Breen Detox Contact information, map and directions, contact form, opening hours, services, ratings, photos, videos and announcements from Breen Detox, Vitamins/Supplements, Vientiane.

06/04/2020

02094411330

ດູແລຕົວເອງໃຫ້ຫ່າງໄກ "ມະເຮັງປາກມົດລູກ"👩🏻‍⚕️🧬ມະເຮັງປາກມົດລູກເປັນໂລກຮ້າຍທີ່ບໍ່ແມ່ນເລື່ອງໄກຕົວຜູ້ຍິງ ເພາະເປັນໂລກທີ່ພົບເປັນອັ...
21/08/2019

ດູແລຕົວເອງໃຫ້ຫ່າງໄກ "ມະເຮັງປາກມົດລູກ"👩🏻‍⚕️🧬

ມະເຮັງປາກມົດລູກເປັນໂລກຮ້າຍທີ່ບໍ່ແມ່ນເລື່ອງໄກຕົວຜູ້ຍິງ ເພາະເປັນໂລກທີ່ພົບເປັນອັນດັບຕົ້ນໆ ຂອງໂລກມະເຮັງໃນສະຕີ ແຕ່ຜູ້ຍິງສ່ວນໃຫຍ່ຫລາຍຄົນກໍຍັງລະເລີຍທີ່ຈະຮຽນຮູ້ແລະປ້ອງກັນໂລກຮ້າຍນີ້ ໂດຍສະເພາະຜູ້ຍິງໄວສາວທີ່ອາດເບິ່ງວ່າໂລກນີ້ບໍ່ເກີດຂື້ນໃນໄວເຮົາດອກ ຫລືຄົນທີ່ຄິດວ່າບໍ່ເຄີຍມີເພດສຳພັນຫລືບໍ່ແມ່ນຄົນປ່ຽນຄູ່ນອນບ່ອຍ ບໍ່ມີທາງເປັນໂລກນີ້ ຂໍບອກວ່າເຈົ້າຄິດຜິດ

🧬ມະເຮັງປາກມົດລູກເກີດຂື້ນໄດ້ຢ່າງໃດ

ມະເຮັງປາກມົດລູກເກີດຈາກການຕິດເຊື້ອ HPV ທີ່ເຊວບໍລິເວນປາກມົດລູກ ຊຶ່ງຈະເລີ່ມເກີດການອັກເສບຂື້ນ ແຕ່ຜູ້ຍິງຮ້ອຍລະ 60 ທີ່ຕິດເຊື້ອແລະມີອາການອັກເສບນີ້ ລະບົບພູມຄຸ້ມກັນໃນຮ່າງກາຍຈະສາມາດຮັກສາອາການໃຫ້ຫາຍໄດ້ເອງໃນໄລຍະເວລາ 2-4 ປີ ແຕ່ກໍ່ມີຜູ້ຍິງອີກຮ້ອຍລະ 15 ທີ່ເກີດຄວາມຜິດປົກກະຕິຂອງເຊວໄປສູ່ຂັ້ນທີ່ຮຸນແຮງຫລາຍຂື້ນ ແລະເມື່ອມາເຖິ່ງຈຸດນີ້ ຜູ້ຍິງຮ້ອຍລະ 30-70 ຈະມີຄວາມຜິດປົກກະຕິຂອງເຊວຮຸນແຮງຫລາຍຂື້ນອີກຫາກບໍ່ໄດ້ຮັບການກວດແລະຮັກສາໃຫ້ຫາຍຂາດ ເພາະເຊື້ອ HPV ຈະເຂົ້າໄປເຮັດໃຫ້ກົນໄກຄວບຄຸມການຈະເລີນເຕີບໂຕຂອງເຊວເສຍໄປ ຂັ້ນຕອນນີ້ຈະໃຊ້ໄລຍະເວລາປະມານ 10 ປີ ແລະເຂົ້າສູ່ມະເຮັງປາກມົດລູກ

🧬ໃຜໆ ກໍ່ສາມາດຕິດເຊື້ອ HPVໄດ້

ຜູ້ຍິງຫລາຍຄົນມັກຄິດວ່າຕົນເອງຄົງບໍ່ຕິດເຊື້ອ HPV ເພາະຄິດວ່າການຕິດເຊື້ອ HPV ຈະເກີດຂື້ນກັບຜູ້ຍິງທີ່ມີຄູ່ນອນຫລາຍຄົນ ຫລືມີສຸຂະພາບບໍ່ແຂງແຮງເທົ່ານັ້ນ ແຕ່ຄວາມຈິງແລ້ວເຊື້ອ HPV ສາມາດເກີດຂື້ນໄດ້ກັບທຸກຄົນ ແລະການຕິດເຊື້ອ HPV ມັກບໍ່ສະແດງອາການໃນຊ່ວງແລກເລີ່ມ ແລະໃຊ້ໄລຍະເວລາຍາວນານເປັນສິບປີໃນການຄ່ອຍໆ ກາຍເປັນມະເຮັງປາກມົດລູກ

🧬ຄົນທີ່ສ່ຽງຕໍ່ການຕິດເຊື້ອ HPV ຄື

- ຄົນທີ່ມີຄູ່ນອນຕິດເຊື້ອນີ້ມາກ່ອນ

- ຄົນທີ່ມີຄູ່ນອນຫລາຍຄົນ

- ຄົນທີ່ມີຄູ່ນອນແລະຄູ່ນອນມີເພດສຳພັນກັບຄົນອື່ນຫລາຍກວ່າ 1 ຄົນ

- ຄົນທີ່ມີລະບົບພູມຕ້ານທານໃນຮ່າງກາຍອອ່ນແອ (ເຊັ່ນ ໃນຊ່ວງຕັ້ງຄັນ ຫລືຄົນທີ່ມີເຊື້ອ HIV ຫລືເອດ)

- ຄົນທີ່ມີເພດສຳພັນແບບຜົວດຽວເມຍດຽວ ແຕ່ການຕິດເຊື້ອມາຈາກການມີເພດສຳພັນກັບຄົນອື່ນມາກ່ອນ

🧬ປັດໃຈອື່ນໆ ທີ່ສົ່ງຜົນຕໍ່ການເກີດມະເຮັງປາກມົດລູກ

ການຈະເປັນມະເຮັງປາກມົດລູກຫລືບໍ່ນັ້ນນອກຈາກການຕິດເຊື້ອ HPV ບາງຊະນິດແລ້ວ ຍັງຕ້ອງຜະນວກກັບປັດໃຈອື່ນໆ ໄດ້ແກ່

- ສູບຢາສູບເປັນປະຈຳ

- ກິນອາຫານໃຫ້ໂທດກັບຮ່າງກາຍແລະອາຫານທີ່ມີສານເຄມີປະກອບ

- ກິນຢາຄຸມກຳເນີດມາເປັນເວລາດົນຕິດຕໍ່ກັນກວ່າ 5 ປິ

- ມີລູກຄົນແລກຕອນອາຍຸນ້ອຍຫລາຍ

- ມີລູກຫລາຍຄົນ

- ຕິດເຊື້ອ HIV ຫລືເອດ ຊຶ່ງມີຜົນເຮັດໃຫ້ພູມຄຸ້ມກັນໃນຮ່າງກາຍອ່ອນແອ

- ຝ່າຍຊາຍມີພຶດຕິກຳທາງເພດທີ່ມີຄູ່ນອນຫລາຍຄົນ ເຮັດໃຫ້ມີໂອກາດນຳເຊື້ອ HPV ມາຕິດຝ່າຍຍິງໄດ້ຫລາຍຄົນ

- ແມ່ ພີ່ສາວ ຫລືນ້ອງສາວເຄີຍເປັນມະເຮັງປາກມົດລູກເພາະເຊື້ອ HPV ເກີດຂື້ນໃນລະຫວ່າງການມີເພດສຳພັນ ດັ່ງນັ້ນຜູ້ທີ່ມີເພດສຳພັນຄັ້ງແລກຕັ້ງແຕ່ອາຍຸຍັງນ້ອຍກໍ່ຈະມີຊ່ວງເວລາທີ່ສ່ຽງຕໍ່ການຕິດເຊື້ອ HPV ຍາວນານກວ່າ ລວມເຖິ່ງຄົນທີ່ປ່ຽນຄູ່ນອນບ່ອຍກໍ່ຈະມີໂອກາດສ່ຽງຕໍ່ການຕິດເຊື້ອ HPV ຫລາຍກວ່າຄົນຜົວດຽວເມຍດຽວ

🧬ພຶດຕິກຳທີ່ຊ່ວຍໃຫ້ຫ່າງໄກມະເຮັງປາກມົດລູກ

ນອກເຫນືອຈາກການມີເພດສຳພັນທີ່ບໍ່ເຫມາະສົມຈະສ່ຽງຕໍ່ການເປັນມະເຮັງປາກມົດລູກພຶດຕິກຳການກິນແລະການໃຊ້ຊີວິດກໍ່ມີຜົນຕໍ່ໂລກມະເຮັງເຊັ່ນກັນ

- ກິນອາຫານທີ່ມີປະໂຫຍດ ຫລີກລ່ຽງອາຫານມັນແລະສານເຄມີປົນເປື້ອນ

- ບໍ່ສູບຢາສູບ ຍ້ຳຢາເສັ້ນ ກິນແອວກໍຮໍຫລືເຄື່ອງກິນມືນເມົາ

- ປົກປ້ອງຕົວເຮົາຈາກໂລກຕິດຕໍ່ທາງເພດສຳພັນທຸກຊະນິດ

- ຫາຄວາມຮູ້ກ່ຽວກັບທຳມະຊາດຂອງໂລກມະເຮັງ ເພາະການທີ່ເຊວໃນຮ່າງກາຍຈະປ່ຽນແປງຜິດປົກກະຕິຈົນກາຍເປັນເນື້ອຮ້າຍຫລືມະເຮັງນັ້ນ ເປັນສິ່ງທີ່ເກີດຂື້ນຢ່າງຊ້າໆ ໃຊ້ເວລາດົນນັບປີປາຍອາການຂອງໂລກຈະຮຸນແຮງຂື້ນເປັນລຳດັບຈົນເຖິ່ງຂັ້ນສຸດທ້າຍທີ່ຮັກສາບໍ່ໄດ້

ຫາກເຮົາດູແລຫມັ່ນສັງເກດຕົວເອງແຕ່ເນິ່ນໆ ເຮົາກໍ່ຈະມີໂອກາດຄົ້ນພົບແລະກຳຈັດຄວາມຜິດປົກກະຕິນີ້ກ່ອນທີ່ເຊື້ອຈະເຕີບໂຕເປັນເນື້ອຮ້າຍແລະກະຈາຍໄປທົ່ວຮ່າງກາຍຂອງເຮົາ

ເຮົາຄວນກວດມະເຮັງປາກມົດລູກຫລາຍໆສຳໃດ

ຜູ້ຍິງທີ່ເຄີຍມີເພດສຳພັນມາແລ້ວ ຄວນຮັບການກວດພາຍໃນທຸກຄົນທຸກ 1-2 ປີ ແລະກວດຄັດຕອງເພື່ອຫາມະເຮັງໃນໄລຍະຄັ້ງແລກ ແລະໄລຍະກ່ອນເປັນມະເຮັງຢ່າງນ້ອຍທຸກໆ 3 ປີ ສຳລັບຜູ້ທີ່ບໍ່ສະດວກໄປຮັບບໍລິການກໍ່ຄວນກວດຢ່າງນ້ອຍທຸກໆ 5 ປີ ຫາກຜົນກວດປົກກະຕິ 2-3 ຄັ້ງ ກໍ່ສາມາດເວັນໄລຍະຫ່າງອອກໄປໄດ້

ສຳລັບຜູ້ຍິງທີ່ມີເລືອດອອກຜິດປົກກະຕິທາງຊ່ອງຄອດ ຄວນມາພົບແພດກວດ ແມ້ຈະຫມົດປະຈຳເດືອນໄປແລ້ວຫລືບໍ່ມີເພດສຳພັນມາດົນກໍ່ຕາມ

#ສົນໃຈດູແລສຸຂະພາບຕິດຕໍ່ຫາພໍ່ຄ້າສົມແພງໄດ້ເດີ້
❇️ລະຫັດຕົວແທນຈໍາໜ່າຍ: 990672
☎️Tel: 0309023549
📱w.a 02094411330
🆔 line: sompheng145445
#ຜູ້ບໍລິໂພກຄວນອ່ານສະຫລາກໃຫ້ເຂົ້າໃຈກ່ອນຮັບປະທານ,

ລິດສີດວງ 4 ໄລຍະ ------------------------—----👉ໄລຍະທີ 1 : ຖ່າຍຍາກ ຖ່າຍແຂງ ຖ່າຍເປັນເລືອດ-👉ໄລຍະທີ 2 : ເປັນຕິ່ງເຂົ້າໆອອກໆ-👉ໄ...
19/08/2019

ລິດສີດວງ 4 ໄລຍະ
------------------------—----
👉ໄລຍະທີ 1 : ຖ່າຍຍາກ ຖ່າຍແຂງ ຖ່າຍເປັນເລືອດ
-👉ໄລຍະທີ 2 : ເປັນຕິ່ງເຂົ້າໆອອກໆ
-👉ໄລຍະທີ 3 : ເປັນຕິ່ງອອກມາແລ້ວບໍ່ເຂົ້າເອງໄດ້
{ ແຕ່ສາມາດໃຊ້ນີ້ວມືຍັດເຂົ້າໄດ້ }
-👉ໄລຍະທີ່ 4 : ເປັນຕິ່ງໃຫຍ່ຍັດເຂົ້າບໍ່ໄດ້ເລີຍ ແລະເຈັບທໍລະມານສຸດໆ

ເຮົາຂໍເປັນຕົວຊ່ວຍທີ່ດີຂອງທ່ານ
>> BGRN

ພໍ່ຄ້າ ສົມແພງທັກມາໄດ້ເດິ້  whatsapp:02094411330😘
18/08/2019

ພໍ່ຄ້າ ສົມແພງທັກມາໄດ້ເດິ້ whatsapp:02094411330😘

 #ສົນໃຈດູແລສຸຂະພາບຕິດຕໍ່ຫາພໍ່ຄ້າສົມແພງໄດ້ເດີ້❇️ລະຫັດຕົວແທນຈໍາໜ່າຍ: 990672☎️Tel: 0309023549📱w.a 02094411330🆔 line: somphe...
08/08/2019

#ສົນໃຈດູແລສຸຂະພາບຕິດຕໍ່ຫາພໍ່ຄ້າສົມແພງໄດ້ເດີ້
❇️ລະຫັດຕົວແທນຈໍາໜ່າຍ: 990672
☎️Tel: 0309023549
📱w.a 02094411330
🆔 line: sompheng145445
#ຜູ້ບໍລິໂພກຄວນອ່ານສະຫລາກໃຫ້ເຂົ້າໃຈກ່ອນຮັບປະທານ

29/07/2019

ແຊຕໍ່ເພື່ອຮັບບຸນກ່ອນນອນ ♥️
ມື້ອື່ນຕື່ນມາອີ່ມບຸນ ສຸກໃຈ ຮັ່ງມີ ເງີນທອງ 🎊🎉💰💰
ສາທຸ ສາທຸ ສາທຸ 🙏🙏🙏

26/07/2019
23/07/2019
20/07/2019

💩ການທີ່ເຮົາຂັບຖ່າຍອາຈົ່ມອອກໄປບໍຫມົດ ❌🤢
ຫາກຄ້າງຢູ່ຕາມພະນັງລຳໄສ້ດົນໆໄປ ອາຈົ່ມຈະຕິດແຫນ້ນ
ບໍຫລຸດອອກໄປງ່າຍໆ ເຖິງແມ້ຈະມີອາຈົ່ມລ໋ອດໃຫມ່ອອກມາດັນຂອງເກົ່າ ແຕ່ອາຈົ່ມທີ່ຕິດແຫນ້ນອາດຈະບໍຫມົດອອກໄປຈາກລຳໄສ້ນຳ ຫາກອາຈົ່ມລ໋ອດໃຫມ່ ເຫລວກວ່າ ກໍແທກໂຕອອກໄປທາງທະວານຫນັກກ່ອນ ອາຈົ່ມທີ່ຕົກຄ້າງຢູ່ ກໍຈະຄ້າງຢູ່ແບບນັ້ນ ຊຶ່ງສົ່ງຜົນເສີຍຕໍ່ຮ່າງກາຍຢ່າງທີ່ຄາດບໍເຖິງເລີຍແລະ🤦🏻‍♀️🤦🏼‍♂️

Address

Vientiane

Telephone

+8562094411330

Website

Alerts

Be the first to know and let us send you an email when Breen Detox posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to Breen Detox:

Share