Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ

Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ Contact information, map and directions, contact form, opening hours, services, ratings, photos, videos and announcements from Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ, https://maps. app. goo. gl/9XQwjH8GjpPPFpQm8?g_st=ic, Vientiane.

🚨24h 🏥 Lao-Viet Vet Clinic: ອັນດັບ 1 ດ້ານການເບິ່ງແຍງສັດລ້ຽງ
ຍົກລະດັບການຮັກສາດ້ວຍເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ຄົບວົງຈອນທັງກວດ,ຮັກສາປິ່ນປົວພະຍາດ, ຜ່າຕັດ ແລະ ສະປາເກຣດພຣີມ່ຽມ ໝັ້ນໃຈໃນມາດຕະຖານ ແລະ ຄວາມໃສ່ໃຈທີ່ເໜືອກວ່າ 🐕🐈
📍 ບ້ານ ໂພນທັນ
📞 ໂທ: 020 5557 4329

ເຮົາຂອບໃຈທີ່ຮັກ ແລະ ໄວ້ວາງໃຈຄລີນິກພວກເຮົາ ! 🙏 ມື້ນີ້ຄິວແໜ້ນແຕ່ທີມງານສູ້ຕາຍ ເພື່ອສຸຂະພາບທີ່ດີຂອງນ້ອງໆ ທຸກຕົວ. Lao-Viet VE...
13/05/2026

ເຮົາຂອບໃຈທີ່ຮັກ ແລະ ໄວ້ວາງໃຈຄລີນິກພວກເຮົາ ! 🙏 ມື້ນີ້ຄິວແໜ້ນແຕ່ທີມງານສູ້ຕາຍ ເພື່ອສຸຂະພາບທີ່ດີຂອງນ້ອງໆ ທຸກຕົວ. Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ ຍິນດີຕ້ອນຮັບສະເໝີເດີ."

Thank you for your love and trust! 🙏 Busy day today, but our team is giving 100% for the health of your pets. Lao-Viet VET Clinic is always here for you and your furry friends.

ປ.ລ ຫມໍຫິວເຂົ້າເດຍັງບໍ່ໄດ້ກິນເຂົ້າເທື່ອ
020 55 574 329

🤢ມົດລູກອັກເສບເປັນໜອງ" ໄພງຽບອັນຕະລາຍທີ່ເຈົ້າຂອງນ້ອງຫມາແມ່ຕ້ອງລະວັງ!ມົດລູກອັກເສບ (Pyometra)ແມ່ນການຕິດເຊື້ອແບັກທີເຣຍຢ່າງຮຸນ...
13/05/2026

🤢ມົດລູກອັກເສບເປັນໜອງ" ໄພງຽບອັນຕະລາຍທີ່ເຈົ້າຂອງນ້ອງຫມາແມ່ຕ້ອງລະວັງ!
ມົດລູກອັກເສບ (Pyometra)ແມ່ນການຕິດເຊື້ອແບັກທີເຣຍຢ່າງຮຸນແຮງໃນມົດລູກ ເຊິ່ງອາດເຮັດໃຫ້ນ້ອງໝາເສຍຊີວິດໄດ້ຖ້າປິ່ນປົວບໍ່ທັນເວລາ.

ສັນຍານເຕືອນທີ່ຕ້ອງເຝົ້າລະວັງ:
ແບບເປີດ:ມີໜອງ ຫຼື ເລືອດປົນໜອງໄຫຼອອກມາຈາກອະໄວຍະວະເພດ.
ແບບປິດ (ອັນຕະລາຍຫຼາຍ!):ບໍ່ມີໜອງໄຫຼອອກມາ ແຕ່ທ້ອງຈະໃຫຍ່ຂຶ້ນ, ນ້ອງໝາຈະຊຶມ, ເບື່ອອາຫານ, ແລະກິນນ້ຳຫຼາຍ, ຖ່າຍເບົາເລື້ອຍໆ.
ສາເຫດ ແລະ ກຸ່ມສ່ຽງ:
🚨ນ້ອງໝາໂຕແມ່ທີ່ບໍ່ໄດ້ເຮັດໝັນ.
🚨ນ້ອງຫມາທີ່ມີອາຍຸຫຼາຍ (6 ປີຂຶ້ນໄປ).
🙏ຂໍ້ຄວນລະວັງ:ການສີດຢາຄຸມກຳເນີດໃຫ້ນ້ອງຫມາເປັນສາເຫດຫຼັກທີ່ເຮັດໃຫ້ເກີດມົດລູກອັກເສບໄດ້ງ່າຍຂຶ້ນ!
🫶ວິທີປ້ອງກັນທີ່ດີທີ່ສຸດ:
ການ "ເຮັດໝັນ" ແມ່ນວິທີດຽວທີ່ປ້ອງກັນພະຍາດນີ້ໄດ້ 100% ແລະ ຍັງຊ່ວຍຫຼຸດຄວາມສ່ຽງໃນການເກີດມະເຮັງເຕົ້ານົມນຳອີກ.
> ຫາກພົບອາການຜິດປົກກະຕິ,
ຢ່າລໍຊ້າ! ຟ້າວພານ້ອງໝາມາປຶກສາທ່ານໝໍທັນທີ ເພື່ອຄວາມປອດໄພຂອງນ້ອງ.
ໂທຫາພວກເຮົາ
ໄດ້ຕະຫລອດ24ຊົ່ວໂມງ &Whatapp 020 55 574 329

Pyometra in Dogs: The Silent Killer Every Female Dog Owner Should Know!
Pyometra is a serious and potentially life-threatening bacterial infection of the uterus. It is a medical emergency that requires immediate veterinary attention.
Common Symptoms to Watch For:
Open Pyometra:You may notice pus or bloody discharge leaking from the v***a (often with a strong odor).
Closed Pyometra (More Dangerous!):No discharge is visible because the cervix is closed. The uterus continues to fill with pus, leading to a bloated abdomen, lethargy, loss of appetite, and excessive thirst and urination.
Risk Factors:
Unspayed female dogs (especially those over 6 years old).
Warning:The use of hormonal contraceptives (birth control injections) significantly increases the risk of developing this condition.
The Best Prevention:
Spaying (Ovariohysterectomy) is the only 100% effective way to prevent Pyometra. Not only does it eliminate the risk of uterine infection, but it also reduces the chances of mammary tumors.
> Early detection saves lives. If your dog shows any signs of illness after her heat cycle, please consult a veterinarian immediately!

11/05/2026

🚨 Case Report: ຜ່າຕັດມົດລູກອັກເສບສຸກເສີນໃນ "ນ້ອງ Thong Ngern" 🚨
ເມື່ອນ້ອງ Thong Ngernເຂົ້າມາກວດທີ່ **Lao-Viet VET CLINIC ດ້ວຍອາການຊຶມ ແລະ ຜິດປົກກະຕິ, ທີມສັດຕະວະແພດຈຶ່ງໄດ້ຮີບຮ້ອນເຮັດການວິນິດໄສຢ່າງລະອຽດທັນທີ.
🔬 ຂັ້ນຕອນການຮັກສາ (Clinical Process):
Diagnosis (ການວິນິດໄສ):ຈາກການເຮັດ Ultrasound ພົບພາວະມົດລູກຂະຫຍາຍໃຫຍ່ຜິດປົກກະຕິ ແລະ ເຕັມໄປດ້ວຍຂອງແຫຼວ (ໜອງ), ເຊິ່ງຢືນຢັນວ່າເປັນພະຍາດ Pyometra (ມົດລູກອັກເສບ).

Surgical Plan (ການວາງແຜນຜ່າຕັດ):ເນື່ອງຈາກມົດລູກມີຄວາມສ່ຽງທີ່ຈະແຕກ ແລະ ເຮັດໃຫ້ຕິດເຊື້ອໃນກະແສເລືອດ, ທີມແພດຈຶ່ງຕັດສິນໃຈຜ່າຕັດຍົກມົດລູກ ແລະ ຮັງໄຂ່ອອກທັງໝົດ (Ovariohysterectomy) ຢ່າງຮີບດ່ວນ.

Intra-operative (ຂະນະຜ່າຕັດ):ທີມແພດໄດ້ໃຊ້ຄວາມລະມັດລະວັງສູງສຸດໃນການນຳມົດລູກທີ່ອັກເສບ ແລະ ເປາະບາງອອກ ເພື່ອຄວາມປອດໄພຂອງນ້ອງ Thong Ngern.

Post-operative (ຫຼັງຜ່າຕັດ):ການຜ່າຕັດຜ່ານພົ້ນໄປດ້ວຍດີ, ແຜຜ່າຕັດສະອາດ ແລະ ຫຍິບຢ່າງລະອຽດປະນີດ ເພື່ອໃຫ້ນ້ອງຟື້ນຕົວໄດ້ໄວທີ່ສຸດ.
⚠️ ເປັນຫຍັງມົດລູກອັກເສບຈຶ່ງອັນຕະລາຍ?
ພະຍາດນີ້ມັກເກີດໃນໝາທີ່ບໍ່ໄດ້ເຮັດໝັນ, ໂດຍມີການສະສົມຂອງໜອງໃນມົດລູກ. ຫາກຮັກສາບໍ່ທັນເວລາ ອາດເຮັດໃຫ້ ມົດລູກແຕກ ຫຼື ຕິດເຊື້ອໃນກະແສເລືອດຈົນເຖິງແກ່ຊີວິດໄດ້.
💡 ຄຳແນະນຳຈາກທ່ານໝໍ:
ການເຮັດໝັນຕັ້ງແຕ່ນ້ອງຍັງມີສຸຂະພາບແຂງແຮງດີ ຄືວິທີປ້ອງກັນພະຍາດນີ້ໄດ້ 100% ເຈົ້າ.
ຂໍຂອບໃຈເຈົ້າຂອງ ນ້ອງ Thong Ngern ທີ່ໄວ້ວາງໃຈໃຫ້ພວກເຮົາເບິ່ງແຍງໃນເຄສທີ່ສຳຄັນຄັ້ງນີ້. ຕອນນີ້ນ້ອງປອດໄພ ແລະ ຢູ່ໃນຄວາມເບິ່ງແຍງຢ່າງໃກ້ຊິດແລ້ວ. ❤️
📍Lao-Viet VET CLINIC ບ້ານໂພນທັນ
Whatapp 020 55 574 329
📩 ສົນໃຈສອບຖາມ ຫຼື ນັດໝາຍກວດສຸຂະພາບ ທັກແຊັດໄດ້ເລີຍເຈົ້າ!

#做ໝັນໝາ #ຜ່າຕັດມົດລູກອັກເສບ #ຮັກສາສັດວຽງຈັນ #ສຸຂະພາບໝາ

ມື້ນີ້ເລິ່ມຕົ້ນດ້ວຍການເຮັດຫມັນນ້ອງແມວໂຕຜູ້ເຮັດໝັນແມວໂຕຜູ້ ແຜນ້ອຍ ຟື້ນຕົວໄວ ໄວ້ວາງໃຈພວກເຮົາ! 🐱✨ການເຮັດໝັນບໍ່ແມ່ນເລື່ອງທີ່...
09/05/2026

ມື້ນີ້ເລິ່ມຕົ້ນດ້ວຍການເຮັດຫມັນນ້ອງແມວໂຕຜູ້

ເຮັດໝັນແມວໂຕຜູ້ ແຜນ້ອຍ ຟື້ນຕົວໄວ ໄວ້ວາງໃຈພວກເຮົາ! 🐱✨
ການເຮັດໝັນບໍ່ແມ່ນເລື່ອງທີ່ໜ້າຢ້ານຢ່າງທີ່ຄິດ.
ທີ່ Lao-Viet VET CLINICພວກເຮົາເນັ້ນຄວາມລະອຽດເພື່ອໃຫ້ລູກຮັກຂອງທ່ານເຈັບໜ້ອຍທີ່ສຸດ.
ເຕັກນິກການຜ່າຕັດມາດຕະຖານ: ເນັ້ນແຜຂະໜາດນ້ອຍ ແລະ ສະອາດ.
ຟື້ນຕົວໄວ: ນ້ອງແມວສາມາດກັບໄປໃຊ້ຊີວິດປົກກະຕິໄດ້ໄວຂຶ້ນ.
ປອດໄພ: ເບິ່ງແຍງໂດຍທີມສັດຕະວະແພດທີ່ໃສ່ໃຈທຸກຂັ້ນຕອນ.
ຊ່ວຍຫຼຸດນິໄສທີ່ຮຸນແຮງ, ການວາງອານາເຂດ (ຍ່ຽວ) ແລະ ຫຼຸດຄວາມສ່ຽງຂອງພະຍາດໃນອະນາຄົດ ເພື່ອສຸຂະພາບທີ່ດີໃນໄລຍະຍາວຂອງນ້ອງແມວ.
📍 ສະຖານທີ່: ບ້ານໂພນທັນ, ເມືອງໄຊເສດຖາ.
📩 ທັກແຊັດສອບຖາມ ຫຼື ນັດໝາຍຄິວຜ່າຕັດໄດ້ເລີຍເຈົ້າ!
♥️ Whatapp 020 55 574 329
#ເຮັດໝັນແມວ #ຄລີນິກສັດໂພນທັນ

Cat Neutering: Small Incision, Fast Recovery—Trust the Experts! 🐱✨
Neutering isn’t as scary as it seems. At Lao-Viet VET CLINIC we focus on precision to ensure your beloved pet experiences minimal discomfort.
Standard Surgical Techniques: Focused on small, clean incisions.
Fast Recovery: Helping your cat get back to their playful self sooner.
Safety First: Cared for by a dedicated veterinary team through every step.
Neutering helps reduce aggressive behavior, territorial spraying, and future health risks for your cat's long-term well-being.
📍 Location: Phonthan Village, Xaysetha District.
📩 Send us a message to inquire or book a surgery appointment today!

♥️ນ້ອງແມວຈ່ອນເຄສນີ້ຜູ້ໃຈບຸນຊ່ວຍມາຮັກສາ♥️⚠️ ເຫດການສຸກເສີນ: ລູກແມວຕາຍຄາທ້ອງ ແມ່ແມວຕ້ອງໄດ້ຮັບການຜ່າຕັດດ່ວນ!ການສູນເສຍລູກແມວເ...
08/05/2026

♥️ນ້ອງແມວຈ່ອນເຄສນີ້ຜູ້ໃຈບຸນຊ່ວຍມາຮັກສາ♥️

⚠️ ເຫດການສຸກເສີນ: ລູກແມວຕາຍຄາທ້ອງ ແມ່ແມວຕ້ອງໄດ້ຮັບການຜ່າຕັດດ່ວນ!
ການສູນເສຍລູກແມວເປັນເລື່ອງທີ່ໜ້າເສົ້າໃຈສຳລັບຄົນຮັກສັດ, ແຕ່ໃນສະພາວະທີ່ "ລູກແມວຕາຍຄາທ້ອງ" ສິ່ງທີ່ສຳຄັນທີ່ສຸດແມ່ນການຮັກສາຊີວິດຂອງ "ແມ່ແມວ"ໃຫ້ປອດໄພ.
❓ ເປັນຫຍັງຕ້ອງຜ່າຕັດ? ປ່ອຍໄວ້ໃຫ້ອອກເອງໄດ້ບໍ່?
ເມື່ອລູກແມວຕາຍຢູ່ໃນທ້ອງ, ຮ່າງກາຍຂອງແມ່ແມວບໍ່ສາມາດຂັບອອກມາເອງໄດ້ທັງໝົດ ສະນັ້ນຈຶ່ງເກີດອັນຕະລາຍດັ່ງນີ້:
ການຕິດເຊື້ອຮຸນແຮງ:ຊາກລູກແມວຈະເລີ່ມເນົ່າເປື່ອຍ ເຮັດໃຫ້ເກີດເຊື້ອແບັກທີເຣຍໃນມົດລູກ.
ພາວະເລືອດເປັນພິດ:ເຊື້ອໂລກຈະຊຶມເຂົ້າສູ່ກະແສເລືອດ ເຮັດໃຫ້ແມ່ແມວຊັອກ ແລະ ເສຍຊີວິດໄດ້.
ມົດລູກອັກເສບເປັນໜອງ:ຫາກປ່ອຍໄວ້ດົນ ມົດລູກອາດຈະທະລຸ.
🚨 ສັນຍານເຕືອນທີ່ຕ້ອງເຝົ້າລະວັງ:
1. ມີນ້ຳເມືອກສີຂຽວເຂັ້ມ, ສີດຳ ຫຼື ມີກິ່ນເໝັນເນົ່າໄຫຼອອກທາງຊ່ອງຄອດ.
2. ແມ່ແມວມີອາການຊຶມ, ບໍ່ກິນອາຫານ ແລະ ມີໄຂ້ສູງ.
3. ແມ່ແມວເບັ່ງລູກດົນເກີນ 2 ຊົ່ວໂມງ ແຕ່ບໍ່ມີລູກອອກມາ.
4. ລູກໃນທ້ອງຢຸດການເຄື່ອນໄຫວ (ທ້ອງບໍ່ເໜັງ).
🩺 ການປິ່ນປົວໂດຍສັດຕະວະແພດ:
ທ່ານໝໍຈະເຮັດການກວດເຊັກດ້ວຍການ X-rayຫຼື Ultrasound ເພື່ອຢືນຢັນ ແລະ ວາງແຜນການຜ່າຕັດເອົາລູກທີ່ຕາຍອອກ. ໃນບາງກໍລະນີ, ທ່ານໝໍອາດຈະແນະນຳໃຫ້ "ເຮັດໝັນ" ໄປພ້ອມເລີຍ ເພື່ອຕັດວົງຈອນການຕິດເຊື້ອ ແລະ ຄວາມປອດໄພຂອງແມ່ແມວໃນໄລຍະຍາວ.
❤️ ເປັນກຳລັງໃຈໃຫ້ເຈົ້າຂອງທຸກທ່ານ:
ການຕັດສິນໃຈຜ່າຕັດຕາມຄຳແນະນຳຂອງໝໍ ແມ່ນການຊ່ວຍຊີວິດທີ່ດີທີ່ສຸດ. ຂໍໃຫ້ແມ່ແມວອາການດີຂຶ້ນໂດຍໄວ ແລະ ກັບມາແຂງແຮງຄືເກົ່າເດີ້.
#ແມວ #ສັດລ້ຽງ #ສຸຂະພາບແມວ #ລູກແມວຕາຍຄາທ້ອງ

🚨ໂທຫາພວກເຮົາໄດ້ຕະຫລອດ 24ຊົ່ວໂມງ 020 55 574 329

🚨24h 🏥 Lao-Viet Vet Clinicຄລີນິກອັນດັບ1ດ້ານການເບິ່ງແຍງສັດລ້ຽງຍົກລະດັບການຮັກສາດ້ວຍເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ຄົບວົງຈອນທັງ...
07/05/2026

🚨24h 🏥 Lao-Viet Vet Clinic
ຄລີນິກອັນດັບ1ດ້ານການເບິ່ງແຍງສັດລ້ຽງ
ຍົກລະດັບການຮັກສາດ້ວຍເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ຄົບວົງຈອນທັງກວດ,ຮັກສາປິ່ນປົວພະຍາດ, ຜ່າຕັດ ແລະ ສະປາເກຣດພຣີມ່ຽມ ໝັ້ນໃຈໃນມາດຕະຖານ ແລະ ຄວາມໃສ່ໃຈທີ່ເໜືອກວ່າ 🐕🐈
📍 ບ້ານ ໂພນທັນ,ໄຊເສດຖາ,ນະຄອນຫລວງ
📞 ໂທ: 020 55 574 329

ປາຕິຫານຂອງ "Creamy " ກັບການຕໍ່ສູ້ທີ່ຍິ່ງໃຫຍ່ໃນໄວ 8 ປີ 🐾
"ອາຍຸເປັນພຽງຕົວເລກ ແຕ່ໃຈທີ່ຢາກມີຊີວິດຢູ່ນັ້ນຍິ່ງໃຫຍ່ກວ່າ"
ມື້ນີ້ທາງ Lao-Viet VET CLINIC ຂໍແຊຣ໌ເຄສທີ່ໜ້າປະທັບໃຈ ແລະ ທ້າທາຍຝີມືທີມສັດຕະວະແພດຂອງພວກເຮົາ ຄືເຄສຂອງນ້ອງໝາໄວ 8 ປີ ທີ່ປະສົບອຸບັດເຫດຖືກກັດຢ່າງຮຸນແຮງ ຈົນສົ່ງຜົນໃຫ້ "ກະດູກຄາງຫັກ" ແລະ ມີບາດແຜສ່ວນອື່ນຮ່າງກາຍ.

ຜ່າຕັດຂັ້ນສູງ: ດາມກະດູກຄາງດ້ວຍ "ໄທເທນຽມ" ໃຫ້ກັບນ້ອງມິໂນ 🐾
"ເພາະຄວາມປອດໄພ ແລະ ຄຸນນະພາບຊີວິດທີ່ດີກວ່າ ເຮົາຈຶ່ງເລືອກສິ່ງທີ່ດີທີ່ສຸດ"
ເຄສຂອງ"Creamy" ໄວ 8 ປີ ທີ່ຖືກກັດຈົນຄາງຫັກ
ຖືເປັນເຄສທີ່ທ້າທາຍຫຼາຍສຳລັບທີມສັດຕະວະແພດຂອງພວກເຮົາ. ແຕ່ດ້ວຍຄວາມຕັ້ງໃຈທີ່ຈະໃຫ້ນ້ອງກັບມາໃຊ້ຊີວິດໄດ້ປົກກະຕິອີກຄັ້ງ ເຮົາຈຶ່ງເລືອກໃຊ້ເຕັກນິກການຜ່າຕັດດາມກະດູກດ້ວຍ ແຜ່ນໄທເທນຽມ (Titanium Bone Plating)
🌟 ເປັນຫຍັງຕ້ອງເປັນ ໄທເທນຽມ (Titanium)?
Biocompatibility:ເປັນວັດສະດຸທີ່ຮ່າງກາຍຍອມຮັບໄດ້ດີທີ່ສຸດ ບໍ່ເກີດການຕໍ່ຕ້ານ ຫຼື ອັກເສບ.
Superior Strength:ມີຄວາມແຂງແຮງສູງຫຼາຍ ແຕ່ມີນ້ຳໜັກເບົາ ບໍ່ຖ່ວງຂາກັນໄກຂອງນ້ອງໝາພັນນ້ອຍ.
Precision:ຊ່ວຍໃຫ້ການຍຶດກະດູກທີ່ຫັກລະອຽດມີຄວາມໝັ້ນຄົງສູງສຸດ ຫຼຸດໂອກາດທີ່ເຫຼັກຈະເຄື່ອນທີ່.
✅ ຜົນການຜ່າຕັດ:
ທີມໝໍໄດ້ທຳການຜ່າຕັດຈັດລຽງກະດູກ ແລະ ຍຶດດ້ວຍແຜ່ນໄທເທນຽມຢ່າງລະອຽດ ຕອນນີ້ການຜ່າຕັດ ສຳເລັດສົມບູນ" ນ້ອງ Creamy ກຳລັງພັກຟື້ນ ແລະ ມີອາການຕອບສະໜອງທີ່ດີ.
ພວກເຮົາຈະເບິ່ງແຍງນ້ອງຢ່າງໃກ້ຊິດໃນທຸກຂັ້ນຕອນ ຈົນກວ່ານ້ອງຈະກັບມາແຂງແຮງ 100%. ຂໍຂອບໃຈເຈົ້າຂອງນ້ອງທີ່ໄວ້ວາງໃຈໃຫ້ພວກເຮົາເບິ່ງແຍງສະມາຊິກຄົນສຳຄັນດ້ວຍເຕັກໂນໂລຊີທີ່ດີທີ່ສຸດ.

#ສັດຕະວະແພດ #ຜ່າຕັດກະດູກໄທເທນຽມ

Success Story: Titanium Bone Plating for
"Creamy " 🐾
Choosing the Gold Standard for a Better Quality of Life.
Handling a severe jaw fracture in an 8-year-old dog like "Creamy"requires more than just skill—it requires the best materials available. To ensure the fastest and safest recovery, our surgical team at Lao-Viet VET CLINIC performed an advanced surgery using High-Grade Titanium Plates.
🌟 Why Titanium?
Biocompatibility:Titanium is the safest material for the body, significantly reducing the risk of rejection or infection.
Ultra-Lightweight & Strong:It provides maximum stability for the fractured jaw without adding unnecessary weight, which is crucial for small breeds.
Durability:It ensures that the realignment of the bone remains secure throughout the entire healing process.
✅ Surgical Outcome:
The intricate procedure was a complete success!Our surgeons have successfully stabilized Mino’s jaw with the titanium implant. Currently, Mino is recovering under our intensive care and showing great signs of progress.
We are committed to monitoring Creamy’s journey until she is fully healed and ready to enjoy her meals again. Thank you to the owner for choosing the best care and trusting our advanced orthopedic solutions.

ປະກາດແຈ້ງການສຳຄັນ: ເພື່ອຄວາມປອດໄພຂອງຂໍ້ມູນ ແລະ ຜົນປະໂຫຍດຂອງລູກຄ້າທຸກທ່ານ 🙏ເນື່ອງຈາກໃນໄລຍະຜ່ານມາ ທາງຄລີນິກໄດ້ຮັບຊາບຂໍ້ມູນ...
06/05/2026

ປະກາດແຈ້ງການສຳຄັນ: ເພື່ອຄວາມປອດໄພຂອງຂໍ້ມູນ ແລະ ຜົນປະໂຫຍດຂອງລູກຄ້າທຸກທ່ານ 🙏

ເນື່ອງຈາກໃນໄລຍະຜ່ານມາ ທາງຄລີນິກໄດ້ຮັບຊາບຂໍ້ມູນວ່າ ມີບຸກຄົນໃດໜຶ່ງໄດ້ນຳເອົາຂໍ້ມູນເບີໂທລະສັບຂອງລູກຄ້າໄປຕິດຕໍ່ໂດຍກົງ ເພື່ອຊັກຊວນໃຫ້ໄປໃຊ້ບໍລິການຢູ່ສະຖານທີ່ອື່ນ ໂດຍອ້າງຊື່ຫຼືຄວາມກ່ຽວຂ້ອງກັບທາງຄລີນິກເຮົາ.

ຄລີນິກສັດຕະວະແພດ ລາວ-ຫວຽດ ຂໍແຈ້ງໃຫ້ຊາບວ່າ:

1.ທາງຄລີນິກ ບໍ່ມີນະໂຍບາຍ ໃຫ້ພະນັກງານ ຫຼື ອະດີດທີມງານນຳຂໍ້ມູນສ່ວນຕົວຂອງລູກຄ້າໄປໃຊ້ເພື່ອຜົນປະໂຫຍດສ່ວນຕົວໃນລັກສະນະດັ່ງກ່າວ.

2.ການຕິດຕໍ່ສື່ສານ, ການນັດໝາຍ ຫຼື ການຕິດຕາມຜົນການຮັກສາ ຈະດຳເນີນການຜ່ານ ເບີໂທລະສັບທາງການ ແລະ ສື່ສັງຄົມອອນລາຍ (Official Channels) ຂອງຄລີນິກເທົ່ານັ້ນ.

3.ພວກເຮົາຂໍປະຕິເສດຄວາມຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ ທີ່ອາດເກີດຂຶ້ນຈາກການໄປໃຊ້ບໍລິການຕາມການຊັກຊວນຂອງບຸກຄົນດັ່ງກ່າວ ທີ່ບໍ່ໄດ້ຢູ່ພາຍໃຕ້ການດູແລຂອງຄລີນິກເຮົາ.

ພວກເຮົາໃຫ້ຄວາມສຳຄັນສູງສຸດກັບຄວາມເປັນສ່ວນຕົວຂອງລູກຄ້າ ແລະ ກຳລັງດຳເນີນການກວດສອບຕາມລະບຽບການ.

📍 ຊ່ອງທາງການຕິດຕໍ່ຢ່າງເປັນທາງການ:
• ເບີໂທ: +8562055574329
• WhatsApp: 020 55 574 329
• Facebook: ຄລີນິກສັດຕະວະແພດລາວ-ຫວຽດ
ຂໍຂອບໃຈລູກຄ້າທຸກທ່ານທີ່ໄວ້ວາງໃຈໃຫ້ພວກເຮົາເບິ່ງແຍງຕະຫຼອດມາ.

Important Announcement: Regarding Data Privacy and Customer Protection🙏
Recently, the clinic has been informed that an individual has improperly accessed customer phone numbers to contact clients directly. This individual has been soliciting services for another location while falsely claiming an affiliation with our clinic.
Lao-Viet Veterinary Clinic would like to clarify the following:
1. Strict Privacy Policy:The clinic does not have a policy allowing current or former staff to use customers' private information for personal gain or unauthorized solicitation.
2. Official Communication Only:All official communication, appointments, and treatment follow-ups will be conducted exclusively through the clinic’s official phone numbers and social media channels (Official Channels).
3.Disclaimer of Liability: We decline any responsibility for damages or issues arising from services sought through the solicitation of said individual, as they are not under the care or supervision of our clinic.
We prioritize our customers' privacy above all else and are currently conducting a formal investigation to prevent such incidents from occurring in the future.

📍 Official Contact Channels:
Phone:+8562055574329
WhatsApp: 02055574329
Facebook:Lao-Viet Veterinary Clinic
Thank you to all our customers for your continued trust in our care.

ເຄສຕຽມຜ່າຕັດມື້ອື່ນເຊົ້າໃສ່ເຫລັກຮັກສາກະດູກຫັກ ເຄສນີ້ຍາກຫລາຍເພາະນ້ອງຫມາອາຍຸ8ປີແລ້ວ.ຂໍໂທດລູກຄ້າທຸກທ່ານທີ່ຊ່ວງນີ້ບໍ່ຄ່ອຍໄດ້...
06/05/2026

ເຄສຕຽມຜ່າຕັດມື້ອື່ນເຊົ້າໃສ່ເຫລັກຮັກສາກະດູກຫັກ
ເຄສນີ້ຍາກຫລາຍເພາະນ້ອງຫມາອາຍຸ8ປີແລ້ວ.

ຂໍໂທດລູກຄ້າທຸກທ່ານທີ່ຊ່ວງນີ້ບໍ່ຄ່ອຍໄດ້ອັບເດດຜົນງານ
ແຕ່ໝໍຍັງໃສ່ໃຈຄືເກົ່າເດີ້! 🙏
ຊ່ວງນີ້ແອັດມິນ ແລະ ທ່ານໝໍ ອາດຈະຫາຍໜ້າຫາຍຕາໄປຈາກໜ້າຟີດແດ່ ຕ້ອງຂໍໂທດລູກຄ້າທຸກໆທ່ານ ທີ່ບໍ່ຄ່ອຍມີເວລາໄດ້ອັບເດດເຄສງາມໆໃຫ້ເບິ່ງກັນເລີຍ 📸
ຍ້ອນວ່າຊ່ວງນີ້ຄິວຜ່າກະດູກແລະຜ່າຕັດທົ່ວໄປຂອງທ່ານໝໍແໜ້ນຫຼາຍ!
ທ່ານໝໍຢາກໃຫ້ເວລາກັບນ້ອງຫມານ້ອງແມວທີ່ຢູ່ຕໍ່ໜ້າຢ່າງເຕັມທີ່ ເພື່ອໃຫ້ຜົນງານອອກມາດີທີ່ສຸດ
✨ ເຖິງຈະບໍ່ໄດ້ອັບເດດໂພສ ແຕ່ຄລີນິກເປີດຕ້ອນຮັບຕະຫຼອດ24ຊົ່ວໂມງເດີ້!

Address

Https://maps. App. Goo. Gl/9XQwjH8GjpPPFpQm8?g_st=ic
Vientiane

Opening Hours

Monday 08:00 - 20:00
Tuesday 08:00 - 20:00
Wednesday 08:00 - 20:00
Thursday 08:00 - 20:00
Friday 08:00 - 20:00
Saturday 08:00 - 20:00
Sunday 08:00 - 20:00

Alerts

Be the first to know and let us send you an email when Lao-Viet VET Clinic ຄລີນິກສັດຕະວະແພດລາວ-ຫວຽດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share