
25/08/2023
Lao CSOs'CISAC Project helped 164,000 COVID-impacted people across 10 provinces.
ອົງການຈັດຕັ້ງສັງຄົມລາວຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກພະຍາດໂຄວິດໃນ 10 ແຂວງ
(English Below)
ໃນວັນພະຫັດທີ 24 ສິງຫາ 2023 , 22 ອົງການຈັດຕັ້ງສັງຄົມ (CSO) ໄດ້ປິດໂຄງການຕອບໂຕ້ COVID-19 ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບເປັນເວລາ 3 ປີ. ໂຄງການ ‘ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມລາວ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດ ໂຄວິດ-19’ (CiSAC-19) ໄດ້ຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ດ້ວຍກິດຈະກຳປ້ອງກັນ ແລະ ຟື້ນຟູຊີວິດການເປັນຢູ່ທັງໝົດເຖິງ 1,150 ກິດຈະກຳ.
ໂຄງການ CISAC ໄດ້ຊ່ວຍປະຊາຊົນຫຼາຍກວ່າ 164,000 ຄົນໂດຍການສະກັດກັ້ນການແຜ່ລະບາດຂອງພະຍາດ COVID 10 ແຂວງທົ່ວປະເທດໃນຊ່ວງໄລຍະມີການແຜ່ລະບາດ. ໂດຍການສົມທົບກັບລັດຖະບານທຸກຂັ້ນ, ອົງການຈັດຕັ້ງສັງຄົມໄດ້ເຜີຍແຜ່ຂໍ້ມູນການປ້ອງກັນພະຍາດໂຄວິດໄປທົ່ວ 218 ບ້ານໃນ 34 ເມືອງ. ໃນນັ້ນລວມທັງການເຄື່ອນໄຫວປູກຈິດສຳນຶກຢູ່ໂຮງຮຽນ 130 ແຫ່ງ, ສຸກສາລາ 40 ແຫ່ງ ແລະ ຕະຫຼາດ 8 ແຫ່ງ, ພ້ອມທັງສ້າງອ່າງລ້າງມືຫຼາຍກວ່າ 300 ແຫ່ງ ແລະ ເຂົ້າເຖິງປະຊາຊົນນັບພັນຄົນໃນການໃຫ້ຄວາມຮູ້ການສັກຢາວັກຊີນ.
ທ່ານ ນາງ ອີນ່າ, ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ໄດ້ຕີລາຄາບົດບາດສຳຄັນຂອງອົງການຈັດຕັ້ງສັງຄົມໃນການ ສະໜັບສະໜູນໂຄງການຕອບໂຕ້ແຫ່ງຊາດ: ໂຄງການ CiSAC ເປັນຫຼັກຖານທີ່ດີຂອງການຮ່ວມມືລະຫວ່າງສະຫະພາບເອີຣົບ, ລັດຖະບານ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມລາວ, ສາມາດໃຫ້ຜົນໄດ້ຮັບທີ່ປະສົບຜົນສໍາເລັດແລະມີຄຸນນະພາບທີ່ມີຜົນໄດ້ຮັບບທີ່ເຫັນໄດ້ຊັດເຈນ. ໂຄງການດັ່ງກ່າວຊ່ວຍເພີ່ມທະວີການພົວພັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງສັງຄົມລາວ, ສະແດງໃຫ້ເຫັນວ່າ ອົງການຈັດຕັ້ງສັງຄົມລາວສາມາດປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວາລະເປົ້າໝາຍການພັດທະນາແບບຍື່ນຍົງ ແລະ ໃນໄລຍະເກີດວິກິດການສຸກເສີນ. ໂຄງການນີ້ບໍ່ພຽງແຕ່ຫຼຸດຜ່ອນອັດຕາການເສຍຊີວິດ ແລະ ປ້ອງກັນການເຈັບປ່ວຍເທົ່ານັ້ນແຕ່ຍັງໄດ້ສະໜັບສະໜູນການຟື້ນຟູເສດຖະກິດຂອງຫຼາຍພັນຄອບຄົວໃນທົ່ວ ສປປ ລາວ.
ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ : “ກະຊວງສາທາລະນະສຸກຊົມເຊີຍການຮ່ວມ ມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສັງຄົມລາວ ໃນການຕອບໂຕ້ກັບການລະບາດຂອງພະຍາດໂຄວິດ.ການຮ່ວມມືນີ້ແມ່ນເປັນແບບຢ່າງຂອງການເຮັດວຽກຮ່ວມກັນທີ່ເຮັດໃຫ້ພວກເຮົາສາມາດຮັບມືກັບສິ່ງທ້າທາຍໃນທົ່ວໂລກຢ່າງສຳເລັດຜົນ.”
ທ່ານນາງ ແຄໂຣລ ໂມແທນສັນ ອໍານວຍການ ອົງການແພລນ ສາກົນ ປະຈໍາ ສປປ ລາວໄດ້ກ່າວຊົມເຊີຍຜົນໄດ້ຮັບຈາກຄູ່ຮ່ວມງານທັງໝົດວ່າ: “ໂຄງການ CISAC ໄດ້ຮັບຜົນສຳເລັດຫລາຍໃນການຊ່ວຍເຫຼືອບັນດາຄອບຄົວເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ. ອົງການແພລນ ສາກົນ ປະຈໍາ ສປປ ລາວມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບອົງການຈັດຕັ້ງສັງຄົມລາວ ອີກຄັ້ງໃນການຈັດປະຕິບັດຄັ້ງນີ້ ແລະ ຂໍສະແດງຄວາມຂອບໃຈມາຍັງກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມທີ່ໄດ້ໃຫ້ການສະໜັບສະໜູນຢ່າງເຕັມທີ່ໃນລະດັບຊາດ, ຂັ້ນແຂວງ ແລະ ຂັ້ນເມືອງໃນໂຄງການນີ້.”
ໃນໄລຍະ 12 ເດືອນຜ່ານມາ, ອົງການຈັດຕັ້ງສັງຄົມລາວ ໄດ້ສຸມໃສ່ການຟື້ນຟູຊີວິດການເປັນຢູ່ເພື່ອແກ້ໄຂຜົນກະ ທົບດ້ານເສດຖະກິດຈາກພະຍາດໂຄວິດ ແລະ ອັດຕາເງິນເຟີ້ຕຕໍ່ຄອບຄົວທີ່ເຮັດວຽກ. ປະຊາຊົນຫຼາຍກວ່າ 5.100 ຄົນໄດ້ຮັບ ການສະໜັບສະໜູນເພື່ອຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າດ້ວຍກິດຈະກໍາຕ່າງໆເປັນຕົ້ນແມ່ນເຮືອນຮົ່ມສຳລັບສວນຜັກ, ທຶນຂະ ໜາດນ້ອຍເພື່ອການສຶກສາ ແລະ ການລ້ຽງກົບລວມທັງເຄື່ອງຫັດຖະກໍາ, ການຜະລິດສະບູ ແລະ ຜະລິດຕະພັນກວນໝາກໄມ້ເຊິ່ງຊີວິດການເປັນຢູ່ເຫຼົ່ານີ້ກຳລັງຊ່ວຍໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ.
ທ່ານດຣ ຈັນສີ ພິມມະຈັນ ຫົວໜ້າຄະນະກຳມະການອົງການຈັດຕັ້ງສັງຄົມລາວ (LCCC) ກ່າວໃນໂອກາດນີ້ວ່າ: “ອົງການຈັດຕັ້ງ ສັງຄົມລາວ ໄດ້ຕອບສະໜອງວຽກງານປ້ອງກັນພະຍາດໂຄວິດນັບແຕ່ປີ 2020 ເປັນຕົ້ນມາ ແລະ ໄດ້ຈັດຕັ້ງປະຕິບັດຫຼາຍກວ່າ 1,150 ກິດຈະກຳ ນັບຕັ້ງແຕ່ອົງການຈັດຕັ້ງສັງຄົມລາວໄດ້ຮັບທຶນພາຍໃຕ້ໂຄງການ CISAC ໃນເດືອນພຶດສະພາ ປີ 2021. ໂຄງການເຫຼົ່ານີ້ບໍ່ພຽງແຕ່ໄດ້ສະໜັບສະໜູນຊຸມຊົນເພື່ອປ້ອງກັນພະຍາດໂຄວິດໂດຍການປະຕິບັດສຸຂະອະນາໄມທີ່ດີຂຶ້ນ ແລະ ການສັກຢາວັກຊີນເພີ້ມຂຶ້ນເທົ່ານັ້ນ, ແຕ່ຍັງໄດ້ສຸມໃສ່ແກ້ໄຂຜົນກະທົບທາງລົບຈາກພະຍາດໂຄວິດ, ລວມທັງພາລະດ້ານສັງຄົມ ແລະ ການເງິນຂອງຄອບຄົວປະຊາຊົນລາວ. ໂຄງການເຫຼົ່ານີ້ໄດ້ຊ່ວຍໃຫ້ແມ່ຍິງ, ເດັກຍິງ ແລະ ຊຸມຊົນຂອງເຂົາເຈົ້າໃນການປ້ອງກັນ ແລະ ຟື້ນຕົວຈາກພະຍາດໂຄວິດ.”
ໂຄງການ CiSAC ໄດ້ຖືກຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງກະຊວງສາທາລະນະສຸກ, ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA), ສະມາຄົມສູຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAS) ແລະ ອົງການແພລນ ສາກົນ ປະຈໍາ ສປປ ລາວ ພາຍໃຕ້ການຊີ້ນຳ ແລະ ຫ້ອງການປະສານງານອົງການຈັດຕັ້ງສັງຄົມ (LCCO).
ບັນດາສະມາຄົມທີ່ຕອບສະໜອງໃນໂຄງການນີ້ລວມມີ: ສະມາຄົມແມ່ຍີງຮ່ວມໃຈພັດທະນາ (MHP) ແລະ ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID) ແຂວງບໍ່ແກ້ວ; ສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ແລະ ເຄືອຂ່າຍເພື່ອການພັດທະນາສັງຄົມ (SODA) ແຂວງຫຼວງນ້ຳທາ; ສະມາຄົມຮ່ວມໃຈພັດທະນາ (SDA) ແລະ ສະມາຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ (AMA) ແຂວງຫຼວງພະບາງ; ສະມາຄົມສົ່ງເສີມການນຳໃຊ້ຊັບພະຍາກອນ ທຳມະຊາ ແບບຍືນຍົງ (PSNUA) ແລະ ສະມາຄົມຮ່ວມໃຈອາສາສະມັກ ( HJA) ແຂວງ ໄຊຍະບູລີ ; ສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດ (RRDPA) ແລະ ສະມາຄົມພັດທະນາບົດບາດຍິງຊາຍ (GDA) ແຂວງວຽງຈັນ; ສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE) ແລະ ສະມາຄົມສົ່ງເສີມແຮງງານນອກລະບົບ (IWAA) ນະຄອນຫຼວງວຽງຈັນ; ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມສົ່ງເສີມທັກສະຊີວິດ ເດັກນ້ອຍ ແລະ ໄວໜຸ່ມ (APPREN) ແຂວງບໍລິຄຳໄຊ ; ສະມາຄົມນຳ້ໃຈຊາວບ້ານ (NCA) ແລະ ສະມາຄົມ ເຄືອຂ່າຍຜູ້ຕິດເຊື້ອເຮສໄອວີເອດ ( APL+) ແຂວງ ຄຳມ່ວນ ; ສະມາຄົມພັດທະນາຊຸມຊົນ (CODA) ແລະ ສະມາຄົມຕະກຽງລາວ (TKL) ແຂວງສະຫວັນນະເຂດ, ແລະ ສະມາຄົມ ຄົນພິການແຫ່ງຊາດ ສາຂາແຂວງຈຳປາສັກ (LDPA.CPS) ແລະ ສະມາຄົມພັດທະນາຊຸມຊົນເມືອງໂຂງ (KCDA) ແຂວງຈຳປາສັກ.
ການໃຫ້ທຶນຂອງໂຄງການ CISAC ແມ່ນສ່ວນຫນຶ່ງຂອງທີມເອີຣົບຕອບໂຕ້ພະຍາດໂຄວິດ, ສະຫນອງໂດຍສະຫະພາບເອີຣົບ ເພື່ອແນໃສ່ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອຫລຸດຜ່ອນຜົນກະທົບດ້ານສຸຂະພາບ, ເສດຖະກິດ ແລະ ສັງຄົມ ຈາກພະຍາດລະບາດ ແລະ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກັບບັນດາອົງການຈັດຕັ້ງສັງຄົມ. ທຶນທີ່ສະໜອງໃຫ້ພາຍ ໃຕ້ໂຄງການນີ້ແມ່ນສະເພາະສໍາລັບອົງການຈັດຕັ້ງສັງຄົມລາວ. ສະຫະພາບເອີຣົບຍັງໄດ້ຈັດຕັ້ງປະຕິບັດໂຄງການກັບກະຊວງ ສາທາ ລະນະສຸກ ແລະ ອົງການອະນາໄມໂລກລວມທັງການສະຫນອງທຶນເພື່ອສະຫນັບສະຫນູນລັດຖະບານເພື່ອຕອບໂຕ້ພະຍາດໂຄວິດໂດຍກົງ. ນີ້ເປັນຄວາມພະຍາຍາມຂອງໂລກ ແລະ ສະຫະພາບເອີຣົບພູມໃຈທີ່ໄດ້ຮ່ວມມືກັບລັດຖະບານລາວ ແລະ ອົງການ ຈັດຕັ້ງສັງຄົມລາວເພື່ອຫຼຸດຜ່ອນຜົນກະທົບທາງລົບຈາກພະຍາດນີ້ບໍ່ວ່າຈະເປັນທັງຜົນກະທົບຕໍ່ສຸຂະພາບກໍ່ຄືຜົນກະທົບຕໍ່ ຊີວິດການເປັນຢູ່.
Lao CSOs help COVID-impacted families across 10 provinces.
On Thursday 24th August 2023, 22 Civil Society Organisations (CSOs) celebrated the closing of their 3-year, European Union-funded COVID response project. The ‘Civil Society Action to Prevent and Mitigate COVID-19’ (CiSAC) project responded to the COVID-19 pandemic with 1,150 prevention and livelihoods recovery activities.
The CISAC project helped over 164,000 people by preventing the spread of COVID across 10 provinces during the pandemic period. In partnership with government at all levels, civil society have spread COVID prevention messages across 218 villages and 34 districts. This included awareness actions in 130 schools, 40 health centres and 8 markets, as well as building over 300 handwashing basins and providing vaccination awareness and access to thousands of people.
The European Union Ambassador to Lao PDR, Ms. Ina Marčiulionytė, highlighted the important role of civil society in supporting the national response project: “The CiSAC project provides strong evidence of how the partnership between EU, Govt., INGOs and civil society, can deliver successful and quality results that have a tangible impact for Lao communities. The project helped to strengthen relations and foster trust between local authorities and local CSOs, demonstrating that CSOs could effectively contribute to the SDG agenda and during the emergency crisis. This project not only reduced deaths and prevented illness, but it has also supported the economic recovery of thousands of families across Lao PDR.”
The Vice-Minister for Health, Dr. Phaivanh Keopasert, stated: “The Ministry of Health appreciates the partnership between the government and Lao civil society to respond to the COVID pandemic. This partnership is an example of how working together, we can successfully respond to global challenges.”
The Country Director for Plan International, Ms. Carol Mortenson, praised the results from all partners: “The CISAC project has been very successful in helping families reduce the impacts of COVID. Plan International is proud to partner again with Lao civil society in this action and wish to thank the Ministry of Health and the Ministry of Labour and Social Welfare, for their strong support at the national, provincial and district levels during this project.”
Over the past 12 months, these Lao CSOs have focused on livelihood recovery to address the economic impacts of COVID and inflation on working families. More than 5,100 people were supported to recover their livelihoods, with activities ranging from shade-houses for vegetable gardens, small TVET scholarships and frog raising, as well as handicrafts, soap and jam production. These livelihoods are helping people to earn extra incomes.
Dr. Chansy Phimmachan, the Chairperson for the Lao Civil Society Coordination Committee (LCCC), said at the event that “Civil Society Organisations have been responding to the prevention of COVID since 2020, and have implemented over 1,150 activities since the CSOs received funding under the CISAC project in May 2021. These projects not only supported communities to prevent COVID through better hygiene and increased vaccinations, but it also focused on reversing some of the negative impacts from COVID, including financial and social burdens on Lao families. These projects helped women, girls and their communities to prevent and recover from COVID-19.”
The CiSAC project was implemented in partnership between the Ministry of Health, Sustainable Agriculture and Environment for Development Association (SAEDA), Community Health and Inclusion Association (CHIAS) and Plan International in Lao PDR, under direction and coordination with the Lao Civil Society Coordination Office (LCCO).
The other Lao associations responding during this project include: Maeying Houamjai Pathana (MHP) and Community Association for Mobilizing Knowledge in Development (CAMKID) in Bokeo; The Promotion of Family Health Association (PFHA) and Social Development Alliance Association (SODA) in Luang Namtha; Sustainable Development Association (SDA) and The Association for Mutual Assistant (AMA) in Luang Prabang; Promote Sustainable Natural Resources Use Association (PSNUA) and Huam Jai Asasamak Association (HJA) in Xayabouly; Rural Research and Development Promoting Knowledge Association (RRDPA) and Gender Development Association (GDA) in Vientiane Province; Association for Development of Women and Legal Education (ADWLE) and Informal Worker Advancement Association (IWAA) in Vientiane Capital; Learning for Development Association (LDA) and Association for promotion good life to children-youth (APPREN) in Bolikhamxay; Namjai Community Association (NCA) and Association of People Living with HIV/AIDS (APL+) in Khammouane; Community Development Association (CODA) and Takienglao Association (TKL) in Savannakhet, and; Lao Disable People's Association Champasack Branch (LDPA.CPS) and Khong District Community Development Association (KCDA) in Champasak.
The CISAC project funding is part of the Team Europe response to COVID-19, provided by the European Union. It aims to support the government of Lao PDR to mitigate the health, social and economic impacts of the pandemic, and it enhances the effective cooperation with Civil Society Organisations. The funding provided under this project is specific for civil society organisations. The European Union has also implemented projects with the Ministry of Health and WHO that included funding to support the government’s direct response to COVID-19. This is a global effort and the European Union is proud to partner with the Lao government and Lao civil society to reduce the negative impacts from this disease, both health impacts as well as impacts to livelihoods.
Thanks to Plan International Laos, SAEDA LAO, CHIAs Laos, ອົງການຈັດຕັ້ງສັງຄົມລາວ - Lao CSOs for organizing this closing event, and special thanks to our donor, the European Union in Laos, for recognizing the significance of CSOs in development work.
Huamjai Asasamak Association l APLPlusLaos l Sustainable Development Association in Luang Prabang l Social Development Alliance Association l ADWLE ສພມສກ l RRDPA-Rural Research & Development Promoting Knowledge Association l MHP LAOS l KCDA l ສະມາຄົມສົ່ງເສີມການນໍາໃຊ້ຊັບພະຍາກອນທຳມະຊາດ ແບບຍືນຍົງ PSNUA | PFHA - Promotion of Family Health Association l Codasamakhom l Namjai Community Association ສະມາຄົມ ນ້ຳໃຈຊາວບ້ານ l LDPA cps l Learning for Development Association l Takienglao ສະມາຄົມຕະກຽງລາວ l Association for promote good life to the children&youth / APREN l Camkid LAOS l Gender Development Association (GDA) l ສະມາຄົມຊ່ວຍເຫຼືອເຊິ່ງກັນແລະກັນ Association for Mutual Assistance.. l ສະມາຄົມສົ່ງເສີມແຮງງານນອກລະບົບ IWAA