19/11/2025
#ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ.....................................................
ລະຫວ່າງ ວັນທີ 18 – 20 ພະຈິກ 2025 ອົງການກາແດງແຫ່ງຊາດລາວ ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດ ທີ່ ຣີສອດນາປ່າກວາງ ເມືອງ ແກ້ວອຸດົມ ແຂວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີ ວິທະຍາກອນ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດ ວິນວອກ ໂປຣດັກຊັນ ແລະ ຄະນະກໍາມະການກາແດງສາກົນ ພ້ອມດ້ວຍສຳມະນາກອນ ມາຈາກກາແດງແຂວງທົ່ວປະເທດ ເຂົ້າຮ່ວມ.
ທ່ານປະທານອົງການກາແດງແຫ່ງຊາດລາວ ມີຄຳເຫັນເນັ້ນໝັກວ່າ: ອົງການກາແດງແຫ່ງຊາດລາວ ມີພາລະບົດບາດສໍາຄັນໃນການຊ່ວຍລັດຖະບານ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ແກ່ປະຊາຊົນຜູ້ທີ່ດ້ອຍໂອກາດ ແລະ ໄດ້ຮັບຜົນກະທົບຈາກໄພພິບັດ; ຊຶ່ງພາລະບົດບາດດັ່ງກ່າວ, ຈະບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ໄດ້ ຖ້າປັດສະຈາກການເຜີຍແຜ່ໂຄສະນາຂໍ້ມູນ-ຂ່າວສານວຽກງານກາແດງ ທີ່ຖືກຕ້ອງຕາມລະບຽບຫຼັກການ, ເຂັ້ມແຂງ, ໜັກແໜ້ນ ແລະ ທົ່ວເຖິງສັງຄົມ. ວຽກງານໂຄສະນາ-ຂ່າວສານກາແດງ ປຽບເໝືອນກະບອກສຽງຂອງອົງການກາແດງແຫ່ງຊາດລາວ ທີ່ບໍ່ພຽງແຕ່ລາຍງານການເຄື່ອນໄຫວວຽກງານຕ່າງໆເທົ່ານັ້ນ, ຍັງເຜີຍແຜ່ບັນດາຫຼັກການດ້ານວຽກງານມະນຸດສະທຳ ອັນເປັນພື້ນຖານທີ່ສຳຄັນຂອງການເຄື່ອນໄຫວວຽກງານຂອງພວກເຮົາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ອົງການກາແດງແຫ່ງຊາດລາວ, ສາມາດປຸກລະດົມຊຸກຍູ້ການປະກອບສ່ວນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ.
ສຳລັບຈຸດປະສົງການຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງ ໃຫ້ພະນັກງານກາແດງໃນທົ່ວປະເທດມີຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບຄວາມຮູ້ພື້ນຖານຂອງກາແດງ, ການຂຽນຂ່າວ, ເຕັກນິກການສຳພາດ, ການເປັນໂຄສົກ ແລະ ການສ້າງວິດີໂອດ້ວຍໂທລະສັບມືຖື ແນ່ໃສ່ໃຫ້ວຽກງານໂຄສະນາ-ຂ່າວສານຂອງກາແດງລາວມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນຕື່ມອີກ.
ພາບ ແລະ ຂ່າວ ໂດຍ: ທິດດາວັນ ກຸລະວົງສາ
----------------------
ອັບເດດຂໍ້ມູນໃໝ່ໆກ່ຽວກັບ ອົງການກາແດງແຫ່ງຊາດລາວໄດ້ທີ່:
* Fanpage: https://www.facebook.com/LaoRedCrossSociety
* Website: https://www.laoredcross.org.la
* ໂທລະສັບ: +85621 216610, 250 000
* ລາຍການວິທະຍຸ: FM 103.7 Mhz, 9-10ໂມງ ທຸກວັນອາທິດ.