DMAS Center Universal Design = Access For All

19/07/2025
ການປ່ຽນແປງດິນຟ້າອາກາດແມ່ນມີຜົນກະທົບຕໍ່ກັບໝົດທຸກຄົນ ສະນັ້ນ ຜູ້ທີ່ມີຄວາມພິການເຮົາຍິ່ງມີຄວາມສ່ຽງຫຼາຍເວລາເກີດເຫດສຸກເສີນ ໂດຍອ...
16/07/2025

ການປ່ຽນແປງດິນຟ້າອາກາດແມ່ນມີຜົນກະທົບຕໍ່ກັບໝົດທຸກຄົນ ສະນັ້ນ ຜູ້ທີ່ມີຄວາມພິການເຮົາຍິ່ງມີຄວາມສ່ຽງຫຼາຍເວລາເກີດເຫດສຸກເສີນ ໂດຍອີງໃສ່ສົນທິສັນຍາສາກົນວ່າດ້ວຍຄົນພິການແມ່ນໄດ້ລະບຸຊັດເຈນວ່າຕ້ອງໄດ້ປົກປ້ອງຢາງເທົ່າທຽມກັນ ແລະ ພ້ອມແນະນຳໃຫ້ຮ່ວມມືກັບອົງການຈັດຕັ້ງຂອງຄົນພິການຢ່າງເຕັມສ່ວນ. ຂໍຂອບໃຈ ອົງການອາຫານໂລກທີ່ມີການຝຶກອົບຮົມກ່ຽວກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມຂອງຄົນພິການຄັ້ງນີ້ ຫວັງວ່າຫຼາຍອົງການຈັດຕັ້ງຈະຮ່ວມມືກັນໃນການສົ່ງເສີມຜູ້ທີ່ມີຄວາມພິການໃນອະນາຄົດເຂົ້າວຽກງານດັ່ງກ່າວ.
for all
https://www.facebook.com/WFPlaopdr/posts/pfbid02gNCLw5jXK6MS4saoYkZxhqkvArhGgPYN7AwWhdf5sjsoadV6djzjoYWVopWgJz6Pl?rdid=d9AsQd0Rvic87Tfm #

03/07/2025

ແນວຄວາມຄິດການອອກແບບເພື່ອທຸກຄົນ Universal Desigh for All ບໍ່ແມ່ນການອອກແບບສະເພາະຜູ້ທີ່ມີຄວາມພິການ ແຕ່ມັນແມ່ນຫຼັກການອອກແບບເພື່ອຮອງຮັບສຳຫຼັບໝົດທຸກຄົນ ໂດຍສະເພາະໄລຍະການກ້າວເຂົ້າສູ່ໄວຜູ້ສູງອາຍຸ. ນີ້ແມ່ນຕົວຢ່າງຂອງການອອກແບບທີ່ໄດ້ຄຳນຶງເຖິງກຸ່ມຄົນທີ່ມີຄວາມຫຍຸ້ງຍາກ ໂດຍສະເພາະຜູ້ທີ່ມີຄວາມພິການໃນການເຂົ້າເຖິງພື້ນຖານໂຄງລ່າງ ຫຼື ອາຄານສະຖານທີ່ ໂດຍສະເພາະສະຖານທີ່ສາທາລະນະ ການອອກແບບຜັງເມືອງ, ອາຄານສະຖານທີ່ຕ້ອງໄດ້ຄຳນຶງເຖິງໝົດທຸກກຸ່ມຄົນໃນສັງຄົມເພື່ອເປັນບ່ອນອີງໃສການນຳມາວາງແຜນ ອອກແບບ ແລະ ມີສ່ວນຮ່ວມໃນການປະເມີນຮ່ວມກັນເພື່ອຮັບປະກັນວ່າທຸກຄົນສາມາດເຂົ້າເຖິງ ແລະ ຊົມໃຊ້ໄດ້ຢ່າງເທົ່າທຽມ.
ນີ້ແມ່ນຜົນງານຕົວຢ່າງການອອກແບບເພື່ອທຸກຄົນໂດຍແມ່ນຜົນງານຂອງນ້ອງນັກສຶກສາຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລ ສຸພານຸວົງ ພາຍຫຼັງທີ່ສູນພວກເຮົາໄດ້ມີການໃຫ້ຄວາມຮູ້ໂດຍຈັດການຝຶກອົບຮົມກ່ຽວກັບຫຼັງການອອກແບບສຳຫຼັບທຸກຄົນແລ້ວ ນ້ອງໆ ສາມາດນຳເຊື່ອມຊືມເຂົ້າກັບອອກແບບຂອງເຂົາເຈົ້າ ແລະ ມີຄວາມຄາດຫວັງວ່າເຂົາເຈົ້າສາມາດເອົາໄປນຳໃຊ້ເຂົ້າໃນໜ້າທີ່ຮັບຜິດຊອບໃນອະນາຄົດ.

27/06/2025

ພາບລວມຂອງການແຂ່ງຂັນການອອກແບບສຳຫຼັບທຸກຄົນເດີ.......

ໃນວັນທີ 9 ມີຖຸນາ 2025 ສູນພວກເຮົາແມ່ນມີຄວາມດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບການຄ້າມະນຸດ ແລະ ຄວາມພິການ ເ...
13/06/2025

ໃນວັນທີ 9 ມີຖຸນາ 2025 ສູນພວກເຮົາແມ່ນມີຄວາມດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບການຄ້າມະນຸດ ແລະ ຄວາມພິການ ເຊິ່ງເຫັນວ່າ ມີຄວາມຈຳເປັນ ແລະ ສຳຄັນຫຼາຍ ເນື່ອງຈາກວ່າໂດຍລວມຄຳວ່າສິດທິມະນຸດແມ່ນສຳຫຼັບໝົດທຸກຄົນ ເຊິ່ງຫົວຂໍ້ດັ່ງກ່າວແມ່ນມີຄວາມສຳຄັນທີ່ສຸດ ເພາະຮູບແບບການຄ້າມະນຸດແມ່ນມີຫຼາຍຢ່າງ ບາງກໍລະນີກະແມ່ນຜູ້ທີ່ພິການເອງຕົກເປັນເຫຍື່ອ ແຕ່ບາງກໍລະນີກໍ່ແມ່ນເກີດໄປພິການໃນໄລຍະການຄ້າມະນຸດ ສະນັ້ນບັນຫາດັ່ງກ່າວ ຈຳເປັນຢ່າງຍິ່ງທີ່ຕ້ອງໄດ້ມີການໃຫ້ຄວາມຮູ້, ຄວາມເຂົ້າໃຈແກ່ທຸກກຸ່ມຄົນໂດຍສະເພາະກຸ່ມທີ່ມີຄວາມເບາະບາງ ຫຼື ກຸ່ມຜູ້ທີ່ມີຄວາມພິການ ຂໍຂອບໃຈຢ່າງສູງມາຍັງອົງການຈັດຕັ້ງຂອງພາກລັດກໍ່ຄື ສູນກາງສະຫະພັນແມ່ຍິງລາວ ໂດຍການສະໜັບສະໜູນຈາກ ASEAN ACT ທີ່ມີແຜນຍຸດທະສາດ ໂດຍຄຳນຶງເຖິງບໍ່ປະໃຜໄວ້ເບື້ອງຫຼັງ.

#ສູນການສະຫະພັນແມ່ຍິງລາວ

ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 2025 ຢ່າງສຸດໃຈ
31/05/2025

ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 2025 ຢ່າງສຸດໃຈ

ສຳເລັດການຝຶກອົບຮົມໃນຫົວຂໍ້  #ການເຊື່ອມຕໍ່ລະຫວ່າງສົນທິສັນຍາສາກົນວ່າດ້ວຍຄົນພິການແລະແຜນພັດທະນາແບບຍືນຍົງ Bridge Training on ...
28/05/2025

ສຳເລັດການຝຶກອົບຮົມໃນຫົວຂໍ້ #ການເຊື່ອມຕໍ່ລະຫວ່າງສົນທິສັນຍາສາກົນວ່າດ້ວຍຄົນພິການແລະແຜນພັດທະນາແບບຍືນຍົງ Bridge Training on CRPD & SDGs ໃຫ້ກັບນັກຮຽນ, ຄູອາຈານ ຈາກໂຮງຮຽນວິຊາຊີບຄົນພິການສີເກີດ ແລະ ສະມາຊິິກຄົນພິການທີ່ອ້ອມຂ້າງ ເພື່ອໃຫ້ມີຄວາມເຂົ້າໃຈຕໍ່ກັບບັນດານິຕິກຳສາກົນທີ່ພົວພັນເຖິງຄົນພິການໃນການນ້ຳໄປໝຸນໃຊ້ເຂົ້າໃນແຜນພັດທະນາຕົນເອງໃນອະນາຄົດ. ຂໍຂອບໃຈຜູ້ສະໜັບສະໜູນໃຈດີ ຈາກ ແອກຼີ ແລະ ບໍລິສັດໂຮມລາວ ພ້ອມດ້ວຍພະນັກງານອົງການໂຄບ ເຊີ່ງງານດັ່ງກ່າວໄດ້ຈັດຂື້ນໃນວັນທີ 28 ພຶດສະພາ 2025 ຢູ່ທີ່ໂຮງຮຽນວິຊາຊີບຄົນພິການສີເກີດ.

#ໂຮງຮຽນວິຊາຊີບຄົນພິການສີເກີດ #ພະນັກງານອົງການໂຄບ

ງານແຂ່ງຂັນການອອກແບບເພື່ອທຸກຄົນ Universal Design for All ປະຈຳປີ 2025 ມີຄວາມຄືກຄື້ນ ເຊິ່ງເປັນການການສ້າງຄວາມອາດສາມາດໃຫ້ກັບນ...
27/05/2025

ງານແຂ່ງຂັນການອອກແບບເພື່ອທຸກຄົນ Universal Design for All ປະຈຳປີ 2025 ມີຄວາມຄືກຄື້ນ ເຊິ່ງເປັນການການສ້າງຄວາມອາດສາມາດໃຫ້ກັບນ້ອງໆນັກສຶກສາຈາກ 3 ມະຫາວິທະຍາໄລ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ ໂດຍແມ່ນນ້ອງໆ ຄະນະສະຖາປັດຕະຍະກຳສາດ ງານແຂ່ງຂັນໃນມື້ນີ້ ແມ່ນໄດ້ມີແຂກທີ່ມີກຽດເຂົ້າຮ່ວມຫຼາຍພາກສ່ວນເຊັ່ນ: ກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ຜູ້ສູງອາຍຸ, ສູນສຶກສາຮຽນຮ່ວມ, 3 ມະຫາວິທະຍາໄລ, ຕົວແທນອົງການຈັດຕັ້ງຂອງຄົນພິການ ແລະ ອົງການຈັດຕັ້ງສາມກົນ ເຊິ່ງຜົນຂອງການແຂ່ງຂັນແມ່ນທີມຈາກມະຫາວິທະຍາໄລສຸພານຸວົງເປັນທີມຊະນະເລີດ, ທີມຈາກມະຫາວິທະຍາໄລແຫ່ງຊາດໄດ້ອັນດັບທີສອງ ແລະ ທີມຈາກມະຫາວິທະຍາໄລຈຳປາສັກໄດ້ອັນດັບທີ 3 ເຊິ່ງງານແຂ່ງຂັນໃນມື້ນີ້ແມ່ນເປັນງານທີ່ມີຄວາມໝາຍຄວາມສຳຄັນຫຼາຍຕໍ່ກັບການສົ່ງເສີມສິດຂອງຄົນພິການໃຫ້ສາມາດເຂົ້າເຖິງອາຄານພື້ນຖານໂຄງລ່າງ ເຊິ່ງງານພວກເຮົາແມ່ນໄດ້ຈັດຂື້ນໃນວັນທີ 27 ພຶດສະພາ 2025 ຢູ່ທີ່ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ ໃນນາມສູນດີມາສຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນກິດຈະກຳທີ່ມີຄວາມໝາຍຄວາມສຳຄັນນີ້ ຫວັງວ່າຢ່າງວ່າຈະໄດ້ມີການຮ່ວມກັນໃນອະນາຄົດໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ເກີດເປັນຮູບປະທຳໃນເທື່ອກ້າວ.

ຂໍເຊີນຊວນທຸກທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຮັບຟັງການຝຶກອົບຮົມໃນຫົວຂໍ້  #ການເຊື່ອມຕໍ່ລລະຫວ່າງສົນທິສັນຍາສາກົນວ່າດ້ວຍຄົນພິການ ແ...
22/05/2025

ຂໍເຊີນຊວນທຸກທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຮັບຟັງການຝຶກອົບຮົມໃນຫົວຂໍ້ #ການເຊື່ອມຕໍ່ລລະຫວ່າງສົນທິສັນຍາສາກົນວ່າດ້ວຍຄົນພິການ ແລະ ແຜນພັດທະນາແບບຍືນຍົງ ຈະຈັດຂື້ນທີ່ ໂຮງຮຽນວິຊາຊີບຄົນພິການສີເກີດ ຄັ້ງວັນທີ 28 ພຶດສະພາ 2025,​ ໃນເວລາ: 09:00 - 12:00 ມ.
ຂໍຂອບໃຈຜູ້ທີ່ໃຫ້ການສະໜັບສະໜູນ: #ບໍລິສັດໂຮມລາວ #ແອກລີ

ໃນສະພາບການປ່ຽນແປງຂອງໂລກກ່ຽວກັບບັນຫາທາງດ້ານສະພາບແວດລ້ອມເຮັດໃຫ້ມີການປ່ຽນແປງທາງດ້ານດິນຟ້າອາກາດເຊິ່ງມັນໄດ້ສົ່ງຜົນກະທົບ ແລະ ຄ...
20/05/2025

ໃນສະພາບການປ່ຽນແປງຂອງໂລກກ່ຽວກັບບັນຫາທາງດ້ານສະພາບແວດລ້ອມເຮັດໃຫ້ມີການປ່ຽນແປງທາງດ້ານດິນຟ້າອາກາດເຊິ່ງມັນໄດ້ສົ່ງຜົນກະທົບ ແລະ ຄວາມະເສຍຫາຍຕໍ່ກັບຊີວິດ ແລະ ຊັບສິນຂອງປະຊາຊົນ ສະນັ້ນທາງສູນພວກເຮົາໄດ້ເຫັນບັນຫາທີ່ເກີດຂື້ນ ແລະ ພວກເຮົາຕ້ອງໄດ້ມີການກຽມຄວາມຮັບມືກັບເຫດການທາງໄພພິບັດຈາກທຳມະຊາດ ຫຼື ມະນຸດສ້າງຂື້ນກໍ່ຕາມ ສະນັ້ນ, ວຽກງານດັ່ງກ່າວມີຄວາມຈຳເປັນຈະໄດ້ມີການສົ່ງເສີມໃຫ້ກຽມພ້ອມຮັບມືກັບກຸ່ມຄົນພິການທີ່ມີຄວາມພິການເວລາເກີດເຫດການດັ່ງກ່າວ ສູນພວກເຮົາຈຶ່ງໄດ້ຈັດກອງປະຊຸມກ່ຽວກັບ #ການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ ເຊິ່ງຈັດຂື້ນໃນວັນທີ 16 ພຶດສະພາ 2025 ຢູ່ທີ່ໂຮງແຮມ ຮໍລິເດອິງ Holiday Inn ເຊິ່ງໄດ້ຮັບທຶນການສະໜັບສະໜູນຈາກ Asean Disability Forum (ADF) ໂດຍເປັນການຝຶກອົບຮົມໃຫ້ກັບຫຼາຍພາກສ່ວນເຊັ່ນ: ຄະນະຄຸ້ມຄອງໄພພິບັດ,​ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກອງເລຂາຄະນະກຳມະການແຫ່ງຊາດເພື່ອຄົນພິການ, ອົງການຢູເອັນ, ສະຫະພັນແມ່ຍິງລາວ ແລະ ບັນດາອົງການຈັດຕັ້ງຂອງຄົນພິການ. ເຊິ່ງເປັນແລກປ່ຽນຮຽນຮູ້ເຖິງວຽກງານການປ່ຽນແປງດິນຟ້າອາກາດ ແລະ ເປັນການລະດົມແນວຄວາມຄິດຕໍ່ກັບການເຮັດວຽກຮ່ວມກັນໃນການຮັບມືກັບກຸ່ມຄົນທີ່ມີຄວາມພິການລາວໃຫ້ມີຄວາມປອດໄພ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຮ່ວມກັນໃນອະນາຄົດຂ້າງໜ້າ.

ການສົ່ງເສີມການຈ້າງງານແບບມີສ່ວນຮ່ວມແມ່ນ ພາລະກິດຂອງພວກເຮົາ ທີ່ມຸ່ງໝັ້ນໃຫ້ມີການຈ້າງງານແບບເທົ່າທຽມ ແລະ ພວກເຮົາຂໍຊົມເຊີຍກັບວັ...
29/04/2025

ການສົ່ງເສີມການຈ້າງງານແບບມີສ່ວນຮ່ວມແມ່ນ ພາລະກິດຂອງພວກເຮົາ ທີ່ມຸ່ງໝັ້ນໃຫ້ມີການຈ້າງງານແບບເທົ່າທຽມ ແລະ ພວກເຮົາຂໍຊົມເຊີຍກັບວັນກຳມະກອນສາກົນນີ້ ຂໍໃຫ້ສ້າງການຈ້າງງານສຳຫຼັບໝົດທຸກຄົນ ໂດຍບໍ່ປະໃຜໄວ້ຢູ່ເບື້ອງຫຼັງ.

ສູນພວກເຮົາ ເປີດໃຫ້ບໍລິການສ້ອມແປງໂທລະສັບທຸກລຸ້ນ ດ້ວຍທີມງານຊ່າງທີ່ມີສີມືຄຸນະພາບ ແລະ ຮັບປະກັນຫຼັງການໃຊ້ບໍລິການ ແລະ ຍັງຈຳໜ່ວ...
24/04/2025

ສູນພວກເຮົາ ເປີດໃຫ້ບໍລິການສ້ອມແປງໂທລະສັບທຸກລຸ້ນ ດ້ວຍທີມງານຊ່າງທີ່ມີສີມືຄຸນະພາບ ແລະ ຮັບປະກັນຫຼັງການໃຊ້ບໍລິການ ແລະ ຍັງຈຳໜ່ວຍອຸປະກອນໂທລະສັບມື້ຖືທຸກລຸ້ນ. ພ້ອມດຽວກັນນັ້ນຍັງຮັບຊ້ອມແປງເຄື່ອງໃຊ້ໄຟຟ້າທຸກຊະນິດ ພ້ອມທັງບໍລິການເຖິງທີ່
ຖ້າລູກຄ້າເຂົ້າມາໃຊ້ບໍລິການພວກເຮົານັບແຕ່ມື້ນີ້ຈົນຮອດວັນທີ 01 ພຶດສະພາ 2025 ຈະໄດ້ຮັບສ່ວນຫຼຸດພິເສດ......
#ສ້ອມແປງມືຖື #ສ້ອມແປງເຄື່ອງໃຊ້ໄຟຟ້າ #ຮັບປະກັນບໍລິການຫຼັງການຂາຍ

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621262898

Alerts

Be the first to know and let us send you an email when DMAS Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to DMAS Center:

Share