26/04/2025
**ເເຈ້ງການດ່ວນ**
ພວກເຮົາຂໍເເຈ້ງເພື່ອໃຫ້ທຸກໆທ່ານຊາບວ່າ ພວກເຮົາໄດ້ກວດພົບຄົນເຈັບຫຼາຍໆຄົນທີ່ເປັນພະຍາດໝາກເເດງໃຫຍ່ (Measles) ຢູ່ໃນໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ເຊິ່ງອາດມີໂອກາດທີ່ຈະລະບາດໃນວົງກວ້າງຢູ່ໃນຊຸມຊົນ.
ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ຮ່ວມກັບເຈົ້າໜ້າທີ່ສາທາລະນະສຸກເເຂວງຫຼວງພະບາງ ໄດ້ເອົາໃຈໃສ່ເພື່ອຮັບມືກັບສະຖານະການນີ້ຢ່າງຈິງຈັງ ແລະ ໄດ້ດໍາເນີນມາດຕະການທົ່ວໄປຕ່າງໆ ເພື່ອປ້ອງກັນການເເຜ່ລະບາດຂອງພະຍາດດັ່ງກ່າວພາຍໃນໂຮງໝໍເພື່ອນລາວຂອງພວກເຮົາ ແລະ ເພື່ອຮັບປະກັນຄວາມປອດໄພຂອງທຸກໆຄົນ.
📣‼️ ສິ່ງທີ່ທ່ານຄວນຮູ້ກ່ຽວກັບພະຍາດໝາກເເດງໃຫຍ່:
ພະຍາດໝາກເເດງເປັນພະຍາດທີ່ຕິດຕໍ່ກັນໄດ້ໄວ ແລະ ເເຜ່ລາມໄດ້ງ່າຍຜ່ານລະອອງຝອຍຈາກການໄອ ຫຼື ຈາມ.
ອາການຕ່າງໆຂອງພະຍາດໝາກເເດງໃຫຍ່ມີດ່ັງລຸ່ມນີ້:
🔴 ມີໄຂ້ສູງ
🔴 ໄອ ແລະ ມີນໍ້າມູກ
🔴 ຕາເເດງ ແລະ ມີນໍ້າຕາຍ້ອຍ
🔴 ຕາມມາດ້ວຍອາການອອກຕຸ່ມໂດຍເລີ່ມຈາກໃບໜ້າ ແລະ ຈຶ່ງລາມໄປຕາມຮ່າງກາຍ
ຖ້າທ່ານ ຫຼື ສະມາຊິກໃນຄອບຄົວມີອາການເຫຼົ່ານີ້ກະລຸນາໂທຫາພວກເຮົາກ່ອນທີ່ຈະເຂົ້າມາ ເພື່ອໃຫ້ພວກເຮົາສາມາດປະສານງານການຄັດເເຍກຜູ້ປ່ວຍໄດ້ຢ່າງປອດໄພ, ໂທ: 02098606306 (ເປີດວັນຈັນ - ວັນສຸກ ເເຕ່ 8 ໂມງເຊົ້າ - 5 ໂມງແລງ).
ທ່ານສາມາດປ້ອງກັນຕົນເອງ ແລະ ຄົນອື່ນ ໄດ້ດັ່ງລຸ່ມນີ້:
* ກວດສອບໃຫ້ເເນ່ໃຈວ່າ ທ່ານ ແລະ ລູກຂອງທ່ານ ໄດ້ຮັບການສັກຢາວັກຊີນ MMR (ພະຍາດໝາກເເດງໃຫຍ່, ພະຍາດໝາກເບີດ, ໝາກເເດງນ້ອຍ)
* ຈໍາກັດການໄປຢ້ຽມຢາມສະຖານທີ່ແອອັດຖ້າຫາກວ່າທ່ານ ຫຼື ຄົນໃນເຮືອນຂອງທ່ານບໍ່ສະບາຍ.
* ໃສ່ຜ້າອັດປາກ ຖ້າທ່ານມີອາການ.
ພວກເຮົາຈະຄອຍອັບເດດ ແລະ ໃຫ້ຄຳແນະນຳເເກ່ທ່ານ ເພື່ອປົກປ້ອງຊຸມຊົນຂອງພວກເຮົາ.
-----
**Important Notice**
We want to inform you that several confirmed 𝐌𝐞𝐚𝐬𝐥𝐞𝐬 𝐜𝐚𝐬𝐞𝐬 have been identified at our hospital. Based on what we are seeing, there is a likelihood of a wider outbreak in the community.
We are taking this situation very seriously (together with the Luang Prabang public health professionals) and have taken general measures to prevent the spread within our hospital and ensure everyone's safety.
📣‼️What you need to know about Measles:
Measles is a highly contagious disease that spreads easily through the air.
Common symptoms include:
🔴 High fever
🔴 Cough and runny nose
🔴 Red, watery eyes
🔴 Followed soon after with a rash that starts on the face and spreads all over the body
𝗜𝗳 𝘆𝗼𝘂 𝗼𝗿 𝗮 𝗳𝗮𝗺𝗶𝗹𝘆 𝗺𝗲𝗺𝗯𝗲𝗿 𝘀𝗵𝗼𝘄𝘀 𝘁𝗵𝗲𝘀𝗲 𝘀𝘆𝗺𝗽𝘁𝗼𝗺𝘀, 𝗽𝗹𝗲𝗮𝘀𝗲 𝗖𝗔𝗟𝗟 𝗨𝗦 𝗕𝗘𝗙𝗢𝗥𝗘 𝗰𝗼𝗺𝗶𝗻𝗴 𝗶𝗻, 𝘀𝗼 𝘄𝗲 𝗰𝗮𝗻 𝗰𝗼-𝗼𝗿𝗱𝗶𝗻𝗮𝘁𝗲 𝘁𝗿𝗶𝗮𝗴𝗲 𝘀𝗮𝗳𝗲𝗹𝘆 📞 02098606306 (open Mon-Fri 8 am - 5pm).
How you can protect yourself and others:
• Ensure that you and your children are fully vaccinated with the MMR vaccine (measles, mumps, rubella).
• Limit visits to crowded places if you or someone in your home is unwell.
• Wear a mask if you're experiencing symptoms.
We will keep you updated and provide guidance as we work to protect our community together.