K.M.Y_Shophmong Blue Energy Blend

K.M.Y_Shophmong Blue Energy Blend ສຸຂະພາບເປັນສີ່ງສຳຄັນ

20/03/2020
10 ວິທີປັບໃຫ້ຊີວິດີຂຶ້ນ😘1. ສຳຜັດທຳມະຊາດການສຳຜັດທຳມະຊາດຊ່ວຍໃຫ້ເກີດຄວາມສ້າງສັນ ພັດທະນາຄວາມຈຳ ທຳມະຊາດຊ່ວຍເຈົ້າຫຼາຍທີດຽວ2. ອ...
28/05/2019

10 ວິທີປັບໃຫ້ຊີວິດີຂຶ້ນ😘

1. ສຳຜັດທຳມະຊາດ

ການສຳຜັດທຳມະຊາດຊ່ວຍໃຫ້ເກີດຄວາມສ້າງສັນ ພັດທະນາຄວາມຈຳ ທຳມະຊາດຊ່ວຍເຈົ້າຫຼາຍທີດຽວ

2. ອອກກຳລັງກາຍ

ເຮົາກໍ່ຮູ້ດີວ່າການອອກກຳລັງກາຍເປັນສິ່ງທີ່ດີ ແຕ່ໜ້ອຍຄົນມັກຈະເຮັດຢ່າງສະໝຳ່ສະເໝີ

ການອອກກຳລັງກາຍຈະເຮັດໃຫ້ສະຫຼາດຂື້ນ ມີຄວາມສຸກຫຼັບງ່າຍຂື້ນ ຮູ້ສຶກດີິກັບຮ່າງກາຍຕົວເອງໄດ້ຫຼາຍຂື້ນ

ງານວິໃຈຈາກຮາວາດທີ່ຕິດຕາມຊາຍກຸ່ມໜື່ງຢ່າງຕໍ່ເນື່ອງພົບວ່າ ການອອກກຳລັງກາຍຄືຄວາມລັບທີ່ເຮັດໃຫ້ມີຊີວິດດີທີດຽວ

3. ໃຊ້ເວລາກັບເພື່ອນແລະຄອບຄົວ

ເພື່ອນແລະຄອບຄົວຂຸມຊັບແຫ່ງຄວາມສຸກ ມີຄົນປະເມີນວ່າຫາກປຽບເປັນຕົວເງິນ ມັນມີຄ່າເຖິງ 4 ລ້ານບາດຕໍ່ປີ!

ຄວາມສຳພັນທີ່ດີຊ່ວຍໃຫ້ຊີວິດຍືນຍາວຫຼາຍກວ່າການອອກກຳລັງຫາຍສະອີກ ແບ່ງເປັນຂ່າວດີກັບພວກເຂົາ ມອບຄວາມປາຖະໜາດີຕໍ່ເຂົາ ເຫຼົ່ານີ້ຈະເຮັດໃຫ້ເຈົ້າມີຄວາມສຸກໂດຍທັນທີ

4. ສະແດງຄວາມຂອບໃຈ

ມັນຈະເຮັດໃຫ້ເຈົ້າມີຄວາມສຸກຫຼາຍແລະມິສຳພັນດີຂື້ນ ທັ້ງເຈົ້າແລະຄົນໃກ້ຕົວຈະໄດ້ຮັບຜົນປະໂຫຍດຈາກການສະແດງຄວາມຂອບໃຈ

5. ຝືກສະມາທິ

ຝຶກສາມາທິຊ່ວຍເພີ່ມຄວາມສຸກ ເຮັດໃຫ້ສຳຜັດໄດ້ເຖິງຄວາມໝາຍຂອງຊີວິດ ເຈົ້າຈະຮູ້ສຶກກວ່າເຈົ້າບໍ່ໄດ້ໂດດດ່ຽວ

ການຝືກສາມາທິຍັງຊ່ວຍຫຼຸດຄວາມກຽດຊັງ ຄວາມກັງວົນ ຄວາມເມື່ອຍລ້າ ບໍ່ຈຳເປັນທີ່ເຈົ້າຈະຕ້ອງນັບຖືສາສະໜາໄດໆ ເຈົ້າກໍ່ຝຶກສາມາທີໄດ້ ແລະໄດ້ຮັບປະໂຫຍດຈາກສະມາທີເຊັ່ນກັນ

6. ນອນໃຫ້ພຽງພໍ

ຢ່າທຳທ່າຄິດໄປເອງວ່າ ເຈົ້າບໍ່ເປັນຫຍັງຖ້າເຈົ້າຈະນອນໜ້ອຍ

ຍິ່ງເຈົ້າເມື່ອຍກໍ່ຈະເຮັດໃຫ້ເຈົ້າມີຄວາມສຸກຍາກຂື້ນ ເຮັດໃຫ້ຜິດຈັນຍາບັນງ່າຍຂຶ້ນ ນອນສາເທີດ ແລ້ວເຈົ້າຈະຕັດສິນໃຈໄດ້ງ່າຍຂື້ນ

ການລັກຫຼັບກໍ່ດີເຊັ່ນດຽວກັນ ມັນຊ່ວຍສ້າງຄວາມສົດຊື່ນໃນການເຮັດວຽກ ແຖມຍັງລົດອາລົມທາງລົບອີກດ້ວຍ

7. ທ້າທາຍຕົວເອງ

ຮຽນຮູ້ພາສາອື່ນໆ ຝືກຄວາມສາມາດທາງດົນຕີ ເຮັດໃນສິ່ງທີ່ເຈົ້າຄິດວ່າເຮັດບໍໄດ້ ເຮັດອິຫຍັງບາງຢ່າງທີ່ຕ້ອງໃຊ້ຄວາມພະຍາຍາມເພີ່ມຂື້ນອີກ
ໜ້ອຍໜື່ງ ເຫຼົ່ານີ້ຈະຊ່ວຍເຈົ້າມີສະໝອງທີ່ແຫຼມຄົມ

ທ້າທາຍແລະລົງມືເຮັດດີຕອນນີ້ເລີຍດີກວ່າ ກ່ອນທີ່ຈະເສຍໃຈທີ່ບໍໄດ້ເຮັດອິຫຍັງເລີຍໃນພາຍຫຼັງ

8. ຫົວ

ຄົນທີ່ມີອາລົມຂັນຈະມີຄງາມຄຽດໜ້ອຍກວ່າ ມີພູມຄຸ້ມກັນດີກວ່າ ຫຼຸດຄວາມສ່ຽງທີ່ຈະເກີດໂລກຫົວໃຈ ເວລາເຮັດແຂ້ວກໍ່ຈະເຈັບໜ້ອຍກ່ວາ ການຫົວທຸກວັນກໍ່ຄືກິນຕາຕິນທຸກວັນ ການຫົວກັບຄົນໃກ້ຊິດຍັງຊ່ວຍພັດທະນາຄວາມສຳພັນອີກດ້ວຍ

9. ສຳພັນ
ການສຳພັນຊ່ວຍລົດຄວາມຄຽດ ເພີ່ມຄວາມເປັນທີມດຽວກັນ ການກອດເຮັດໃຫ້ມີຄວາມສຸກຂື້ນ

10. ເບີ່ງໂລກແງ່ດີ

ການເບີ່ງໂລກໃນແງ່ດີຊ່ວຍໃຫ້ມີຄວາມສຸກດີຂື້ນ ມີຄວາມສຸກຂື້ນ ອາຍຸຍືນຍາວຂື້ນ ຄວາມໝັ້ນໃຈຫຼາຍກວ່າປົກກະຕິ ຍັງຊ່ວຍພັດທະນາຄວາມສາມາດຂອງເຈົ້ານຳອີກ...

HI
09/05/2019

HI

Address

Vientiane

Telephone

+8562029454280

Website

Alerts

Be the first to know and let us send you an email when K.M.Y_Shophmong Blue Energy Blend posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to K.M.Y_Shophmong Blue Energy Blend:

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram