Hospital, Meuang paklay, Xayaboury, Laos

Hospital, Meuang paklay, Xayaboury, Laos ຍີ້ມແຍ້ມແຈ່ມໃສ ໃສ່ໃຈຮັບຕ້ອນ ບໍລິການ ຕັ້ງຢູ່ ບ້ານ ໄຊຍະມຸງຄຸນ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ

28/11/2025

ຊົມເຊີຍ 2 ທັນວາ ໝັ້ນຍືນ 👏👏👏👏

27/05/2024
04/08/2021
ຂໍສະແດງຄວາມຂອບໃຈມາຍັງທ່ານ ຜູ້ໃຈບຸນ, ທີ່ມີນໍ້າໃຈງົດງາມ, ທ່ານ ນ ສຸດສະດາ ບົວຜາແກ້ວ, ທ່ານ ໄລ ໂມບາຍ, ທ່ານ ສູນທອນ ສີວຽງຄໍາ, ທ່...
29/04/2021

ຂໍສະແດງຄວາມຂອບໃຈມາຍັງທ່ານ ຜູ້ໃຈບຸນ, ທີ່ມີນໍ້າໃຈງົດງາມ, ທ່ານ ນ ສຸດສະດາ ບົວຜາແກ້ວ, ທ່ານ ໄລ ໂມບາຍ, ທ່ານ ສູນທອນ ສີວຽງຄໍາ, ທ່ານ ນ ເສີຍ ທີ່ໄດ້ຊຸກຍູ້ ຊ່ວຍເຫຼືອ ວັດຖຸປັດໃຈມອບໃຫ້ແພດໝໍໂຮງໝໍ ຊຸມຊົນປາກລາຍທີ່ກໍາລັງປະຕິບັດໜ້າທີ່ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ COVID 19 (29.4.2021)

ໃນວັນທີ 5 ມີນາ 2021  #ທີ່ໂຮງຫມໍຊຸມຊົນປາກລາຍການນຳຂອງເມືອງປາກລາຍ ແລະ ພະນັກງານເເພດໝໍໄດ້ຮັບການສັກຢາວັກແຊັງປ້ອງກັນ Covit-19ໂຮ...
05/03/2021

ໃນວັນທີ 5 ມີນາ 2021 #ທີ່ໂຮງຫມໍຊຸມຊົນປາກລາຍ

ການນຳຂອງເມືອງປາກລາຍ ແລະ ພະນັກງານເເພດໝໍ
ໄດ້ຮັບການສັກຢາວັກແຊັງປ້ອງກັນ Covit-19

ໂຮງໝໍ-ຫ້ອງການສາທາລະນະສຸກ ເມືອງປາກລາຍ ແຂວງໄຊຍະບູລີໄດ້ຈັດພິທີການສັກຢາ ວັກແຊັງປ້ອງກັນ ພະຍາດໂຄວິດ-19 ໃຫ້ພະນັກງານ-ແພດໝໍ ທີ່ເປັນກຸ່ມສ່ຽງສູງ ເພື່ອນໍາໃຊ້ວັກແຊັງທີ່ມີ ໃຫ້ເກີດປະໂຫຍດສູງສຸດ ກັບແພດໝໍ ທີ່ມີຄວາມສ່ຽງສູງ. ໃນຂະນະທີ່ເດືອນພະຈິກ ປີຜ່ານມາ ໃນກຸ່ມຄົນແພດໝໍ, ພະນັກງານຜູ້ເຮັດວຽກ ຢູ່ຈຸດຜ່ານແດນ, ພະນັກງານຢູ່ສູນຈໍາກັດ ຊຶ່ງແມ່ນຄວາມເປັນຫວ່ງເປັນໃຍ ຂອງສອງພັກ-ລັດ ທີ່ມີຕໍ່ປະຊາຊົນລາວ ຂອງພວກເຮົາ ໃນການຄວບຄຸມ ການລະບາດ ຂອງພະຍາດດັ່ງກ່າວ.ໃນໄລຍະທໍາອິດ ທີ່ວັກແຊັງມີຈໍານວນຈໍາກັດ ກຸ່ມບູລິມະສິດທີ່ຈະໄດ້ຮັບ ວັກແຊັງກ່ອນນັ້ນ, ຕ້ອງເປັນກຸ່ມທີ່ມີເງື່ອນໄຂດັ່ງນີ້: ປະຊາກອນທີ່ມີຄວາມ ສ່ຽງຕໍ່ການຕິດເຊື້ອ SARS-CoV-2: ພະນັກງານແພດ #ປ້ອມດ່ານໜ້າ, #ພະນັກງານຕ້ານລະບາດ ແລະ ອື່ນໆ; ບຸກຄົນທີ່ມີຄວາມສ່ຽງຜູ້ສູງອາຍຸ ແລະ ທີ່ມີໂລກປະຈໍາຕົວ; ບຸກຄະລາກອນທີ່ໃຫ້ ການບໍລິການທີ່ຈໍາເປັນ ໂດຍສະເພາະ ບຸກຄະລາກອນ/ພະນັກ ງານທີ່ເຮັດວຽກບໍລິການ ຢູ່ໃນຂົງເຂດພາກສ່ວນ ທີ່ມີຄວາມຈໍາເປັນ ເຊັ່ນ: ຈຸດຈໍາກັດບໍລິເວນ; ແລະ ກຸ່ມປະຊາກອນ ທີ່ມີການເດີນທາງ

ຂອບໃຈ ນ ແສງດາວ ວົງໄມຕີ ທີ່ໄດ້ບໍລິຈາກລໍ້ຍູ້ຄົນເຈັບ ແລະ ໄມ້ຄ້ຳໃຫ້ແກ່ໂຮງໝໍຊຸມຊົນ ປາກລາຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ່ມາຮັບໃຊ...
22/12/2020

ຂອບໃຈ ນ ແສງດາວ ວົງໄມຕີ ທີ່ໄດ້ບໍລິຈາກລໍ້ຍູ້ຄົນເຈັບ ແລະ ໄມ້ຄ້ຳໃຫ້ແກ່ໂຮງໝໍຊຸມຊົນ ປາກລາຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ່ມາຮັບໃຊ້ບໍລິການ

ຂໍຊົມເຊີຍ
17/12/2020

ຂໍຊົມເຊີຍ

🔥🔥🔥ຂ່າວດີ! ລາວຈະໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໃນປີ 2021

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ: ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ,ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ຊຶ່ງມີຄຸນນະພາບໃນການປ້ອງກັນແລະ ຕ້ານພະຍາດນີ້ສູງ ເຖິງ 95%.

ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດ
ເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ.

ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ 15 ທັນວາ 2020, ໄດ້ຮັບລາຍງານວ່າທົ່ວໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ 210 ປະເທດ, ມີຜູ້ຕິດເຊື້ອຫຼາຍກວ່າ 73 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 17 ລ້ານກວ່າຄົນ, ຮອງລົງມາ ແມ່ນປະເທດອິນເດຍມີຜູ້ຕິດເຊື້ອສະສົມຈໍານວນ 9 ລ້ານກວ່າຄົນ.

ຂໍ້ມູນ: ວຽງຈັນທາຍ

ຂໍຂອບໃຈ ຜູ້ອຸປະຖໍາໃຈດີ ເອກພັດທະນາທີ່ມອບຕູ້ນ້ຳເຢັນ-ນໍ້າຮ້ອນໃຫ້ແກ່ໂຮງຫມໍຊຸມຊົນປາກລາຍເພື່ອອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ...
21/10/2020

ຂໍຂອບໃຈ ຜູ້ອຸປະຖໍາໃຈດີ ເອກພັດທະນາ
ທີ່ມອບຕູ້ນ້ຳເຢັນ-ນໍ້າຮ້ອນ
ໃຫ້ແກ່ໂຮງຫມໍຊຸມຊົນປາກລາຍ
ເພື່ອອຳນວຍຄວາມສະດວກ
ໃຫ້ແກ່ພໍ່ແມ່ປະຊາຊົນເວລາມາປິ່ນປົວໃນໂຮງຫມໍແຫ່ງນີ້

23/08/2020

Address

ບ້ານ ໄຊຍະມຸງຄຸນ
Muang Pak-Lay
0309469590

Telephone

+856309469590

Website

Alerts

Be the first to know and let us send you an email when Hospital, Meuang paklay, Xayaboury, Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Hospital, Meuang paklay, Xayaboury, Laos:

Share