05/11/2025
ພາບຊ້າຍ
🔥 3 ຄວາມເຊື່ອທີ່ເຂົ້າໃຈຜິດໆກັນມາຕະຫຼອດ!? ວ່າໃຊ້ປິ່ນປົວບາດແຜໄຟໄໝ້ ນໍ້າຮ້ອນລວກໄດ້ ແຕ່ໃນຄວາມເປັນຈິງອາດເຮັດໃຫ້ເກີດການອັກເສບ ລຸກລາມຈົນຕິດເຊື້ອໄດ້ເລີຍ
ແທ້ຈິງແລ້ວ 3 ສິ່ງດັງກ່າວ "ຊ່ວຍເຮັດໃຫ້ຮູ້ສຶກແສບຮ້ອນນ້ອຍລົງ" ແຕ່ບໍ່ໄດ້ຊ່ວຍປິ່ນປົວບາດແຜໄຟໄໝ້ຈາກຄວາມຮ້ອນໃຫ້ເຊົາດີໄດ້ ເຮົາມາໄຂຂໍ້ຂ້ອງໃຈກັນດີກວ່າ ວ່າເປັນຫຍັງເຖິງຄວນເລີກໃຊ້ 3 ສິ່ງນີ້
🚫 ຢາຖູແລ້ວ ພຽງເຮັດໃຫ້ຮູ້ສຶກເຢັນເທົ່ານັ້ນ ບໍ່ໄດ້ຊ່ວຍຂ້າເຊື້ອ ຫຼື ປິ່ນປົວບາດແຜໃຫ້ເຊົາດີໄວຂຶ້ນໄດ້ ອີກທັ້ງຍັງສ່ຽງຕໍ່ການຕິດເຊື້ອໄດ້ອີກດ້ວຍ
🚫 ຢາຫມ່ອງ ອາດເຮັດໃຫ້ຜິວລະຄາຍເຄືອງ ຫຼື ແສບຮ້ອນໄດ້ ຈື່ງບໍ່ຄວນໃຊ້ຢາຫມ່ອງທາບາດແຜເປີດ ອີກທັ້ງຍັງບໍ່ໄດ້ຊ່ວຍໃນການຂ້າເຊື້ອ ຫຼື ປິ່ນປົວບາດແຜເຊັ່ນກັນ
🚫 ນໍ້າກ້ອນ ເມື່ອໃຊ້ລູບ ຫຼື ຖູທີ່ບາດແຜດົນເກີນໄປ ຄວາມເຢັນຈາກນໍ້າກ້ອນອາດໃຫ້ເຮັດບາດແຜເຢັນຈົນຊາ ສົ່ງຜົນໃຫ້ເນື້ອເຍື່ອຕາຍເພີ່ມຂຶ້ນໄດ້! ບໍ່ໄດ້ຊ່ວຍໃນການຂ້າເຊື້ອ ແລະ ອາດເຮັດໃຫ້ບາດແຜສ່ຽງຕໍ່ການຕິດເຊື້ອໄດ້ອີກດ້ວຍ
--------
ພາບຂວາ
ເມື່ອເກີດບາດແຜນໍ້າຮ້ອນລວກ ສິ່ງສຳຄັນຄືການປະຖົມພະຍາບານໃຫ້ຖືກຕ້ອງ ເພື່ອປ້ອງກັນການຕິດເຊື້ອຂອງບາດແຜ ໃຫ້ ບີແພນເທນ ເຟີສເອດ ຊ່ວຍເບິ່ງແຍງໄດ້ງ່າຍໆ ພຽງເຮັດຕາມຂັ້ນຕອນດັ່ງນີ້
✅ ການເບິ່ງແຍງ ແລະ ຫຼຸດຜ່ອນນໍ້າຮ້ອນລວກ
1. ລ້າງບາດແຜ
2. ທາ ບີແພນເທນ ເຟິສເອດ ທີ່ບາດແຜໄດ້ໂດຍກົງເພື່ອຫຼຸດຜ່ອນການຕິດເຊື້ອພະຍາດ ແລະ ສົ່ງເສີມການປິ່ນປົວບາດແຜໂດຍທຳມະຊາດ ດ້ວຍຄໍເຮັກຊິດີນທີ່ຊ່ວຍຂ້າເຊື້ອແບັກທີເລຍ ແລະ ໂປຣວິຕາມິນ ບີ5 (Dexpanthenol) ທີ່ຊ່ວຍເລັ່ງຂະບວນການປິ່ນປົວບາດແຜໂດຍທຳມະຊາດ ໂດຍບໍ່ເຮັດໃຫ້ຮູ້ສຶກແສບ
⚠ ຂໍ້ຄວນລະວັງ
• ຫ້າມໃຊ້ກໍລະນີບາດແຜທີ່ຮຸນແຮງ ບາດແຜເລິກ ຫຼື ບາດແຜທີ່ມີການສ່ຽງສຳພັດເຊື້ອ ເຊິ່ງບາດແຜປະເພດນີ້ຕ້ອງໄດ້ໃຫ້ແພດຜູ້ຊ່ຽວຊານໃນການປິ່ນປົວ
ໃບອະນຸຍາດເລກທີ່ 1551/ ກອຢ ລົງວັນທີ 10.04.2025
CH-20250423-69