18/07/2018
Ms.Pathoumvanh LOUANLATH Department of Gastroenterology
ການນຳສະເໜີໂຕ
ສະບາຍດີ: ຂ້າພະເຈົ້າຊື່: ນາງ ປະທຸມວັນ ຫລວງລາດ ເປັນຫົວໜ້າຂະແໜງພະຍາບານພະແນກ ກະເພາະ-ລຳໃສ້, ທີ່ຂື້ນກັບພະແນກພະຍາບານໃຕ້ການຊີ້ນຳຂອງຄະນະອຳນວຍການໂດຍກົງ. ມີໜ້າທີ່ຮັບຜິດຊອບຕາມພາລະບົດບາດຂອງຕົນເອງລວມມີ:
ບໍລິຫານ
ວິຊາການ
ການບໍລິການ
ການຮຽນການສອນ
l. ດ້ານບໍລິຫານ:
1. ຕິດຕາມການມາການ ແລະ ການເຮັດວຽກຂອງພະນັກ
ງານ ພະຍາບານພາຍໃນພະແນກ.
2. ຈັດຕາຕະລາງເວນຍາມ ແລະ ມອບໝາຍວຽກໃຫ້ຊະ
ມາຊິກພະຍາບານ
3. ກວດກາເບີ່ງສະພາບແວດລ້ອມພາຍໃນພະແນກໃຫ້
ເປັນລະບຽບຮຽບຮ້ອຍ
4. ເຂົ້າຮ່ວມປະຊຸມຫົວໜ້າຂະແໜງທຸກໆວັນພຸດ
5. ຂື້ນແຜນຂໍອຸປະກອນເຄື່ອງໃຊ້ໃຫ້ພຽງພໍພາຍໃນພະແນກ
6. ສະຫຼຸບລາຍງານປະຈຳເດືອນແລ້ວສົ່ງໃຫ້ພະແນກ ບໍລິຫານສັງລວມ
7. ຄິດໄລ່ເງິນຈູງໃຈປະຈຳທຸກໆເດືອນ
8. ຂື້ນແຜນຂໍເຄື່ອງໃຊ້ປະຈຳປີ
9. ນອກຈາກວຽກງານວິຊາສະເພາະແລ້ວຍັງໄດ້ເຂົ້າຮ່ວມການເຄື່ອນໄຫວວຽກງານ 3 ອົງການຈັດຕັ້ງມະຫາຊົນຂອງໂຮງໝໍປລະກະຊວງສາທາລະນະສຸກ
ll. ດ້ານວິຊາການ:
1. ເຂົ້າຮ່ວມມອບຮັບຍາມຕອນເຊົ້ານຳທີມຍາມພະຍາບານ
2. ເຂົ້າກວດຢ້ຽມຄົນເຈັບກັບຕຽງ
3. ເນັ້ນການດູແລຄົນເຈັບແລະການໃຫ້ການພະຍາບານແບບອົງລວມ. ໂດຍໃຊ້ຂະບວນການພະຍາບານແລະການບັນທຶກທາງການພະຍາບານ
4. ມອບໝາຍວຽກງານໃຫ້ພະຍາບານຕາມພາລະບົດບາດມີ ພະຍາບານມາຍາມ - ອອກຍາມ - ມາການ
5. ລະບົບເວນຍາມແມ່ນ 12 ຊົ່ວໂມງ
ນອກນັ້ນຍັງໄດ້ຮັບຜິດຊອບການຮຽນ - ການສອນ
ສິດສອນ, ຕິດຕາມ, ກວດກາ, ປະເມີນຜົນນັກສຶກສາພະຍາບານຈາກຕ່າງແຂວງມາຝຶກອົບຮົມໄລຍະສັ້ນ 3-6 ເດືອນ ຢູ່ພາຍໃນພະແນກ
lll. ດ້ານການບໍລິການ:
ໃຫ້ການບໍລິການຄົນເຈັບດ້ວຍຄວາມສະເໝີພາບບໍ່
ຈໍາແນກຊົນຊາດ ຊົນເຜົ່າ ຊົນຊັ້ນ ເຊື້ອຊາດ ສາດສະໜາໂດຍອີງໃສ່ທິດຊີ້ນຳຂອງກະຊວງສາທາລະ
ນະສຸກຄຳຂວັນທີ່ວ່າ: 5ດີ 1ພໍໃຈ.
ມາຮອດນີ້ການນຳສະເໜີກ່ຽວກັບພາລະບົດບາດຂອງຂ້າພະເຈົ້າກໍ່ຈົບພຽງເທົ່ານີ້
ຂໍຂອບໃຈ
Department of Gastroenterology
Hello.
My name: Pathum Luang Luang, Head of Nursing Department of Gastroenterology, under the Nursing Department with direct supervision of the direct director.
My responsibilities include the following:
Administration
Technical
Services
Teaching
l. Management:
1. Following up the work of the staff within the department.
2. Arranging nursing schedule and assign the task to staff.
3. Checking the environment within the department according the hospital standard.
4. Attending a head nursing meeting every Wednesday
5. Supplying enough for adequate equipment within the department
6. Summarizing the monthly report and submitting it to the Administrative Department
7. Calculating monthly salary
8. Planning the annual department activities
9. In addition to specific professional activities, we join three major events of the Ministry of Health, Ministry of Public Health
ll. Technical:
1. Joining the morning nursing meeting
2. Checking the inpatient regularly
3. Checking nursing care by using nursing process
4. Assigning experienced nurses to the role of training for nursing students.
5. Doing 12 hours on duty
There are also responsibility for learning, teaching, monitoring, inspecting, evaluating Nursing students from different provinces to a short training of 3-6 months within department
lll. Service:
Providing patients good quality of nursing service, regardless of their ethnicity, religions, based on the guidance of the Ministry of Public Health
Our goal is: 5 good service makes 1 patient happy.
Thank you very much.