25/06/2021
👉🏻ສາເຫດຂອງໂລກຂໍ້ເຂົ່າເສືອມ, ປວດເຂົ່າ, ເຈັບຫົວເຂົ່າ, ໂລກຂໍ້ອັກເສບ, ການອັກເສບຂອງຫົວເຂົ່າແມ່ນ:
➡️ ຄົນມີອາຍຸມັກ ມັກພົບວ່າເປີເຊັນສູງໃນການເປັນເຂົ່າເຊື່ອມ ມັກພົບເລື້ອຍໃນຜູ້ຍິງຫລາຍກວ່າຜູ້ຊາຍ.
➡️ ຜູ້ທີ່ມີນ້ໍາຫນັກເກີນໂຕ ເປັນໂລກຕຸ້ຍ ແຮງຈະຊ່ວຍເພີ່ມໂອກາດ ໂລກຂໍ້ເຂົ່າເສືອມໄວຂື້ນ
➡️ ໃຊ້ຂາແລະຫົວເຂົ່າຜິດທ່າ ຫຼືຢູ່ໃນຕຳແໜ່ງທີ່ບໍ່ເໝາະສົມເປັນເວລາດົນນານ, ເຊັ່ນກົ້ມໂຕຍົກເຄື່ອງ, ຂຸເຂົ່າ, ນັ່ງພັບພຽບ, ຍ່າງຂຶ້ນຂັ້ນໃດ, ນັ່ງຂັດສະມາທິ ຫຼື
➡️ ເຄີຍເກີດອຸບັດຕິເຫດກັບຫົວເຂົ່າເຊັ່ນ: ລົດຕຳ, ຫົວເຂົ່າໄດ້ຮັບກະທົບກະເທືອນ, ຫຼີ້ນກິລາ ແລະ ອື່ນໆ
➡️ໂລກຂໍ້ເຂົ່າເສືອມຈາກກຳມະພັນ
🔸ວິທີການຮັກສາມີ 3 ວິທີຄື
🔹ການຮັກສາຂໍ້ເຂົ່າເສື່ອມ ໂດຍບໍ່ຕ້ອງໃຊ້ຢາ ແມ່ນວິທີປະກົບຮ້ອນ ແລະ ປ່ຽນພືດຕິກຳການ ຢືນ ຍ່າງ ລົດນຳ້ຫນັກໂຕ ອອກກຳລັງກາຍທີ່ເຫມາະສົມ ຫລື ໃຊ້ໄມ້ຄ້ອນເທົ້າຊ່ວຍຍ່າງເພື່ອລົດແຮງກົດ
🔹ຮັກສາໂລກເຂົ່າເສື່ອມແບບໃຊ້ຢາ ຢາແກ້ປວດ ພາລາສິຈາໂມນ ເປັນຢາທີ່ໃຊ້ໃນການແກ້ປວດຖ້າຫາກອາການປວດບໍ່ຫລາຍ ຢາທາສະເພາະທີ ເພື່ອກະຕຸນໃຫ້ເກີດຄວາມຮ້ອນ ຢາແກ້ອັກເສບ(ບໍ່ມິສະເຕ່ລອຍ) ການກິນຢາຕ່າງຕ້ອງໄດ້ປືກສາແພດ ເພື່ອຄວາມປອດໄພ
🔹ການຮັກສາເຂົ່າເສື່ອມດ້ວຍການຜ່າຕັດຂໍ້ເຂົ່າ ປ່ຽນຂໍ້ເຂົ່າ ຖ້າຫາກອາການຫນັກ ການຜ່າຕັດນີ້ສາມາດເຮັດໃຫ້ເຮົາກັບໄປໃຊ້ຊິວິດປະຈຳວັນໄດ້ຄືເກົ່າ
ເນື່ອງຈາກໂລກມີຄົນຈຳນວນຫລາຍ ນັກຄົ້ນຄວ້າຢູ່ປະເທດໄທເພີ່ນໄດ້ຄົ້ວພົບ ສານເຊຊາມິນໃນງາດຳ ຊຶ່ງມີສັບພະຄຸນໃນການຊ່ວຍແກ້ອັກເສບ ແລະ ຊ່ວຍໃຫ້ທ່ານອາການຄ່ອຍໆດີຂື້ນ