ຮ້ານຂາຍຢາ ປາລະມີ PLM Pharmacy

ຮ້ານຂາຍຢາ ປາລະມີ PLM Pharmacy ຮ້ານຂາຍຢາ ປາລະມີ ຈຳໜ່າຍຢາ ແລະ ອຸປະກອນການແພດ ລາຄາສົ່ງ-ຍ່ອຍ ສົ່ງໄດ້ທົ່ວລາວ

ພວກເຮົາມີຢາແປກໃໝ່ໃຫ້ສຳລັບທ່ານໝໍຜູ້ສົນໃຈຢາກເອົາເຂົ້າຄີນິກ ຫຼື ຮ້ານຂາຍຢາ========================================== #ຢາປົວພ...
22/08/2025

ພວກເຮົາມີຢາແປກໃໝ່ໃຫ້ສຳລັບທ່ານໝໍຜູ້ສົນໃຈຢາກເອົາເຂົ້າຄີນິກ ຫຼື ຮ້ານຂາຍຢາ

==========================================
#ຢາປົວພະຍາດ #ຮ້ານຂາຍຢາປາລະມີPLM #ຮ້ານຂາຍຢາປາລະມີ

ຄົບ! ຈົບ! ໃນເມັດດຽວElevit ວິຕາມິນ ແລະ ເກືອແຮ່ບຳລຸງລວມ 19ຊະນິດກ່ອນຖືພາ ແລະ ລະຫວ່າງການຖືພາ- - - - - - - - - - - - - - - - ...
12/08/2025

ຄົບ! ຈົບ! ໃນເມັດດຽວ
Elevit ວິຕາມິນ ແລະ ເກືອແຮ່ບຳລຸງລວມ 19ຊະນິດ
ກ່ອນຖືພາ ແລະ ລະຫວ່າງການຖືພາ

- - - - - - - - - - - - - - - - - - - - - - - - - - - - - - - -
#เอเลวิต #ເອເລວິດ
#ວິຕາມິນ #ແມ່ຍິງຖືພາ #ຖືພາ #ຮ້ານຂາຍຢາປາລະມີPLM

🙏🏻ຊຸດສັງຄະທານຢາ 2️⃣0️⃣0️⃣.0️⃣0️⃣0️⃣🪷🙏🏻ການໃຫ້ທານດ້ວຍຢາທີ່ຈຳເປັນໄດ້ໃຊ້ແທ້ໆກໍໃຫ້ເກີດອະນິສົງບຸນກຸສົນແກ່ຜູ້ໃຫ້ທານມະຫາສານ ຂໍອາ...
15/10/2024

🙏🏻ຊຸດສັງຄະທານຢາ 2️⃣0️⃣0️⃣.0️⃣0️⃣0️⃣🪷
🙏🏻ການໃຫ້ທານດ້ວຍຢາທີ່ຈຳເປັນໄດ້ໃຊ້ແທ້ໆກໍໃຫ້ເກີດອະນິສົງບຸນກຸສົນແກ່ຜູ້ໃຫ້ທານມະຫາສານ
ຂໍອານຸໂມທະນາສາທຸບຸນນຳລູກຄ້າ 🙏🏻🙏🏻🙏🏻
📍 ຮ້ານຂາຍຢາ ປາລະມີ PLM Pharmcy ຕັ້ງຢູ່ບ້ານດົງຫລວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
https://maps.app.goo.gl/5JecW5UP1XYe6yUp8?g_st=i

📍ໃກ້ກັບໂຮງໝໍເມືອງນາຊາຍທອງ
📍ຂ້າງຮ້ານ PP ໂມບາຍ ແລະ ຄອມພິວເຕີ
📍ຂົນສົ່ງ ZTO ສາຂາດົງຫຼວງ
========================
#ແກ້ວຂາຍຢາ #ຮ້ານຂາຍຢາປາລະມີPLM #ສັງຂະທານຢາ #ທານຢາ #ຈັດຊຸດຢາທານວັດ #ເຄນຢາ #ຖະຫວາຍຢາ

ໄຂ້ຫວັດ ( Common cold, Uper respiratory tract infaction – URI ) ແມ່ນການຕິດເຊື້ອໄວຣັສຂອງລະບົບຫາຍໃຈສ່ວນເທິງທີ່ມີຜົນກະທົບຕໍ...
18/09/2024

ໄຂ້ຫວັດ ( Common cold, Uper respiratory tract infaction – URI ) ແມ່ນການຕິດເຊື້ອໄວຣັສຂອງລະບົບຫາຍໃຈສ່ວນເທິງທີ່ມີຜົນກະທົບຕໍ່ດັງ ແລະ ຄໍ. ອາການຕົ້ນຕໍຂອງພະຍາດນີ້ປະກອບມີ ໄອ, ເຈັບຄໍ, ນ້ຳມູກໄຫຼ, ແລະ ເປັນໄຂ້, ອາການເຫຼົ່ານີ້ມັກຈະຫາຍໄປເອງພາຍໃນ 7 ມື້. ໄຂ້ຫວັດນີ້ພົບໄດ້ທັງໃນເດັກນ້ອຍ ແລະ ຜູ້ໃຫຍ່. ສາມາດພົບໄດ້ຕະຫຼອດປີ ມັກຈະພົບເຫັນໃນຊ່ວງລະດູຝົນ, ລະດູຫນາວ, ແລະ ໃນຊ່ວງເວລາທີ່ມີການປ່ຽນແປງສະພາບອາກາດ. ຊ່ວງໃນລະດູຮ້ອນຈະພົບນ້ອຍ.
ໝາຍເຫດ: ໄຂ້ຫວັດ ຫຼື ໄຂ້ຫວັດທຳມະດາ ( Common cold ) ໝາຍເຖິງ ໄຂ້ຫວັດທຳມະດາ ມັນບໍ່ແມ່ນໄຂ້ຫວັດໃຫຍ່ ( Influenza ).
1. ສາເຫດຂອງໄຂ້ຫວັດ
ເຊື້ອທີ່ເປັນເຫດ: ເກີດຈາກເຊື້ອຫວັດເຊິ່ງເປັນເຊື້ອໄວຣັສ ( Virus ) ທີ່ມີຢູ່ຫຼາຍກວ່າ 200 ຊະນິດຈາກກຸ່ມໄວຣັສຈຳນວນ 8 ກຸ່ມໄດ້ແກ່: ກຸ່ມ Rhinovirus ເຊິ່ງມີຫຼາຍກວ່າ 100 ຊະນິດ ພົບໄດ້ປະມານ 30-80%, ກຸ່ມ Coronavirus ພົບໄດ້ປະມານ 10-15%, ກຸ່ມ adenovirus, ກຸ່ມ enterovirus, ກຸ່ມເຊື້ອໄວຣັສ parainfluenza, ກຸ່ມ RSV ( Respiratory syncytial virus ), ກຸ່ມເຊື້ອໄວຣັສ Influenza, ກຸ່ມ Herpes simplex virus ເປັນຕົ້ນ.
2. ການແຜ່ເຊື້ອ
ເຊື້ອຫວັດເປັນເຊື້ອທີ່ມີຢູ່ໃນນໍ້າມູກ, ນໍ້າລາຍ ແລະ ຂີ້ກະເທີ້ຂອງຄົນເຈັບ. ສາມາດຕິດຕໍ່ໄດ້ໂດຍການຫາຍໃຈເອົາຝອຍລະອອງທີ່ຄົນເຈັບໄອ ຫຼື ຈາມໃນໄລຍະຫ່າງບໍ່ເກີນ 1 ແມັດ ເຊິ່ງຖືວ່າເປັນການແຜ່ກະຈາຍທາງລະອອງຂີ້ກະເທີ້ (Droplet transmission). ນອກຈາກນີ້ຍັງຕິດຕໍ່ຈາກການສຳຜັດທີ່ຄົນເຈັບໄດ້ສຳຜັດມາແລ້ວເຊັ່ນ: ຈອກນ້ຳ, ຈານ, ໂຖປັດສະວະ, ຜ້າເຊັດມື, ຜ້າເຊັດຕົວ, ໂທລະສັບ, ຂອງຫຼິ້ນ ແລະ ອື່ນໆ.
3. ອາການໄຂ້ຫວັດ
ໂດຍທົ່ວໄປມີອາການບໍ່ຮຸນແຮງ ອາການທີ່ພົບໄດ້ຄືເປັນຫວັດ, ຕັນດັງ, ຈາມ, ມີນໍ້າມູກ, ຄໍແຫ້ງ ຫຼື ເຈັບຄໍເລັກນ້ອຍ, ໄອແຫ້ງ ຫຼື ໄອມີຂີ້ກະເທີ້ເລັກນ້ອຍ ມີລັກສະນະເປັນສີຂາວ, ມີອາການປວດຫົວເລັກນ້ອຍ, ເມື່ອຍລ້າ ( ແຕ່ບໍ່ຫຼາຍ ), ເຈັບຕາມຕົນໂຕ, ແສບຕາ, ສຽງແຫບ ແລະ ອາດມີໄຂ້ ແຕ່ໄຂ້ບໍ່ສູງ ( ບໍ່ເກີນ 38 ອົງສາ ) ໃນເດັກນ້ອຍອາດມີອາການຮາກເວລາທີ່ໄອ ສ່ວນໃນເດັກແດງອາດມີອາການຮາກ ຫຼື ຖອກທ້ອງຮ່ວມເຊັ່ນກັນ.
ໃນຄົນເຈັບທີ່ເປັນໄຂ້ຫວັດພົບວ່າມີອາການເຈັບຄໍປະມານ 40% , ມີອາການໄອ 50%, ໃນເດັກນ້ອຍມັກຈະເປັນໄຂ້ຢ່າງກະທັນຫັນ ບາງຄັ້ງອາດມີອາການໄຂ້ ແລະ ຊັກໄດ້ປະມານ 35-40% ຂອງຄົນເຈັບ. ເດັກນ້ອຍຈະມີອາການໄອດົນກວ່າ 10 ມື້ ແລະ 10% ຂອງຄົນເຈັບເດັກນ້ອຍຈະມີອາການໄອດົນກວ່າ 25 ມື້. ການຕິດເຊື້ອແບັກທີເລຍແຊກຊ້ອນຄົນເຈັບຈະມີອາການໄຂ້ຫຼາຍກວ່າ 4 ມື້ ຫຼື ມີນ້ຳມູກຂຸ້ນເຫຼືອງ ຫຼື ຂຽວຫຼາຍກວ່າ 24 ຊົ່ວໂມງ ຫຼື ໄອມີຂີ້ກະເທີ້ເຫຼືອງ ຫຼື ຂຽວ.

4. ພາວະແຊກຊ້ອນຂອງໄຂ້ຫວັດ:
- ພົບຫຼາຍເກີດການຕິດເຊື້ອແບັດທີເລຍ ອັນເຮັດໃຫ້ນໍ້າມູກ ແລະ ຂີ້ກະເທີ້ເປັນສີເຫຼືອງ ຫຼື ຂຽວ ຖ້າລຸກລາມໄປບໍລິເວນໃກ້ຄຽງອາດເຮັດໃຫ້ເປັນທອນຊີນອັກເສບ, ໄຊນັດອັກເສບ, ຫູຊັ້ນກາງອັກເສບ, ຫຼອດລົມອັກເສບ.
- ຄົນເຈັບບາງຄົນອາດມີສຽງແຫບ.
- ໃນເດັກອາດມີອາການຊັກຈາກໄຂ້ສຸງໄດ້.
5. ວິທີປິ່ນປົວໄຂ້ຫວັດ
5.1 ການດູແລຕົນເອງເບື້ອງຕົ້ນ:
- ພັກຜ່ອນໃຫ້ພຽງພໍ.
- ບໍ່ໃຫ້ຖືກຝົນ ຫຼື ອາກາດເຢັນເກີນໄປ, ຢ່າອາບນໍ້າເຢັນ ແລະ ທ່ານຄວນໃສ່ເຄື່ອງນຸ່ງເພື່ອຮັກສາຮ່າງກາຍອົບ ອຸ່ນ.
- ດື່ມນໍ້າໃຫ້ຫຼາຍ.
- ອາຫານທີ່ກິນຄວນເປັນອາຫານເບົາເຊັ່ນ: ແກງໄກ່ຮ້ອນ, ນ້ຳເຂົ້າ, ນ້ຳຫວານ, ນ້ຳໝາກກ້ຽງ , ນ້ໍາຫມາກໄມ້, ຫຼື ເຄື່ອງດື່ມຮ້ອນເຊັ່ນ ຊາຮ້ອນ, ນ້ໍາຂີງອົບອຸ່ນ.
- ທ່ານຄວນໃຊ້ຜ້າທີ່ຊຸ່ມດ້ວຍນ້ໍາເຊັດໂຕເວລາໄຂ້ສູງ.
- ບ້ວນປາກດ້ວຍນ້ຳເກືອເລື້ອຍໆ ( ຖ້າເຮັດເອງ, ຢ່າເຮັດໃຫ້ເຄັມເກີນໄປ ) ແລະ ທຸກໆຄັ້ງຫຼັງກິນອາຫານ.
- ຢຸດເຊົາການສູບຢາ ຫຼີກເວັ້ນການຄວັນຢາສູບ ແລະ ການດື່ມເຫຼົ້າ.
- ໃນກໍລະນີຂອງຜູ້ສູງອາຍຸ ແລະ ເດັກນ້ອຍ ໄວທີ່ກິນອາຫານໄດ້ຫນ້ອຍອາດຈະມີຄວາມຈໍາເປັນທີ່ຈະກິນວິຕາມິນເສີມ.
- ຄົນເຈັບທີ່ມີອາການໄຂ້ສູງ ແລະ ໄຂ້ບໍ່ຫຼຸດລົງພາຍໃນ 1-3 ວັນຄວນໄປຫາໝໍ(ຂຶ້ນກັບສຸຂະພາບ).
5.2 ໃຫ້ຢາຕາມອາການ
ສໍາລັບຜູ້ໃຫຍ່ ແລະ ເດັກນ້ອຍອາຍຸຫຼາຍກວ່າ 5 ປີ.
- ຖ້າມີໄຂ້ໃຫ້ກິນຢາຫຼຸດໄຂ້ ( Antipyretics ) ເຊິ່ງໂດຍທົ່ວໄປແລ້ວຢາຫຼຸດໄຂ້ທີ່ໃຊ້ຫຼາຍທີ່ສຸດແມ່ນຢາປາຣາເຊຕາໂມນ ( Paracetamol ), Ibuprofen, Aspirin…
- ຖ້າມີອາການນໍ້າມູກໄຫຼ ໃຫ້ກິນຢາຫຼຸດນໍ້າມູກ ຫຼື ຢາແກ້ແພ້ ( Antihistamine ) ເມື່ອອາການຫຼຸດລົງ ແລ້ວຄວນຢຸດຢາ ຫຼື ໃນກໍລະນີທີ່ອາການບໍ່ຮຸນແຮງບໍ່ຈໍາເປັນຕ້ອງໃຊ້ຢານີ້. ຢາແກ້ແພ້ແບ່ງອອກເປັນ 2 ກຸ່ມຄື:
1. ກຸ່ມທີ່ເຮັດໃຫ້ເກີດອາການງ່ວງນອນ: chlorpheniramine, brompheniramine, Hydroxyzine, Cyproheptadine ແລະ ອື່ນໆ
2. ກຸ່ມທີ່ບໍ່ເຮັດໃຫ້ເກີດອາການງ່ວງນອນ: Loratadine, Desloratadine, Cetirizine, Fexofenadineແລະອື່ນໆ.
- ຖ້າມີອາການຕັນດັງຍ້ອນມີນໍ້າມູກຫຼາຍຈະໃຫ້ກີນ: Pseudoephedrine, Phenylephrine ຫຼື ໃຊ້ຢາສີດພົ່ນດັງເຊັ່ນ: Oxymetazoline, Xylometazoline, Phenylephrine…
- ຖ້າມີອາການໄອກໍ່ຈະໃຫ້ຢາບັນເທົາອາການໄອສາມາດແບ່ງອອກເປັນ 2 ກຸ່ມໃຫຍ່ຄື:
1. ຢາແກ້ອາການໄອ, ແກ້ອາການຄັນຄໍ, ແກ້ໄອແຫ້ງ ບໍ່ມີຂີ້ກະເທີ້ເຊັ່ນ: Dextromethorphan, Diphenhydramine, Codeine ແລະ ອື່ນໆ.
2. ຢາແກ້ໄອທີ່ມີຂີ້ກະເທີ້:
- ກຸ່ມຢາຂັບຂີ້ກະເທີ້: Guaifenesin...
- ກຸ່ມຢາລະລາຍຂີ້ກະເທີ້: Bromhexine, Carbocysteine, Ambroxol, Acetylcysteine...
5.3 ສໍາລັບເດັກນ້ອຍແລະເດັກນ້ອຍ
- ຖ້າວ່າມີອາການໄຂ້ໃຫ້ກິນຢາປາຣາເຊຕາໂມນ ( Paracetamol ) ປະເພດຢານ້ໍາ.
- ຖ້າມີນໍ້າມູກໃຫ້ໃຊ້ລູກຢາງເບີ 2 ດູດນໍ້າມູກອອກເລື້ອຍໆ ( ຖ້ານໍ້າມູກໜຽວ ໃຫ້ໃຊ້ນໍ້າເກືອລ້າງດັງ ).
- ຖ້າມີອາການໄອໃຫ້ດື່ມນ້ຳອຸ່ນຫຼາຍໆ ຫຼື ນ້ຳເຜິ້ງແລະໝາກນາວ.
6. ວິທີປ້ອງກັນໄຂ້ຫວັດ
- ຮັກສາສຸຂະພາບຂອງຕົວເອງໃຫ້ແຂງແຮງດ້ວຍການອອກກຳລັງກາຍເປັນປະຈຳ ກິນອາຫານໃຫ້ຄົບ 5ໝູ່
- ພັກຜ່ອນໃຫ້ພຽງພໍ.
- ຮັກສາຮ່າງກາຍຂອງຕົວເອງໃຫ້ອົບອຸ່ນສະເໝີ ໂດຍສະເພາະໃນໄລຍະການປ່ຽນແປງສະພາບອາກາດ.
- ຢ່າອາບນໍ້າ ຫຼື ລ້າງຜົມດ້ວຍນໍ້າທີ່ເຢັນເກີນໄປ.
- ໝັ່ນລ້າງມືທຸກຄັ້ງກ່ອນກິນເຂົ້າ ແລະ ຫຼັງໃຊ້ຫ້ອງນໍ້າ.
- ຢ່າເຂົ້າໃກ້ ຫຼື ນອນກັບຄົນເຈັບ ແຕ່ຖ້າຈໍາເປັນຕ້ອງໄດ້ດູແລຄົນເຈັບຢ່າງໃກ້ຊິດ ເຈົ້າຄວນໃສ່ຜ້າອັດປາກ ແລະ ລ້າງມືໃຫ້ສະອາດດ້ວຍສະບູ.
- ຫ້າມແບ່ງປັນເຄື່ອງໃຊ້ເຊັ່ນ: ຈອກນ້ຳ, ຈານ, ຜ້າເຊັດໜ້າ, ຜ້າເຊັດຕົວ, ໂທລະສັບ, ເຄື່ອງຫຼິ້ນ, ເຄື່ອງໃຊ້ຕ່າງໆຮ່ວມກັບຄົນເຈັບ ແລະ ຄວນຫຼີກລ່ຽງການສໍາຜັດມືໂດຍກົງກັບຄົນເຈັບ.

===========================================
ຜູ້ຂຽນ ແລະ ຮຽບຮຽງ: Kab Quav NyujKaiphet Xaiyachack
ຂໍ້ມູນອ້າງອີງຈາກ:
- ເມດໄທ. 23.7.2020 ໄຂ້ຫວັດ
#ຮ້ານແກ້ວຂາຍຢາ #ຮ້ານຂາຍຢາຫ້ວຍຂຸມ #ຄິວລົດສາຍໃຕ້ #ຮ້ານຂາຍຢາປາລະມີPLM #ຮ້ານຂາຍຢາດົງຫຼວງ #ໄຂ້ຫວັດ #ຢາດີຫວັດ # #ເຈັບແສບກະເພາະ #ເຈັບກະເພາະ #ແສບຮ້ອນກະເພາະ

ກົດໄຫຼຍ້ອນ ( Gastroesophageal Reflux Disease: GERD ) ເປັນພາວະທີ່ກົດ ຫຼື ນ້ໍາຍ່ອຍ ຈາກກະເພາະອາຫານໄຫຼກັບຄືນສູ່ຫຼອດອາຫານ ຈົນ...
31/07/2024

ກົດໄຫຼຍ້ອນ ( Gastroesophageal Reflux Disease: GERD ) ເປັນພາວະທີ່ກົດ ຫຼື ນ້ໍາຍ່ອຍ ຈາກກະເພາະອາຫານໄຫຼກັບຄືນສູ່ຫຼອດອາຫານ ຈົນເຮັດໃຫ້ເກີດການລະຄາຍເຄືອງຫຼອດອາຫານ ແລະ ລຳຄໍ ເຮັດໃຫ້ເກີດອາການແສບຮ້ອນກາງເອິກ, ລຳຄໍ ແລະ ກ່ອງສຽງອັກເສບ. ກົດໄຫຼຍ້ອນພົບໄດ້ທຸກເພດທຸກໄວ ຕັ້ງແຕ່ເດັກແລກເກີດຈົນເຖີງຜູ້ສູງອາຍຸ.
+ ສາເຫດຂອງຂອງກົດໄຫຼຍ້ອນ
ກົດໄຫຼຍ້ອນເກີດມາຈາກການເຮັດວຽກຜິດປົກກະຕິຂອງກ້າມຊີ້ນຮູຫູດສ່ວນລຸ່ມຂອງຫຼອດອາຫານ ( Lower Esophageal Sphincter: LES ) ເຮັດໃຫ້ປິດບໍ່ສະໜິດ ດັ່ງນັ້ນຈຶ່ງເຮັດໃຫ້ກົດ ຫຼື ນ້ໍາຍ່ອຍໃນກະເພາະອາຫານໄຫຼກັບຄືນໄປສຸ່ຫຼອດອາຫານ ແລະ ລຳຄໍ ເຮັດໃຫ້ເກີດການລະຄາຍເຄືອງຫຼອດອາຫານ.
ສາເຫດສຳຄັນແມ່ນມາຈາກພຶດຕິກຳການກິນອາຫານທີ່ບໍ່ຖືກຕ້ອງ ແລະ ການດຳລົງຊີວິດທີ່ຮີບຮ້ອນໃນສັງຄົມປັດຈຸບັນ ຫຼື ພະຍາດບາງຊະນິດທີ່ມີສ່ວນກະຕຸ້ນການເຮັດວຽກຂອງ esophagus ເຮັດໃຫ້ເກີດຄວາມຜິດປົກກະຕິ ຫຼື ເຮັດໃຫ້ກະເພາະອາຫານຫຼັ່ງກົດໃນປະລິມານຫຼາຍເຊັ່ນ:
- ໄປນອນທັນທີຫຼັງຈາກກິນອາຫານ.
- ສູບຢາ.
- ດື່ມໂຊດາ ຫຼື ເຫຼົ້າ.
- ກິນອາຫານຈໍານວນຫຼວງຫຼາຍໃນຫນຶ່ງຄາບ.
- ພະຍາດຕຸ້ຍ.
- ມີແຮງດັນໃນກະເພາະ.
- ການສ້າງກົດຫຼາຍເກີນໄປ.
- ຄວາມຄຽດ.
- ພະຍາດເບົາຫວານ.
- ແຜໃນກະເພາະ ( Peptic ulcer ).
- ຢູ່ໃນຊ່ວງການຖືພາ.
+ ອາການຂອງກົດໄຫຼຍ້ອນ:
- ຮູ້ສຶກເຈັບແສບບໍລິເວນລີ້ນປີ່.
- ເຈັບຮ້ອນກາງເອີກ.
- ມີອາການຈຸກເໜັ້ນຄ້າຍອາຫານບໍຍ່ອຍ.
- ມີອາການເອື້ອມ.
- ບາງຄົນເວລາຕື່ນນອນນໍ້າລາຍມີລົດຂົມ, ສົ້ມ.
- ເອື້ອມສົ້ມ ຫຼື ຂົມໄຫຼຍ້ອນຂື້ນມາໃນປາກ ແລະ ຄໍ.
- ມີອາການກືນຍາກ.
+ ການຮັກສາ.
- ການໃຫ້ຢາເຊັ່ນ: ກຸ່ມຢາລົດກົດ, ກຸ່ມຢາ H2 blockers ແລະ ກຸ່ມຢາໂປຣຕອນ ( Proton Pump Inhibitors ).
- ການປັບພຶດຕິກຳການດຳລົງຊີວິດເຊັ່ນ: ກີນອາຫານໃນປະລິມານນ້ອຍ, ຄວບຄຸມນໍ້າໜັກ, ບໍ່ຄວນນອນຫຼັງຈາກຮັບປະທານອາຫານ, ງົດເຫຼົ້າ, ອາຫານທອດ, ນໍ້າອັດລົມ, ກາແຟ, ກີນອາຫານຕາມເວລາ, ຫຼີກລ້ຽງປັດໄຈທີ່ຈະກະຕຸ້ນໃຫ້ເກີດພາວະກົດໄຫຼຍ້ອນ
===========================================
ຜູ້ຂຽນ ແລະ ຮຽບຮຽງ: Kab Quav Nyuj Kaiphet Xaiyachack
ຂໍ້ມູນອ້າງອີງຈາກ:
- ເມດໄທ. ( 10/7/2020 ) ກົດໄຫຼຍ້ອນ https://medthai.com/กรดไหลย้อน
#ຮ້ານແກ້ວຂາຍຢາ #ຮ້ານຂາຍຢາຫ້ວຍຂຸມ #ຄິວລົດສາຍໃຕ້ #ຮ້ານຂາຍຢາປາລະມີPLM #ຮ້ານຂາຍຢາດົງຫຼວງ #ກົດໄຫລຍ້ອນ #ເຈັບແສບກະເພາະ #ເຈັບກະເພາະ #ແສບຮ້ອນກະເພາະ

ຮີວີວ ຈັດສົ່ງ ຊຸດສັງຂະທານຢາ ໃຫ້ລູກຄ້າ 2 ຊຸດ 🙏🏻 ລາຄາ 2 ໃບແສນເທົ່ານັ້ນ 🥰ປະກອບດ້ວຍຢາສາມັນປະຈຳບ້ານລູກຄ້າເລືອກເອງ 🥰 🙏🏻ການໃຫ້ທ...
19/07/2024

ຮີວີວ ຈັດສົ່ງ ຊຸດສັງຂະທານຢາ ໃຫ້ລູກຄ້າ 2 ຊຸດ 🙏🏻
ລາຄາ 2 ໃບແສນເທົ່ານັ້ນ 🥰
ປະກອບດ້ວຍຢາສາມັນປະຈຳບ້ານລູກຄ້າເລືອກເອງ 🥰
🙏🏻ການໃຫ້ທານດ້ວຍຢາທີ່ຈຳເປັນໄດ້ໃຊ້ແທ້ໆກໍໃຫ້ເກີດອະນິສົງບຸນກຸສົນແກ່ຜູ້ໃຫ້ທານມະຫາສານ
ຂໍອະນຸໂມທານນຳລູກຄ້າຫລາຍໆເຈົ້າ

📍 ຮ້ານຂາຍຢາ ປາລະມີ PLM Pharmcy ຕັ້ງຢູ່ບ້ານດົງຫລວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
https://maps.app.goo.gl/5JecW5UP1XYe6yUp8?g_st=i

📍ໃກ້ກັບໂຮງໝໍເມືອງນາຊາຍທອງ
📍ຂ້າງຮ້ານ PP ໂມບາຍ ແລະ ຄອມພິວເຕີ
📍ຂົນສົ່ງ ZTO ສາຂາດົງຫຼວງ
========================
#ແກ້ວຂາຍຢາ #ຮ້ານຂາຍຢາປາລະມີPLM #ສັງຂະທານຢາ #ທານຢາ #ຈັດຊຸດຢາທານວັດ #ເຄນຢາ #ຖະຫວາຍຢາ

08/07/2024

ໂຕຊ່ວຍທ່ານຊາຍນ້ອຍ ໃຫ້ກາຍເປັນເຈຢ້າຊາຍດາວ7ນ້ຳ
ກາລັນຕີໂດຍລູກຄ້າເກົ່າ
📍 ຮ້ານຂາຍຢາ ປາລະມີ PLM Pharmcy ຕັ້ງຢູ່ບ້ານດົງຫລວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
https://maps.app.goo.gl/5JecW5UP1XYe6yUp8?g_st=i

📍ໃກ້ກັບໂຮງໝໍເມືອງນາຊາຍທອງ
📍ຂ້າງຮ້ານ PP ໂມບາຍ ແລະ ຄອມພິວເຕີ
📍ຂົນສົ່ງ ZTO ສາຂາດົງຫຼວງ
========================
#ແກ້ວຂາຍຢາ #ຮ້ານຂາຍຢາປາລະມີPLM

🙏🏻ທຳບຸນໃນມື້ວັນສິນຈະໄດ້ບຸນມະຫາສານກວ່າວັນປົກກະຕິ 🪷🙏🏻ການໃຫ້ທານດ້ວຍຢາທີ່ຈຳເປັນໄດ້ໃຊ້ແທ້ໆກໍໃຫ້ເກີດອະນິສົງບຸນກຸສົນແກ່ຜູ້ໃຫ້ທາ...
05/07/2024

🙏🏻ທຳບຸນໃນມື້ວັນສິນຈະໄດ້ບຸນມະຫາສານກວ່າວັນປົກກະຕິ 🪷
🙏🏻ການໃຫ້ທານດ້ວຍຢາທີ່ຈຳເປັນໄດ້ໃຊ້ແທ້ໆກໍໃຫ້ເກີດອະນິສົງບຸນກຸສົນແກ່ຜູ້ໃຫ້ທານມະຫາສານ
ຂໍອານຸໂມທະນາສາທຸບຸນນຳລູກຄ້າ 🙏🏻🙏🏻🙏🏻
📍 ຮ້ານຂາຍຢາ ປາລະມີ PLM Pharmcy ຕັ້ງຢູ່ບ້ານດົງຫລວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
https://maps.app.goo.gl/5JecW5UP1XYe6yUp8?g_st=i

📍ໃກ້ກັບໂຮງໝໍເມືອງນາຊາຍທອງ
📍ຂ້າງຮ້ານ PP ໂມບາຍ ແລະ ຄອມພິວເຕີ
📍ຂົນສົ່ງ ZTO ສາຂາດົງຫຼວງ
========================
#ແກ້ວຂາຍຢາ #ຮ້ານຂາຍຢາປາລະມີPLM #ສັງຂະທານຢາ #ທານຢາ #ຈັດຊຸດຢາທານວັດ #ເຄນຢາ #ຖະຫວາຍຢາ

Check In ຢູ່ຮ້ານຮັບ Royal-D Free ຢູ່ຫນ້າຮ້ານໄດ້ເລີຍ   #ຮ້ານແກ້ວຂາຍຢາ  #ຮ້ານຂາຍຢາຫ້ວຍຂຸມ  #ຄິວລົດສາຍໃຕ້    #ໂລເຢັນດີ  #ສຸ...
22/06/2024

Check In ຢູ່ຮ້ານຮັບ Royal-D Free ຢູ່ຫນ້າຮ້ານໄດ້ເລີຍ

#ຮ້ານແກ້ວຂາຍຢາ #ຮ້ານຂາຍຢາຫ້ວຍຂຸມ #ຄິວລົດສາຍໃຕ້ #ໂລເຢັນດີ #ສຸຂະພາບດີດ້ວຍເຄື່ອງດື່ມເກືອແຮ່ໂລເຢັນດີ #ຮ້ານຂາຍຢາປາລະມີPLM #ຮ້ານຂາຍຢາດົງຫລວງ

🌸✨ ເພີ່ມນໍ້ານົມແມ່ແບບທຳມະຊາດ! ✨🌸ສຳລັບແມ່ທີ່ຢາກເພີ່ມນໍ້ານົມໃຫ້ລູກນ້ອຍໄດ້ກິນນໍ້ານົມແມ່ຢ່າງພຽງພໍ ເຮົາຂໍແນະນຳ LACMOM ບຳລຸງແມ...
19/06/2024

🌸✨ ເພີ່ມນໍ້ານົມແມ່ແບບທຳມະຊາດ! ✨🌸
ສຳລັບແມ່ທີ່ຢາກເພີ່ມນໍ້ານົມໃຫ້ລູກນ້ອຍໄດ້ກິນນໍ້ານົມແມ່ຢ່າງພຽງພໍ ເຮົາຂໍແນະນຳ LACMOM ບຳລຸງແມ່ໃຫ້ຊ່ວຍກະຕຸ້ນການຜະລິດນໍ້ານົມຢ່າງມີປະສິດທິພາບ ແລະ ປອດໄພ!
🌸 LACMOM 🌸
✅ ເພີ່ມນ້ຳນົມຕາມທຳມະຊາດ : ດ້ວຍສ່ວນປະກອບຈາກພືດພື້ນເມືອງທຳມະຊາດທີ່ຊ່ວຍກະຕຸ້ນການຜະລິດນ້ຳນົມ.
✅ ປອດໄພ100%*: ບໍ່ມີສານເຄມີ, ບໍ່ມີສານກັນບູດ. ໄດ້ຮັບການຢັ້ງຢືນໂດຍມາດຕະຖານຄວາມປອດໄພ ແລະ ແນະນໍາໂດຍໝໍປະສູດ.
✅ ບຳລຸງຮ່າງກາຍ: ນອກຈາກເພີ່ມນ້ຳນົມ. ມັນຍັງຊ່ວຍຟື້ນຟູສຸຂະພາບໂດຍລວມຂອງແມ່. ເຮັດໃຫ້ທ່ານມີພະລັງງານ ແລະ ມີຄວາມຮູ້ສຶກສົດຊື່ນ.
🎁 ໂປຣໂມຊັນພິເສດສຳລັບແມ່:
1ຊຸດ 2 ກະປຸກ (ກິນໄດ້ 2 ເດືອນ) ລາຄາພຽງ 398,000ກີບ ຈາກລາຄາປົກກະຕິ 480,000ກີບ!
====================================
ລາຄາ 398,000ກີບ ໄດ້ 2 ກະປຸກ (ກິນໄດ້ 2 ເດືອນ)
ສົ່ງຟຣີພ້ອມ
====================================
🚚ສົ່ງຟຣີທົ່ວປະເທດ ພ້ອມມີການເກັບປາຍທາງ!
🔔ໂປຣໂມຊັນສະເພາະເດືອນມິຖຸນານີ້ເທົ່ານັ້ນ!
ສັ່ງຊື້ຜ່ານທາງຂໍ້ຄວາມທັກເພຈ ຫຼື ຄລິກລິ້ງນີ້ເພື່ອສັ່ງຊື້ຕອນນີ້: https://wa.me/02059599549
📞 ສອບຖາມຂໍ້ມູນເພີ່ມເຕີມໂທ: 02059599549
=========ເພາະນົມແມ່ດີທີ່ສຸດ=========
#ເພີ່ມນ້ຳນົມ #ນ້ຳນົມແມ່ #ນ້ຳນົມມານ້ອຍ #ເພີ່ມນ້ຳນົມທີ່ໄດ້ຮັບການແນະນຳຈາກໝໍປະສູດ #ນົມແມ່ #ນ້ຳນົມແມ່ #ລ້ຽງລູກດ້ວຍນົມແມ່ #ຄຸນຄ່າທາງໂພສະນາການຂອງນົມແມ່ #ໃຫ້ລູກດູດນົມແມ່ #ນົມຈາກເຕົ້າ #ຮ້ານແກ້ວຂາຍຢາ #ຮ້ານຂາຍຢາຫ້ວຍຂຸມ #ຄິວລົດສາຍໃຕ້ #ຮ້ານຂາຍຢາປາລະມີPLM #ຮ້ານຂາຍຢາດົງຫຼວງ

ຊົມເຊີຍແພດໝໍ ເຊິ່ງເປັນອາຊີບໜຶ່ງທີ່ສຳຄັນຫຼາຍເພາະເປັນອາຊີບທີ່ຕ້ອງເສຍສະຫຼະທັງແຮງກາຍ, ແຮງໃຈ ເພື່ອເອົາໃຈໃສ່ດູແລປິ່ນປົວຄົນເຈັບ...
18/06/2024

ຊົມເຊີຍແພດໝໍ ເຊິ່ງເປັນອາຊີບໜຶ່ງທີ່ສຳຄັນຫຼາຍເພາະເປັນອາຊີບທີ່ຕ້ອງເສຍສະຫຼະທັງແຮງກາຍ, ແຮງໃຈ ເພື່ອເອົາໃຈໃສ່ດູແລປິ່ນປົວຄົນເຈັບໃຫ້ຫາຍດີ
#ວັນແພດລາວ

ພໍ່ໆແມ່ໆມືໃຫມ່ ທີ່ກຳລັງກຽມຕົວເປັນພໍ່ແມ່ລູກອ່ອນຫຼາຍໆຄົນຄົງຈະມີຄວາມສັບສົນ ກັງວົນ ຕັດສິນໃນໄດ້ຍາກວ່າຈະລ້ຽງລູກດ້ວຍການໃຫ້ກິນນົ...
17/06/2024

ພໍ່ໆແມ່ໆມືໃຫມ່ ທີ່ກຳລັງກຽມຕົວເປັນພໍ່ແມ່ລູກອ່ອນຫຼາຍໆຄົນຄົງຈະມີຄວາມສັບສົນ ກັງວົນ ຕັດສິນໃນໄດ້ຍາກວ່າຈະລ້ຽງລູກດ້ວຍການໃຫ້ກິນນົມແມ່, ໃຫ້ກິນນົມຜົງ ຫຼື ກິນປະສົມກັນເລີຍ ແນ່ນອນວ່າໃນປັດຈຸບັນສະໄໝໃຫມ່ ເທັກໂນໂລຢີການແພດແມ່ນກ້າວໜ້າໄປໄກ ຈົນສາມາດສ້າງນົມຜົງທົດແທນ ເພື່ອຄວາມສະດວກສະບາຍໃຫ້ກັບພວກເຮົາໄດ້ ແຕ່ໃນບົດຄວາມນີ້ຈະມາຍົກໃຫ້ເຫັນເຖິງສິ່ງສຳຄັນທີ່ຈະໄດ້ຮັບຈາກການລ້ຽງລູກດ້ວຍນົມແມ່ມາເລົ່າສູ່ກັນຟັງໂດຍຜ່ານບົດຄວາມທີ່ມີຂໍ້ມູນອ້າງອີງ ແລະ ປະສົບການຕົວຈິງຂອງຜູ້ຂຽນບົດຄວາມນີ້ເອງເພື່ອເປັນສິ່ງຢືນຍັນໃຫ້ຜູ້ທີ່ກຳລັງຫາຂໍ້ມູນສະໜັບສະໜູນ ຫຼື ເປັນກຳລັງໃຈໃຫ້ກັບພໍ່ແມ່ທີ່ຕັ້ງໃຈຈະລ້ຽງລູກກັນແບບນີ້ ບອກໄດ້ເລີຍວ່າຜົນລັບຄຸ້ມຄ່າທີ່ສຸດບໍ່ວ່າຈະທາງຈິດໃຈ ຊັບສິນ ແລະ ເວລາ ເມື່ອໃຜກໍ່ຕາມທີ່ໄດ້ອ່ານມາຮອດນີ້ບອກໄດ້ເລີຍວ່າເຈົ້າເປັນຄົນໜຶ່ງທີ່ຮັກ ແລະ ໃສ່ໃຈຄອບຄົວເປັນຢ່າງດີແນ່ນອນ
ເປັນຫຍັງຕ້ອງກິນນົມແມ່?
ອົງການອະນາໄມໂລກ (WHO) ແລະ UNICEF ແນະນຳໃຫ້ເດັກນ້ອຍກິນນົມແມ່ພຽງຢ່າງດຽວ. ຕັ້ງແຕ່ເກີດຫາ 6 ເດືອນ ແລະ ຄວນກິນຕໍ່ເນື່ອງໄປຈົນກວ່າເດັກຈະມີອາຍຸ 2 ປີ ຫຼື ດົນກວ່ານັ້ນ ພ້ອມກັບອາຫານທີ່ເໝາະສົມ ເນື່ອງຈາກໃນນົມແມ່ມີສ່ວນປະກອບສຳຄັນທາງໂພຊະນາການ, ເສີມພູມຄຸ້ມກັນ, ສານຕ້ານອະນຸມູນອິດສະລະ (Anti Oxidant), ວິຕາມິນ ແລະ ລວມທັງເຊື້ອຈຸລິນຊີທີ່ດີສໍາລັບລະບົບການຍ່ອຍອາຫານຂອງລູກ.
ເດັກນ້ອຍເກີດໃຫມ່ຍັງມີລະບົບພູມຄຸ້ມກັນທີ່ອ່ອນແອ ໃນນໍ້ານົມແມ່ຄືກັບຢາວັກຊີນຢອດທຳອິດຂອງເດັກທີ່ຈະຊ່ວຍເສີມສ້າງພູມຄຸ້ມກັນຂອງລູກ. ການລ້ຽງລູກດ້ວຍນົມແມ່ຕັ້ງແຕ່ເກີດຈຶ່ງມີຄວາມຈໍາເປັນສໍາລັບເດັກນ້ອຍທີ່ຈະເຕີບໃຫຍ່ ແລະ ແຂງແຮງ.
ສານອາຫານໃນນໍ້ານົມແມ່
ສານອາຫານໃນນໍ້ານົມແມ່ມີການປ່ຽນແປງຕາມໄລຍະເວລາຫຼັງຈາກເກີດລູກເພື່ອໃຫ້ເຫມາະສົມກັບລູກຂອງທ່ານ. ໂດຍ ຜ່ານຂະບວນການສ້າງນໍ້ານົມໃນຮ່າງກາຍແມ່ທີ່ເກີດຈາກການຫລັ່ງຂອງຮໍໂມນແບ່ງອອກເປັນ 3 ໄລຍະຄື:
1. ນໍ້ານົມໄລຍະ 1 ( Colostrum )
ໄລຍະຫົວນໍ້ານົມ: ເປັນໄລຍະ 1-3 ມື້ທຳອິດ ນ້ຳນົມຈະເປັນສີເຫຼືອງ ຫຼື ບາງຄົນເອີ້ນວ່ານໍ້ານົມເຫຼືອງ ເນື່ອງຈາກວ່າມີ carotene ຫຼາຍ, ນໍ້ານົມຢູ່ໃນຂັ້ນຕອນນີ້ແມ່ນນົມທີ່ອຸດົມສົມບູນ ມີທາດໂປຼຕີນຕ່າງໆທີ່ຊ່ວຍສ້າງລະບົບພູມຄຸ້ມກັນຂອງຮ່າງກາຍ, ແຮ່ທາດ, ວິຕາມິນ, ແລະ ສານອາຫານທີ່ຈໍາເປັນສໍາລັບການເຕີບໂຕຂອງສະຫມອງ ແລະ ການເບິ່ງເຫັນຂອງເດັກ.
2. ນໍ້ານົມໄລຍະ 2 ( Transitional milk )
ຫຼັງຈາກ 5 ມື້ຫາ 2 ອາທິດທຳອິດ, ນໍ້ານົມຈະກາຍເປັນສີຂາວຂຸ່ນ ເຊິ່ງຈະມີສານອາຫານເພີ່ມຂື້ນທັງໄຂມັນ ແລະ ນໍ້າຕານທີ່ໃນປະລິມານທີ່ເຫມາະສົມສໍາລັບການເຕີບໂຕຂອງຮ່າງກາຍ.
3. ນໍ້ານົມໄລຍະ 3 ( Mature milk )
ຫຼັງຈາກ 2 ອາທິດທໍາອິດໄດ້ຜ່ານໄປ ປະລິມານຂອງນໍ້ານົມແມ່ຈະເພີ່ມຂຶ້ນ ແລະ ມີສານອາຫານຫຼັກທີ່ຈໍາເປັນສໍາລັບການເຕີບໂຕຂອງເດັກນ້ອຍໄດ້ແກ່:
- ທາດໂປຼຕີນທີ່ຊ່ວຍປ້ອງກັນການຂະຫຍາຍຕົວຂອງເຊື້ອພະຍາດບາງຊະນິດ, ເພີ່ມພູມຕ້ານທານ ແລະ enzymes ທີ່ສາມາດທໍາລາຍຈຸລັງແບັກທີເລຍໄດ້.
- ໄຂມັນແມ່ນອາຊິດໄຂມັນທີ່ຈໍາເປັນສໍາລັບຮ່າງກາຍໄດ້ແກ່ DHA (Docosahexaenoic Acid) ແລະ AA (ອາຊິດອາຣາຊິໂດນິກ) ທີ່ມີຄວາມສໍາຄັນຕໍ່ການພັດທະນາລະບົບປະສາດ ແລະ ການເບິ່ງເຫັນ.
- ນໍ້າຕານ Lactose ພົບວ່າໃນນົມແມ່ມີ oligosaccharides ຫຼື ຄາໂບໄຮເດຣດສາຍສັ້ນ (Human Milk Oligosaccharides ຫຼື HMOs) ຫຼາຍກວ່າ 200 ຊະນິດ. HMOs ໃນນໍ້ານົມແມ່ນມີຄວາມສໍາຄັນຕໍ່ການຂະຫຍາຍຕົວຂອງຈຸລິນຊີ ແລະ ເຊື້ອແບັກທີເຣັຍທີ່ຊ່ວຍສ້າງລະບົບພູມຄຸ້ມກັນໄດ້.
- ວິຕາມິນ ແລະ ແຮ່ທາດທີ່ມີຄວາມສໍາຄັນຕໍ່ການຈະເລີນເຕີບໂຕ ປະກອບມີ A, B1, B2, B6, B12, C, D, E, K ແລະ ແຮ່ທາດໄດ້ແກ່: ທາດເຫຼັກ, ແຄຊຽມ, ໄອໂອດິນ ແລະ ອື່ນໆ.
ນອກຈາກນີ້ໃນນໍ້ານົມແມ່ຍັງປະກອບດ້ວຍສານຊີວະພາບທີ່ສົ່ງຜົນຕໍ່ການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍ ໄດ້ແກ່: ສານຕ້ານອະນຸມູນອິສະລະ ( Antioxidant ), Growth factor ທີ່ມີສ່ວນຊ່ວຍໃນການເຮັດວຽກຂອງລໍາໄສ້, ເສັ້ນເລືອດ, ລະບົບປະສາດ, ແລະ ລະບົບຮໍໂມນທີ່ຄວບຄຸມການເຕີບໂຕ.
ຜົນປະໂຫຍດຂອງນົມແມ່ຕໍ່ລູກ:
- ປະໂຫຍດຕໍ່ການພັດທະນາທາງສະຫມອງ.
ຈາກການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າເດັກນ້ອຍທີ່ກິນນົມແມ່ມີການພັດທະນາສະຫມອງ ແລະ IQ ດີກວ່າເດັກນ້ອຍທີ່ກິນນົມປະສົມ. ໂດຍສາມາດວັດໄດ້ເມື່ອເດັກນ້ອຍເຕີບໂຕຂຶ້ນ ແລະ ກຳລັງເຂົ້າສູ່ໄວຮຽນ. ນອກຈາກນັ້ນສານອາຫານແລະ ວິຕາມິນຈາກນົມແມ່ຍັງຊ່ວຍໃຫ້ພັດທະນາສະຫມອງຂອງເດັກນ້ອຍ ແລະ ຈຸລັງປະສາດເຮັດວຽກໄດ້ຢ່າງສົມບູນ.
ເດັກນ້ອຍທີ່ເກີດກ່ອນກຳໜົດຈະໄດ້ຮັບຜົນປະໂຫຍດຈາກນົມແມ່ເພື່ອຊ່ວຍໃຫ້ການພັດທະນາສະຫມອງເປັນໄປຢ່າງປົກກະຕິ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດທາງຈິດໃນອະນາຄົດໄດ້ເຊັ່ນກັນ.
- ປະໂຫຍດຕໍ່ລະບົບພູມຄຸ້ມກັນ.
ຄວາມສຳຄັນຂອງນົມແມ່ທີ່ຊ່ວຍໃຫ້ລູກສ້າງພູມຄຸ້ມກັນເພື່ອຕໍ່ຕ້ານກັບພະຍາດ ດ້ວຍການສ້າງແອນຕີບໍດີ ( Antibodies ) ເພື່ອຕໍ່ຕ້ານກັບພະຍາດທົ່ວໄປເຊັ່ນ: ໄຂ້ຫວັດ, ການຕິດເຊື້ອຈາກແບັກທີເລຍໄປຈົນເຖີງການປ້ອງກັນການຕິດເຊື້ອໄວຣັສບາງຊະນິດເຊັ່ນ: ພະຍາດຕິດເຊື້ອທາງເດີນຫາຍໃຈ (RSV)...
ພູມຕ້ານທານເຫຼົ່ານີ້ມາຈາກແມ່ທີ່ເຄີຍເປັນພະຍາດເຫຼົ່ານີ້ມາກ່ອນ ແລະ ມີພູມຕ້ານທານພະຍາດແລ້ວ. ໂດຍການສົ່ງຜ່ານນໍ້ານົມແມ່ໄດ້ ເຖິງແມ່ນວ່າມັນບໍ່ສາມາດຊ່ວຍປ້ອງກັນພະຍາດທີ່ຈະເກີດຂື້ນໃນລູກໄດ້ 100% ແຕ່ມັນກໍ່ສາມາດຊ່ວຍຫຼຸດຜ່ອນໂອກາດທີ່ຈະເກີດພະຍາດເຫຼົ່ານີ້ຢູ່ໃນລູກຂອງທ່ານ.
ນອກຈາກນັ້ນ, ນົມແມ່ສາມາດຊ່ວຍຫຼຸດຜ່ອນການເກີດອາການແພ້ໃນເດັກ. ລວມທັງພະຍາດຮ້າຍແຮງທີ່ຈະເກີດຂຶ້ນໃນອະນາຄົດເຊັ່ນ: ພະຍາດ leukemia, obesity, ພະຍາດເບົາຫວານ, ການເສຍຊີວິດຂອງເດັກ (SIDS), ແລະອື່ນໆ.
- ປະໂຫຍດຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ.
ນົມແມ່ແມ່ນມີຄວາມສໍາຄັນຕໍ່ການພັດທະນາທາງດ້ານຮ່າງກາຍຂອງເດັກໃຫ້ປົກກະຕິ. ເມື່ອເດັກນ້ອຍເຖິງໄວຮຽນຍ່າງລາວຈະມີຄວາມສົມດູນທີ່ດີເພາະວ່າມີກະດູກ ແລະ ກ້າມຊີ້ນທີ່ແຂງແຮງຈາກການໄດ້ຮັບສານອາຫານຈາກນໍ້ານົມແມ່. ນອກຈາກນັ້ນ, ການດູດນົມແມ່ຈາກເຕົ້ານົມຍັງຊ່ວຍເລື່ອງສຸຂະພາບຊ່ອງປາກຂອງເດັກນ້ອຍ.
ການລ້ຽງລູກດ້ວຍນົມແມ່ນອກຈາກແມ່ຈະໃຫ້ສານອາຫານ ພູມຄຸ້ມກັນ ແລະ ຄວາມຮັກສໍາລັບເດັກນ້ອຍ ແມ່ເຊັ່ນດຽວກັນ, ໄດ້ຮັບຜົນປະໂຫຍດຈາກການໃຫ້ນົມລູກທັງສຸຂະພາບແລະອາລົມ.
- ດ້ານສຸຂະພາບຮ່າງກາຍຂອງແມ່.
ໃນເວລາທີ່ແມ່ກໍາລັງໃຫ້ນົມລູກຈະມີການຫຼັ່ງສານຮໍໂມນທີ່ເອີ້ນວ່າ Oxytocin ອອກມາເພື່ອຊ່ວຍໃຫ້ມົດລູກເຂົ້າອູ່ຫຼື ກັບຄືນສູ່ສະພາບເດີມໄວຂຶ້ນ ແລະ ຂະນະທີ່ຮ່າງກາຍຂອງແມ່ຜະລິດນໍ້ານົມໃຫ້ລູກຮ່າງກາຍຕ້ອງໃຊ້ພະລັງງານຫຼາຍກວ່າປົກກະຕິເກືອບ 500 Kcal ເຮັດໃຫ້ພະລັງງານຖືກດຶງອອກຈາກໄຂມັນທີ່ສະສົມໃນເວລາຖືພາເພື່ອນໍາໃຊ້ເຮັດໃຫ້ແມ່ກັບມາມີຮູບຮ່າງດີຂຶ້ນຄືກ່ອນຖືພາ.
ອີງຕາມການຄົ້ນຄວ້າກ່ຽວກັບແມ່ທີ່ໃຫ້ນົມລູກຫຼັງຈາກເກີດລູກ ມັນຊ່ວຍຫຼຸດຜ່ອນໂອກາດເກີດມະເຮັງເຕົ້ານົມ ແລະມະເຮັງຮັງໄຂ່ໃນແມ່ໄດ້. ມັນຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດໄລຍະຍາວເຊັ່ນ: ຄວາມດັນເລືອດສູງ. ພະຍາດ ຫົວໃຈ ແລະ ພະຍາດເບົາຫວານໄດ້.
- ດ້ານອາລົມຂອງແມ່
ຮໍໂມນອົກຊີໂຕຊິນ (Oxytocin) ເຊິ່ງບາງຄົນເອີ້ນວ່າຮໍໂມນແຫ່ງຄວາມຮັກ ມັນຍັງສາມາດຊ່ວຍໃຫ້ແມ່ຜ່ອນຄາຍ, ຫຼຸດຜ່ອນອາການຊຶມເສົ້າຫຼັງເກີດລູກ, ເຮັດໃຫ້ມີຄວາມສຸກໃນຂະນະທີ່ໃຫ້ນົມລູກ, ຊ່ວຍສ້າງຄວາມຮັກ ແລະ ຄວາມຜູກພັນລະຫວ່າງແມ່ ແລະ ລູກ, ເຮັດໃຫ້ເດັກຮູ້ສຶກປອດໄພໃນການກອດແມ່, ຄວາມອົບອຸ່ນທີ່ສົ່ງຜ່ານຈາກແມ່ໄປຫາລູກຍັງເຮັດໃຫ້ຮໍໂມນ Prolactin ຊ່ວຍຂັບນໍ້ານົມຂອງແມ່ໃຫ້ໄຫຼດີຂຶ້ນໃນຂະນະທີ່ໃຫ້ນົມລູກ.
ສະຫຼຸບ:
ການໃຫ້ລູກກິນນົມແມ່ຕັ້ງແຕ່ເກີດ ສືບຕໍ່ເປັນເວລາ 2 ປີ ຫຼື ດົນກວ່ານັ້ນ. ມັນຈະຊ່ວຍໃຫ້ເດັກນ້ອຍເຕີບໃຫຍ່ຕາມທໍາມະຊາດ ແລະ ມີຮ່າງກາຍທີ່ມີສຸຂະພາບດີ. ມັນຍັງຊ່ວຍໃນການສ້າງພູມຕ້ານທານຕັ້ງແຕ່ເດັກນ້ອຍຍັງເປັນເດັກນ້ອຍ. ເມື່ອພວກເຂົາເຕີບໃຫຍ່, ພວກເຂົາຈະຫຼຸດຜ່ອນຄວາມສ່ຽງຕໍ່ການພັດທະນາພະຍາດຕ່າງໆດີຫຼາຍ ລວມທັງການພັດທະນາສະຫມອງທີ່ສົມບູນ ແລະ ຄວາມສະຫລາດທາງດ້ານອາລົມ.
==========================================
ສຳລັບຜູ້ໃດທີ່ອ່ານຈົນຈົບຮອດນີ້ ເຊື່ອໄດ້ເລີຍວ່າເຈົ້າເປັນຄົນທີ່ຮັກ ແລະ ໃສ່ໃຈຄອບຄົວເປັນຢ່າງດີ ສະແດງເຖິງຄວາມກຽມພ້ອມຢ່າງຕັ້ງໃຈໜັກແໜ້ນທີ່ຈະລ້ຽງລູກແນ່ນອນ!! ເພາະເສັ້ນທາງການລ້ຽງດູແລລູກເຕົ້າໃຫ້ດີຍັງອີກຍາວໄກ ແຕ່ຖ້າເລີ່ມຕົ້ນຈາກພື້ນຖານສຸຂະພາບດີເທົ່າກັບເຮົາເຖິງເສັ້ນໄຊແຕ່ຍັງບໍ່ໄດ້ເລີ່ມ
++++ການມີລູກຖືເປັນເລື່ອງທີ່ດີ ແຕ່ການລ້ຽງລູກໃຫ້ດີຄືສິ່ງສຳຄັນກວ່າ+++
==========================================
ຜູ້ຂຽນ ແລະ ຮຽບຮຽງ: Kab Quav Nyuj Kaiphet Xaiyachack Noy Phonethip
ຂໍ້ມູນອ້າງອີງຈາກ:
- ອະນາໄມມີເດຍ. (01/06/2018), ນົມແມ່ ແທ້ຈາກທຳມະຊາດ 01 ມິຖຸນາ 2018.
https://multimedia.anamai.moph.go.th/.../benefits-of.../
- ມະຫາວິທະຍາໄລ ມະຫິດົນ. (05/03/2014), ການລ້ຽງລູກດ້ວຍນົມແມ່.
https://ns.mahidol.ac.th/breastfeeding/doc/Book%20การเลี้ยงลูกด้วยนมแม่
#ນົມແມ່ #ນ້ຳນົມແມ່ #ລ້ຽງລູກດ້ວຍນົມແມ່ #ຄຸນຄ່າທາງໂພສະນາການຂອງນົມແມ່ #ໃຫ້ລູກດູດນົມແມ່ #ນົມຈາກເຕົ້າ #ຮ້ານແກ້ວຂາຍຢາ #ຮ້ານຂາຍຢາຫ້ວຍຂຸມ #ຄິວລົດສາຍໃຕ້ #ຮ້ານຂາຍຢາປາລະມີPLM #ຮ້ານຂາຍຢາດົງຫຼວງ

Address

ບ້ານດົງຫລວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
Muang Naxay Thong

Alerts

Be the first to know and let us send you an email when ຮ້ານຂາຍຢາ ປາລະມີ PLM Pharmacy posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to ຮ້ານຂາຍຢາ ປາລະມີ PLM Pharmacy:

Share