17/06/2025
🌟ຂໍຂອບໃຈມາຍັງ CHIAs Laos, ສູນກາງ ສະຫະພັນແມ່ຍິງລາວ Lao Women's Union, VWYC Fans ສູນສຸຂະພາບ ພັດທະນາ ແມ່ຍິງ ແລະ ໄວໜຸ່ມ ນະຄອນຫຼວງວຽງຈັນ ແລະ United for Global Mental Health ທີ່ໃຫ້ “ກຳລັງໃຈ” ໄດ້ເປັນສ່ວນໜຶ່ງໃນການປຶກສາຫາລືກ່ຽວກັບການຂະຫຍາຍຕາໜ່າງດ້ານການສົ່ງເສີມ ແລະ ບໍລິການດ້ານສຸຂະພາບຈິດໃນ ສປປ ລາວ.
🌟ທີມງານ “ກຳລັງໃຈ” ໄດ້ມີໂອກາດດຳເນີນກິດຈະກຳກ່ຽວກັບ”ການຈັດຕັ້ງການສ້າງເຄືອຄ່າຍການບໍລິການໃຫ້ຄຳປຶກສາສຸຂະພາບຈິດ” ແລະ ເປັນໜຶ່ງໃນສຳມະນາກອນໃນການແບ່ງປັນປະສົບການ ແລະ ກ່າວເຖິງຄວາມສຳຄັນຂອງການສົ່ງເສີມ ແລະ ປ້ອງກັນສຸຂະພາບຈິດໃນຂັ້ນຊຸມຊົນ. ນອກຈາກນີ້, ພວກເຮົາຍັງໄດ້ນຳສະເໜີກ່ຽວກັບ ໂຄງການ ເພື່ອນຊ່ວຍເພື່ອນ ເຊັ່ນ “ອ້ອມກອດ Peer Support Programme” ທີ່ເປັນໂຄງການຕົວຢ່າງໃນການສົ່ງເສີມບຸກຄົນທີ່ມີປະສົບການດ້ານສຸຂະພາບຈິດ (individuals with lived experiences) ໃຫ້ໄດ້ມີສ່ວນຮ່ວມໃນການອອກແບບ ແລະ ດຳເນີນໂຄງການເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ນຳພາກິດຈະກຳ, ເພີ່ມທັກສະໃນການເບິ່ງແຍງສຸຂະພາບຈິດ ແລະ ຊ່ວຍເຫຼືອກັນ ແລະ ກັນດ້ານຈິດໃຈ.
🌟ພວກເຮົາມີຄວາມຫວັງຢ່າງຍິ່ງວ່າການປຶກສາຫາລືໃນຄັ້ງນີ້ຈະເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຂັ້ມແຂງ ໂດຍສະເພາະດ້ານການປະຕິບັດຂອງທຸກພາກສ່ວນທີ່ດຳເນີນງານກ່ຽວກັບສຸຂະພາບຈິດ ແລະ ຈິດຕະສັງຄົມໃນເລື່ອງຂອງການຮ່ວມມື ແລະ ຄວາມຍືນຍົງ ຂອງການບໍລິການສຸຂະພາບຈິດໃນ ສປປ ລາວ.
🌟ເຖິງຜູ້ອ່ານທຸກໆຄົນ - ທ່ານຢາກເຫັນການປ່ຽນແປງຫຍັງແດ່ໃນຂົງເຂດຂອງການບໍລິການດ້ານສຸຂະພາບຈິດ? 🧐
——————————————————————
🌟 Thank you CHIAs Laos, ສູນກາງ ສະຫະພັນແມ່ຍິງລາວ Lao Women's Union, VWYC Fans ສູນສຸຂະພາບ ພັດທະນາ ແມ່ຍິງ ແລະ ໄວໜຸ່ມ ນະຄອນຫຼວງວຽງຈັນ ແລະ United for Global Mental Health for Gamlangchai to participate in the “Consultation Meeting on Mental Health Services in Lao PDR”, a significant milestone in our collective journey to improve mental health care in the country.
🌟 Gamlangchai team was honored to facilitate the session on “Strengthening Mental Health Working Group in Lao PDR”, and to be featured as one of the panellists, emphasising the critical role of community-based mental health interventions. We highlighted our "ອ້ອມກອດ Peer Support Programme", and the significant role of individuals with lived experience in designing and implementing peer support initiatives.
🌟 We are excited about the momentum this consultation has created and are committed to cross-sector collaboration toward a more action-oriented, sustainable, and inclusive mental health system in Laos.
Let’s keep the conversation going and build a stronger mental health infrastructure together 💬
🌟 To our followers:
What is one change you’d like to see in the mental health services in our country? 🧐