້ານລຸ່ມ
👉ລົງທະບຽນອອນລາຍ.
https://forms.gle/DwJF9tuKpAGzxfJdA
ຈັດໂດຍ: ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍງານຈະໄດ້ຈັດຂຶ້ນ

ไปไทยมาลาว ไปไหนไปกัน ไทยลาวไปด้วยกัน
#ความสัมพันธ์ #เที่ยวลาว #เที่ยวไทย
#ไทยลาว #ลาวไทย

ຂ່າວດີສຳຫລັບໃຜທີ່ຕ້ອງການເຮັດວຽກທາງໂຮງໝໍ ລາວ-ຫວຽດ ຕ້ອງການຮັບສະໝັກເພື່ອນຮ່ວມງານຫລາຍຕຳແຫນ່ງ-ທ່ານໝໍປິ່ນປົ່ວ   02 ຕຳແໜ່ງ-ໝໍເອ...
13/12/2024

ຂ່າວດີສຳຫລັບໃຜທີ່ຕ້ອງການເຮັດວຽກ
ທາງໂຮງໝໍ ລາວ-ຫວຽດ ຕ້ອງການຮັບສະໝັກເພື່ອນຮ່ວມງານຫລາຍຕຳແຫນ່ງ
-ທ່ານໝໍປິ່ນປົ່ວ 02 ຕຳແໜ່ງ
-ໝໍເອໂກ 02 ຕຳແໜ່ງ
-ພະຍາບານ 03 ຕຳແໜ່ງ
-ພະນັກງານຫ້ອງການ 03ຕຳແໜ່ງ
ທ່ານໃດ໋ສົນໃຈສາມາດຕິຕໍ່ໄດ່ທີ່
☎️020 5823 9555, 020 515 9159

Address


01006

Telephone

021353493

Website

Alerts

Be the first to know and let us send you an email when Lao-viet hospital posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

  • Address
  • Telephone
  • Alerts
  • Claim ownership or report listing
  • Want your practice to be the top-listed Clinic?

Share