
07/06/2025
#ໂລກເອດ
🇵🇭 ອີງຕາມການລາຍງານ ຂອງສຳນັກຂ່າວ Xinhua ໄດ້ຮູ້ວ່າ: ກະຊວງສາທາລະນະສຸກຂອງປະເທດຟິລິບປິນ (DOH) ໄດ້ສະເໜີໃຫ້ລັດຖະບານ ປະກາດພາວະສຸກເສີນດ້ານສາທາລະນະສຸກແຫ່ງຊາດ ຫຼັງຈາກສະຖານະການຜູ້ຕິດເຊື້ອ HIV ໃນກຸ່ມເຍົາວະຊົນ ຊ່ວງອາຍຸ 15 - 25 ປີເພີ່ມຂຶ້ນ 500% ໃນຊ່ວງສາມເດືອນທຳອິດຂອງປີ 2025.
ທ່ານ Teodoro Herbosa ລັດຖະມົນຕີກະຊວງສາທາລະສະສຸກ ໄດ້ກ່າວວ່າ: ໃນຂະນະນີ້, ຟິລິບປິນໄດ້ພົບຜູ້ຕິດເຊື້ອ HIV ສະເລ່ຍ 57 ຄົນຕໍ່ມື້. ເຊິ່ງນັບວ່າສູງທີ່ສຸດ ໃນພູມມິພາກປາຊີຟິກຕາເວັນຕົກ ໂດຍຂໍ້ມູນຍ້ອນຫຼັງໄດ້ລະບຸວ່າ: ຕົວເລກຜູ້ຕິດເຊື້ອ ໄດ້ເພີ່ມຂຶ້ນຈາກ 21 ຄົນຕໍ່ມື້ໃນປີ 2014 ກາຍເປັນ 48 ຄົນຕໍ່ມື້ ໃນປີ 2024.
ສະເພາະຊ່ວງເດືອນມັງກອນ ເຖິງເດືອນເມສາ 2025 ໄດ້ມີລາຍງານຜູ້ຕິດເຊື້ອ HIV ສະເລ່ຍ 56 ຄົນຕໍ່ມື້ ເພີ່ມຂຶ້ນ 44% ເມື່ອທຽບກັບຊ່ວງເວລາດຽວກັນຂອງປີກາຍ.
ຕັ້ງແຕ່ປີ 2006 ກຸ່ມອາຍຸຂອງຜູ້ຕິດເຊື້ອ HIV ສູງສຸດ ຈະຢູ່ລະຫວ່າງ 25-34 ປີ. ໃນຂະນະທີ່ສາເຫດຂອງການຕິດເຊື້ອໂດຍສ່ວນໃຫຍ່ ເກີດມາຈາກການມີເພດສຳພັນລະຫວ່າງເພດດຽວກັນ ເຊິ່ງມີທ່າອ່ຽງເພີ່ມຂຶ້ນນັບແຕ່ປີ 2007 ເປັນຕົ້ນມາ.
ທີ່ມາ: Xinhua