02/12/2025
✨ ຂໍເຊີນເຂົ້າຮ່ວມ it's okay space — listen, talk and share 2025 ✨
ຫົວຂໍ້: "ສຳຫຼວດໂລກອາລົມຜ່ານ Inside Out 2" (ເຂົ້າໃຈອາລົມຕົນເອງຜ່ານຮູບເງົາ)
ຮ່ວມສຳຫຼວດຕົວຕົນ, ຮູ້ຈັກ ແລະ ເຂົ້າໃຈອາລົມຄວາມຮູ້ສຶກຂອງຕົວເອງ ຜ່ານຕົວລະຄອນໃນຮູບເງົາເລື່ອງ: “Inside out 2”!
🎯 ຈຸດປະສົງ
- ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈອາລົມຄວາມຮູ້ສຶກຜ່ານຕົວລະຄອນໃນຮູບເງົາ.
- ໄດ້ສັງເກດ ຫຼື ທົບທວນຕົນເອງເວລາອາລົມຕ່າງໆເກີດຂຶ້ນເຊັ່ນ: ເຫງົາ, ເສົ້າ, ມີຄວາມສຸກ....
- ປັບປ່ຽນຄວາມຄິດກ່ຽວກັບອາລົມ.
🧠 ກິດຈະກຳຫຼັກທີ່ທ່ານຈະໄດ້ສຳຜັດ:
- Movie Session: ຮັບຊົມຮູບເງົາເລື່ອງ “Inside out 2”.
- Reflex Session: ແບ່ງປັນຄວາມຮູ້ສຶກ, ວິເຄາະ ແລະ ປຽບທຽບຕົວລະຄອນອາລົມຕ່າງໆກັບຕົວເອງ.
- ກິດຈະກຳພິເສດ: ຫ້ອງປະຊຸມໃນຫົວຂອງຂ້ອຍ (ສຳຫຼວດວ່າອາລົມໂຕໃດກຳລັງເປັນ "ຫົວໜ້າໂຕະ" ແລະ ຈັດທີ່ນັ່ງໃໝ່ໃຫ້ກັບອາລົມເຫຼົ່ານັ້ນ)
- ການເຮັດຂໍ້ຕົກລົງກັບຕົນເອງ
👉 ປລ. ເຂົ້າຮ່ວມຟຣີ! ບໍ່ມີຄ່າໃຊ້ຈ່າຍ
ງານນີ້ຮັບຈຳນວນຈຳກັດພຽງ 15 ຄົນເທົ່ານັ້ນ!
ເມື່ອໄດ້ຜູ້ເຂົ້າຮ່ວມຄົບແລ້ວເຮົາຈະປິດຟອມລົງທະບຽນທັນທີ!
👇
ດັ່ງນັ້ນ, ຮີບລົງທະບຽນເລີຍ ຈຶ່ງຈະບໍ່ໄດ້ພາດໂອກາດດີໆແບບນີ້!
📌ລົງທະບຽນທີ່:
https://forms.gle/xeKH9fX15kPCkXTj9
🗓ວັນທີ: 07 ທັນວາ 2025 (ທິດ)
⏰ເວລາ: 13:00 – 16:30
📍ສະຖານທີ່: The Art Of Living Laos ຫຼື https://maps.app.goo.gl/d3fZgLx3fxzsYnWP6?g_st=aw
ດ້ວຍຮັກ ແລະ ຫ່ວງໃຍ,
wecare 💚
#ຈິດທີ່ດີເລີ່ມຈາກການຮັບຟັງ
#ສຸຂະພາບຈິດ #ຈິດຕະແພດ