10/10/2025
✨ລວມພາບບັນຍາກາດທີ່ປະທັບໃຈຈາກງານວາງສະແດງສິນຄ້າ MADE IN LAOS 2025 ທີ່ ສູນການຄ້າ ລາວໄອເຕັກ (ວັນທີ 01-08 ຕຸລາ)
💚ALLIANCEພັນທະມິດ ຂໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງທີ່ໄດ້ຮ່ວມເປັນສ່ວນໜຶ່ງໃນງານ MADE IN LAOS 2025 ເຊິ່ງເປັນງານມະຫາກຳສະແດງສິນຄ້າຄັ້ງຍິ່ງໃຫຍ່ ທີ່ໄດ້ເຕົ້າໂຮມບັນດາຜະລິດຕະພັນຄຸນນະພາບຈາກຜູ້ປະກອບການລາວ ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດພາຍໃນປະເທດ.
ພວກເຮົາພູມໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດນຳສະເໜີຜະລິດຕະພັນທີ່ມີຄຸນນະພາບທີ່ໄດ້ ມາດຕະຖານສາກົນສູ່ສາທາລະນະຊົນຢ່າງກວ້າງຂວາງ ໂດຍໄດ້ຮັບກຽດສູງສຸດຈາກ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະທານໃນພິທີເປີດງານຢ່າງເປັນທາງການ, ເຊິ່ງຖືເປັນການຢັ້ງຢືນເຖິງຄວາມສຳຄັນຂອງ ນະໂຍບາຍສົ່ງເສີມສິນຄ້າທີ່ຜະລິດພາຍໃນປະເທດ.
ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດມາ ຢ້ຽມຊົມຊຸ້ມວາງສະແດງສິນຄ້າ ຂອງ ALLIANCEພັນທະມິດ ດ້ວຍຕົວທ່ານເອງ ແລະ ໄດ້ກ່າວ ຄຳຍ້ອງຍໍ ພ້ອມໃຫ້ກຳລັງໃຈ ຕໍ່ ທ່ານນາງ ກິມມີ້ ສະຫວັດວິພານ (ປະທານບໍລິສັດ) ໂດຍເນັ້ນໜັກໃຫ້ບໍລິສັດສືບຕໍ່ພັດທະນາ ແລະ ຂະຫຍາຍຊ່ອງທາງການຕະຫຼາດສຳລັບຜະລິດຕະພັນທີ່ຜະລິດໃນປະເທດ ເພື່ອໃຫ້ເປັນທີ່ຮັບຮູ້ ແລະ ໄດ້ຮັບການຍອມຮັບຢ່າງກວ້າງຂວາງຂຶ້ນ.
ຄຳແນະນຳອັນລ້ຳຄ່າຈາກທ່ານນາຍົກລັດຖະມົນຕີ ເປັນການຢືນຢັນເຖິງພາລະກິດສຳຄັນຂອງບໍລິສັດໃນການປະກອບສ່ວນຊ່ວຍ ຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ ແລະ ສົ່ງເສີມໃຫ້ປະຊາຊົນລາວທຸກຄົນໄດ້ມີໂອກາດເຂົ້າເຖິງ ແລະ ຊົມໃຊ້ສິນຄ້າທີ່ມີຄຸນນະພາບສູງ ທີ່ຜະລິດດ້ວຍມືຂອງຄົນລາວເອງຢ່າງທົ່ວເຖິງ.
✨Highlights and Impressions from the MADE IN LAOS 2025 Exhibition at Lao ITECC Mall (October 01-08)
💚ALLIANCEພັນທະມິດ is immensely proud to have participated in the MADE IN LAOS 2025 exhibition, a significant annual trade fair dedicated to showcasing high-quality products from Lao entrepreneurs and driving the nation's internal economic growth.
We were highly honored to present our internationally certified quality products to the wider public. The event received the highest distinction with the presence of His Excellency, the Prime Minister of the Lao People's Democratic Republic, who officially presided over the opening ceremony. This participation underscores the paramount importance of the government's policy to promote domestically manufactured goods.
Furthermore, His Excellency the Prime Minister graciously conducted a personal visit to the ALLIANCEພັນທະມິດ exhibition booth. During the visit, he offered words of commendation and encouragement to Mrs. Kimmy Savadviphan (President), specifically urging the company to continue developing and expanding the market channels for its local products. This, His Excellency stressed, is vital for achieving greater recognition and acceptance nationwide.
This valuable guidance from the Prime Minister reinforces our company’s critical mission: to contribute to the reduction of imported goods and to ensure that all Lao citizens have access to and utilize high-quality products made by local talent.
ັນທະມິດ #ສິນຄ້າລາວ