14/05/2025
📌 ຮັບພະນັກງານຮ້ານ Whey Market, 1 ຕຳແຫນ່ງ (ຮັບທຸກເພດ)
» ເຮັດວຽກ 6 ມື້/ອາທິດ 11-19:00 (ອາດມີບາງມື້ເຂົ້າວຽກ 9-17:00)
» ແຜນທີ່ bit.ly/mapWM (ບ້ານສີສະຫວາດ)
⦿ ໜ້າວຽກ:
- ຂາຍ ແລະ ແນະນຳສິນຄ້າ ໂດຍສະເພາະສັບພະຄຸນຂອງເວຍ໌ ແລະ ອາຫານເສີມໃຫ້ແກ່ລູກຄ້າ
- ເຮັດຮູບໂຄສະນາສິນຄ້າ ໃຊ້ໂປຣແກຣມ illustrator ແລະ Photoshop
- ສັ່ງເຄື່ອງເພີ່ມ
- ຕອບຂໍ້ຄວາມລູກຄ້າ
- ວຽກອື່ນໆ ພາຍໃນຮ້ານ ຕາມທີ່ມີ
⦿ ຄຸນນະສົມບັດຜູ້ສະໝັກ:
- ອາຍຸ 18-30 ປີ, ຈົບມໍ 7 ຂຶ້ນໄປ
- ໄດ້ພາສາອັງກິດໃນລະດັບພື້ນຖານ
- ມີພື້ນຖານໃຊ້ຄອມ
- ຄິດໄລ່ເລກພື້ນຖານໄດ້ຢ່າງຄ່ອງແຄ້ວ
- ພິມອ່ານຄາຣາໂອເກະໄດ້
- ໃສ່ໃຈໃນລາຍລະອຽດ
* ຖ້າມີຄວາມຮູ້ເລື່ອງຟິດຮຸ່ນສ້າງກ້າມ, ເຮົາຈະພິຈາລະນາເປັນພິເສດ
⦿ ລາຍລະອຽດຜົນຕອບແທນ ແລະ ສະຫວັດດີການ:
• ເງິນເດືອນ 6,000-8,000 ບາດ (ຂຶ້ນກັບຄວາມສາມາດ)
• ມີການປັບເງິນໃຫ້ຕາມອັດຕາເງິນເຟີ້
• ປັບເງິນເດືອນຂຶ້ນອີງຕາມຜົນງານເຮັດວຽກ
• ຄ່າແຮງຄິດໄລ່ຕາມຊົ່ວໂມງໂຕຈິງ, ຖ້າເຮັດເກີນໄລ່ໃຫ້ເພີ່ມ
+ ມື້ພັກປະຈຳປີ 24 ມື້ / ປີ
+ ມື້ພັກປ່ວຍ 30 ມື້ / ປີ
+ ໂບນັດເງິນເດືອນ 13 ແລະ ໂບນັດປີໃໝ່ສາກົນ-ປີໃຫມ່ລາວ
+ ປະກັນສຸຂະພາບ ແລະ ປົວແຂ້ວ
+ ຊ່ວຍຄ່າຮຽນອະນຸບານລູກ
+ ຫລິ້ນຟິດເນັດ FitStation ຟຣີ
⦿ ຂັ້ນຕອນການສະໝັກວຽກ:
1. ເຂົ້າມາຂຽນໃບສະໝັກ ຢູ່ຮ້ານເວຍ໌ມາເກັດ, ແຜນທີ່ bit.ly/mapWM (ບ້ານສີສະຫວາດ)
▸ ກອກຟອມໃຫ້ລະອຽດ ແລະ ຄົບຖ້ວນ ແນບຮູບ 3x4cm
▸ ປິດຮັບສະຫມັກ ວັນທີ 25/05/25
2. ທາງຮ້ານເຮົາຈະຕິດຕໍ່ກັບເພື່ອສໍາພາດຕື່ມ
▸ Whatsapp: ຄລິກ wa.me/8562052152388