10/09/2025
🌟 09.09.2025 — ວັນສຳຄັນຂອງຊຸມຊົນຄົນຫູໜວກໃນລາວ 🌟
ໃນວັນທີ 9 ກັນຍາ 2025 ທີ່ຜ່ານມາ ສູນຝຶກວິຊາຊີບຄົນຫູຫນວກ ມືແຫ່ງຄວາມຫວັງ ໄດ້ມີການເປີດສູນຢ່າງເປັນທາງການ ເຊິ່ງເປັນສູນຝຶກອາຊີບຄົນຫູໜວກແຫ່ງທໍາອິດໃນປະເທດລາວ. 🎉💙
ງານນີ້ໄດ້ຮັບກຽດຈາກ ທ່ານເຈົ້າເມືອງ ເມືອງໄຊທານີ, ທ່ານນາຍບ້ານ ບ້ານຫນອງບົວ, ແລະ ຮອງຜູ້ອຳນວຍການ ຈາກ ສະຖາບັນພັດທະນາອາຊີວະສຶກສາ (VEDI) ກະຊວງສຶກສາ ແລະກິລາ. ພ້ອມດ້ວຍການມາມີສ່ວນຮ່ວມຂອງ ສະມາຄົມຄົນຫູໜວກລາວ, ສູນບໍລິການຄົນພິການ, ສະມາຄົມຄົນພິການແຫ່ງຊາດ, ສູນຝຶກອາຊີບຄົນຕາບອດ, ໂຮງຮຽນ ປະຖົມ ມືແຫ່ງຄວາມຫວັງ ສໍາລັບຄົນຫູໜວກ, ແລະອົງການຕ່າງໆ. ການມາມີສ່ວນຮ່ວມຂອງທຸກທ່ານເຮັດໃຫ້ວັນນີ້ເປັນວັນທີ່ມີຄວາມໝາຍຢ່າງແທ້ຈິງ ແລະເປັນປະຫວັດສາດຂອງຊຸມຊົນຄົນຫູໜວກໃນລາວ. 🙌
ສູນແຫ່ງນີ້ບໍ່ແມ່ນເປັນພຽງແຕ່ອາຄານເທົ່ານັ້ນ ແຕ່ເປັນສະຖານທີ່ແຫ່ງ ຄວາມຫວັງ, ຄວາມຮູ້, ແລະໃຫ້ໂອກາດ. ໃນທີ່ນີ້ ຄົນຫູໜວກຈະໄດ້ຮຽນຮູ້ທັກສະອາຊີບ, ເພີ່ມຄວາມຫມັ້ນໃຈ ແລະສ້າງອະນາຄົດທີ່ເຕັມໄປດ້ວຍຄວາມພູມໃຈ ແລະມີຊີວິດທີເຕັມໄປດ້ວຍຄວາມສຳເລັດ. 🌱✨
💙 ຖ້າຄອບຄົວຂອງທ່ານມີສະມາຊິກທີ່ເປັນຄົນຫູໜວກ ທ່ານສາມາດສົ່ງລູູກຫລານຂອງທ່ານເຂົ້າມາຫາພວກເຮົາໄດ້. ເພື່ອໃຫ້ພວກເຂົາໄດ້ຄົ້ນພົບຄວາມສາມາດຂອງຕົນເອງ ແລະຮຽນຮູ້ທັກສະທີ່ຈະນຳໄປສູ່ອະນາຄົດທີ່ດີກວ່າ.
ມາຮ່ວມກັນສະແດງໃຫ້ໂລກນີ້ເຫັນວ່າ ຄົນຫູໜວກໃນລາວກໍມີຄວາມສາມາດ, ມີອະນາຄົດທີ່ດີແລະສາມາດມີສ່ວນຮ່ວມກັບສັງຄົມໄດ້ຢ່າງເຕັມສ່ວນ. 💪💙
🌟 09.09.2025 — A Historic Day for the Deaf in Laos 🌟
On September 9, 2025, we celebrated the Grand Opening of the Hands of Hope Vocational Training Center for the Deaf — the very first center of its kind in Laos. 🎉💙
The event was honored by the presence of the Head of Xaythany District, the head of our village, and representatives from the Vocational Education Development Institute (VEDI), Ministry of Education and Sports. We were also joined by the Association for the Deaf, the Disability Service Center, the Lao Disabled People’s Association, the Blind Vocational Training Center, the Hands of Hope School for the Deaf, as well as many NGOs and organizations. Their presence and support made this day truly meaningful and historic for the Deaf community in Laos. 🙌
This center is not just a building — it is a place of hope, knowledge, and opportunity. Here, deaf people will learn skills for their livelihood, gain confidence, and prepare for a future filled with dignity and independence. 🌱✨
💙 If your family has deaf members, please send them to us. Let them discover their potential, learn valuable skills, and build a brighter future.
Together, let us show the world that deaf people in Laos have ability, a future, and a place in society. 💪💙