02/10/2025
ໂດຍເລີ່ມແຕ່ເດືອນຕຸລາ 2025 ເປັນຕົ້ນໄປ, ລັດຖະບານລາວຈະຈັດຕັ້ງປະຕິບັດແຜນກຳນົດລາຄາໄຟຟ້າສະບັບປັບປຸງ ເຊິ່ງສິ້ນສຸດໂຄງການໄຟຟ້າຟຣີສຳລັບຄົວເຮືອນທີ່ທຸກຍາກ ແລະ ມີການນຳໃຊ້ຕໍ່າ. ພາຍໃຕ້ນະໂຍບາຍໃໝ່ນີ້, ຄົວເຮືອນທີ່ເຄີຍໃຊ້ໄຟຟ້າຟຮີບໍ່ເກີນ 25 kWh ຕໍ່ເດືອນ ປະຈຸບັນແມ່ນຈະໄດ້ຈ່າຍ 521 ກີບຕໍ່ກິໂລວັດໂມງ, ໃນຂະນະທີ່ອັດຕາມາດຕະຖານ ຍັງຢູ່ທີ່ 696 ກີບຕໍ່ກິໂລວັດໂມງ.
ການປ່ຽນແປງດັ່ງກ່າວມີຜົນບັງຄັບໃຊ້ແຕ່ເດືອນຕຸລາ 2025 ຫາເດືອນທັນວາ 2029, ແມ່ນສ່ວນໜຶ່ງຂອງການປະຕິຮູບທີ່ກວ້າງຂວາງ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ລັດວິສາຫະກິດໄຟຟ້າລາວ (EDL), ເຊິ່ງໄດ້ປະເຊີນກັບສິ່ງທ້າທາຍດ້ານການເງິນໃນໄລຍະຍາວ ເນື່ອງຈາກການລົງທຶນດ້ານພື້ນຖານໂຄງລ່າງ ແລະ ໜີ້ສິນສະສົມ. ລາຄາໄຟຟ້າຄາດວ່າຈະເພີ່ມຂຶ້ນເທື່ອລະກ້າວໃນໄລຍະນີ້.
ລັດຖະບານໄດ້ເນັ້ນຫນັກເຖິງຄວາມຈໍາເປັນໃນການປັບປຸງປະສິດທິພາບ, ຕັດການສູນເສຍພະລັງງານໃຫ້ຕໍ່າກວ່າ 6.5% ໃນປີ 2025, ແລະເລັ່ງການຕິດຕັ້ງເຄື່ອງໂກ່ງເຕີ້ແບບໃໝ່. ນອກຈາກນັ້ນ, ນະໂຍບາຍສົ່ງເສີມພະລັງງານທົດແທນເຊັ່ນ: ພະລັງງານແສງຕາເວັນ ແລະພະລັງງານລົມ, ຈະໄດ້ຮັບການບູລິມະສິດເພື່ອຫັນການສະຫນອງພະລັງງານຂອງປະເທດມີຄວາມຫຼາກຫຼາຍ.
ເຖິງວ່າການປະຕິຮູບໄດ້ສ້າງຄວາມເປັນຫ່ວງຂອງປະຊາຊົນ, ແຕ່ລັດຖະບານໄດ້ຍົກໃຫ້ເຫັນວ່າບັນດາບາດກ້າວເຫຼົ່ານີ້ມີຄວາມຈຳເປັນເພື່ອຮັບປະກັນຄວາມຍືນຍົງໃນໄລຍະຍາວ, ຂະຫຍາຍການເຂົ້າເຖິງໄຟຟ້າໃນເຂດຊົນນະບົດ, ເສີມສ້າງຂະແຫນງພະລັງງານໂດຍລວມ.
Cr. Vientiane Times