Lao Friends Hospital for Children

Lao Friends Hospital for Children Lao Friends Hospital for Children is the only provider of free, high-quality healthcare in the country

Lao Friends Hospital for Children (LFHC) is a project by Friends Without A Border that provides free medical care and health education to children in Luang Prabang, Laos. Through the model of Treatment + Education + Prevention, the hospital treats over 15,000 children annually, educates hundreds of local medical professionals, and prevents thousands of diseases. LFHC follow's Friends Without A Border's guiding motto of compassionate care: “treat every patient as if your own child.”

31/12/2025

🙏

ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂໍສະແດງຄວາມຂອບໃຈ ມາຍັງຮ້ານອາຫານ ລາສີລະປະ La Silapa Italian&Lao Kitchen ທີ່ໄດ້ນຳເອົາພີດຊ່າຈຳນ...
31/12/2025

ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂໍສະແດງຄວາມຂອບໃຈ ມາຍັງຮ້ານອາຫານ ລາສີລະປະ La Silapa Italian&Lao Kitchen ທີ່ໄດ້ນຳເອົາພີດຊ່າຈຳນວນ 25 ຖາດ ມາບໍລິຈາກໃຫ້ແກ່ພະນັກງານຂອງພວກເຮົາ ໃນຊ່ວງເທດສະການຄຣີສມາດທີ່ຜ່ານມາ.

ພວກເຮົາຮູ້ສຶກຊາບຊຶ້ງ ແລະ ຂໍຂອບໃຈຕໍ່ກັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກຊຸມຊົນຊາວຫຼວງພະບາງ ທີ່ຄອຍຢູ່ຄຽງຂ້າງພວກເຮົາສະເໝີມາ. 💚

[English translation below]💚 ພວກເຣົາຂໍສະແດງຄວາມຂອບໃຈມາຍັງ ບໍລິສັດ Khiri Travel ທີ່ໄດ້ມອບເງິນບໍລິຈາກ ເພື່ອສະໜັບສະໜູນວຽກງາ...
30/12/2025

[English translation below]
💚 ພວກເຣົາຂໍສະແດງຄວາມຂອບໃຈມາຍັງ ບໍລິສັດ Khiri Travel ທີ່ໄດ້ມອບເງິນບໍລິຈາກ ເພື່ອສະໜັບສະໜູນວຽກງານຂອງ ທີມງານປ້ອງກັນພະຍາດເດັກນ້ອຍຂາດສານອາຫານ (Prevention Team) ຂອງພວກເຮົາ.

ພວກເຮົາຮູ້ສຶກໂຊກດີຫຼາຍ ທີ່ໄດ້ຮັບການສະໜັບສະໜູນທີ່ດີ ແລະ ຕໍ່ເນື່ອງຈາກບັນດາທຸລະກິດທ້ອງຖິ່ນ ທີ່ຍາມໃດກໍມີຄວາມເອື້ອເຟື້ອເພື່ອແຜ່ໃຫ້ແກ່ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ສະເໝີມາ.
ການມີສ່ວນຮ່ວມຂອງບັນດາທ່ານ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ກັບພາລະກິດຂອງພວກເຮົາ ໃນການສືບຕໍ່ໃຫ້ການປິ່ນປົວ ແລະ ບໍລິການດ້ານການປ້ອງກັນສຸຂະພາບ ໃຫ້ແກ່ເດັກນ້ອຍ ແລະ ຄອບຄົວໃນຊຸມຊົນຂອງພວກເຮົາ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.

ຂໍຂອບໃຈທີ່ຄອຍຢູ່ຄຽງຂ້າງພວກເຮົາ ແລະ ຮ່ວມກັນສົ່ງເສີມສຸຂະພາບທີ່ດີໃຫ້ແກ່ເດັກນ້ອຍ ໃນເຂດພາກເໜືອຂອງລາວ. 💚
-----------
💚 We’re incredibly grateful to Khiri Travel for their generous donation in support of our Prevention Team.

We are fortunate to have many local businesses that consistently support Lao Friends Hospital for Children with such generosity. Their involvement is essential to our work and helps ensure we can continue providing free care and prevention services to children and families in our community.

Thank you for standing with LFHC and for supporting children’s health in northern Laos 💚

[English translation below]ຂໍຂອບໃຈມາຍັງຊຸມຊົນຊາວຫຼວງພະບາງທີ່ຮັກແພງທຸກໆທ່ານ. ພວກເຮົາຮູ້ສຶກຊາບຊຶ້ງໃຈເປັນຢ່າງຍິ່ງ ສຳລັບການສ...
29/12/2025

[English translation below]
ຂໍຂອບໃຈມາຍັງຊຸມຊົນຊາວຫຼວງພະບາງທີ່ຮັກແພງທຸກໆທ່ານ. ພວກເຮົາຮູ້ສຶກຊາບຊຶ້ງໃຈເປັນຢ່າງຍິ່ງ ສຳລັບການສະໜັບສະໜູນທີ່ດີຢ່າງຕໍ່ເນື່ອງຈາກຊຸມຊົນທ້ອງຖິ່ນຂອງພວກເຮົາ. ບໍ່ວ່າຈະເປັນການບໍລິຈາກຜ່ານຕູ້ຮັບບໍລິຈາກ, ອາຫານ, ເຄື່ອງຫຼິ້ນ, ປຶ້ມ, ເຄື່ອງນຸ່ງຫົ່ມ ແລະ ສິ່ງຂອງຈຳເປັນໃນຊີວິດປະຈຳວັນ, ທຸກໆການປະກອບສ່ວນລ້ວນແຕ່ມີຄວາມໝາຍຕໍ່ພວກເຮົາຫຼາຍ.

ຂໍໃຫ້ພວກເຮົາສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເບິ່ງແຍງຊຸມຊົນຂອງພວກເຮົາຮ່ວມກັນຕໍ່ໄປໃນປີທີ່ຈະມາເຖິງນີ້. ຂໍຂອບໃຈ ແລະ ຂໍໃຫ້ທຸກທ່ານມີຄວາມສຸກໃນວັນປີໃໝ່ສາກົນນີ້!!!
-------------------
THANK YOU to all our dear community of Luang Prabang.
We're so grateful for the incredible support from our local community. From giving in to our donation boxes to food, toys, books, clothes, and everyday essentials, each contribution means so much to us.

Let’s continue supporting one another and caring for our community together in the year ahead. Thank you and we wish you a HAPPY NEW YEAR!!!

[English translation below]ອັບເດດຄວາມຄືບໜ້າ ແຄມເປນ BCEL OneHeart "20,000 ກີບ ເພື່ອນ້ອງ 2025" 💚ປັດຈຸບັນ, ຍອດບໍລິຈາກຜ່ານ B...
27/12/2025

[English translation below]
ອັບເດດຄວາມຄືບໜ້າ ແຄມເປນ BCEL OneHeart "20,000 ກີບ ເພື່ອນ້ອງ 2025" 💚

ປັດຈຸບັນ, ຍອດບໍລິຈາກຜ່ານ BCEL OneHeart ຂອງພວກເຮົາບັນລຸໄດ້ 105,504,899 ກີບ ແລ້ວ! 🙏
ພວກເຮົາໃກ້ຈະເຖິງເປົ້າໝາຍແລ້ວ ແລະ ຍັງເຫຼືອເວລາອີກພຽງບໍ່ເທົ່າໃດມື້ກ່ອນຈະສິ້ນສຸດໂຄງການ. ທຸກໆການບໍລິຈາກຂອງທ່ານ—ບໍ່ວ່າຈະຫຼາຍ ຫຼື ໜ້ອຍ—ລ້ວນແຕ່ມີຄຸນຄ່າ ແລະ ມີຄວາມໝາຍຢ່າງຍິ່ງສໍາລັບພວກເຮົາ. ເມື່ອພວກເຮົາຮ່ວມແຮງຮ່ວມໃຈກັນໃນຖານະຊຸມຊົນ, ພະລັງແຫ່ງການໃຫ້ຂອງທຸກທ່ານຈະກາຍເປັນສິ່ງທີ່ຍິ່ງໃຫຍ່ສະເໝີ.

ຂໍເຊີນຊວນທຸກທ່ານຮ່ວມກັນແຊຣ໌ໂພສນີ້ ແລະ ສືບຕໍ່ສະໜັບສະໜູນພວກເຮົາ ເພື່ອສຸຂະພາບທີ່ດີຂອງເດັກນ້ອຍລາວ 💚
----------------------------------
One Heart, One Nation Update💚

So far, we’ve reached 105,504,899 LAK 🙏
We’re getting closer to our goal, and we still have a few more days to go before the campaign ends. Every contribution matters. No matter how small, when we come together as a community, it adds up to something truly powerful.

Please keep sharing and supporting so we can reach the finish line together for the health of the children in Laos 💚

[English translation below]ສຸກສັນວັນຄຣິດສະມາດ! 🎄✨ຈາກພວກເຮົາທຸກຄົນທີ່ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ.ພວກເຮົາຂໍສະແດງຄວາມຂອບໃຈ...
25/12/2025

[English translation below]
ສຸກສັນວັນຄຣິດສະມາດ! 🎄✨

ຈາກພວກເຮົາທຸກຄົນທີ່ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ.
ພວກເຮົາຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ມາຍັງທຸກໆທ່ານ ທີ່ໃຫ້ການສະໜັບສະໜູນ ແລະ ເຊື່ອໝັ້ນໃນວຽກງານຂອງພວກເຮົາຕະຫຼອດມາ. ໂຮງໝໍຂອງພວກເຮົາຈະບໍ່ສາມາດດໍາເນີນງານ ແລະ ໃຫ້ບໍລິການໄດ້ ຖ້າຫາກປາສະຈາກຄວາມເມດຕາ ແລະ ການຊ່ວຍເຫຼືອຈາກບັນດາທ່ານຜູ້ບໍລິຈາກ ທັງພາຍໃນ ແລະ ຕ່າງປະເທດ.
ຍ້ອນນໍ້າໃຈຈາກທຸກທ່ານ, ພວກເຮົາຈຶ່ງສາມາດສືບຕໍ່ໃຫ້ການປິ່ນປົວເດັກນ້ອຍ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ເພື່ອຊ່ວຍຊີວິດຂອງເຂົາເຈົ້າໃນທຸກໆມື້. ຂໍຂອບໃຈ! 💚
----------------------------
MERRY CHRISTMAS! 🎄✨ from all of us at Lao Friends Hospital for Children.
Thank you to everyone who continues to support us and believe in our work. Our hospital would not be able to operate without the generosity of our donors, both locally and internationally.
Because of you, we can continue to provide free, life-saving care to children every day. We are deeply grateful!💚

[English translation below]ໃນຂະນະທີ່ພວກເຮົາກຳລັງສະເຫຼີມສະຫຼອງເທດສະການແຫ່ງການໃຫ້🎁🎁 ຮ່ວມກັບບັນດາໝູ່ເພື່ອນ ແລະ ຜູ້ສະໜັບສະໜູ...
24/12/2025

[English translation below]
ໃນຂະນະທີ່ພວກເຮົາກຳລັງສະເຫຼີມສະຫຼອງເທດສະການແຫ່ງການໃຫ້🎁🎁 ຮ່ວມກັບບັນດາໝູ່ເພື່ອນ ແລະ ຜູ້ສະໜັບສະໜູນໂຮງໝໍຈາກທົ່ວທຸກມຸມໂລກ, ພວກເຮົາຢາກແບ່ງປັນພາບແຫ່ງຄວາມປະທັບໃຈທີ່ຈະສ້າງຮອຍຍິ້ມໃຫ້ກັບທຸກທ່ານ.

ເມື່ອບໍ່ດົນມານີ້, ໂຮງໝໍເພື່ອນລາວຮູ້ສຶກດີໃຈ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ມີໂອກາດຕ້ອນຮັບ ນັກສິລະປິນສະຕຣີດອາດ (Street Artist) ຊື່ດັງລະດັບໂລກຊາວຝຣັ່ງ ທ່ານ Seth Globepainter ເຊິ່ງເພິ່ນໄດ້ເດີນທາງມາພ້ອມກັບ ທ່ານ ນາງ Martha Cooper () ຊ່າງພາບນັກຂ່າວຊາວອາເມຣິກາຜູ້ທີ່ມີຊື່ສຽງ ແລະ ທ່ານ ນາງ Alisa Phommahaxay () ນັກຈັດງານວາງສະແດງສິລະປະຊາວຝຣັ່ງ-ລາວ ຜູ້ມີພອນສະຫວັນ.

ທ່ານ Seth ໄດ້ເເຕ້ມຮູບພາບໃສ່ຝາຜະໜັງຂອງໂຮງໝໍເພື່ອນລາວ ໃຫ້ເຕັມໄປດ້ວຍສີສັນອັນສົດໃສ ແລະ ມີຊີວິດຊີວາ ໂດຍໄດ້ຮັບແຮງບັນດານໃຈມາຈາກວັດທະນະທຳລາວ ແລະ ນິທານພື້ນບ້ານ ປະສົມປະສານກັບຮູບແບບສິລະປະທີ່ເປັນເອກະລັກຂອງເພິ່ນເອງ. ຜົນງານສິລະປະນີ້ບໍ່ພຽງແຕ່ປະດັບໂຮງໝໍໃຫ້ສວຍງາມ, ແຕ່ຍັງຊ່ວຍສ້າງບັນຍາກາດທີ່ອົບອຸ່ນ ແລະ ເປັນມິດໃຫ້ກັບເດັກນ້ອຍ.

ສິ່ງທີ່ພິເສດ ແລະ ໜ້າປະທັບໃຈທີ່ສຸດກໍຄື....ເດັກນ້ອຍຍັງໄດ້ມີໂອກາດຮ່ວມແຕ້ມຮູບຮ່ວມກັບນັກສິລະປິນລະດັບໂລກ ແລະ ໄດ້ສະເເດງອອກຄວາມຄິດສ້າງສັນຂອງພວກເຂົາອີກດ້ວຍ.

ພວກເຮົາຂໍຂອບໃຈມາຍັງຄະນະສິລະປິນທຸກທ່ານ ທີ່ໄດ້ນຳເອົາຄວາມສຸກ, ສີສັນ ແລະ ແຮງບັນດານໃຈອັນລ້ຳຄ່າມາມອບໃຫ້ກັບເດັກນ້ອຍ ແລະ ໂຮງໝໍເພື່ອນລາວຂອງພວກເຮົາໃນຄັ້ງນີ້.

ເຄຣດິດຮູບພາບ:
--------------
As we celebrate the holiday season alongside the friends and supporters of our hospital around the world, we want to share some heartwarming photos that will bring a smile to your face.

We recently had the joy of welcoming the renowned French Street Artist, Seth Globepainter, to our hospital. He was joined by the world-famous American photojournalist Martha Cooper () and the talented French-Lao art curator Alisa Phommahaxa ()

Seth filled our walls with bright, playful colours. The drawings are inspired by Lao culture, local stories and his unique artistic style. The children absolutely loved it. It brings such a joyful and friendly atmosphere to our hospital.
They even got the chance to paint alongside him and express their own creativity.

Thank you for bringing so much joy, color and inspiration to our hospital. You made our children’s day brighter in every way.

Photo credit to:

[English translation below]ມັນເປັນຊ່ວງເວລາທີ່ໜ້າປະທັບໃຈ ແລະ ແສນພິເສດແທ້ໆ ທີ່ໄດ້ເຫັນແວວຕາແຫ່ງຄວາມສຸກຂອງເດັກນ້ອຍ ໃນຂະນະທີ່...
23/12/2025

[English translation below]
ມັນເປັນຊ່ວງເວລາທີ່ໜ້າປະທັບໃຈ ແລະ ແສນພິເສດແທ້ໆ ທີ່ໄດ້ເຫັນແວວຕາແຫ່ງຄວາມສຸກຂອງເດັກນ້ອຍ ໃນຂະນະທີ່ພວກເຂົາກຳລັງເປີດຫໍ່ຂອງຂວັນຢູ່ພາຍໃນໂຮງໝໍເພື່ອນລາວ.

ທາງໂຮງໝໍພວກເຮົາ ຂໍຂອບໃຈມາຍັງ ສູນເຈີນີ (The Journey Center) ຫຼວງພະບາງ ສຳລັບການແບ່ງປັນຂອງຂວັນຄຣິສມາດໃນຄັ້ງນີ້. ຄວາມເມດຕາຂອງພວກທ່ານ ບໍ່ພຽງແຕ່ສ້າງຮອຍຍິ້ມ ແລະ ຄວາມສຸກເທົ່ານັ້ນ ແຕ່ຍັງເປັນການມອບກຳລັງໃຈອັນລ້ຳຄ່າໃຫ້ແກ່ຄົນເຈັບຂອງພວກເຮົາ.
------------------------
There’s something magical about opening wrapped presents and you could see it in the eyes of all the kids who received them in the hospital.

Thank you to The Journey Center Luang Prabang for your donation of Christmas gifts. Your kindness brought joy, comfort, and smiles to our patients when they needed it most. -

[English translation below] ພວກເຮົາມີຄວາມຍິນດີຢ່າງຍິ່ງທີ່ຈະເເບ່ງປັນໃຫ້ທຸກຄົນຊາບວ່າ ທ່ານນາງ ມາລີ ຈິດຕະໄພ (ພະຍາບານ) ແລະ ດຣ...
22/12/2025

[English translation below]
ພວກເຮົາມີຄວາມຍິນດີຢ່າງຍິ່ງທີ່ຈະເເບ່ງປັນໃຫ້ທຸກຄົນຊາບວ່າ ທ່ານນາງ ມາລີ ຈິດຕະໄພ (ພະຍາບານ) ແລະ ດຣ. ເຣເບກກາ ຊິລເວີສ (Rebecca Silvers), ຜູ້ອຳນວຍການສູນການພະຍາບານສາກົນ ມະຫາວິທະຍາໄລ ແຄລິຟໍເນຍ ຊານຟຣານຊິດສະໂກ (UCSF) ທັງເປັນຜູ້ຊ່ຽວຊານດ້ານການພະຍາບານເດັກຂັ້ນວິກິດ, ໄດ້ຮັບທຶນສະໜັບສະໜູນເປັນເວລາ 3 ປີ ຈາກ ສະຖາບັນການແພດເດັກແຫ່ງອາເມລິກາ (American Academy of Pediatrics). ທຶນດັ່ງກ່າວມີຈຸດປະສົງເພື່ອຍົກລະດັບຄວາມສາມາດໃນການຝຶກອົບຮົມດ້ານການເບິ່ງແຍງຄົນເຈັບສຸກເສີນ ໃຫ້ແກ່ບຸກຄະລາກອນຂອງພວກເຮົາ!

ເພື່ອເປັນການເລີ່ມຕົ້ນໂຄງການ, ໃນເວລານີ້ພວກເຮົາໄດ້ຮັບອຸປະກອນຈຳລອງທີ່ທັນສະໄໝ ສຳລັບການຝຶກຊ້ອມທັກສະການຟື້ນຄືນຊີບ ຫຼື ການຊ່ວຍຊິວິດໃນເບື້ອງຕົ້ນ (Resuscitation) ເປັນທີ່ຮຽບຮ້ອຍແລ້ວ. ໃນອະນາຄົດອັນໃກ້ນີ້, ທີມງານພະຍາບານຂອງພວກເຮົາຈະໄດ້ຮັບການຝຶກອົບຮົມຕາມມາດຕະຖານການເບິ່ງແຍງຄົນເຈັບສຸກເສີນຂອງ ອົງການອະນາໄມໂລກ (WHO) ໂດຍເນັ້ນການຝຶກປະຕິບັດຕົວຈິງກັບອຸປະກອນທີ່ທັນສະໄໝ.

ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຄຸນນະພາບການບໍລິການ ແລະ ຍົກສູງປະສິດທິພາບຂອງການປິ່ນປົວສຸກເສີນສຳລັບເດັກນ້ອຍ ໃນທົ່ວພາກເໜືອຂອງລາວ.
----------------------
We are delighted to share that Nurse Maly Chittaphai and Dr. Rebecca Silvers (Director of the UCSF Center for Global Nursing and Pediatric Critical Care Nurse Practitioner) has been awarded a 3-year American Academy of Pediatrics grant, to enhance emergency care training for our staff!

And to start this project, we have already received modern equipment in resuscitation training.

Over the next few years, our nursing staff will train using WHO emergency protocols and hands-on simulation equipment. This partnership represents a meaningful step forward in strengthening emergency care quality and outcomes for children across northern Laos.

[English translation below]ຂໍຂອບໃຈມາຍັງຊຸມຊົນທີ່ໜ້າຮັກຂອງພວກເຮົາທຸກໆທ່ານ!ກິດຈະກຳບໍລິຈາກເລືອດໃນອາທິດທີ່ຜ່ານມາແມ່ນປະສົບຜົນ...
20/12/2025

[English translation below]
ຂໍຂອບໃຈມາຍັງຊຸມຊົນທີ່ໜ້າຮັກຂອງພວກເຮົາທຸກໆທ່ານ!
ກິດຈະກຳບໍລິຈາກເລືອດໃນອາທິດທີ່ຜ່ານມາແມ່ນປະສົບຜົນສຳເລັດຢ່າງຈົບງາມ ໂດຍມີຜູ້ມາບໍລິຈາກເລືອດທັງໝົດ 24 ທ່ານ ທີ່ໄດ້ຮ່ວມກັນປະກອບສ່ວນອັນສຳຄັນໃນການຊ່ວຍເຫຼືອຊີວິດເພື່ອນມະນຸດ. ພວກເຮົາຂໍຂອບໃຈມາຍັງທຸກໆທ່ານ ທີ່ໄດ້ສະລະເວລາອັນມີຄ່າເພື່ອມາບໍລິຈາກເລືອດໃນຄັ້ງນີ້.
ພ້ອມດຽວກັນນີ້, ຂໍຂອບໃຈເປັນພິເສດມາຍັງພາກສ່ວນທຸລະກິດທ້ອງຖິ່ນທີ່ໄດ້ໃຫ້ການສະໜັບສະໜູນຢ່າງດີສະເໝີມາ ໂດຍສະເພາະແມ່ນ ຮ້ານກາເຟ ຊາໄຮ່ລາວ (Sahai Lao Coffee Roastery) ແລະ ໂຮງແຮມ Victoria Xiengthong Palace ທີ່ໄດ້ມອບຂອງຂວັນເພື່ອແຈກຢາຍ ແລະ ສ້າງຮອຍຍິ້ມໃຫ້ແກ່ຜູ້ບໍລິຈາກເລືອດທຸກທ່ານ.
-----------------
Thank you to our incredible community!
Last week's Blood Drive was a success with 24 blood donors giving the gift of life.
Huge thanks to everyone who donated at last week's Blood Drive.
Special thanks to local business support for adding extra gifts to give to the donors!

[English translation below] ເດັກນ້ອຍເຫຼົ່ານີ້ແມ່ນຜູ້ປ່ວຍຈາກຄລີນິກທາລາສຊີເມຍຂອງພວກເຮົາ ທີ່ກຳລັງລໍຖ້າຄວາມຊ່ວຍເຫຼືອຈາກການບໍ...
18/12/2025

[English translation below]
ເດັກນ້ອຍເຫຼົ່ານີ້ແມ່ນຜູ້ປ່ວຍຈາກຄລີນິກທາລາສຊີເມຍຂອງພວກເຮົາ ທີ່ກຳລັງລໍຖ້າຄວາມຊ່ວຍເຫຼືອຈາກການບໍລິຈາກເລືອດຂອງທ່ານ
ແຕ່ຍັງມີເດັກນ້ອຍອີກຫຼາຍຄົນໃນໂຮງໝໍ ທີ່ຂາດແຄນເຄືອງຫຼິ້ນ ແລະ ກໍຍັງຂາດເຄື່ອງນຸ່ງຫົ່ມ
ມື້ນີ້ ຖ້າທ່ານໃດຕ້ອງການບໍລິຈາກສິ່ງເຫຼົ່ານີ້ຂໍເຊີນມາຮ່ວມບໍລິຈາກທີ່ສູນຕ້ອນຮັບຜູ້ຢ້ຽມຢາມຂອງພວກເຮົາໃນເມືອງສູນ( Visitor Center)
ລາຍລະອຽດຢູ່ດ້ານລຸ່ມ

📅 ວັນທີ 18 ທັນວາ
🕙 ເວລາ 09:30 – 16:00 ນ.
📍 ສູນຕ້ອນຮັບ ໂຮງໝໍເດັກ (The Blue House) (Visitor Centre)

ພ້ອມກັນນີ້ຍັງຮັບບໍລິຈາກສິ່ງຂອງເປັນຕົ້ນແມ່ນ:
👕 ເສື້ອຜ້າ
🧸 ຂອງຫຼິ້ນ
--------------------
These are the patients from our Thalassemia Clinic who depend on regular blood donations to survive.
There are many other children in our hospital who would love a toy to brighten their day, or who need warm clothes to take home.
Today, you can help.
Visit our Visitor Centre to take part in our Community Helping Hands Event + Emergency Blood Drive

📅 TODAY 18 DEC
🕙 09:30 – 16:00
📍 Children's Hospital Visitor Centre 'The Blue House' main street Luang Prabang (next to Cafe Ban Vat Sen)

ພວກເຮົາມາສ້າງຄວາມປາຖະໜາຂອງເດັກນ້ອຍໃຫ້ກາຍເປັນຈິງ.ເພາະວ່າເດັກນ້ອຍທຸກຄົນສົມຄວນໄດ້ຮັບມັນ ມື້ອື່ນທ່ານສາມາດບໍລິຈາກເຄື່ອງນຸ່ງຫົ...
17/12/2025

ພວກເຮົາມາສ້າງຄວາມປາຖະໜາຂອງເດັກນ້ອຍໃຫ້ກາຍເປັນຈິງ.ເພາະວ່າເດັກນ້ອຍທຸກຄົນສົມຄວນໄດ້ຮັບມັນ ມື້ອື່ນທ່ານສາມາດບໍລິຈາກເຄື່ອງນຸ່ງຫົ່ມ ຫຼື ເຄື່ອງຫຼິ້ນໃຫ້ເດັກນ້ອຍຢູ່ໂຮງໝໍໄດ້. 💚🙏🙏

📅 ວັນທີ 18 ທັນວາ
🕙 ເວລາ 10:00 – 16:00 ນ.
📍 ສູນຕ້ອນຮັບ ໂຮງໝໍເດັກ (The Blue House) (Visitor Centre)

ພ້ອມກັນນີ້ຍັງຮັບບໍລິຈາກສິ່ງຂອງເປັນຕົ້ນແມ່ນ:
👕 ເສື້ອຜ້າ
🧸 ຂອງຫຼິ້ນ

Address

Phoumork Village
Luang Prabang

Alerts

Be the first to know and let us send you an email when Lao Friends Hospital for Children posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Lao Friends Hospital for Children:

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram

Category