Lao Oxford Mahosot Hospital Wellcome Trust Research Unit

Lao Oxford Mahosot Hospital Wellcome Trust Research Unit Contact information, map and directions, contact form, opening hours, services, ratings, photos, videos and announcements from Lao Oxford Mahosot Hospital Wellcome Trust Research Unit, Medical Research Center, Mahosot Hospital, Quai Fa Ngum; 17. 9599°N 102. 6121°E, Vientiane.

LOMWRU is a research collaboration unit between the University of Oxford and Mahosot Hospital that supports microbiological diagnosis, trains medical technologists and scientists, and researches a wide range of infectious diseases in Laos. Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) is a research collaboration between the University of Oxford and Mahosot Hospital supporting microbiological diagnosis in Laos, training medical technologists and scientists, and researching a wide range of infectious diseases. We conduct clinical studies on a wide range of infectious diseases in Vientiane and also at a number of provincial hospitals and field sites in rural Laos and participate in multicentre studies across the MORU Network. Furthermore, LOMWRU builds diagnostic, clinical, and research capacity and, with the World Antimalarial Resistance Network (WWARN) and the Infectious Diseases Data Observatory (IDDO), conducts a diversity of research projects on medicine quality epidemiology, diagnostics, forensics, and advocacy. Lastly, LOMWRU supports the infectious disease diagnostic service of Mahosot Hospital and assists other Lao hospitals, including in the investigation of epidemics.

Ever curious about "Why Health Technology Assessment is important?"🧐👇Follow UHEP to find out more!
07/01/2026

Ever curious about "Why Health Technology Assessment is important?"🧐

👇Follow UHEP to find out more!

ໜຶ່ງໃນພາລະກິດຫຼັກຂອງ LOMWRU ແມ່ນສົ່ງເສີມການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ. 💊🔬ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ, ຜ່ານກອງທຶນ ...
07/01/2026

ໜຶ່ງໃນພາລະກິດຫຼັກຂອງ LOMWRU ແມ່ນສົ່ງເສີມການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ. 💊🔬

ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ, ຜ່ານກອງທຶນ Fleming ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອັງກິດ, ໂຄງການ LOMWRU ໄດ້ເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມມືຈາກພາກສ່ວນຕ່າງໆທັງ ກະຊວງສາທາລະນະສຸກ WHO, FAO, ແລະ Fondation Mérieux ເພື່ອສະໜັບສະໜູນ 11 ຫ້ອງວິເຄາະຈຸລິນຊີວິທະຍາໃນໂຮງໝໍແຂວງຕ່າງໆທົ່ວປະເທດ ເພື່ອປັບປຸງລະບົບຄຸນນະພາບຂອງຫ້ອງທົດລອງ ແລະ ເສີມສ້າງຄວາມເຂັ້ມແຂງໃນການຮັບມືການຕ້ານຕໍ່ຢາຕ້ານເຊື້ອ (AMR), ການນຳໃຊ້, ແລະ ການຕິດຕາມກວດກາການນຳໃຊ້ຢາຕ້ານເຊື້ອເພື່ອການປິ່ນປົວທັງໃນຂອງມະນຸດ ແລະ ຂະແໜງການລ້ຽງສັດໃນ ສປປ ລາວ.

ໃນເດືອນທັນວາທີ່ຜ່ານມາ, ໂຄງການ LOMWRU ໄດ້ເຂົ້າຮ່ວມໃນກອງປະຊຸມໂຕະມົນກ່ຽວກັບຜົນສຳເລັດຂອງ ກອງທຶນ Fleming Fund ໃນວຽກງານຄວາມຍືນຍົງຂອງການຕິດຕາມ ແລະ ການເຝົ້າລະວັງເຊື້ອຈຸລະຊີບຕ້ານຕໍ່ຢາ ການໃຊ້ຢາ ການບໍລິໂພກຢາຕ້ານເຊື້ອ ຢູ່ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ເປີດໂອກາດໃຫ້ພາກສ່ວນຕ່າງໆໄດ້ແບ່ງປັນເຖິງຜົນສຳເລັດຂອງ ກອງທຶນ Fleming ໃນລະດັບປະເທດ ແລະ ເພື່ອປຶກສາຫາລືກ່ຽວກັບສິ່ງທ້າທາຍຢ່າງຕໍ່ເນື່ອງເຊິ່ງມີຜົນຕໍ່ຄວາມຍືນຍົງໃນໄລຍະຍາວ.

ເຖິງແມ່ນວ່າກອງທຶນ Fleming ຈະໄດ້ສິ້ນສຸດລົງຢ່າງ ຫຼັງຈາກເຈັດປີຂອງການເສີມສ້າງຄວາມເຂັ້ມແຂງ ການຕິດຕາມກວດກາ AMR ໃນ ສປປ ລາວ, ແຕ່ພະແນກວິເຄາະຈຸລິນຊີວິທະຍາໂຮງໝໍມະໂຫສົດ ແລະ ໂຄງການ LOMWRU ຈະສືບຕໍ່ສະໜອງການຝຶກອົບຮົມ ແລະ ສະໜັບສະໜູນການຈັດການຄຸນນະພາບຂອງຫ້ອງວິເຄາະ, ແລະ ສະໜັບສະໜູນອຸປະກອນໃນຫ້ອງວິເຄາະທີ່ຈຳເປັນ ຜ່ານທຶນຊ່ວຍເຫຼືອດ້ານການຄົ້ນຄວ້າເພື່ອສືບຕໍ່ດຳເນີນ ວຽກງານໃນຫ້ອງວິເຄາະຈຸລິນຊີວິທະຍາໂຮງໝໍແຂວງທີ່ເປັນຄູ່ຮ່ວມງານຕໍ່ໄປ.

____________________

One of LOMWRU’s key missions is to promote the appropriate use of antimicrobials. 💊🔬

Since 2019, through the Fleming Fund supported by the UK Government, we have been working closely with Ministry of Health, WHO, FAO, and Fondation Mérieux to support 11 provincial hospital microbiology laboratories to improve laboratory quality systems and strengthening antimicrobial resistance (AMR), use, and consumption surveillance across both human and animal health sectors in Lao PDR.

Last December, LOMWRU participated in the Fleming Fund Roundtable on the sustainability of AMR, use, and consumption surveillance in Lao PDR. The meeting provided an opportunity to reflect on the achievements of the Fleming Fund Country Grant and to discuss ongoing challenges to long-term sustainability.

Although the Fleming Fund officially comes to a close after seven years of strengthening AMR surveillance in Lao PDR, Mahosot Hospital Microbiology Department and LOMWRU will continue to provide training and quality management support, and to fund essential consumables through research grants to sustain activities at the partner provincial hospial microbiology laboratories.

🧐 Why should we care about thalassemia?🩸👇Follow UHEP and find the answer below!
25/12/2025

🧐 Why should we care about thalassemia?🩸
👇Follow UHEP and find the answer below!

🇱🇦 ສປປ ລາວ ມີອັດຕາການເກີດທາລາດຊີເມຍສູງທີ່ສຸດແຫ່ງໜຶ່ງຂອງໂລກ ແລະຈຳນວນຄົນເຈັບມີທ່າອ່ຽງທີ່ຈະເພີ່ມສູງຂຶ້ນ🩸

👉 ສາເຫດຫຼັກກໍເນື່ອງມາຈາກຕ້ອງອາໄສການກວດເລືອດເພາະອາການຂອງຜູ້ທີ່ເປັນພາຫະພະຍາດທາລາດຊີເມຍ ເຊິ່ງບາງຄັ້ງກໍຈະບໍ່ສະແດງອອກທາງກາຍະພາບ ຫຼືສັງເກດເຫັນໄດ້ດ້ວຍຕາເປົ່າ ເຮັດໃຫ້ເຮົາບໍ່ສາມາດຮູ້ໄດ້ ນຳມາສູ່ຄວາມສ່ຽງເມື່ອວາງແຜນຄອບຄົວ

🔎ເພື່ອສຶກສາຕື່ມກ່ຽວກັບບັນຫາດັ່ງກ່າວ UHEP ຈຶ່ງກຳລັງເຮັດວຽກຮ່ວມກັບ ໂຄງການ LOMWRU ແລະ ໂຄງການ MORU ເພື່ອດຳເນີນການປະເມີນເທັກໂນໂລຢີສຸຂະພາບ (HTA) ກ່ຽວກັບ "ຄວາມຄຸ້ມຄ່າຂອງການກວດຄັດກອງທາລາດຊີເມຍໃນ ສປປ ລາວ" ການສຶກສານີ້ໄດ້ຄົ້ນຄວ້າກ່ຽວກັບຄວາມຄຸ້ມຄ່າຂອງການກວດຄັດກອງທາລາດຊີເມຍກ່ອນເກີດລູກທົ່ວປະເທດ

⬇️ ຢ່າລືມກົດຕິດຕາມພວກເຮົາເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການສຶກສາຄວາມຊຸກຊຸມຂອງອັດຕາການເກີດພະຍາດທາລາດຊີເມຍໃນ ສປປ ລາວ ແລະການສຶກສາຄົ້ນຄວ້າອື່ນໆທີ່ສະໜັບສະໜຸນການປະເມີນເທັກໂນໂລຢີສຸຂະພາບ.

___________

🩸 Why should we care about thalassemia?

🇱🇦 Lao PDR has one of the highest thalassemia rates in the world, and the number of patients continues to rise.

👉 The biggest challenge: Most carriers show no symptoms. Without a blood test, most people don’t know they carry the gene, putting them at risk when planning to have children.

🔎To address this, UHEP is working with LOMWRU and MORU to conduct Health Technology Assessment (HTA) on cost-effectiveness of thalassemia screening in Laos. This study will explore the cost-effectiveness of thalassemia screening in antenatal care across the country.

⬇️ Follow us to learn more about investigating the prevalence of beta thalassemia major in all pregnant women in Laos, as well as other projects that support HTA.


09/12/2025

🎥 ຊວນມາເບິ່ງວິດີໂອບັນຍາກາດພາຍໃນງານສັບປະດາສາກົນສ້າງຈິດສຳນຶກກ່ຽວກັບເຊື້ອຈຸລະຊີບຕໍ່ຕ້ານຢາ ທີ່ຈັດຂຶ້ນທີ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (AMR) ປີ 2025 ໃນວັນທີ 24 ພະຈິກຜ່ານມາ🦠💊

💙 ພວກເຮົາຂໍຂອບໃຈມາຍັງ University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບ ຄູ່ຮ່ວມມືໃນການຈັດງານຄັ້ງນີ້ ແລະ ຂອບໃຈນ້ອງນັກສຶກສາການແພດປີ 6 ທີ່ໄດ້ເຂົ້າຮ່ວມງານຂອງພວກເຮົາຢ່າງເປັນຂະບວນການຟົດຟຶ້ນ ແລະ ເຮັດໃຫ້ພາຍໃນງານເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ຫວັງເປັນຢ່າງຍິ່ງວ່າຄວາມຮູ້ທີ່ພວກນ້ອງໄດ້ຮັບຈາກການຮັບຟັງ Panel Discussion ແລະການຮ່ວມຫຼິ້ນເກມຕ່າງໆພາຍໃນງານ ຈະເຮັດໃຫ້ມີຄວາມຕື່ນໂຕບໍ່ໜ້ອຍກໍຫຼາຍກ່ຽວກັບການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນໃນຖານະບຸກຄະລາກອນການແພດໃນອະນາຄົດ ແລ້ວພົບກັນໃໝ່ປີໜ້າເດີ! 🌍🦠
_________

🎥 Highlights from the World Antimicrobial Resistance Week (WAAW) 2025 event at the University of Health Sciences, held on 24th November🦠💊

💙A huge thanks to our collaborator University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບ and to the final-year medical students for joining and helping make the event joyful and engaging.

We hope this event has raised awareness about the appropriate use of antibiotics and empowered future healthcare leaders to help combat AMR. See you next year! 🌍🦠

ການສະເຫຼີມສະຫຼອງສັບປະດາສາກົນສ້າງຈິດສຳນຶກກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ປີ 2025. 🦠💊📆 ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ, ໂຄ...
08/12/2025

ການສະເຫຼີມສະຫຼອງສັບປະດາສາກົນສ້າງຈິດສຳນຶກກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ປີ 2025. 🦠💊

📆 ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ, ໂຄງການ LOMWRU ໄດ້ຈັດຫຼາກຫຼາຍກິດຈະກຳເພື່ອປະກອບສ່ວນເຂົ້າໃນການສ້າງຄວາມຕະໜັກຮູ້ກ່ຽວກັບການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດຜົນສົມຜົນ. ສຳລັບໃນປີນີ້, ພວກເຮົາໄດ້ຮ່ວມມືກັບ University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບໃນການຈັດງານສັບປະດາສາກົນສ້າງຈິດສຳນຶກກ່ຽວກັບເຊື້ອຈຸລະຊີບຕໍ່ຕ້ານຢາຂຶ້ນໃນວັນທີ 24 ພະຈິກທີ່ຜ່ານມາ ໂດຍມີເປົ້າໝາຍເພື່ອສ້າງຄວາມຕື່ນໂຕ ແລະ ສ້າງຄວາມເຂົ້າໃຈໃຫ້ກັບນັກສຶກສາການແພດປີ 6 ກ່ຽວກັບການນຳໃຊ້ ແລະ ການຕ້ານຕໍ່ຢາຕ້ານເຊື້ອໃນ ສປປ ລາວ.

🤹🏻‍♀️ ພາຍໃນງານມີກິດຈະກຳຫຼາກຫຼາຍບໍ່ວ່າຈະເປັນການນຳສະເໜີກ່ຽວກັບສະຖານະການຂອງເຊື້ອຈຸລະຊີບຕໍ່ຕ້ານຢາໃນປັດຈຸບັນ, ການສົນທະນາ ແລະ ແລກປ່ຽນປະສົບການຈິງຈາກການເຮັດວຽກຂອງ ສຈ.ປອ.ດຣ. ມາຍຟອງ ມາຍຊາຍ - ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ດຣ ນ. ຄຳຫຼ້າ ຈູມລີວົງ - ອະດີດຄະນະອຳນວຍການໂຮງໝໍເສດຖາທິຣາດ.

💭ນອກຈາກນີ້, ນັກສຶກສາຍັງໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມຮູ້ພຶ້ນຖານຂອງການນຳໃຊ້ ແລະ ການຕ້ານຕໍ່ຢາຕ້ານເຊື້ອຜ່ານການຫຼິ້ນເກມຕ່າງໆພາຍໃນງານຢ່າງເປັນຂະບວນການຟົດຟຶ້ນ ແລະ ມ່ວນຊື່ນ.

ມາຮ່ວມແຮງຮ່ວມໃຈກັນສ້າງຄວາມຕະໜັກຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນທາງການແພດໃນອະນາຄົດເພື່ອຕໍ່ສູ້ກັບ AMR 🌍🦠

_________

World Antimicrobial Resistance Week (WAAW) 2025.

Since 2021, LOMWRU has organized events about the appropriate use of antibiotics through various campaigns and events. This year, on 24 November, in collaboration with University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບ, we were proud to host the World Antimicrobial Resistance Week (WAAW) 2025 event, targeting final-year medical students who are training to become the next generation of health professionals. Our goal was to inspire them to better understand Antimicrobial Resistance (AMR) and Antimicrobial Use (AMU).

The event was filled with engaging activities, including a short presentation on the current AMR and AMU situation in Laos by LOMWRU Senior Researcher Dr Vilada Chansamouth, followed by an insightful panel discussion featuring Prof. Mayfong Mayxay, President of UHS, and Dr. Khamla Choumlivong, former Director of Setthathirath Hospital, who shared real-life experiences from the field.

Students then had the chance to learn essential AMR and AMU concepts through fun, interactive educational games that simplified complex topics to make them enjoyable and easy to understand.

Together, we continue to build awareness and empower future healthcare leaders to help combat AMR. 🌍🦠

05/12/2025

✨ ຊົມເຊີຍວັນຄົບຮອບ 25 ປີຂອງໂຄງການ LOMWRU! ✨

📽️ນີ້ແມ່ນພາບບັນຍາກາດພາຍໃນງານສະເຫຼີມສະຫຼອງເຊິ່ງຈັດຂຶ້ນໃນກາງເດືອນພະຈິກທີ່ຜ່ານມາ ເຊິ່ງເຕັມໄປດ້ວຍຄວາມອົບອຸ່ນ ເບີກບານມ່ວນຊື່ນ ແລະ ສາຍສຳພັນອັນແໜ້ນແຟ້ນເປັນເວລາຫຼາຍກວ່າສອງສະຕະວັດເຄິ່ງ

🙏 ພວກເຮົາຂໍສະແດງຄວາມຂອບໃຈຢ່າງສູງມາຍັງແຂກທຸກໆທ່ານທີ່ເຂົ້າຮ່ວມງານສະເຫຼີມສະຫຼອງຂອງພວກເຮົາບໍ່ວ່າຈະມາຈາກພາຍໃນ ແລະ ຕ່າງປະເທດ, ເຊິ່ງໄດ້ເຮັດໃຫ້ການສະເຫຼີມສະຫຼອງໃນຄັ້ງນີ້ມີຄວາມໝາຍພິເສດຢ່າງແທ້ຈິງ, ພ້ອມກັນນັ້ນ ກໍຂໍສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນຕະຫຼອດການເຮັດວຽກໃນໄລຍະ 25 ປີຂອງພວກເຮົາ!

✨ Cheers to 25 remarkable years and many more to come. ✨

📽️ Here’s a highlight from the celebration event last November, filled with warmth, joy, and friendships that have lasted more than two and a half decades.

🙏 A heartfelt thank you to everyone who joined us from near and far. Your presence made this anniversary truly special, and we are grateful for the support throughout our 25-year journey!

✨ ຊົມເຊີຍວັນຄົບຮອບ 25 ປີຂອງໂຄງການ LOMWRU! ✨ ຕະຫຼອດໄລຍະເວລາກວ່າສອງທົດສະວັດເຄິ່ງ ຂອງ ໂຄງການຮ່ວມມືຄົ້ນຄວ້າດ້ານພະຍາດເຂດຮ້ອນ ...
04/12/2025

✨ ຊົມເຊີຍວັນຄົບຮອບ 25 ປີຂອງໂຄງການ LOMWRU! ✨

ຕະຫຼອດໄລຍະເວລາກວ່າສອງທົດສະວັດເຄິ່ງ ຂອງ ໂຄງການຮ່ວມມືຄົ້ນຄວ້າດ້ານພະຍາດເຂດຮ້ອນ ລະຫວ່າງໂຮງໝໍມະໂຫສົດ-ມະຫາວິທະຍາໄລອ໋ອກຝອດ-ແວວຄຳຕຼັສ (LOMWRU) ທີ່ໄດ້ຕັ້ງໜ້າເຮັດວຽກເພື່ອສະໜັບສະໜຸນແລະເສີມສ້າງວຽກງານສາທາລະນະສຸກໃຫ້ເຂັ້ມແຂງຍິ່ງຂຶ້ນ, ການປ້ອງກັນການລະບາດຂອງພະຍາດໄດ້ດີຂຶ້ນ ແລະ ການຊ່ວຍໃຫ້ຄົນເຈັບສາມາດເຂົ້າເຖິງການປິ່ນປົວໄດ້ຫຼາຍຂຶ້ນ 🏥💪

ເພື່ອສະເຫຼີມສະຫຼອງວາລະຄົບຮອບ 25 ປີ ອັນມີຄວາມໝາຍຄວາມສຳຄັນນີ້, ໃນວັນທີ 19 ພະຈິກທີ່ຜ່ານມາ, ພວກເຮົາໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 25 ປີ ໂດຍເລີ່ມຕົ້ນດ້ວຍພິທີການທີ່ມີຄວາມໝາຍໃນຕອນເຊົ້າ ເຊິ່ງໄດ້ຮັບກຽດຈາກທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເປັນປະທານກ່າວເປີດພິທີ. ໃນພິທີດັ່ງກ່າວໄດ້ມີການກ່າວຄຳປາໄສກ່ຽວກັບປະຫວັດຄວາມເປັນມາ ແລະ ນຳສະເໜີຜົນງານທີ່ຍາດໄດ້ຂອງໂຄງການ LOMWRU ໃນໄລຍະທີ່ຜ່ານມາ ຕະຫຼອດຮອດແຜນການຄົ້ນຄວ້າໃນຕໍ່ໜ້າດ້ານສາທາລະນະສຸກໃນ ສປປ ລາວ.

ນອກຈາກນີ້, ແຂກທີ່ເຂົ້າຮ່ວມພາຍໃນງານຍັງມີໂອກາດໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານໃນໄລຍະຜ່ານມາຂອງພວກເຮົາຜ່ານງານວາງສະແດງທີ່ເຕັມໄປດ້ວຍຄວາມຊົງຈຳຂອງໂຄງການ LOMWRU, ບໍ່ວ່າຈະເປັນ ຮູບພາບ, ສິ່ງຕີພິມ ຫຼື ເອກະສານຕີພິມ ຈົນເຖິງໂປສເຕີ ແລະ ມຸມຫ້ອງວິເຄາະຈຳລອງຂະໜາດນ້ອຍທີ່ທຸກຄົນສາມາດລອງສວມບົດບາດເປັນນັກເຕັກນິກວິເຄາະໄດ້!

ໃນຕອນແລງ, ພວກເຮົາໄດ້ສືບຕໍ່ການສະເຫຼີມສະຫຼອງດ້ວຍພິທີບາສີສູ່ຂວັນ ເພື່ອສືບສານປະເພນີອັນດີງາມຂອງລາວ, ພາຍໃນງານຍັງມີການສະແດງຟ້ອນລາວຂອງພະນັກງານພວກເຮົາເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ແຂກທີ່ເຂົ້າຮ່ວມໃນງານອີກດ້ວຍ💃🕺

🙏 ພວກເຮົາຂໍສະແດງຄວາມຂອບໃຈຢ່າງສູງມາຍັງແຂກທຸກໆທ່ານທີ່ເຂົ້າຮ່ວມງານສະເຫຼີມສະຫຼອງຂອງພວກເຮົາບໍ່ວ່າຈະມາຈາກພາຍໃນ ແລະ ຕ່າງປະເທດ, ເຊິ່ງໄດ້ເຮັດໃຫ້ການສະເຫຼີມສະຫຼອງໃນຄັ້ງນີ້ມີຄວາມໝາຍພິເສດຢ່າງແທ້ຈິງ, ພ້ອມກັນນັ້ນ ກໍຂໍສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນຕະຫຼອດການເຮັດວຽກໃນໄລຍະ 25 ປີຂອງພວກເຮົາ!

____________

✨ Cheers to 25 years and many more to come! ✨

For more than two and a half decades, the Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) has been working in Laos to support stronger public health, better disease research and epidemiology, and improved access to life-saving treatments. 🏥💪

To celebrate this remarkable 25-year milestone, on 19 November our anniversary celebration began with a meaningful morning ceremony, opened by H.E. Dr. Phaivanh Keopaseuth, Vice-Minister of Health, followed by inspiring talks and speeches about the history and achievements of LOMWRU, and the future of public health research in Laos.

Guests also had the chance to explore a vibrant exhibition filled with LOMWRU memories, from historic mementos and publications to posters and an interactive laboratory corner that brought our work to life!

As the sun set, we continued the celebration with a traditional Lao baci ceremony, then burst into color and rhythm with an energetic Lao dance performance by our staff followed by everyone joining in the traditional lamvong dance. 💃🕺

🙏 A heartfelt thank you to everyone who joined us from near and far. Your presence made this anniversary truly special, and we are grateful for the support throughout our 25-year journey!

✨ ມື້ແຫ່ງແຮງບັນດານໃຈ ແລະ ການຮ່ວມມືອັນແໜ້ນແຟ້ນທີ່ ໂຄງການ LOMWRU ✨ເນື່ອງໃນໂອກາດຄົບຮອບ 25 ປີ ໂຄງການ LOMWRU ໃນກາງເດືອນພະຈິກ ...
03/12/2025

✨ ມື້ແຫ່ງແຮງບັນດານໃຈ ແລະ ການຮ່ວມມືອັນແໜ້ນແຟ້ນທີ່ ໂຄງການ LOMWRU ✨

ເນື່ອງໃນໂອກາດຄົບຮອບ 25 ປີ ໂຄງການ LOMWRU ໃນກາງເດືອນພະຈິກ ທີ່ຜ່ານມາ, ພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮັບກຽດຕ້ອນຮັບຄະນະຜູ້ບໍລິຫານ ຂອງໂຄງການ Wellcome Trust ພ້ອມທັງໄດ້ນຳສະເໜີ ແລະ ແລກປ່ຽນປະສົບການກ່ຽວກັບວຽກງານໃນປັດຈຸບັນຂອງພວກເຮົາ.

Wellcome Trust ແມ່ນໜຶ່ງໃນຜູ້ສະໜັບສະໜຸນຫຼັກທີ່ຊຸກຍູ້ການຄົ້ນຄວ້າທາງດ້ານວິທະຍາສາດໃນທົ່ວໂລກ ພ້ອມທັງເປັນຜູ້ໃຫ້ການສະໜັບສະໜຸນຫຼັກຂອງພວກເຮົາ.

ໂດຍໃນວາລະຕອນເຊົ້າ ພວກເຮົາໄດ້ນຳສະເໜີການສຶກສາທີ່ກຳລັງດຳເນີນຢູ່ ບໍ່ວ່າຈະເປັນ ວຽກງານການນຳໃຊ້ຢາຕ້ານເຊື້ອ ແລະ ການຕ້ານຕໍ່ຢາຕ້ານເຊື້ອໃນ ສປປ ລາວ, ວຽກງານການຄົ້ນຄວ້າກ່ຽວກັບເຊື້ອຈຸລະຊີບ Arbovirus, ວຽກງານການມີສ່ວນຮ່ວມກັບຊຸມຊົນ ແລະ ສາທາລະນະ, ເຊິ່ງຫົວຂໍ້ເຫຼົ່ານີ້ລ້ວນແຕ່ແມ່ນຈຸດສຸມຫຼັກໃນວຽກງານຂອງພວກເຮົາ ພ້ອມກັນນັ້ນ ພວກເຮົາກໍໄດ້ນຳພາຕົວແທນຄະນະຜູ້ບໍລິຫານ ຢ້ຽມຊົມຫ້ອງວິເຄາະອີກດ້ວຍ.

ນອກຈາກນີ້, ພວກເຮົາຍັງໄດ້ຈັດສະແດງຜົນງານການສຶກສາຂອງບັນດານັກຄົ້ນຄວ້າຂອງໂຄງການ ເພື່ອເນັ້ນຢ້ຳເຖິງຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ, ຄວາມຫຼາກຫຼາຍ, ແລະ ການມີສ່ວນຮ່ວມ ເຊິ່ງລ້ວນແຕ່ແມ່ນຫົວໃຈຫຼັກທີ່ຂັບເຄື່ອນວັດທະນະທຳອົງກອນຂອງພວກເຮົາ.

ໃນໂອກາດນີ້, ພວກເຮົາຮູ້ສຶກດີໃຈທີ່ໄດ້ຮ່ວມແລກປ່ຽນບົດຮຽນເພື່ອເສີມສ້າງການຮ່ວມມືໃນການຄົ້ນຄວ້າດ້ານສາທາລະນະສຸກທີ່ດີຂຶ້ນໃນ ສປປ ລາວ 🌿🔬✨

______________

✨ A Day of Inspiration and Collaboration at LOMWRU ✨

During LOMWRU’s 25th anniversary celebration last November, we were honored to welcome representatives from the Wellcome Trust management team for a full day of sharing research result and impact.
Wellcome Trust is one of the major funders of science research globally including LOMWRU.

Our morning programme featured a series of insightful talks highlighting our key focus areas and ongoing projects, including antimicrobial aesistance and use in Lao PDR, Arbovirus Research, and community & public engagement, followed by an engaging lab tour.

Over lunch, we proudly showcased the career journeys of LOMWRU researchers and outcomes from our latest studies, celebrating human development, diversity, and inclusion, our core values that drive our workplace culture.

We are grateful for this opportunity to exchange ideas and strengthen collaboration for better health research in Lao PDR and beyond. 🌿🔬✨

👇 Discover why cost-effectiveness matters in medicine!Follow UHEP and take a quick and easy dive into Health Technology ...
01/12/2025

👇 Discover why cost-effectiveness matters in medicine!

Follow UHEP and take a quick and easy dive into Health Technology Assessment (HTA) explained in a way that you’ve never experienced before!

💡 💊 ເປັນຫຍັງການປະເມີນຄວາມຄຸ້ມຄ່າຂອງຢາຈຶ່ງສຳຄັນກວ່າທີ່ຄິດ?

ໃນໂລກປັດຈຸບັນ ທີ່ການແພດພັດທະນາຢ່າງວ່ອງໄວ ພວກເຮົາມັກຈະໄດ້ຍິນຂ່າວໃໝ່ໆກ່ຽວກັບຢາທີ່ “ທັນສະໄໝ” ຢູ່ສະເໝີ ແຕ່ດ້ວຍລາຄາທີ່ສູງ ແລະງົບປະມານທີ່ມີຈຳກັດ ພວກເຮົາຈະຮູ້ໄດ້ແນວໃດວ່າຢາແບບໃດທີ່ຄຸ້ມຄ່າແທ້ໆ?

ເພາະຢາລາຄາແພງບໍ່ໄດ້ດີສະເໝີໄປ ແລະຢາຊະນິດໃໝ່ກໍບໍ່ໄດ້ຈຳເປັນສະເໝີໄປ
ການປະເມີນຄວາມຄຸ້ມຄ່າບໍ່ແມ່ນການປະຫຍັດ ແຕ່ແມ່ນການເລືອກນຳໃຊ້ຢາໃຫ້ມີຄວາມແທດເໝາະ, ການປະເມີນເທັກໂນໂລຢີສຸຂະພາບ ຈະຊ່ວຍໃຫ້ງົບປະມານຖືກນຳໃຊ້ຢ່າງມີປະສິດທິພາບ ແລະສ້າງຄວາມໝັ້ນໃຈວ່າຄົນເຈັບຈະໄດ້ຮັບປະໂຫຍດສູງສຸດຈາກການປິ່ນປົວ

_____________________

💡 💊 HTA & Medicines: Why It Matters More Than You Think?

In today’s world of fast-evolving medicine, we’re constantly hearing about new, “breakthrough” medicines. But with high prices and limited budgets, how do we know which medicines are truly worth it?

Because not every expensive medicine is better and not every new drug is necessary. Cost-effectiveness doesn’t mean cutting corners, it means choosing smart. HTA making every kip count for health and ensures patients get the most benefit possible from available treatments

ນັກສຶກສາການແພດປີ 6 ຟັງທາງນີ້!ມາແລ້ວກັບລາຍລະອຽດກິດຈະກຳຕ່າງໆພາຍໃນ ງານສັບປະດາສາກົນສ້າງຈິດສໍານຶກ ກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢ...
19/11/2025

ນັກສຶກສາການແພດປີ 6 ຟັງທາງນີ້!

ມາແລ້ວກັບລາຍລະອຽດກິດຈະກຳຕ່າງໆພາຍໃນ ງານສັບປະດາສາກົນສ້າງຈິດສໍານຶກ ກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາ ປີ 2025

ມາຮ່ວມຮັບຟັງການສົນທະນາວິຊາການ ແລະ ຫຼິ້ນກິດຈະກຳໄປກັບພວກເຮົາ ໃນວັນທີ 24 ພະຈິກ ນີ້ທີ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ວິທະຍາເຂດເພຍວັດ). ງານທີ່ຈະເຮັດໃຫ້ທ່ານມີຄວາມເຂົ້າໃຈກ່ຽວກັບການນຳໃຊ້ຢາຕ້ານເຊື້ອ ແລະ ການຕ້ານຕໍ່ຢາຕ້ານເຊື້ອໃນ ສປປ ລາວ ຫຼາຍຂຶ້ນຜ່ານການຫຼິ້ນເກມທີ່ໜ້າຕື່ນເຕັ້ນ ແລະ ໄດ້ຄວາມຮູ້ໄປພ້ອມໆກັນ! 🧠✨

ໂອກາດທີ່ບໍ່ຄວນພາດຂອງນັກສຶກສາການແພດປີ 6 ມາຮ່ວມງານ ແລະ ຫຼິ້ນກິດຈະກຳຮ່ວມເພື່ອຮັບຂອງລາງວັນສຸດພິເສດແບບຈັດໜັກຈັດເຕັມຈາກພວກເຮົາ (ຂໍບອກວ່າມີຈຳນວນຈຳກັດເດີ້ ງານນີ້ຈັດຂຶ້ນພຽງປີລະຄັ້ງເທົ່ານັ້ນ ແລ້ວພົບກັນເດີ້!

University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບ

ຂໍເຊີນນັກສຶກສາການແພດ ປີ 6 ຮັບຟັງການສົນທະນາໃນຫົວຂໍ້ “ການນໍາໃຊ້ ແລະ ການຕ້ານຕໍ່ຢາຕ້ານເຊື້ອ ໃນ ສປປ ລາວ - ໂດຍອີງໃສ່ສະຖານະການທ...
17/11/2025

ຂໍເຊີນນັກສຶກສາການແພດ ປີ 6 ຮັບຟັງການສົນທະນາໃນຫົວຂໍ້ “ການນໍາໃຊ້ ແລະ ການຕ້ານຕໍ່ຢາຕ້ານເຊື້ອ ໃນ ສປປ ລາວ - ໂດຍອີງໃສ່ສະຖານະການທີ່ເກີດຂຶ້ນໃນຊີວິດຈິງ”ພາຍໃນງານສັບປະດາສາກົນສ້າງຈິດສຳນຶກກ່ຽວກັບເຊື້ອຈຸລະຊີບຕໍ່ຕ້ານຢາປິ 2025.

ໂດຍໃນງານຄັ້ງນີ້ ພວກເຮົາໄດ້ຮັບກຽດຈາກ ສຈ.ປອ.ດຣ. ມາຍຟອງ ມາຍຊາຍ - ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ດຣ ນ. ຄໍາຫລ້າ ຈູມລີວົງ - ອະດີດຄະນະອຳນວຍການ ໂຮງໝໍເຊດຖາທິຣາດ ໃນການເປັນວິທະຍາກອນໃນການໃຫ້ຄວາມຮູ້.

ການສົນທະນາໃນຄັ້ງນີ້ຈະເຮັດໃຫ້ທ່ານມີຄວາມເຂົ້າໃຈຢ່າງເລິກເຊິ່ງຂຶ້ນຕື່ມກ່ຽວກັບການນຳໃຊ້ຢາຕ້ານເຊື້ອໃນການປິ່ນປົວຄົນເຈັບ ພ້ອມທັງເປີດໂອກາດໃຫ້ນັກສຶກສາໄດ້ມີສ່ວນຮ່ວມໃນການສອບຖາມ ກ່ຽວກັບການຕ້ານຕໍ່ຢາຕ້ານເຊື້ອໃນ ສປປ ລາວ ເຊິ່ງເປັນບັນຫາທາງດ້ານສາທາລະນະສຸກທີ່ສຳຄັນບໍ່ພຽງແຕ່ພາຍໃນປະເທດ ແຕ່ຍັງລວມໄປເຖິງໃນລະດັບສາກົນອີກດ້ວຍ.

ແລ້ວພົບກັນໃນວັນທີ 24 ພະຈິກ 2025 ທີ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ວິທະຍາເຂດເພຍວັດ)

Address

Mahosot Hospital, Quai Fa Ngum; 17. 9599°N 102. 6121°E
Vientiane
0100

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when Lao Oxford Mahosot Hospital Wellcome Trust Research Unit posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Lao Oxford Mahosot Hospital Wellcome Trust Research Unit:

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram