25/09/2025
ການຮັກສາຊ່ວຍຊິວິດ: ເອກະລັກຂອງການປິ່ນປົວ ທີ່ຂ້ອຍໄດ້ເຫັນຢູ່ໜ້າວຽກການແພດລາວ
ໃນຖານະທີ່ຂ້ອຍເຕີບໃຫຍ່ຢູ່ປະເທດຍີ່ປຸ່ນ ແລະ ຂ້ອຍເອງກໍບໍ່ແມ່ນແພດໝໍ, ສຳລັບຂ້ອຍແລ້ວ, ການປິ່ນປົວແມ່ນຮອງຮັບໂດຍເຄື່ອງມືແພດທີ່ທັນສະໄໝ ແລະ ມີເທັກໂນໂລຊີສູງ. ອຸປະກອນການແພດຕ່າງໆແມ່ນໃຊ້ຖຶກຕາມຂະແໜງການ, ແລະ ການພັດທະນາເຫຼົ່ານັ້ນມັນເຮັດໃຫ້ລະບົບການປິ່ນປົວມີຄວາມປອດໄພສູງ. ນັ້ນໄດ້ແມ່ນສິ່ງທີ່ເຮັດໃຫ້ຂ້ອຍຄິດວ່ວ່າ ‘’ມັນເປັນມາດຕະຖານ’’ ຂອງການແພດ.
ແຕ່ວ່າເມື່ອຂ້ອຍໄດ້ກ້າວເຂົ້າມາສຳພັດຕົວຈິງກ່ຽວກັບການແພດທີ່ລາວ, ຄວາມຄິດທີ່ຂ້ອຍເຄີຍມີໄດ້ປ່ຽນໄປຢ່າງສິ້ນເຊີງ. ສະພາບແວດລ້ອມການປິ່ນປົວຢູ່ທີ່ນີ້ແມ່ນແຕກຕ່າງຈາກໂຮງໝໍທີ່ຍີ່ປຸ່ນ. ກ່ອນອື່ນໝົດ, ຂ້ອຍຄິດວ່າຢູ່ລາວອຸປະກອນການແພດແມ່ນຍັງບໍ່ພຽງພໍ, ແຕ່ຕໍ່ມາຂ້ອຍເອງກໍມາດຕະໜັກໄດ້ ແມ່ນຂ້ອຍໄດ້ເບິ່ງສິ່ງຕ່າງໆເຫຼົ່ານັ້ນຕາມຄວາມຄິດຂອງໂຕເອງ ‘’ກໍຄືມາດຕະຖານ’’.
ສິ່ງທີ່ເຮັດໃຫ້ຄວາມຄິດຂອງຂ້ອຍປ່ຽນໄປ ແມ່ນເຫດການຕ່າງໆທີ່ເກີດຂຶ້ນໃນລະຫວ່າງທີ່ມີການສົນທະນາແລກປ່ຽນຄຳຄິດເຫັນກັນ.
ໃນເວລາທີ່ນັກສຶກສາແພດຈາກຍີ່ປຸ່ນໄດ້ຕັ້ງຄຳຖາມວ່າ, “ໃນປະເທດຍີ່ປຸ່ນ, ພວກເຮົາໃຊ້ຈໍມໍນີເຕີ້ ແລະ ເຄື່ອງຈັກ, ແລະ ປະເທດລາວເດເຮັດແນວໃດ? ພະນັກງານການແພດທ້ອງຖິ່ນຂອງລາວກໍໄດ້ຕອບວ່າ:
ກ່ອນອື່ນໝົດພວກເຮົາຕ້ອງສັງເກດຢ່າງລະມັດລະວັງດ້ວຍຕາເປົ່າຂອງພວກເຮົາເອງ. ພວກເຮົາເຮັດການກວດດ້ວຍມືຂອງພວກເຮົາ. ແລະ ຈາກນັ້ນ, ພວກເຮົາກໍອາໃສເບິ່ງການບັນທຶກຂໍ້ມູນຄົນເຈັບ ແລະ ກໍເຮັດການບົ່ງມະຕິອາການຂອງຄົນເຈັບ.
ຄຳຕອບເຫຼົ່ານັ້ນມັນເຮັດໃຫ້ຂ້ອນຮູ້ສຶກຕື້ນຕັນໃຈ. ເຖິງແມ່ນວ່າສະພາບແວດລ້ອມຈະເຕັມໄປດ້ວຍຂໍ້ຈຳກັດ, ພວກເຂົາກໍຍັງສາມາດນຳໃຊ້ປະສາດສຳພັດທັງຫ້າເຂົ້າໃນການກວດປະເມີນ ແລະ ເຂົ້າໃຈອາການຂອງຄົນເຈັບໄດ້.
ຂ້ອຍຮູ້ສຶກວ່າຢູ່ທີ່ນີ້ແມ່ນເຕັມໄປດ້ວຍຫຼາຍຊ່ອງທາງໃນການຍື້ຮັກສາຊິວິດຂອງຄົນເຈັບ ທີ່ອຸປະກອນທັນສະໄໝກໍບໍ່ສາມາດເຮັດ ແລະ ແທນທີ່ໄດ້. ຄວາມອົບອຸ່ນ, ພູມປັນຍາ ແລະ ຄວາມຊື່ຕົງ ແມ່ນມີແຕ່ໃນມະນຸດເທົ່ານັ້ນ.
ປະສົບການນີ້ມັນເຫັນໄດ້ວ່າຍັງເປັນສິ່ງທີ່ຫ່າງໄກຫຼາຍຈາກໂລກແຫ່ງການຮັກສາປິ່ນປົວທີ່ທັນສະໄໝ ແລະ ເປັນສິ່ງທ້າທາຍຫຼາຍສຳລັບພວກເຮົາທີ່ອາໃສຢູ່ໃນຍຸກທີ່ີມີ ເອໄອ ທີ່ທັນສະໄໝຊ່ວຍ. ເຊິ່ງເປັນສິ່ງທີ່ອຳນວຍຄວາມສະດວກໃຫ້ກັບພວກເຮົາ, ຂ້ອຍໄດ້ເລີ່ມຕົ້ນຖາມໂຕເອງ ຫາກວ່າເຮົາຫາກອາໃສນຳໃຊ້ແຕ່ອຸປະກອນທີ່ທັນສະໄໝຫຼາຍເກີນໄປໂດຍບໍ່ຮູ້ຕົວ ແລະ ມັນຊິບໍ່ເຮັດໃຫ້ເຮົາລືມການນຳໃຊ້ປະສາດສຳພັດໄປເລີຍບໍ. ອາຈານເພິ່ນໄດ້ໃຫ້ໂອກາດຂ້ອຍຕັ້ງຄຳຖາມຫຼາຍໆຄຳຖາມເລີຍ. ກ່ຽວກັບແນວທາງການປິ່ນປົວຮັກສາຊິວິດຜູ້ປ່ວຍຂອງການແພດລາວ, ເຖິງແມ່ນວ່າປະເທດລາວຍັງຂາດອຸປະກອນທີ່ທັນສະໄໝ, ສິ່ງເຫຼົ່ານັ້ນໄດ້ສອນໃຫ້ຂ້ອຍຕະໜັກເຖິງວ່າສິ່ງໃດແມ່ນສິ່ງທີ່ມີຄຸນຄ່າແທ້. ນັ້ນແມ່ນສິ່ງທີ່ ‘’ ຄົນທົ່ວໄປ’’ ຕ້ອງໃສ່ໃຈຢ່າງແທ້ຈິງຕໍ່ກັບຜູ້ຄົນທີ່ຢູ່ຕໍ່ໜ້າຂອງເຮົາ, ແລະ ‘’ຄວາມຄິດທີ່ບໍລິສຸດ’’ ເຮົາຄວນມີໃນເວລາທີ່ເຮົາເລີ່ມຕົ້ນເຮັດສິ່ງໃດສິ່ງໜຶ່ງ.
ຂ້ອຍບໍ່ແມ່ນຜູ້ຊ່ຽວຊານທາງການແພດ, ແຕ່ຜ່ານການໄດ້ມາເປັນນັກຮຽນເຝິກງານ, ໄດ້ເຮັດໃຫ້ຂ້ອຍຕະໜັກຮູ້ວ່າສິ່ງໃດທີ່ສຳຄັນສຸດ-ສິ່ງໃດທີ່ຂ້ອຍໄດ້ເສຍໄປ. ຂ້ອຍຮູ້ສຶກໄດ້ຢ່າງເລິກເຊິ່ງວ່າຢູ່ບ່ອນນີ້ບໍ່ແມ່ນພຽງແຕ່ເປັນບ່ອນຊ່ວຍຊິວິດຄົນ ແຕ່ມັນຍັງເປັນບ່ອນທີ່ເຕືອນໃຫ້ເຮົາຕະໜັກເຖິງ ‘’ເອກະລັກຂອງການປິ່ນປົວ’’ ແລະ ມັນເປັນສິ່ງສຳຄັນທີ່ມະນຸດຄວນເປັນ, ກໍຄືການປະຕິບັດຢ່າງໃສ່ໃຈຕໍ່ຜູ້ຄົນ.
Embracing Life: The Origin I Witnessed at the Medical Frontline in Laos
As someone who grew up in Japan and is not a medical professional, for me, medicine has always been supported by modern equipment and advanced technology. Various medical devices are used for each specialty, and their development makes medicine safer. That was what I considered the “norm” of medicine.
But as I stepped into the medical field in Laos, my way of thinking completely changed. The environment here is different from a hospital in Japan. At first, I thought there was a lack of equipment, but later I realized that I was simply viewing things through the lens of my own “norm.”
What broke my fixed mindset was an event that happened during a discussion.
When a Japanese nursing student asked, "In Japan, we use monitors and machines, but what do you do in Laos?" a local medical professional replied:
"First, we look carefully with our own eyes. We check with our own hands. And then, we look at the records from before and make a prediction."
Those words deeply impressed me. Even in an environment with limited tools, they honed their five senses to the maximum to understand the patient's condition. I felt that this place was filled with a way of embracing life that equipment could never replace—a warmth, wisdom, and strength that only humans possess.
This experience went far beyond the world of medicine and related to the challenges we face living in the AI era. As we become more comfortable, I began to ask myself if we are unconsciously relying too much on tools and forgetting to use our senses. Their professionalism gave me the opportunity to ask that very question.
The way Laotian medical professionals embrace life, even without modern tools, taught me what we should truly value. That is the “humanity” of genuinely caring for the person in front of us, and the “pure mindset” we have when we first start something.
I am not a medical professional, but through this internship, I found something truly important—something I had lost sight of. I strongly feel that this place is not only a place to provide assistance but also a place that reminds us of the “origin of medicine” and what is important as a human being, which is the act of genuinely caring for people.