Mental Health Clinic ຄລີນິກ ສຸຂະພາບຈິດ ດຣ ບຸນໂຮມ ກັນທະວົງ

Mental Health Clinic ຄລີນິກ ສຸຂະພາບຈິດ ດຣ ບຸນໂຮມ ກັນທະວົງ Contact information, map and directions, contact form, opening hours, services, ratings, photos, videos and announcements from Mental Health Clinic ຄລີນິກ ສຸຂະພາບຈິດ ດຣ ບຸນໂຮມ ກັນທະວົງ, Vientiane.

15/05/2025

เสวนากับหมอ มข. EP50
ชวนทุกคนมาเปลี่ยนมุมมองใหม่ กับเรื่องที่ใกล้ตัวกว่าที่คิด
💡**"สมาธิสั้น เปลี่ยนมุมมอง เปลี่ยนชีวิต"**

ใครว่าเด็กอยู่ไม่นิ่งคือเรื่องเล็ก? 🤔
มาฟังมุมมองจากคุณหมอที่จะทำให้เราเข้าใจสมาธิสั้นแบบไม่เครียด 💬

👩‍⚕ โดย อาจารย์.พญ.ธนาพร แสงพงศานนท์
ผู้เชี่ยวชาญด้านจิตเวช จากสาขาวิชาจิตเวชศาสตร์
คณะแพทยศาสตร์ มหาวิทยาลัยขอนแก่น

📆 ในวันศุกร์ที่ 16 พฤษภาคม 2568
🕑 เวลา 14.00 - 15.00 น.
📍เจอกันที่ Facebook Live จาก https://www.facebook.com/medkku

📲 ดูเพลิน ได้ความรู้ แชร์ต่อได้ประโยชน์สุดๆ
ใครเป็นพ่อแม่ ครู หรือสายสนใจจิตวิทยาเด็ก ห้ามพลาด!

#เสวนากับหมอมข #หมอมข

ອາການໃຈຮ້າຍຮຸນແຮງຊົ່ວວູບ (Intermitten Explosive Disorder - IER) ແມ່ນຫຍັງ? |ມັນແມ່ນອາການໃຈຮ້າຍຮຸນແຮງຈົນລະງັບບໍ່ໄດ້, ໜ້າແດ...
19/08/2023

ອາການໃຈຮ້າຍຮຸນແຮງຊົ່ວວູບ (Intermitten Explosive Disorder - IER) ແມ່ນຫຍັງ? |
ມັນແມ່ນອາການໃຈຮ້າຍຮຸນແຮງຈົນລະງັບບໍ່ໄດ້, ໜ້າແດງ, ຄວາມດັນຂື້ນ, ມືສັ່ນໂຕສັ່ນ ຈົນກາຍເປັນຄວາມຮຸນແຮງຕໍ່ຕົວເອງແລະຜູ້ອື່ນ ທັງຄຳເວົົ້າແລະການກະທຳ.
------------
ໃຈຮ້າຍບໍ່ດີແທ້ຫວາ?
ທີ່ຈິງແລ້ວອາລົມໃຈຮ້າຍມັນເປັນທຳມະຊາດຂອງມະນຸດທີ່ຕິດຕົວເຮົາມາຕັ້ງແຕ່ສະໄໝບັນພະບຸລຸດແຕ່ໃດມາແລ້ວ ມັນແມ່ນສິ່ງທີ່ຄົນທຸກຄົນເກີດມາຕ້ອງມີຄືກັນໝົດ
ສິວ່າໄປແລ້ວອາລົມໃຈຮ້າຍກໍມີຂໍ້ດີຢູ່ຄືກັນ ເຊັ່ນວ່າ ເຮົາໃຈຮ້າຍເວລາທີ່ພົບເຫັນຄວາມບໍ່ຢຸດຕິທຳ, ໃຈຮ້າຍທີ່ເຫັນຄົນອ່ອນແອງຖືກດູຖູກເອົາປຽບ ໆລໆ ເຮັດໃຫ້ເຮົາມີຄວາມຮູ້ສຶກບາງຢ່າງມາຊຸກຢູ້ໃຫ້ເຮົາກ້າສະແດງອອກ (assertive) ໃນສິ່ງທີ່ຖືກຕ້ອງ
ແຕ່ປະເດັນກະຄື ເມື່ອເວລາຄົນເຮົາມີອາລົມໃຈຮ້າຍ ຈະເຮັດແນວໃດຈື່ງຈະບໍ່ເຮັດໃຫ້ນຳໄປສູ່ດ້ານມືດຂອງອາລົມ ຈົນກາຍເປັນອາການໃຈຮ້າຍຮຸນແຮງຊົ່ວວູບ ທີ່ເຂົາເອີ້ນກັນວ່າ Intermitten Explosive Disorder (IED) ຈົນອາດກາຍເປັນການທຳຮ້າຍຕົວເອງ ຫຼື ຜູ້ອື່ນ ທັງດ້ວຍຄຳເວົ້າແລະການກະທຳ ແລ້ວຈົນເຮັດໃຫ້ກາຍມາເປັນເລື່ອງທີ່ເຮົາຕ້ອງມາຮູ້ສຶກຜິດແລະເສຍໃຈໃນພາຍຫຼັງ
------------
1) ຕ້ອງມາເຂົ້າໃຈກ່ອນວ່າແມ່ນຫຍັງຄືອາລົມໃຈຮ້າຍແນ່...
ທີ່ຈິງແລ້ວ "ນ້ອຍໃຈ" ກໍຄືອາລົມໃຈຮ້າຍຢູ່ໃນລະດັບນື່ງຄືກັນ ເຊີ່ງກ່ອນຈະໄປຮອດອາລົມໃຈຮ້າຍ ຈຸດເລີ່ມຕົ້ນຂອງມັນກໍຄື "ຄວາມບໍ່ພໍໃຈ" ບໍ່ພໍໃຈທີ່ບໍ່ໄດ້ຮັບການເອົາໃຈໃສ່, ບໍ່ພໍໃຈທີ່ຖືກຖິ້ມ, ບໍ່ພໍໃຈທີ່ຖືກຕຳນິສົ່ງຂ່າວ, ບໍ່ພໍໃຈທີ່ຖືກເອົາປຽບ, ບໍ່ພໍໃຈທີ່ບໍ່ໄດ້ຮັບຄວາມຢຸດຕິທຳ, ບໍ່ພໍໃຈໃນໂຊກສະຕາຟ້າລິຄິດ, ບໍ່ພໍໃຈທີ່ດ້ອຍກວ່າຄົນອື່ນ, ບໍ່ພໍໃຈທີ່ຖືກປຽບທຽບ...
------------
2) ໃຈຮ້າຍແລ້ວມີອາການສະແດງອອກແນວໃດ?
ອາການທາງຮ່າງກາຍທີ່ເກີດຂຶ້ນຄື ມີການເຄັ່ງຕືງຂອງກ້າມຊີ້ນ, ເຈັບຫົວ, ເຈັບທ້ອງ, ຫົວໃຈຕີແຮງຕີໄວ, ເຫື່ອແຕກ, ຮ້ອນ, ໃບໜ້າແດງກ່ຳ, ສັ່ນນຳຕົນນຳໂຕ, ຂາສັ່ນມືສັ່ນ ບາງຄົນໃຈຮ້າຍແລ້ວບໍ່ລະບາຍອອກ ອາລົມທີ່ເກີດຂື້ນຈະການເປັນການເກັບສະສົມຄວາມໃຈຮ້າຍ ເຊັ່ນ ເຮົາຕັດສິນແລະບອກວ່າຄວາມໃຈຮ້າຍທີ່ເຮົາມີນັ້ນມັນບໍ່ດີ ໃນກຳລະນີຕົວຢ່າງ ເຮົາໃຈຮ້າຍທີ່ແມ່ຕຳນິເຮົາ ແຕ່ດ້ວຍຄວາມທີ່ເຮົາຖືກສັງຄົມສິດສອນມາວ່າ ການທີ່ມີອາລົມຮ້າຍຫຼືຕອບໂຕຜູ້ເປັນພໍ່ແມ່ເປັນສິ່ງທີ່ບໍ່ດີ ຫ້າມເຮັດ ເຮັດບໍ່ໄດ້ ມັນບາບ ດັ່ງນັ້ນ ເຮົາຈຶ່ງພະຍາຍາມເກັບຄວາມກົດດັນນັ້ນແລະເຊື່ອງມັນໄວ້ບໍ່ໃຫ້ມັນສະແດງອອກມາ ສຸດທ້າຍແລ້ວອາລົມນັ້ນມັນບໍ່ໄດ້ຮັບການຍອມຮັບ ມັນກໍຈະກາຍເປັນບັນຫາທີ່ຍ້ອນກັບຄືນມາທຳຮ້າຍຕົວເຮົາເອງ... ເຮັດໃຫ້ເຮົາຄຽດ ບໍ່ມັກຕົວເອງ, ຊັງຕົວເອງ, ກ່າວໂທດແລະຕຳນິຕົວເອງທີ່ບໍ່ດີແລະອາດເຖີງຂັ້ນເປັນພະຍາດຊືມເສົ້າຫຼືໃນກຳລະນີຮຸນແຮງທຳຮ້າຍຕົວເອງໄປເລີຍກໍມີ.
ບາງຄົນມີອາລົມບໍ່ພໍໃຈ, ໃຈຮ້າຍ, ຫງຸດຫງິດ ແຕ່ກໍພານເລືອກທີ່ຈະລະບາຍອອກ ເຊີ່ງການສະແດງອອກກໍມີຫຼາຍລະດັບ ຕັ້ງແຕ່ການກ່າວໂທດຜູ້ອື່ນ, ດ່າທໍດ້ວຍຄຳເວົ້າທີ່ຮຸນແຮງ ຫຼື ໃຊ້ຄຳເວົ້າ ຈິກກັດ, ເໜັບແນມ, ສຽດສີ, ຫາເລື່ອງຈົນຜິດກັນ, ທຸບຕີທຳຮ້າຍຮ່າງກາຍກັນ ຈົນເຖີງການຂ້າຟັນກັນຄືທີ່ພົບເຫັນໃນຂ່າວດັ່ງທີ່ຜ່ານມາ ເປັນຕົ້ນ.
------------
3) ຊັ້ນຕ້ອງໃຈຮ້າຍແນວໃດຈື່ງປອດໄພ
ເມື່ອໃຈຮ້າຍແລ້ວໃຫ້ຮູ້ວ່າເຮົາໃຈຮ້າຍ ກໍຕ້ອງໄດ້ລະບາຍອອກແນ່ ສິໄປລະບາຍຄວາມຮູ້ສຶກໃຫ້ໝູ່ຟັງ, ຄົນທີ່ໄວ້ໃຈ ຫຼື ນັກຈິດຕະເວດຟັງກໍໄດ້, ສິຂຽນລະບາຍອາລົມຄວາມຮູ້ສຶກ ຫຼື ສິລະບາຍດ້ວຍການເຮັດກິດຈະກຳ ການອອກກຳລັງກາຍ, ການແລ່ນ, ການຕີມວຍ ການຫຼີ້ນກິລາ ຫຼື ລວມທັງການໄປເລາະຊື້ເຄື່ອງກະພໍໄດ້ຢູ່ ແຕ່ຫາກສິມີຄ່າໃຊ້ຈ່າຍຫຼາຍແລະເກີດມີພາວະຊັບຈາງນຳມາໄດ້.
ແລະວິທີທີ່ຄ່ອນຂ້າງປອດໄພທີ່ສຸດສຳຫຼັບຕົວເອງແລະຄົນອື່ນ ກໍຄື ການຕັ້ງສະຕິແລະຍອມຮັບອາລົມທີ່ເກີດຂື້ນກ່ອນ ເຮົາຈະຈັດການກັບມັນໄດ້ເຮົາຕ້ອງຮູ້ກ່ອນວ່າມັນມີຄວາມໃຈຮ້າຍ... ຍອມຮັບໃນອາລົມທີ່ເກີດຂື້ນ, ຍອມຮັບວ່າເຮົາບໍ່ພໍໃຈ, ຍອມຮັບວ່າເຮົາບໍ່ມັກ, ຍອມຮັບວ່າເຮົາໃຈຮ້າຍ ແລ້ວເຮົາຕ້ອງທັນມັນກ່ອນ ຮູ້ມັນກ່ອນວ່າອາລົມໃຈຮ້າຍມັນເປັນແນວໃດຈັ່ງໃດ ແລະອາດຈະຄິດກັບຕົວເອງຕໍ່ວ່າຄວາມຮູ້ສຶກບໍ່ພໍໃຈຫຼືໃຈຮ້າຍນັ້ນເກີດຈາກຫຍັງ... ມັນຄືຄວາມຜິດຫວັງ ເຮົາເຂົ້າໃຈວ່າເຮົາເປັນຄົນສຳຄັນຄົນນື່ງ, ເຂົ້າໃຈວ່າສິ່ງທີ່ເຮົາເປັນສິ່ງທີ່ເຮົາຄິດມັນຖືກ, ເຮົາເຂົ້າໃຈວ່າເຮົາບໍ່ຄວນຖືກກະທຳ ເຮົາຈຶ່ງບໍ່ພໍໃຈທີ່ຖືກຕໍ່ວ່າ, ຖືກກ່າວຫາ, ຖືກຕຳນິ, ຖືກເອົາປຽບ, ຖືກນິນທາ, ຖືກຖິ້ມ ຫຼື ຮູ້ສຶກວ່າບໍ່ໄດ້ຮັບຄວາມຢຸດຕິທຳນັ້ນເອງ
ຂໍຢ້ຳຄືນອີກວ່າ "ໃຈຮ້າຍບໍ່ແມ່ນເລື່ອງຜິດ ແຕ່ເຮົາຈະຈັດການກັບຄວາມໃຈຮ້າຍນັ້ນໄດ້ກໍຕໍ່ເມື່ອເຮົາຮູ້ວ່າມັນມີຕົວຕົນ"
------------
Cr: พิชชาพร สิทธิโชค (นักจิตวิทยาคลินิก)
ບົດຄວາມຕົ້ນສະບັບ: https://shorturl.asia/fxFr7

Address

Vientiane

Opening Hours

Monday 07:00 - 08:00
16:30 - 19:30
Tuesday 07:00 - 08:00
18:00 - 19:30
Wednesday 07:00 - 08:00
16:30 - 19:30
Thursday 07:00 - 08:00
16:30 - 19:30
Friday 07:00 - 08:00
16:30 - 19:30
Saturday 08:30 - 19:30
Sunday 08:30 - 17:00

Telephone

+8562055612148

Website

Alerts

Be the first to know and let us send you an email when Mental Health Clinic ຄລີນິກ ສຸຂະພາບຈິດ ດຣ ບຸນໂຮມ ກັນທະວົງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram