Hepatitis Elimination Alliance for Lao

Hepatitis Elimination Alliance for Lao ໄວຣັສຕັບອັກເສບສາມາດໄດ້ຮັບການບົ່ງມະຕິ ແລະ ປິ່ນປົວໃນລາຄາຍອມເຍົາດ້ວຍຢາທີ່ມີຄຸນນະພາບສູງໃນລາວ

If you are interested, you are welcome to join them                                   ຖ້າທ່ານມີຄວາມສົນໃຈ ທ່ານຍິນດີຕ້ອນຮັ...
11/12/2025

If you are interested, you are welcome to join them ຖ້າທ່ານມີຄວາມສົນໃຈ ທ່ານຍິນດີຕ້ອນຮັບເຂົ້າຮ່ວມກັບພວກເຂົາ.

ພວກເຮົາກໍາລັງຮັບສະໝັກ — ພະນັກງານຕົວແທນການແພດ / ພະນັກງານຂາຍ We Are Hiring — Medical Representative / Sales Representative

ວັກຊີນປ້ອງກັນຕັບອັກເສບບີຈຳເປັນ ຕ້ອງສັກຕອນໃດ?🧐
22/03/2024

ວັກຊີນປ້ອງກັນຕັບອັກເສບບີຈຳເປັນ ຕ້ອງສັກຕອນໃດ?🧐


ໄວຣັສຕັບອັກເສບເປັນພະຍາດທີ່ປະໄວ້ດົນບໍ່ໄດ້, ບາງຄົນເສຍຊີວິດຈາກພະຍາດທີ່ກ່ຽວຂ້ອງກັບຕັບອັບເສບໃນທຸກໆ 30 ວິນາທີ. ພວກເຮົາທຸກຄົນ, ...
19/03/2024

ໄວຣັສຕັບອັກເສບເປັນພະຍາດທີ່ປະໄວ້ດົນບໍ່ໄດ້, ບາງຄົນເສຍຊີວິດຈາກພະຍາດທີ່ກ່ຽວຂ້ອງກັບຕັບອັບເສບໃນທຸກໆ 30 ວິນາທີ.

ພວກເຮົາທຸກຄົນ, ກະລຸນາເຂົ້າໄປພົວພັນທີ່ກະຊວງສາທາລະນະສຸກ ເພື່ອຮັບການກວດຄັດກອງຫາເຊື້ອໄວຣັສຕັບອັກເສບໄດ້, ບໍ່ວ່າຈະເປັນການຮັບວັກຊີນຕ້ານໄວຣັສຕັບອັກເສບບີ ແລະ ການຮັກສາຕ່າງໆເພື່ອຕ້ານໄວຣັສ.


ຂໍ້ມູນຫລັກໆແລະບໍ່ຕ້ອງຕົກໃຈເມື່ອປະເຊີນຫນ້າກັບເຊື້ອໄວຣັສ
18/03/2024

ຂໍ້ມູນຫລັກໆແລະບໍ່ຕ້ອງຕົກໃຈເມື່ອປະເຊີນຫນ້າກັບເຊື້ອໄວຣັສ


ຂໍ້ມູນຫລັກແລະບໍ່ຕ້ອງຕົກໃຈເມື່ອປະເຊີນຫນ້າກັບໄວຣັສ
11/03/2024

ຂໍ້ມູນຫລັກແລະບໍ່ຕ້ອງຕົກໃຈເມື່ອປະເຊີນຫນ້າກັບໄວຣັສ


ຫລີກລ່ຽງການປະພຶດທີ່ມີຄວາມສ່ຽງສູງ ສາມາດປ້ອງກັນ ໄວຣັສຕັບອັກເສບບີ ແລະ ຊີໄດ້ຢ່າງມີປະສິດທິພາບ🥰
08/03/2024

ຫລີກລ່ຽງການປະພຶດທີ່ມີຄວາມສ່ຽງສູງ ສາມາດປ້ອງກັນ ໄວຣັສຕັບອັກເສບບີ ແລະ ຊີໄດ້ຢ່າງມີປະສິດທິພາບ🥰


ເຈົ້າຄິດວ່າເຈົ້າຍັງປອດໄພຈາກປະພາດຕັບອັກເສບບີ ແລະ ຊີບໍ່?🫣
07/03/2024

ເຈົ້າຄິດວ່າເຈົ້າຍັງປອດໄພຈາກປະພາດຕັບອັກເສບບີ ແລະ ຊີບໍ່?🫣


06/03/2024

ພະຍາດໄວຣັສຕັບອັກເສບຊີເຮັດໃຫ້ເກີດ ການຕິດເຊື້ອແບບກະທັນຫັນ ແລະ ຊໍໍາເຮື້ອ
70% (55%-85% ຂອງຄົນທີ່ຈະຕິດເຊື້ອພະຍາດຕັບຊີແບບຊໍາເຮື້ອ. ຜູ້ທີ່ຕິດເຊື້ອພະຍາດໄວຣັສອັກເສບຊີຊໍາເຮື້ອ, ມີຄວາມສຽງທີ່ຈະເປັນພະຍາດຕັບແຂງຢູ່ລະຫວ່າງ 15% ເຖິງ 30% ພາຍໃນ 20 ປີ.
ພະຍາດໄວຣັສຕັບອັກເສບຊີເປັນໄວຣັສທາງສາຍເລືອດ, ໂດຍທົ່ວໄປຈະມີການຖ່າຍທອດຜ່ານ:
ການນໍາເອົາອຸປະກອນການແພດທີ່ໃຊ້ແລ້ວນໍາມາໃຊ້ຄືນ ຫຼື ການຂ້າເຊື້ອທີ່ບໍ່ສະອາດຈາກອຸປະກອນທີ່ໃຊ້ແລ້ວ, ໂດຍສະເພາະເຂັມສັກຢາ ແລະ ອຸປະກອນອື່ນໆທີ່ໃຊ້ແລ້ວ.
ການໃຫ້ເລືອດໂດຍບໍ່ຜ່ານການວິເຄາະເລືອດ ແລະ ການໃຊ້ອຸປະກອນຮ່ວມກັນ.
ໄວຣັສຕັບອັກເສບຊີສາມາດແພ່ເຊື້ອຈາກແມ່ສູ່ລູກ ແລະ ຈາກການຮ່ວມເພດສຳພັນທີ່ນຳໄປສູ່ການສຳພັດເລືອດ (ຕົວຢ່າງ, ຜູ້ທີ່ມີຄູ່ນອນນຳຫຼາຍຄົນ ແລະ ບັນດາຜູ້ຊາຍທີ່ມີເພດສຳພັນກັບຜູ້ຊາຍ) ເຖິງຢ່າງໃດກໍຕາມ, ຮູບແບບການແພ່ເຊື້ອແບບນີ້ແມ່ນມີຫນ້ອຍ.
ພະຍາດໄວຣັສຕັບອັກເສບຊີບໍ່ສາມາດແພ່ເຊື້ອໄດ້ໂດຍການກິນນົມ, ຮັບປະທານອາຫານ, ດື່ມນໍ້າ ຫຼື ການສຳພັດເຊັ່ນ: ການກອດ, ການຈູບ ແລະ ການຮັບປະທານອາຫານຮ່ວມກັນ ຫຼື ການດື່ມນໍ້າຮ່ວມກັບຜູ້ທີ່ຕິດເຊື້ອ.
ຜູ້ທີ່ມີອາການກະທັນຫັນ ອາດມີໄຂ້, ອ່ອນເພຍ, ເບື່ອອາຫານ, ປວດຮາກ, ປວດທ້ອງ, ປັດສະວະສີເຂັ້ມ, ໜ້າຈືດ, ປວດກະດູກ ແລະ ຜີວໜັງ ແລະ ຕາເປັນສີເຫລືອງ.
ເນື່ອງຈາກວ່າການຕິດເຊື້ອໄວຣັສອັກເສບຊີຊະນິດໃຫມ່ມັກບໍ່ມີອາການ ມີຄົນຈໍານວນທີ່ໄດ້ຮັບການວິນິດໄສ ຈາກການຕິດເຊື້ອທີ່ຜ່ານ. ຜູ້ທີ່ຕິດເຊື້ອໄວຣັສອັກເສບຊີຊໍາເຮື້ອ ການຕິດເຊື້ອມັກຈະບໍ່ໄດ້ຮັບການວິນິດໄສ ເພາະວ່າການຕິດເຊື້ອຈະບໍ່ສະແດງອການ ຈົນກະທັ້ງ ຜ່ານໄປຫລາຍປີຫລັງຈາກອາການຕິດເຊື້ອ ພະຍາດດັ່ງກ່າວກໍຈະຄ່ອຍໆທຳລາຍຕັບຈົນເຮັດໃຫ້ເກີດອາການຢ່າງຮຸນແຮງ.
ການວິນິດໄສເບື້ອງຕົ້ນສາມາດປ້ອງກັນບັນຫາສຸຂະພາບທີ່ອາດຈະເປັນຜົນມາຈາກການຕິດເຊື້ອ ແລະ ປ້ອງ
ກັນການຕິດເຊື້ອຂອງໄວຣັສ. ອົງການອະນາໄມໂລກແນະນຳໃຫ້ເຮັດການທົດລອງກັບຜູ້ທີ່ອາດມີຄວາມສ່ຽງຕໍ່ການຕິດເຊື້ອເພີ່ມຂຶ້ນ.
ອົງການອະນາໄມໂລກແນະນຳໃຫ້ການຮັກສາດ້ວຍການສັກຢາຕ້ານໄວຣັສ ທີ່ອອກລິດໂດຍກົງ (DAAs) ແບບ pan-genotypic ສໍາລັບຜູ້ທີ່ມີອາຍຸເກີນ 12 ປີ. DAAs ສາມາດຮັກສາຄົນສ່ວນໃຫຍ່ທີຕິດເຊື້ອ ພະຍາດໄວຣັສຕັບອັກເສຊີ ແລະ ໄລຍະເວລາການຮັກສາແບບໄລຍະສັ້ນ (ປົກະຕິແລ້ວ ຈະຢູ່ໃນລະຫວ່າງ 12 ອາທິດ ຫາ 24 ອາທິດ) ຂຶ້ນຢູ່ກັບອາການຂອງຄົນເຈັບ.
ບໍ່ມີວັກຊີນສັກປ້ອງກັນສຳລັບພະຍາດໄວຣັສຕັບອັກເສບຊີ ດັ່ງນັ້ນ ການປ້ອງກັນຂຶ້ນຢູ່ກັບ ການລຸດຜ່ອນຄວາມສ່ຽງຕໍ່ກັບການສຳພັດເຊື້ອໄວຣັສຢູ່ໃນໂຮງຫມໍ ແລະ ຜູ້ທີມີຄວາມສ່ຽງສູງ ເຊິ່ງລວມເຖີງຜູ້ທີ່ສັກຢາ ແລະ ຊາຍຮ່ວມເພດສຳພັນຕໍ່ຊາຍ.
ຄໍາແນະນໍາເບື້ອງຕົ້ນຈາກອົງການອະນາໄມໂລກຂອງການປ້ອງກັນພະຍາດໄວຣັສຕັບອັກເສບຊີມີດັ່ງນີ້:
ການໃຊ້ການສັກຢາດູແລສຸຂະພາບຢ່າງປອດໄພ ແລະ ເຫມາະສົມ
ການຈັດການ ແລະ ການກຳຈັດຂອງມີຄົມ ແລະ ຂອງເສຍຢ່າງປອດໄພ
ການຈັດຫາການບໍລິການລຸດຜ່ອນຄວາມເສຍຫາຍຄົບວົງຈອນໃຫ້ແກ່ຜູ້ທີ່ຊັກຢາ
ການກວດເລືອດທີ່ບໍລິຈາກເພື່ອກວດຫາເຊື້ອໄວຣັສຕັບອັກເສບບີ 7ລວມໄປເຖິງພະຍາດໄວຣັສຕັບອັກເສບຊີ ແລະ ເຊື້ອພະຍາດຊີຟີລິບ)
ການຈັດຝືກອົບຮົມບຸກຄະລາກອນດ້ານສຸຂະພາບ ແລະ ການປ້ອງກັນການສຳພັດເລືອດລະຫວ່າງມີເພດສຳພັນກັນ.


05/03/2024

ພະຍາດຕັບອັກເສບບີ ແມ່ນພະຍາດທີ່ສາມາດພາກຊີວິດຂອງຄົນໄດ້ຜ່ານການຕິດເຊື້ອຂອງຕັບ ທີ່ເປັນສາເຫດຂອງໄວຣັສຕັບອັກເສບບີ. ເຊິ່ງຖືເປັນບັນຫາສຸຂະພາບທີ່ຮ້າຍແຮງຂອງທົ່ວໂລກ. ເພາະມັນຍັງສາມາດຕິດເຊື້ອແບບຊໍາເຮື້ອ ແລະ ກໍ່ໃຫ້ເກີດການເສຍຊີວິດສູງຈາກການກາຍເປັນພະຍາດຕັບແຂງ ແລະ ມະເຮັງຕັບ.
ການປ້ອງກັນ ແລະ ວັກຊີນທີ່ໃຫ້ຜົນ 98% ເຖິງ 100% ຕໍ່ກັບໄວຣັສຕັບອັກເສບບີແມ່ນມີພ້ອມໃຫ້ບໍລິການແລ້ວ. ການປ້ອງກັນການຕິດເຊື້ອຈາກໄວຣັສຕັບອັກເສບບີຍັງສາມາດຫຼີກລ່ຽງພັດທະນາທີ່ນໍາສູ່ການເປັນພະຍາດແຊກຊ້ອນ ລວມໄປເຖິງການຕິດເຊື້ອແບບຊໍາເຮື້ອ ແລະ ການເປັນມະເຮັງຕັບນໍາອີກ.
ພະຍາດຕັບອັກເສບບີສ່ວນຫຼາຍແລ້ວແມ່ນແພ່ເຊື້ອຈາກແມ່ສູ່ລູກເປັນສ່ວນໃຫຍ່ (ການຕິດເຊື້ອຂອງເດັກໃນຄັນແມ່) ຫຼື ເອີ້ນວ່າການແພ່ເຊື້ອໂດຍກົງ(ການຮັບເຊື້ອທາງກະແສເລືອດ). ການພັດທະນາການໄປສູ່ການຕິດເຊື້ອແບບຊໍາເຮື້ອ ພົບສ່ວນໃຫຍ່ໃນເດັກແລກເກີດທີ່ຕິດເຊື້ອຈາກແມ່ ຫຼື ເດັກທີ່ມີອາຍຸຍັງບໍ່ຄົບ 5 ປີເຕັມ.
ພະຍາດຕັບອັກເສບບີຍັງສາມາດແພ່ເຊື້ອໂດຍການໄດ້ຮັບບາດເຈັບຈາກການໃຊ້ເຂັມສັກຢາໂດຍບັງເອີນ, ການສັກລາຍ, ການເຈາະຫູ, ການສໍາພັດກັບເລືອດ ແລະ ຂອງແຫຼວທີ່ມີເຊື້ອຈາກຮ່າງກາຍ ເຊັ່ນວ່າ: ນໍ້າລາຍ ແລະ ເລືອດຈາກປະຈໍາເດືອນ, ນໍ້າຈາກຊ່ອງຄອດ ແລະ ຂອງແຫຼວທີ່ມີເຊື້ອຕ່າງໆ. ການແພ່ເຊື້ອຂອງໄວຣັສຍັງສາມາດເກີດຂຶ້ນໄດ້ຜ່ານການໃຊ້ກ່ອງອຸປະກອນເຂັມສັກຢາທີ່ເປີເປື້ອນ ແລະ ສະແລັງ ຫຼື ຂອງມີຄົມຕ່າງໆທີ່ກ່ຽວກັບຊຸດການຮັກສາສຸຂະພາບ, ບໍ່ວ່າຈະເປັນຂອງໃຊ້ສ່ວນລວມ ຫຼື ສ່ວນບຸກຄົນທີ່ໃຊ້ເສບຢາກໍຕາມ. ການແພ່ເຊື້ອທາງເພດສໍາພັນສ່ວນຫຼາຍແມ່ນພົບເຫັນໃນກຸ່ມຄົນທີ່ບໍ່ໄດ້ຮັບວັກຊີນ ທີ່ມີຄູ່ນອນຫຼາຍຄົນເປັນສ່ວນໃຫຍ່.
ພະຍາດຕັບອັກເສບບີແບບຊໍາເຮື້ອແມ່ນສາມາດຮັກສາໄດ້ໂດຍການໃຊ້ຢາ, ລວມເຖິງການໃຫ້ຢາເພື່ອປ້ອງກັນໄວຣັສທາງປາກ. ການຮັກສາແມ່ນຈະຊ່ວຍຫຼຸດຜ່ອນການທໍາງານຂອງພະຍາດຕັບແຂງໃຫ້ຊ້າລົງ, ຫຼຸດຜ່ອນອັດຕາການເກີດໂລກມະເຮັງ ແລະ ຊ່ວຍໃຫ້ຄົນເຈັບໃຊ້ຊີວິດໄດ້ດົນຂຶ້ນ.
ອົງການອະນາໄມໂລກໃຫ້ຄຳແນະນໍາສໍາລັບເດັກແລກເກີດທຸກຄົນວ່າ ຄວນໃຫ້ໄດ້ຮັບວັກຊີນປ້ອງກັນພະຍາດຕັບອັກເສບບີໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ຫຼັງການເກີດ, ຈະດີທີ່ສຸດຫາກໄດ້ຮັບວັກຊີນເຂັມທໍາອິດພາຍໃນເວລາ 24 ຊົ່ວໂມງ, ຕາມດ້ວຍເຂັມທີ 2 ແລະ 3 ຢ່າງໜ້ອຍ 4 ອາທິດຫຼັງຈາກການຮັບເຂັມທໍາອິດເພື່ອໃຫ້ຄົບຕາມກໍານົດການຂອງການຮັບວັກຊີນ. ການປ້ອງກັນຕ້ອງມີຄວາມຕໍ່ເນື່ອງຢ່າງໜ້ອຍ 20 ປີ ຈຶ່ງອາດຈະເຮັດໃຫ້ສາມາດໃຊ້ຊີວິດໄດ້ດົນຂຶ້ນ.
ຄໍາແນະນໍາເພີ່ມເຕີມສໍາລັບການຮັບວັກຊີນຂອງເດັກແຮກເກີດ ໂດຍອົງການອະນາໄມໂລກໄດ້ແນະນໍາໃຫ້ໃຊ້ຢາປ້ອງກັນພະຍາດຕັບອັກເສບບີຈາກກໍລະນີຂອງແມ່ສູ່ລູກ. ນໍາໃຊ້ອຸປະກອນກ່ຽວກັບເລືອດຢ່າງປອດໄພ ແລະ ມີເພດສໍາພັນທີ່ປອດໄພກວ່າເກົ່າ, ລວມເຖິງການມີຄູ່ນອນໃຫ້ໜ້ອຍທີ່ສຸດ ແລະ ນໍາໃຊ້ເຄື່ອງປ້ອງກັນທຸກຄັ້ງ (ນໍາໃຊ້ຖົງຢາງອະນາໄມ), ລວມເຖິງການປ້ອງກັນການແພ່ເຊື້້ອໃນທຸກຮູບແບບອີກດ້ວຍ.


Address

Vientiane

Website

Alerts

Be the first to know and let us send you an email when Hepatitis Elimination Alliance for Lao posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram