17/08/2018
ຂໍ້ມູນຄວນອ່ານ ຢ່າອ່ານຜ່ານກ່ຽວກັບໂລກໃກ້ໂຕ
ຂໍ້ມູນກ່ຽວກັບ ເຊື້ອເຮັດໄອວີ/ໂລກເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນຕ່າງໆ ແລະ ວິທີການປ້ອງກັນພະຍາດດັ່ງກ່າວ. ດ້ວຍຂໍ້ມູນຂ່າວສານທີ່ດີ, ແມ່ຍິງສາມາດ ດຳເນີນການຕ່າງໆ ເພື່ອປົກປ້ອງເຂົາເຈົ້າເອງ ແລະ ມີຄວາມສຸກກັບການມີເພດສຳພັນທີ່ດີໄດ້. ພະຍາດຕິດຕໍ່ທາງເພດສຳພັນແມ່ນຫຍັງ? ພະຍາດຕິດຕໍ່ທາງເພດສຳພັນ ຫຼື ພຕພ ແມ່ນການຕິດເຊື້ອ ທີ່ແຜ່ຈາກຄົນໜຶ່ງໄປຫາຄົນອີກ ຄົນໜຶ່ງໃນລະຫວ່າງການມີເພດສຳພັນ. ພະຍາດຕິດຕໍ່ທາງເພດສຳພັນ ສາມາດທີ່ຈະແຜ່ຈາກ ຄົນໜຶ່ງໄປຫາອີກຄົນໜຶ່ງໄດ້ ດ້ວຍການມີເພດສຳພັນໃນຮູບແບບໃດໜຶ່ງ ເຊັ່ນ: ການຮ່ວມເພດດ້ວຍໂຄຍກັບຊ່ອງຄອດ, ການຮ່ວມເພດ ດ້ວຍໂຄຍກັບຮູທະວານ ຫຼື ການຮ່ວມເພດດ້ວຍການໃຊ້ປາກ (ປາກຍິງກັບໂຄຍ ຫຼື ປາກຊາຍກັບຊ່ອງຄອດ). ບາງຄັ້ງພະຍາດຕິດຕໍ່ ທາງເພດສຳພັນສາມາດແຜ່ເຊື້ອໄດ້ ພຽງແຕ່ຮຸກຖູໂຄຍ ຫຼື ຊ່ອງຄອດທີ່ໄດ້ຕິດເຊື້ອ ກັບອະໄວຍະວະເພດຂອງອີກຄົນໜຶ່ງ. ການຕິດເຊື້ອທີ່ບໍ່ໄດ້ຮັບການປິ່ນປົວແມ່ນອັນຕະລາຍ ພະຍາດຕິດຕໍ່ທາງເພດສຳພັນຫຼາຍຊະນິດສາມາດປິ່ນປົວໄດ້ດ້ວຍຢາ. ແຕ່ຖ້າພະຍາດດັ່ງກ່າວຫາກບໍ່ໄດ້ຮັບການປິ່ນປົວຕັ້ງແຕ່ຕົ້ນແລ້ວ, ມັນກໍ່ສາມາດເປັນຕົ້ນເຫດຂອງ: ການເປັນໝັນທັງໃນຜູ້ຊາຍ ແລະ ແມ່ຍິງ; ການເກີດລູກກ່ອນກຳນົດ, ນ້ຳໜັກໜ້ອຍເກີນໄປ ຫຼື ຕາບອດ; ການຖືພານອກພົກ, ເຈັບທ້ອງນ້ອຍແກ່ຍາວ; ມະເຮັງປາກມົດລູກ, ເສຍຊີວິດຈາກ ການຕິດເຊື້ອຮຸນແຮງ
ສອບຖາມໄດ້ທີ່ ໂຮງໝໍມິດຕະພາບສະຫວັນນະເຂດລາວ-ຈີນ
ໂທ 020 58528222 030 9810403