HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ

HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ Contact information, map and directions, contact form, opening hours, services, ratings, photos, videos and announcements from HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ, Mental Health Service, Vientiane.
(1)

HEALING HOME LAOS
Women's Mental Health & Empowerment Center
ຈິຕວິທະຍາບຳບັດ-ປຶກສາ 🧠🧠
ໃຫ້ຄຳປຶກສາຮັບຟັງແລະບໍ່ຕັດສິນ ທຸກຢ່າງເປັນຄວາມລັບ
Lao Thai English Japanese 🗣️

Mental health counselor, we are friends 🤝
PhD social and Child Psychology
By Dr. Yuki 🤍

Almost full 🥰 reserve your spot soonLet’s take care of our mental health together!!  Please message the page and WhatsAp...
11/03/2026

Almost full 🥰 reserve your spot soon
Let’s take care of our mental health together!! Please message the page and WhatsApp first 🚨

🚫ປະກາດ ປະກາດ 🚫
ເພື່ອຄວາມສະດວກໃນການຕິດຕໍ່ ໃຫ້ທັກຫາເພສແລະ WhatsApp ກ່ອນເພື່ອຈະໄດ້ຮັບຂໍ້ມູນຢ່າງຖືກຕ້ອງຕາມຂັ້ນຕອນ

( ບໍ່ຄວນໂທເຂົ້າມາກ່ອນ ) ຂໍຂອບໃຈ

Please message the page and WhatsApp first 🚨🚫ປະກາດ ປະກາດ 🚫ເພື່ອຄວາມສະດວກໃນການຕິດຕໍ່ ໃຫ້ທັກຫາເພສແລະ WhatsApp ກ່ອນເພື່ອຈະໄ...
26/02/2026

Please message the page and WhatsApp first 🚨

🚫ປະກາດ ປະກາດ 🚫
ເພື່ອຄວາມສະດວກໃນການຕິດຕໍ່ ໃຫ້ທັກຫາເພສແລະ WhatsApp ກ່ອນເພື່ອຈະໄດ້ຮັບຂໍ້ມູນຢ່າງຖືກຕ້ອງຕາມຂັ້ນຕອນ

( ບໍ່ຄວນໂທເຂົ້າມາກ່ອນ ) ຂໍຂອບໃຈ

By. Dr YukiPhD social and child psychologist
03/02/2026

By. Dr Yuki
PhD social and child psychologist

ພຶດຕິກຳ ແລະ ກຸ່ມອາການທາງຈິຕທີ່ເປັນອັນຕະລາຍຕໍ່ຜູ້ຍິງຫົວຂໍ້ນີ້ມີຄວາມສຳຄັນຫຼາຍຕໍ່ຄວາມປອດໄພ ແລະ ສຸຂະພາບຈິຕ ໂດຍສາມາດແບ່ງອອກເປ...
03/02/2026

ພຶດຕິກຳ ແລະ ກຸ່ມອາການທາງຈິຕທີ່ເປັນອັນຕະລາຍຕໍ່ຜູ້ຍິງ
ຫົວຂໍ້ນີ້ມີຄວາມສຳຄັນຫຼາຍຕໍ່ຄວາມປອດໄພ ແລະ ສຸຂະພາບຈິຕ ໂດຍສາມາດແບ່ງອອກເປັນ 2 ມຸມມອງຫຼັກ ຄື: "ພຶດຕິກຳຈາກຜູ້ອື່ນ" ແລະ "ໂລກທາງຈິດທີ່ຜູ້ຍິງມັກປະເຊີນ" ດັ່ງນີ້:

1. ພຶດຕິກຳຈາກຜູ້ອື່ນທີ່ເປັນອັນຕະລາຍຕໍ່ແມ່ຍິງ (External Threats)
ພຶດຕິກຳເຫຼົ່ານີ້ມັກມາຈາກບຸກຄົນທີ່ມີຄວາມຜິດປົກກະຕິທາງບຸກຄະລິກກະພາບ ເຊິ່ງອາດນຳໄປສູ່ຄວາມຮຸນແຮງໄດ້:

- Antisocial Personality Disorder (ASPD): ບຸກຄົນກຸ່ມນີ້ມັກຂາດຄວາມຮູ້ສຶກຜິດຊອບຊົ່ວດີ, ບໍ່ສົນໃຈກົດໝາຍ ແລະ ມັກໃຊ້ສະເໜ່ໃນການຫຼອກລວງ ຫຼື ໃຊ້ຄວາມຮຸນແຮງເພື່ອເອົາຊະນະ.
- Narcissistic Personality Disorder (NPD): ມັກມີການເຮັດທຳຮ້າຍທາງຈິດໃຈ (Emotional Abuse) ເຊັ່ນການ Gaslighting (ການປັ່ນຫົວໃຫ້ເຫຍື່ອສັບສົນໃນຄວາມຈິງຂອງຕົນເອງ) ເພື່ອຄວບຄຸມ ແລະ ຫຼຸດຜ່ອນຄຸນຄ່າຂອງຜູ້ຍິງ.
- Dark Triad: ກຸ່ມອາການສາມປະສານ (ຫຼົງຕົນເອງ, ຂາດຄວາມເຫັນອົກເຫັນໃຈ, ມັກບົງການ) ເຊິ່ງມັກນຳໄປສູ່ຄວາມສຳພັນທີ່ເປັນຜິດ (Toxic Relationships).

2. ໂລກທາງຈິຕເວດທີ່ແມ່ຍິງມີຄວາມສ່ຽງສູງ (Internal Risks)
ບາງໂລກອາດບໍ່ໄດ້ອັນຕະລາຍໃນແງ່ຂອງຄວາມກ້າວຣ້າວຕໍ່ຜູ້ອື່ນ ແຕ່ເປັນ "ອັນຕະລາຍຕໍ່ໂຕຜູ້ຍິງເອງ" ຫາກບໍ່ໄດ້ຮັບການປິ່ນປົວ:
ໂລກຊຶມເສົ້າ ແລະ ພາວະອາລົມປັ່ນປ່ວນ:
- Major Depressive Disorder: ຜູ້ຍິງມີສະຖິຕິເປັນໂລກຊຶມເສົ້າສູງກວ່າຜູ້ຊາຍເຖິງ 2 ເທົ່າ ຍ້ອນປັດໄຈດ້ານຮໍໂມນ ແລະ ສະພາວະສັງຄົມ.
- PMDD (Premenstrual Dysphoric Disorder): ບໍ່ແມ່ນແຕ່ອາການຫງຸດຫງິດກ່ອນມີປະຈຳເດືອນທົ່ວໄປ ແຕ່ເປັນພາວະຊຶມເສົ້າ ແລະ ອາລົມຮຸນແຮງກ່ອນມີຮອບເດືອນທີ່ສົ່ງຜົນກະທົບຕໍ່ການໃຊ້ຊີວິດຢ່າງໜັກໜ່ວງ.
- Postpartum Depression: ພາວະຊຶມເສົ້າຫຼັງເກີດລູກ ເຊິ່ງຫາກຮຸນແຮງອາດນຳໄປສູ່ພາວະຫຼົງຜິດ (Psychosis) ທີ່ເປັນອັນຕະລາຍຕໍ່ທັງແມ່ ແລະ ເດັກ.
ກຸ່ມອາການທີ່ສົ່ງຜົນຕໍ່ຮ່າງກາຍ:
- Eating Disorders: ເຊັ່ນ Anorexia ຫຼື Bulimia (ຄວາມຜິດປົກກະຕິໃນການກິນ) ເຊິ່ງແມ່ຍິງມີຄວາມສ່ຽງສູງກວ່າ ແລະ ເປັນໂລກທາງຈິຕເວດທີ່ມີອັດຕາການເສຍຊີວິດສູງເປັນອັນດັບຕົ້ນໆ.
- Borderline Personality Disorder (BPD): ມີອາການອາລົມແປປ່ວນຮຸນແຮງ, ຢ້ານການຖືກຖິ້ມປະ ເຊິ່ງອາດນຳໄປສູ່ພຶດຕິກຳເຮັດຮ້າຍຕົນເອງ (Self-harm).

3. ສັນຍານເຕືອນທີ່ຕ້ອງລະວັງ (Red Flags)
ຫາກທ່ານ ຫຼື ຄົນໃກ້ຊິດເຈິພຶດຕິກຳເຫຼົ່ານີ້ຈາກຄູ່ຄອງ ຫຼື ຄົນອ້ອມຂ້າງ ຄວນປະເມີນຄວາມປອດໄພທັນທີ:
- ການຄວບຄຸມແບບເບັດເສັດ: ກວດໂທລະສັບ, ສັ່ງຫ້າມໄປຫາໝູ່ເພື່ອນ, ຄວບຄຸມການເງິນ.
- ອາລົມລະເບີດງ່າຍ: ໂມໂຫຮ້າຍເກີນກວ່າເຫດກັບເລື່ອງເລັກນ້ອຍ.
- ການຕັດຂາດຈາກສັງຄົມ (Isolation): ພະຍາຍາມເຮັດໃຫ້ທ່ານແຍກໂຕອອກຈາກຄອບຄົວ ແລະ ແຫຼ່ງສະໜັບສະໜູນຕ່າງໆ.

ຂໍ້ຄວນລະວັງ: ການວິນິດໄສໂລກທາງຈິຕເວດຕ້ອງເຮັດໂດຍນັກຈິຕ ແລະ ຈິດຕະແພດເທົ່ານັ້ນ ບໍ່ຄວນຕັດສິນໃຜຈາກພຶດຕິກຳພຽງຢ່າງດຽວ ແຕ່ຖ້າທ່ານຮູ້ສຶກ "ບໍ່ປອດໄພ" ນັ້ນຄືສັນຍານທີ່ສຳຄັນທີ່ສຸດ.

———————————————————————————
———————————————————————————

ຄວາມບໍ່ສະບາຍໃຈຂອງທ່ານ ໃຫ້ທາງສູນບຳບັດເຮົາໄດ້ເປັນທີ່ປຶກສາ
ເພື່ອຮັບຟັງ ແກ້ໄຂ ແລະ ດູແລະສຸຂະພາບຈິຕຂອງທ່ານ 💜

ທຸກຄົນລ້ວນມີບັນຫາຕ່າງໆທີ່ເຂົ້າມາໃນຊີວິດໂດຍຫຼີກບໍ່ໄດ້
ຂໍເປັນຕົວຊ່ວຍໜຶ່ງທີ່ເເບ່ງເບົາອອກຈາກຕົວທ່ານ

#ພ້ອມຮັບຟັງ #ບໍ່ຕັດສິນ #ໃຫ້ຄຳປຶກສາ #ທຸກຢ່າງເປັນຄວາມລັບ
+8562055155154 📲📲📲🤙🏻

Update 02/2026ຄິວປະຈຳເດືອນຍັງຫວ່າງ ( ການປຶກສາແບບພົບກັນ )ວັນທີ່ 6-10-13ວັນທີ່ 17-19-20 ( 10:30 - 14:30 ) ຫວ່າງວັນທີ່ 26ສະ...
03/02/2026

Update 02/2026
ຄິວປະຈຳເດືອນຍັງຫວ່າງ ( ການປຶກສາແບບພົບກັນ )
ວັນທີ່ 6-10-13
ວັນທີ່ 17-19-20 ( 10:30 - 14:30 ) ຫວ່າງ
ວັນທີ່ 26
ສະດວກມື້ໃດ ໂມງໃດແຈ້ງນັກຈິຕໄດ້ເດີ້
( ການປຶກສາຜ່ານChat ຍັງຮັບໄດ້ທຸກເວລາ ບໍ່ມີຄິວເຕັມ )

Dr. Yuki ມີປະສົບການຫຼາຍປີຈາກການສຶກສາພຶດຕິກຳມະນຸດ
ຈົບປະລິນຍາເອກ ຈິຕວິທະຍາຈາກສະຫະລັດອາເມຣິກາ 🇺🇸
ບໍລິການໃຫ້ຄຳປຶກສາດ້ານສຸຂະພາບຈິຕ Counseling service

Call counseling ການປຶກສາຜ່ານໂທລະສັບ/ວິດີໂອ
Chat counseling ການປຶກສາຜ່ານແຊັດ
Face to Face ການປຶກສາແບບພົບກັນ
On-site counseling ການປຶກສານອກສະຖານທີ່

ການໃຫ້ຄຳປຶກສາສຸຂະພາບຈິຕ ແລະ ຄອບຄົວທີ່ຊ່ຽວຊານຫຼາກຫຼາຍດ້ານໂດຍຢຶດຫຼັກຈັນຍາບັນວິຊາຊີບໃນການໃຫ້ຄຳປຶກສາ ແລະ ບໍລິການຢ່າງຄ່ອງແຄ້ວ

ນັກຈິຕວິທະຍາພ້ອມໃສ່ໃຈຮັບຟັງ ແລະ ຊ່ວຍຫາທາງອອກຢ່າງເຕັມທີ່ ພ້ອມຕິດຕາມປະເມີນຜົນການໂອ້ລົມໂດຍທຸກຢ່າງເປັນຄວາມລັບ

💜💜💜💜💜💜💜💜💜💜💜💜💜💜💜💜💜

29/01/2026

ປີ2026 ເປັນປີທີ່ທຸກຄົນໃຫ້ຄວາມສົນໃຈ ແລະ ຮັກຕົວເອງຫຼາຍ ດີໃຈທີ່ໄວ້ວາງໃຈໃຫ້ນັກຈິຕໄດ້ເປັນອີກຕົວຊ່ວຍໃນການໃຊ້ຊີວິດ🫶🏻
(ຄິວເດືອນນີ້ເຕັມເທົ່າທີ່ເຄີຍມີມາ)

16/01/2026

ສິ່ງທີ່ຄວນໄປຕໍ່ 2026
1. ທັກປຶກສາກັບນັກຈິຕ
2. ວາງແຜນການບຳບັດ
3. ມອບຊີວິດອັນສົດໃສ ແລະ ຄວາມສຸກໃຫ້ຕົວເອງ❤️❤️ຮັກຕົວເອງແລ້ວບໍ່2026🥰

ມິຈຳກັດ ທັກປຶກສາດ່ວນ ( Free )🫶🏻🫶🏻       #ສຸຂະພາບຈິດ  #ສຳມະນາຟຣີ
07/01/2026

ມິຈຳກັດ ທັກປຶກສາດ່ວນ ( Free )🫶🏻🫶🏻

#ສຸຂະພາບຈິດ #ສຳມະນາຟຣີ

01/01/2026

Sbaidee ປີໃໝ່ 2026
ນັກຈິຕຂໍອວຍພອນໃຫ້ທຸກທ່ານຈົງຮັກຕົວເອງໃຫ້ຫຼາຍຂື້ນໃນການຮັກສາສຸຂະພາບຈິຕເດີ້ 🥰
( ເລີ່ມ ຮັບຄິວປຶກສາMonday )
ທັກChat Messenger ດ່ວນ

Update 12/2025ຄິວປະຈຳເດືອນຍັງຫວ່າງ ( ການປຶກສາແບບພົບກັນ )ວັນທີ່ 12ວັນທີ່ 15-16 ( 10:30 - 14:30 ) ຫວ່າງວັນທີ່ 18( ຄິວຍັງບໍ...
11/12/2025

Update 12/2025
ຄິວປະຈຳເດືອນຍັງຫວ່າງ ( ການປຶກສາແບບພົບກັນ )
ວັນທີ່ 12
ວັນທີ່ 15-16 ( 10:30 - 14:30 ) ຫວ່າງ
ວັນທີ່ 18( ຄິວຍັງບໍ່ເຕັມມື້ ) ຫວ່າງ
ວັນທີ່ 23
ສະດວກມື້ໃດ ໂມງໃດແຈ້ງນັກຈິຕໄດ້ເດີ້
( ການປຶກສາຜ່ານChat ຍັງຮັບໄດ້ທຸກເວລາ ບໍ່ມີຄິວເຕັມ )

Dr. Yuki ມີປະສົບການຫຼາຍປີຈາກການສຶກສາພຶດຕິກຳມະນຸດ
ຈົບປະລິນຍາເອກ ຈິຕວິທະຍາຈາກສະຫະລັດອາເມຣິກາ 🇺🇸
ບໍລິການໃຫ້ຄຳປຶກສາດ້ານສຸຂະພາບຈິຕ Counseling service

Call counseling ການປຶກສາຜ່ານໂທລະສັບ/ວິດີໂອ
Chat counseling ການປຶກສາຜ່ານແຊັດ
Face to Face ການປຶກສາແບບພົບກັນ
On-site counseling ການປຶກສານອກສະຖານທີ່

ການໃຫ້ຄຳປຶກສາສຸຂະພາບຈິຕ ແລະ ຄອບຄົວທີ່ຊ່ຽວຊານຫຼາກຫຼາຍດ້ານໂດຍຢຶດຫຼັກຈັນຍາບັນວິຊາຊີບໃນການໃຫ້ຄຳປຶກສາ ແລະ ບໍລິການຢ່າງຄ່ອງແຄ້ວ

ນັກຈິຕວິທະຍາພ້ອມໃສ່ໃຈຮັບຟັງ ແລະ ຊ່ວຍຫາທາງອອກຢ່າງເຕັມທີ່ ພ້ອມຕິດຕາມປະເມີນຜົນການໂອ້ລົມໂດຍທຸກຢ່າງເປັນຄວາມລັບ

💜💜💜💜💜💜💜💜💜💜💜💜💜💜💜💜💜

ຮູ້ຫຼືບໍ່ ຜູ້ຍິງບາງປະເພດມັກສະແດງພຶດຕິກຳທີ່ເຂົ້າຫາຜູ້ຊາຍເກີນຂອບເຂດ, ເຖິງວ່າຜູ້ຊາຍຈະມີຄອບຄົວ, ມີແຟນແລ້ວກໍຕາມ ຫຼື ບໍ່ມີພຶດຕ...
11/12/2025

ຮູ້ຫຼືບໍ່ ຜູ້ຍິງບາງປະເພດມັກສະແດງພຶດຕິກຳທີ່ເຂົ້າຫາຜູ້ຊາຍເກີນຂອບເຂດ, ເຖິງວ່າຜູ້ຊາຍຈະມີຄອບຄົວ, ມີແຟນແລ້ວກໍຕາມ ຫຼື ບໍ່ມີ

ພຶດຕິກຳນີ້ມັກຈະກ່ຽວຂ້ອງກັບລັກສະນະ 'ການສະແຫວງຫາຄວາມສົນໃຈ' (attention-seeking) ແລະ ການຂາດຄວາມຮັບຮູ້ໃນຂອບເຂດຂອງສາຍພົວພັນ ຫຼື ຄວາມສຳພັນນັ້ນເອງ

ການຮັກສາ ແລະ ຮູ້ຂອບເຂດທີ່ຊັດເຈນເປັນສິ່ງສຳຄັນທີ່ສຸດຂອງພຶ້ນຖານການໃຊ້ຊີວິດປັດຈຸບັນ ເພື່ອປ້ອງກັນບັນຫາທາງດ້ານອາລົມແລະສາຍພົວພັນຂອງເຮົາເອງ ແລະ ຂອງຄົນອື່ນ

ມາທຳຄວາມຮູ້ຈັກກັບ 5 ຂໍ້ຫຼັກຂອງພຶດຕິກຳນີ້ນຳກັນ

ຜູ້ຍິງທີ່ເຮັດໂຕເປັນກັນເອງເກີນຂອບເຂດກັບຜູ້ຊາຍ
ບໍ່ໄດ້ເປັນໂຣກ ແຕ່ມີແນວໂນ້ມເປັນໜຶ່ງໃນ 5 ລັກສະນະຕໍ່ໄປນີ້:

1. ລັກສະນະ “Attention-Seeking” (ມັກຮຽກຮ້ອງຄວາມສົນໃຈ)
• ຕ້ອງການໃຫ້ມີຄົນສົນໃຈຕະຫຼອດເວລາ
• ມັກໃຫ້ຜູ້ຊາຍຍ້ອງຍໍ, ມັກໃຫ້ເຂົາເຈົ້າທັກທາຍ
• ຖ້າບໍ່ມີຄົນສົນໃຈຈະຮູ້ສຶກເຫງົາຈຶ່ງເຂົ້າຫາຜູ້ຊາຍເຖິງແມ່ນວ່າລາວຈະມີຄອບຄົວແລ້ວ

2. ຜູ້ຍິງທີ່ມີລັກສະນະ “Flirtatious Personality” (ມັກຫວ່ານສະເໜ່ເປັນນິດໄສ)
• ເວົ້າຈາລອຍໆ ຫຼິ້ນໆ ເກີນກວ່າໝູ່
• ມັກລົມມ່ວນຊື່ນ, ມັກເຮັດໃຫ້ຜູ້ຊາຍຮູ້ສຶກດີ
• ບໍ່ໄດ້ເຫັນວ່າໂຕເອງຜິດ, ເພາະຄິດວ່າ “ເປັນກັນເອງຊື່ໆ”

3. ຂາດ Boundaries (ບໍ່ຮູ້ຂີດຈຳກັດວ່າອັນໃດຄວນ / ບໍ່ຄວນເຮັດ)
• ບໍ່ມີເສັ້ນແບ່ງເລື່ອງສາຍພົວພັນ
• ບໍ່ເຄົາລົບສະຖານະຂອງອີກຝ່າຍ
• ຄິດວ່າ “ເຮົາກໍພຽງແຕ່ເພື່ອນຮ່ວມງານ”
• ທັງໆທີ່ພຶດຕິກຳມັນເກີນກວ່າໝູ່ຢ່າງຊັດເຈນ

4. ໃຊ້ຜູ້ຊາຍທີ່ມີຄອບຄົວແລ້ວເປັນແຫຼ່ງເຕີມເຕັມຄວາມໝັ້ນໃຈ
• ຜູ້ຊາຍທີ່ມີຄອບຄົວມັກສຸພາບ, ເປັນຜູ້ໃຫຍ່
• ລາວຮູ້ວ່າຖ້າລົມ, ເຂົາເຈົ້າຈະໃຫ້ຄວາມໃສ່ໃຈຈຶ່ງຮູ້ສຶກດີ ແລະ ຢາກລົມກັນຕໍ່ໄປເລື້ອຍໆ

5. ອາດມີລັກສະນະແບບ Histrionic Traits (ບໍ່ແມ່ນພະຍາດ, ແຕ່ເປັນແນວໂນ້ມ)
• ມັກຕ້ອງການຄວາມດຶງດູດຄວາມສົນໃຈ
• ມັກເຮັດໃຫ້ໂຕເອງເປັນ “ຈຸດໃຈກາງໃນກຸ່ມ”
• ມັກສາຍພົວພັນທີ່ຕື່ນເຕັ້ນ
• ແຕ່ ບໍ່ແມ່ນພະຍາດ ແລະ ບໍ່ຄວນໄປສະຫຼຸບວ່າ “ເປັນພະຍາດ”

❗ ສະຫຼຸບໄດ້ວ່າບຸກຄົນນັ້ນເປັນ
ຜູ້ຍິງແບບນີ້ບໍ່ໄດ້ເປັນ “ພະຍາດ” ເດີ້
ແຕ່ເປັນຄົນທີ່:
✔ ຂາດຂອບເຂດ
✔ ມັກຄວາມສົນໃຈ
✔ ມັກໃຫ້ຜູ້ຊາຍສົນໃຈ
✔ ຫວ່ານສະເໜ່ເກັ່ງ
✔ ບໍ່ເກງໃຈຄົນມີຄອບຄົວນັ້ນເອງ

ອາດເປັນໜຶ່ງໃນປົມດ້ອຍໃນໃຈທີ່ຕ້ອງການຍອມຮັບແຕ່ນ້ອຍກໍເປັນໄດ້ແຕ່ໂດຍລວມນັກຈິຕຕ້ອງອາໄສຫຼາຍພຶດຕິກຳລວມກັນກ່ອນຈະສະຫຼຸບໄດ້

———————————————————————————
———————————————————————————

ຄວາມບໍ່ສະບາຍໃຈຂອງທ່ານ ໃຫ້ທາງສູນບຳບັດເຮົາໄດ້ເປັນທີ່ປຶກສາ
ເພື່ອຮັບຟັງ ແກ້ໄຂ ແລະ ດູແລະສຸຂະພາບຈິຕຂອງທ່ານ 💜

ທຸກຄົນລ້ວນມີບັນຫາຕ່າງໆທີ່ເຂົ້າມາໃນຊີວິດໂດຍຫຼີກບໍ່ໄດ້
ຂໍເປັນຕົວຊ່ວຍໜຶ່ງທີ່ເເບ່ງເບົາອອກຈາກຕົວທ່ານ

#ພ້ອມຮັບຟັງ #ບໍ່ຕັດສິນ #ໃຫ້ຄຳປຶກສາ #ທຸກຢ່າງເປັນຄວາມລັບ
+8562055155154 📲📲📲🤙🏻

ນັກຈິຕຈະອະທິບາຍງ່າຍໆໃຫ້ຫຼາຍຄົນເຂົ້າໃຈນັກຈິຕວິທະຍາ ບໍ່ແມ່ນຈິຕະແພດ ແຕ່ເປັນຜູ້ສຳເລັດການສຶກສາສະເພາະດ້ານ ແລະ ຈົບປະລິນຍາເອກ 😊D...
03/12/2025

ນັກຈິຕຈະອະທິບາຍງ່າຍໆໃຫ້ຫຼາຍຄົນເຂົ້າໃຈ
ນັກຈິຕວິທະຍາ ບໍ່ແມ່ນຈິຕະແພດ ແຕ່ເປັນຜູ້ສຳເລັດການສຶກສາສະເພາະດ້ານ ແລະ ຈົບປະລິນຍາເອກ 😊

Dr. Yuki ຄືຜູ້ຊ່ຽວຊານດ້ານ Social and Child Psychology ຈະລວມຄວາມເຂົ້າໃຈເລື່ອງພຶດຕິກຳທາງສັງຄົມ ແລະ ການພັດທະນາຂອງເດັກ ເພື່ອຊ່ວຍເດັກປັບໂຕ, ເຮັດວຽກຮ່ວມກັບຄົນອື່ນ ແລະ ເຕີບໃຫຍ່ຢ່າງສົມດຸນທັງທາງດ້ານອາລົມ ແລະ ສັງຄົມ ອ່ານຕໍ່ດ້ານລຸ່ມ👇🏼👇🏼👇🏼👇🏼

Dr. Yuki an expert in Social and Child Psychology combines an understanding of social behavior and child development to help children adapt, work with others, and grow in a balanced way, both emotionally and socially.

Address

Vientiane

Opening Hours

Monday 10:00 - 14:00
Tuesday 10:00 - 14:00
Wednesday 10:00 - 14:00
Friday 10:00 - 15:00

Telephone

+8562055155154

Website

Alerts

Be the first to know and let us send you an email when HHL Women’s Mental Health & Empowerment ຈິຕວິທະຍາບຳບັດ-ປຶກສາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share