ສູນວິໄຈພະຍາດຊືມເຊື້ອ ລາວ-ຄຣິສຕົຟ ເມຣີເອີ

ສູນວິໄຈພະຍາດຊືມເຊື້ອ ລາວ-ຄຣິສຕົຟ ເມຣີເອີ ມີຫ້ອງວິເຄາະທີ່ທັນສະໄຫມ ໄດ້ມາດຕະຖານສາກົນ ISO15189:2012 ແລະ ISO15190:2020

01/10/2025

ພວກເຮົາມີໂອກາດພິເສດທີ່ຈະໄດ້ຮູ້ຈັກກັບ ປອ ດຣ. ພິມພາ ປາບໍລິບູນ ຮອງຫົວໜ້າສູນວິໄຈພະຍາດຊຶມເຊື້ອ ລາວ-ຄຣິສຕົຟ ເມຣີເອີ ທີ່ເປັນຕົວຢ່າງທີ່ດີຂອງ Champion of Sciences ຄົນໜຶ່ງ. ເອື້ອຍເພິ່ນບໍ່ພຽງແຕ່ເປັນແພດຜູ້ປິ່ນປົວທີ່ໃກ້ຊິດກັບຄົນເຈັບເທົ່ານັ້ນ, ແຕ່ຍັງເປັນແພດວິເຄາະ ແລະ ນັກຄົ້ນຄວ້າວິທະຍາສາດທີ່ອຸທິດຕົນເພື່ອຊອກຫາຄຳຕອບໃນການປິ່ນປົວພະຍາດຊຶມເຊື້ອຕ່າງໆ. ການເຮັດວຽກສາມບົດບາດໄປພ້ອມໆກັນແມ່ນສິ່ງທີ່ບໍ່ງ່າຍ, ແຕ່ເອື້ອຍເພິ່ນໄດ້ບອກກັບພວກເຮົາວ່າ:

"ສຳຄັນແມ່ນຖ້າຫາກວ່າເຈົ້າມັກ ແລະ ມາດ້ວຍໃຈແລ້ວ ລຸຍເລີຍ, ເຖິງວ່າມັນສິຍາກ ແຕ່ກະພູມໃຈທີ່ໄດ້ຊ່ວຍຊີວິດຄົນ"

ຄຳເວົ້ານີ້ສະແດງໃຫ້ເຫັນເຖິງຈິດໃຈທີ່ເຂັ້ມແຂງ ແລະ ຄວາມມຸ່ງໝັ້ນໃນການເຮັດວຽກເພື່ອສັງຄົມ. ເບື້ອງຫຼັງຄວາມສຳເລັດນີ້ມີເລື່ອງລາວທີ່ໜ້າສົນໃຈ, ມີສິ່ງທ້າທາຍ ແລະ ບົດຮຽນອັນລ້ຳຄ່າຫຼາຍຢ່າງ.

ຈຸດເລີ່ມຕົ້ນຂອງເອື້ອຍເພິ່ນໃນສາຍອາຊີບນີ້ເລີ່ມຈັ່ງໃດ? ມີສິ່ງທ້າທາຍແນວໃດແດ່ທີ່ຜ່ານມາ?
ມາຟັງເລື່ອງລາວທີ່ສ້າງແຮງບັນດານໃຈ ແລະ ປະສົບການອັນລ້ຳຄ່າຈາກ ປອ ດຣ. ພິມພາ ກັນເລີຍ! 🎙️

ວັນທີ 28-29 ສິງຫາ 2025 ທີ່ຜ່ານມາສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟເມຣິເອີ (ສວລມ) ໄດ້ຈັດການຝຶກອົບຮົມດ້ານປັນຍາປະດິດ (AI) ໃຫ້ແ...
02/09/2025

ວັນທີ 28-29 ສິງຫາ 2025 ທີ່ຜ່ານມາສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟເມຣິເອີ (ສວລມ) ໄດ້ຈັດການຝຶກອົບຮົມດ້ານປັນຍາປະດິດ (AI) ໃຫ້ແກ່ບັນດາພະນັກງານ ເປັນເວລາ 2 ມື້ ເພື່ອເສີມສ້າງຄວາມຮູ້ຄວາມເຂົ້າໃຈ ແລະ ເພີ່ມປະສິດທິພາບການເຮັດວຽກໃນຍຸກເທັກໂນໂລຢີໃໝ່.
ການຝຶກອົບຮົມໃນຄັ້ງນີ້ ມີເນື້ອໃນທີ່ຄົບຖ້ວນ ແລະ ຫຼາກຫຼາຍ ໂດຍເລີ່ມຕົ້ນຈາກການສ້າງຄວາມເຂົ້າໃຈພື້ນຖານກ່ຽວກັບຫຼັກການເຮັດວຽກຂອງປັນຍາປະດິດ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການນຳໃຊ້ເຄື່ອງມື AI ຕ່າງໆ ທີ່ມີຄວາມຈຳເປັນຕໍ່ກັບໜ້າວຽກປະຈຳວັນຂອງຕົນ. ໂດຍສະເພາະແມ່ນການສ້າງສື່ຕ່າງໆ ດ້ວຍ AI ລວມມີການສ້າງຮູບພາບ, ສຽງ, ວິດີໂອ ແລະ ເນື້ອໃນອື່ນໆ ທີ່ສາມາດນຳໄປໃຊ້ຢູ່ໃນວຽກງານໄດ້ຢ່າງມີປະສິດທິພາບ. ການຝຶກອົບຮົມຍັງໄດ້ສອນຫຼັກການສຳຄັນໃນການຕັ້ງຄຳຖາມກັບ AI ເພື່ອໃຫ້ໄດ້ຮັບຄຳຕອບທີ່ດີທີ່ສຸດ ແລະ ກົງກັບຄວາມຕ້ອງການ.

📣ເຖີງ: ບັນດາທ່ານທີ່ມີຈຸດປະສົງຢາກມາກວດນັບເຊື້ອໄວຣັສຕັບອັກເສບ ບີ ແລະ ຊິ ທີ່ສູນວິໄຈພະຍາດຊືມເຊຶ້ອລາວ-ຄລີສຕົຟ ເມລິເອີ.❌ທາງສູນ...
27/08/2025

📣ເຖີງ: ບັນດາທ່ານທີ່ມີຈຸດປະສົງຢາກມາກວດນັບເຊື້ອໄວຣັສຕັບອັກເສບ ບີ ແລະ ຊິ ທີ່ສູນວິໄຈພະຍາດຊືມເຊຶ້ອລາວ-ຄລີສຕົຟ ເມລິເອີ.
❌ທາງສູນຈະໄດ້ປິດຮັບຕົວຢ່າງກວດວິເຄາະ ໃນວັນທີ 28/08/2025 - 29/08/2025.
✅ຈະເປີດໃຫ້ບໍລິການເປັນປົກກະຕິ ໃນວັນຈັນ, ວັນທີ 01/09/2025 ເປັນຕົ້ນໄປ.
🙏 ຂໍອະໄພມາຍັງທ່ານສຳລັບຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.
☎️ ສອບຖາມຂໍ້ມູນເພີ່ມຕື່ມ: 021260357 ຫລື 02051594808

ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍການຫລຸດຜ່ອນການສົ່ງເຊື້ອຈາກແມ່ສູ່ລູກຂອງສາມພະຍາດ HIV, ຕັບອັກເສບ B ແລະ Syphilis ຂອງອົງການອະນາໄ...
10/07/2025

ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍການຫລຸດຜ່ອນການສົ່ງເຊື້ອຈາກແມ່ສູ່ລູກຂອງສາມພະຍາດ HIV, ຕັບອັກເສບ B ແລະ Syphilis ຂອງອົງການອະນາໄມໂລກໃນລະບົບສາທາລະນະສຸກຂອງ ສປປ ລາວ ທີ່ໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ໃນແຂວງວຽງຈັນ (ໂພນໂຮງ, ວຽງຄໍາ ແລະ ວັງວຽງ) ລວມມີ ໂຮງໝໍແຂວງ, ໂຮງໝໍເມືອງ 03 ແຫ່ງ, ໂຮງໝໍທະຫານ 3 ແຫ່ງ ແລະ ສຸກສາລາ 12 ແຫ່ງ, ເພື່ອໃຫ້ແມ່ຍິງຖືພາ ແລະ ຄູ່ສົມລົດທີ່ຢູ່ໃນຂອບເຂດຂອງໂຄງການກໍ່ຄື 3 ເມືອງ ໃນແຂວງວຽງຈັນ ສາມາດເຂົ້າມາຝາກທ້ອງ ແລະ ກວດຫາ 3 ເຊື້ອພະຍາດທີ່ກ່າວມາຂ້າງເທິງ ພ້ອມທັງຈະໄດ້ຮັບຄຳປຶກສາ ເພື່ອເຂົ້າສູ່ຂະບວນການສົ່ງຕໍ່ ແລະ ການປິ່ນປົວທີ່ເໝາະສົມໂດຍບໍ່ເສຍຄ່າ (ຟຣີ) ຈົນຮອດເດືອນ 4 ປີ 2026.

ສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟ ເມຣິເອີ ຈຶ່ງໄດ້ຈັດກອງປະຊຸມປະຈຳປີ 2025 ຂອງໂຄງການຫລຸດຜ່ອນການສົ່ງເຊື້ອຈາກແມ່ສູ່ລູກ ຂອງສາມພະຍາດ HIV, ຕັບອັກເສບ B ແລະ Syphilis ຢູ່ບ່ອນຝາກທ້ອງ ໃນ 3 ເມືອງຂອງແຂວງວຽງຈັນ (ວັງວຽງ, ໂພນໂຮງ, ວຽງຄຳ) ຫຼື ເອີ້ນອີກຊື່ໜື່ງກໍ່ຄື ໂຄງການເທື່ອລະກ້າວ. ໃນວັນທີ 09 ເດືອນ ກໍລະກົດ 2025. ທີ່ໂຮງແຮງທະວີສຸກ ເມືອງວັງວຽງ ແຂວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ. ທັງເປັນຫົວໜ້າສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟ ເມຣິເອີ, ທ່ານ ດຣ. ວຽງມະນີ ແກ້ວມະຫາວົງ ຮອງຫົວໜ້າ ພະແນກສາທາລະນະສຸກ ແຂວງວຽງຈັນ, ທ່ານ Dr. Gonzague JOURDAIN ທີ່ປຶກສາໂຄງການ, ທ່ານ ປອ ດຣ. ວັດທະນາພອນ ລັດຖະຟ້າສະຫວ່າງ ຫົວໜ້າໂຄງການເທື່ອລະກ້າວ, ພະນັກງານສູນວິໄຈພະຍາດຊຶມເຊື້ອລາວ-ຄຣິສຕົຟ ເມຣິເອີ, ສູນແມ່ ແລະ ເດັກ, ສູນຕ້ານເອດ, ໂຮງໝໍມະໂຫສົດ, ໂຮງໝໍເດັກ, ໂຮງໝໍແຂວງວຽງຈັນ, ພະນັກງານຫ້ອງການສາທາລະນະສຸກເມືອງ ໂຮງໝໍເມືອງ ແລະ ສຸກສາລາໃນເມືອງວຽງຄຳ, ເມືອງໂພນໂຮງ, ເມືອງວຽງຄຳ, ໂຮງໝໍທະຫານແຂວງວຽງຈັນ, ໂຮງໝໍວິທະຍາຄານທະຫານບົກກົມມະດຳ ແລະ ໂຮງໝໍທະຫານກອງພົນທີ1 ກໍເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນ ແລະ ຮັບຟັງລາຍງານຄວາມຄືບໜ້າຂອງໂຄງການໃນ 2 ປີທີ່ຜ່ານມາ, ຮັບຟັງການຈັດຕັ້ງປະຕິບັດໂຄງການຂອງແຕ່ລະໂຮງໝໍ ໄດ້ຮູ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ເພື່ອແກ້ໄຂບັນຫາທີ່ພົບເຫັນໃຫ້ຖືກຈຸດໃນຕໍ່ໜ້າ.

Address

Samsenthai Road, Kaoyot Village, Sisathanak District
Vientane

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

85621260357

Alerts

Be the first to know and let us send you an email when ສູນວິໄຈພະຍາດຊືມເຊື້ອ ລາວ-ຄຣິສຕົຟ ເມຣີເອີ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to ສູນວິໄຈພະຍາດຊືມເຊື້ອ ລາວ-ຄຣິສຕົຟ ເມຣີເອີ:

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram

Category