American Chiropractic Clinic ຄຣີນິກ ອາເມຣິກາ ກາຍະພາບບໍາບັດ

American Chiropractic Clinic ຄຣີນິກ ອາເມຣິກາ ກາຍະພາບບໍາບັດ ສູນສຸຂະພາບ chiropractic, ໃຫ້ບໍລິການ chiropractic, ແລະ physiotherapy ໃຫ້ແກ່ ສປປ ລາວ ຕັ້ງແຕ່ປີ 2016. Dr. Logan has practiced in the US, Singapore, and Laos.

He utilizes different chiropractic techniques to best optimize the correction of the spine.

American Chiropractic Clinicwill be closed for Lao New Year from April 11–19, 2026 and will reopen on April 20, 2026,If ...
13/04/2026

American Chiropractic Clinic
will be closed for Lao New Year from April 11–19, 2026
and will reopen on April 20, 2026,If you would like to schedule an appointment after the holiday,please Message us or call 020 58 999 565

02/04/2026
ກຳລັງປັບປຸງລະບົບປະສາດໃຫ້ດີຂຶ້ນ ເພື່ອໃຫ້ລາວສາມາດຫຼິ້ນຟຸດບອນໄດ້ຢ່າງດີທີ່ສຸດ!Getting his nervous system optimized so he can...
24/03/2026

ກຳລັງປັບປຸງລະບົບປະສາດໃຫ້ດີຂຶ້ນ ເພື່ອໃຫ້ລາວສາມາດຫຼິ້ນຟຸດບອນໄດ້ຢ່າງດີທີ່ສຸດ!

Getting his nervous system optimized so he can play football at his best!

🩻 ເດັກບໍ່ເຈັບ… ແຕ່ພົບ scoliosis >60° ມື້ນີ້ມີເດັກມາຄລີນິກ ❌ ບໍ່ເຈັບ ❌ ບໍ່ມີອາການ ແຕ່ພໍ່ແມ່ເຫັນ: ➡️ ໄຫລ່ບໍ່ເທົ່າກັນ ➡️ ຫຼ...
23/03/2026

🩻 ເດັກບໍ່ເຈັບ… ແຕ່ພົບ scoliosis >60°

ມື້ນີ້ມີເດັກມາຄລີນິກ
❌ ບໍ່ເຈັບ
❌ ບໍ່ມີອາການ

ແຕ່ພໍ່ແມ່ເຫັນ:
➡️ ໄຫລ່ບໍ່ເທົ່າກັນ
➡️ ຫຼັງບໍ່ຕົງ

🩻 X-ray ເຫັນຫຍັງ?

➡️ scoliosis ຫນັກ
➡️ ຄ່າຄວາມໂຄ້ງ >60°
➡️ ຍັງເຕີບໂຕ (Risser 3)

⚠️ ສຳຄັນ!

Scoliosis ❌ ບໍ່ໄດ້ຂື້ນກັບ “ຄວາມເຈັບ”

ຕັດສິນຈາກ:
✔️ ຂະໜາດ curve
✔️ ການເຕີບໂຕ
✔️ ຄວາມສ່ຽງ

📊 ກົດງ່າຍໆ

ຕອນທີ່ຂ້ອຍບອກຄົນໄຂ້ວ່າ ການຈັດຕັ້ງບ່ອນເຮັດວຽກໃຫ້ເໝາະສົມ ສາມາດຊ່ວຍຫຼຸດອາການເຈັບຄໍໄດ້, ບາງຄັ້ງພວກເຂົາກໍເຮັດເກີນໄປ.When I te...
06/03/2026

ຕອນທີ່ຂ້ອຍບອກຄົນໄຂ້ວ່າ ການຈັດຕັ້ງບ່ອນເຮັດວຽກໃຫ້ເໝາະສົມ ສາມາດຊ່ວຍຫຼຸດອາການເຈັບຄໍໄດ້, ບາງຄັ້ງພວກເຂົາກໍເຮັດເກີນໄປ.

When I tell my patients that optimizing their work station can help with neck pain, and they take it too far.

Low back pain does not always come from a serious injury.Often, it develops from daily habits — especially prolonged sit...
05/02/2026

Low back pain does not always come from a serious injury.
Often, it develops from daily habits — especially prolonged sitting without proper support.
= This increases stress on the spine.
Proper care starts with good posture and appropriate support for the spine, especially if you have an office job.

🎄 ສຸກສັນວັນຄຣິດສະມາດ ຈາກ American Chiropractic Clinic 🎄ຂອບໃຈທີ່ໄວ້ວາງໃຈໃຫ້ພວກເຮົາເບິ່ງແຍງສຸຂະພາບຂອງທ່ານໃນປີນີ້ຂໍໃຫ້ທ່ານມ...
25/12/2025

🎄 ສຸກສັນວັນຄຣິດສະມາດ ຈາກ American Chiropractic Clinic 🎄
ຂອບໃຈທີ່ໄວ້ວາງໃຈໃຫ້ພວກເຮົາເບິ່ງແຍງສຸຂະພາບຂອງທ່ານໃນປີນີ້
ຂໍໃຫ້ທ່ານມີຄວາມສຸກ ມີສຸຂະພາບດີ ແລະມີຄວາມສະຫງົບໃນຊ່ວງວັນພັກ

ຂໍໃຫ້ກະດູກສັນຫຼັງຂອງທ່ານຢູ່ໃນຕຳແໜ່ງທີ່ດີໃນປີໜ້າ
ແລະຂໍໃຫ້ອາການເຈັບຫົວ, ເຈັບຄໍ ,ເຈັບຫຼັງແລະເຈັບແອວກາຍເປັນພຽງຄວາມຈົດຈຳຂອງປີ 2025

🎄 Merry Christmas from American Chiropractic Clinic 🎄
Thank you for trusting us with your health this year.
We wish you a joyful, healthy, and peaceful holiday season.

May your spine stay aligned in the coming year,
and may headaches, neck pain, and low back pain become distant memories of 2025.

ມື້ນີ້ມີຄົນເຈັບອາຍຸ 40 ປີ ເຂົ້າມາກວດອາການເຈັບຫຼັງ ແລະ ຂໍ່ສະໂພກ.ກ່ອນຈະເລີ່ມຮັກສາ ພວກເຮົາໄດ້ກວດຮູບ X-ray ຂອງລາວ ແລະພົບວ່າລ...
03/12/2025

ມື້ນີ້ມີຄົນເຈັບອາຍຸ 40 ປີ ເຂົ້າມາກວດອາການເຈັບຫຼັງ ແລະ ຂໍ່ສະໂພກ.
ກ່ອນຈະເລີ່ມຮັກສາ ພວກເຮົາໄດ້ກວດຮູບ X-ray ຂອງລາວ ແລະພົບວ່າລາວມີໂຣກຕັ້ງແຕ່ເດັກ ເອີ້ນວ່າ Perthes disease ແຕ່ລາວບໍ່ເຄີຍຮູ້ຕົວ.

ໂຣກນີ້ຈະເຮັດໃຫ້ຫົວກະດູກຂໍ່ສະໂພກຄ່ອຍໆບຸບ ແລະ ຜິດຮູບຮ່າງຕາມເວລາ.
ເບິ່ງໄດ້ຈາກຮູບ X-ray:

ຂໍ່ທີ່ປົກກະຕິ (ຊ້າຍ) ຫົວກະດູກກົມ ແລະ ສະອາດ

ຂໍ່ທີ່ມີ Perthes (ຂວາ) ຫົວກະດູກບຸບ ແລະ ເສື່ອມຫນັກ

ອາການນີ້ບໍ່ສາມາດຮັກສາດ້ວຍການຈັດກະດູກໄດ້, ແຕ່ພວກເຮົາສາມາດຊ່ວຍອະທິບາຍ ແລະ ສົ່ງຕໍ່ໃຫ້ແພດກະດູກຮັກສາຕໍ່.
ນີ້ແມ່ນເຫດຜົນວ່າ ການເລືອກພົບຊ່ຽວຊານຮັກສາທີ່ມີໃບອະນຸຍາດ ແລະ ເຂົ້າໃຈການອ່ານ X-ray ແມ່ນສຳຄັນຫຼາຍ.

ບາງເທື່ອພວກເຮົາເອງກໍ່ຮູ້ສຶກປະຫລາດໃຈກັບຜົນການຮັກສາຂອງການຈັດກະດູກ.ບໍ່ດົນມານີ້ ມີຄົນເຈັບອາຍຸຫຼາຍທ່ານໜຶ່ງເຂົ້າມາກວດ. ນາງມີບັ...
03/12/2025

ບາງເທື່ອພວກເຮົາເອງກໍ່ຮູ້ສຶກປະຫລາດໃຈກັບຜົນການຮັກສາຂອງການຈັດກະດູກ.

ບໍ່ດົນມານີ້ ມີຄົນເຈັບອາຍຸຫຼາຍທ່ານໜຶ່ງເຂົ້າມາກວດ. ນາງມີບັນຫາທີ່ກະດູກສັນຫຼັງສ່ວນລຸ່ມ(ແອວ) ແລະ ຊໍາເຮື້ອມາດົນເຮັດໃຫ້ເຈັບປວດມາຫຼາຍປີ. ຕ້ອງບອກຕາມຕົງວ່າ ຕອນທີ່ເຫັນອາການໃນວັນທຳອິດ ພວກເຮົາກໍບໍ່ແນ່ໃຈວ່າ ນາງຈະດີຂຶ້ນໄດ້ຫຼາຍຂະໜາດໃດ.

ແຕ່ຫຼັງຈາກການຈັດກະດູກພຽງ 4 ຄັ້ງ, ນາງໄດ້ລາຍງານວ່າ ອາການເຈັບປວດຫຼຸດລົງໄປປະມານ 70%. ສ່ວນອາການທີ່ເຫຼືອ ຈະເກີດຂຶ້ນໃນຕອນເຊົ້າເທົ່ານັ້ນ ແລະຈະຫາຍໄປເມື່ອນາງເລີ່ມເຄື່ອນໄຫວ.

ນີ້ແມ່ນຂັ້ນຕົ້ນໃນແຜນການຟື້ນຟູຂອງນາງ, ແຕ່ການເຫັນຄວາມຄືບໜ້າໄວແບບນີ້ ເຮັດໃຫ້ພວກເຮົາມີກຳລັງໃຈຫຼາຍ. ຄົນເຈັບແຕ່ລະຄົນມີການຕອບສະນອງບໍ່ເຫມືອນກັນ, ແລະພວກເຮົາຮູ້ສຶກຂອບໃຈເມື່ອຮ່າງກາຍຕອບສະນອງແລະຟື້ນຟູໄດ້ດີກວ່າທີ່ຄາດໄວ້.

ມື້ນີ້ ທ່ານຊາຍອາຍຸ 39 ປີ ຈາກປະເທດມຽນມາ ໄດ້ເຂົ້າມາປຶກສາທີ່ຄຣີນິກຂອງພວກເຮົາ. ລາວມີອາການຫຼັງແຂງມາດົນນານ ແລະອາການໄດ້ແຮງຂຶ້ນເ...
12/11/2025

ມື້ນີ້ ທ່ານຊາຍອາຍຸ 39 ປີ ຈາກປະເທດມຽນມາ ໄດ້ເຂົ້າມາປຶກສາທີ່ຄຣີນິກຂອງພວກເຮົາ. ລາວມີອາການຫຼັງແຂງມາດົນນານ ແລະອາການໄດ້ແຮງຂຶ້ນເລື້ອຍໆ.

ປະຫວັດການປ່ວຍ:
ປະມານ 3 ເດືອນກ່ອນ ລາວໄດ້ໄປຜ່າຕັດທີ່ເມືອງຊຽງໃໝ່.
ໃນໄລຍະນັ້ນ ໂຮງໝໍໄດ້ກວດ CT ທົ່ວຮ່າງກາຍ.

ແລະມີການກວດພາບກະດູກສັນຫຼັງແບບຄົບຖ້ວນ ແຕ່ກໍຍັງບໍ່ມີໃຜລະບຸໄດ້ວ່າ ຈິງໆແລ້ວກະດູກສັນຫຼັງຂອງລາວກໍາລັງເກີດຫຍັງຂື້ນ

ຄວາມພະຍາຍາມໃນການຊອກຮັກສາກັບຜູ້ອ້າງວ່າເປັນ “ຜູ້ຊ່ຽວຊານທາງດ້ານກະດູກສັນຫຼັງ”
ກ່ອນຈະມາພົບພວກເຮົາ ລາວເຄີຍໄປພົບຫຼາຍຄົນທີ່ອ້າງວ່າເປັນຜູ້ຊ່ຽວຊານກະດູກສັນຫຼັງ.
ພວກເຂົາພະຍາຍາມ “ຈັດກະດູກ” ແຕ່ບໍ່ມີຫຍັງເກີດຂຶ້ນ — ບໍ່ມີສຽງ, ບໍ່ມີການເຄື່ອນໄຫວ.
ພວກເຂົາບອກວ່າ ກ້າມເນື້ອຂອງລາວແນ້ນເກີນໄປ.
ແທ້ໆແລ້ວ ປັນຫາບໍ່ແມ່ນກ້າມເນື້ອ.

ການວິນິດໄສທີ່ຖືກຕ້ອງ
ເຫດຜົນທີ່ກະດູກສັນຫຼັງຂອງລາວບໍ່ສາມາດເຄື່ອນໄດ້ ແມ່ນເພາະມັນໄດ້ຟິວເຂົ້າກັນແລ້ວ.
ລາວເປັນໂລກ Ankylosing Spondylitis (AS) — ໂຣກພູມຕົນເອງ ທີ່ເຮັດໃຫ້ຂໍ້ກະດູກສັນຫຼັງຟິວເປັນອັນດຽວ.

ນີ້ບໍ່ແມ່ນບັນຫາກ້າມເນື້ອ ແລະບໍ່ສາມາດແກ້ໄດ້ດ້ວຍການຈັດກະດູກ ຫຼື ນວດ.
ນີ້ແມ່ນພະຍາດໂຄງສ້າງກະດູກ ທີ່ຕ້ອງໃຫ້ມີການກວດ ແລະ ການຖ່າຍພາບຢ່າງຖືກຕ້ອງ.

ການປຶກສາກັບນັກຈັດກະດູກສັນຫຼັງທີ່ມີໃບອະນຸຍາດ
ເມື່ອລາວມາພົບນັກຈັດກະດູກສັນຫຼັງທີ່ຜ່ານການຝຶກອົບຮົມແລະມີໃບອະນຸຍາດ,
ພວກເຮົາໄດ້ທົບທວນປະຫວັດທັງໝົດ — ການຜ່າຕັດ, ຜົນການກວດ, ອາການ ແລະການຮັກສາກ່ອນໜ້າ.

ພວກເຮົາໄດ້ກວດ X-ray ແລະຜົນການກວດໄດ້ສະທ້ອນຄວາມຜິດປົກກະຕິຢ່າງຊັດເຈນ.

ເມື່ອຄວນຫຼີກລ້ຽງການຈັດກະດູກ
ໃນກໍລະນີນີ້ ການພະຍາຍາມເຄືອນກະດູກສັນຫຼັງບໍ່ພຽງແຕ່ບໍ່ມີປະໂຫຍດ — ແຕ່ອາດອັນຕະລາຍ.
ບໍ່ມີເຫດຜົນໃດໆ ທີ່ຈະພະຍາຍາມ “ຈັດ” ກະດູກທີ່ຟິວແລ້ວ.

ສິ່ງທີ່ລາວຕ້ອງການ ບໍ່ແມ່ນການແກ້ໄຂແບບຮຸກຮານ — ແຕ່ແມ່ນ “ຄວາມປອດໄພ”.
ລາວຕ້ອງການຜູ້ທີ່ມີຄວາມລະມັດລະວັງ ແລະຄິດຢ່າງລຶກຊຶ່ງກ່ອນການຮັກສາ.

ຄວາມຮູ້ສຶກຂອງຄົນໄຂ້
ຄົນໄຂ້ຮູ້ສຶກຂອບໃຈຫຼາຍ.
ລາວກ່າວວ່າ ບໍ່ເຄີຍມີໃຜອະທິບາຍໃຫ້ເຂົາເຂົ້າໃຈຫຼາຍແບບນີ້ມາກ່ອນ
ລາວເຄີຍຄິດວ່າ ບາງທີປັນຫາແມ່ນມາຈາກຮ່າງກາຍຂອງຕົນເອງ.

ແທ້ໆແລ້ວ ບໍ່ແມ່ນປັນຫາຂອງລາວ — ແຕ່ເປັນເນື່ອງຈາກຜູ້ຮັກສາກ່ອນໜ້າບໍ່ໄດ້ກວດສອບຢ່າງລຶກຊຶ່ງ

ນັກກະດູກສັນຫຼັງທີ່ດີຄວນເປັນແນວໃດ?
ນັກກະດູກສັນຫຼັງທີ່ດີ ບໍ່ແມ່ນແຕ່ຮັກສາອາການເທົ່ານັ້ນ
ນັກກະດູກສັນຫຼັງທີ່ດີ ຮູ້ເວລາທີ່ບໍ່ຄວນດັດຈັດ
ນັກກະດູກສັນຫຼັງທີ່ດີ ພິຈາລະນາທັງຄົນ— ບໍ່ແມ່ນແຕ່ອາການ.

Address

Soi 7, Thongkang Village, Sisattanak District
Vientiane
10011

Opening Hours

Monday 09:00 - 12:00
13:00 - 18:00
Tuesday 15:00 - 18:00
Wednesday 09:00 - 12:00
13:00 - 18:00
Thursday 15:00 - 18:00
Friday 09:00 - 12:00
13:00 - 17:30

Telephone

+8562058999565

Website

Alerts

Be the first to know and let us send you an email when American Chiropractic Clinic ຄຣີນິກ ອາເມຣິກາ ກາຍະພາບບໍາບັດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category