MedYa - ເມັດຢາ

MedYa - ເມັດຢາ Empowering youth to understand medicine & self-care the right way
| run by pharmacy students, backed by science, built for change.

ຝາກຕິດຕາມໂປຣເຈັກສີຂຽວຂອງ MedYa ແນ່ເດີ! MediKhong - ມີດີຄອງ
27/01/2026

ຝາກຕິດຕາມໂປຣເຈັກສີຂຽວຂອງ MedYa ແນ່ເດີ! MediKhong - ມີດີຄອງ

🌱𝗬𝗼𝘂𝘁𝗵-𝗟𝗲𝗱 𝗔𝗰𝘁𝗶𝗼𝗻 𝗳𝗼𝗿 𝗘𝗻𝘃𝗶𝗿𝗼𝗻𝗺𝗲𝗻𝘁 & 𝗕𝗶𝗼𝗱𝗶𝘃𝗲𝗿𝘀𝗶𝘁𝘆 𝗦𝗲𝗿𝗶𝗲𝘀🌏

-𝗦𝗵𝗼𝘄𝗰𝗮𝘀𝗶𝗻𝗴 𝘁𝗵𝗲 𝟮𝗻𝗱 𝗖𝗼𝗵𝗼𝗿𝘁 𝗼𝗳 𝟵 𝗪𝗶𝗻𝗻𝗶𝗻𝗴 𝗣𝗿𝗼𝗷𝗲𝗰𝘁𝘀 | 𝗦𝗶𝗻𝘅𝗮𝘆:𝗨𝗣𝗦𝗛𝗜𝗙𝗧 𝟮𝟬𝟮𝟱–𝟮𝟬𝟮𝟲-

(English Below)

Xiang Miang Lab (XMT Youth Development) ພູມໃຈທີ່ໄດ້ສືບຕໍ່ການເດີນທາງເພື່ອການສ້າງສາຊຸມຊົນສີຂຽວ! 🌱

ຈາກຜົນສຳເລັດອັນປະຈັກຕາ ໃນໄລຍະທຳອິດ, ພວກເຮົາຕື່ນເຕັ້ນຢ່າງຍິ່ງທີ່ຈະເປີດຕົວ “Next-Gen Bio-Innovators”, 9 ທີມຊາວໜຸ່ມຜູ້ມີແນວຄິດສ້າງການປ່ຽນແປງ ຈາກໂຄງການ Sinxay:UPSHIFT 2025–2026 (Cohort 2).

ພວກເຂົາເຫຼົ່ານີ້ຄືກຸ່ມຄົນຮຸ່ນໃໝ່ທີ່ຈະມາຂັບເຄື່ອນນະວັດຕະກຳສີຂຽວ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ ໃນຂົງເຂດ ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ.

ດ້ວຍແຮງຜັກດັນຈາກ Sinxay: UPSHIFT ຮຸ່ນກ່ອນ, ເຫຼົ່າຜູ້ສ້າງການປ່ຽນແປງ ໄດ້ນຳເອົາຄວາມຄິດສ້າງສັນ, ພູມປັນຍາທ້ອງຖິ່ນ ແລະ ສິ່ງແວດລ້ອມ ມາປະສານເຂົ້າກັນເພື່ອຟື້ນຟູລະບົບນິເວດ ແລະ ສ້າງຜົນກະທົບທີ່ຍືນຍົງໃຫ້ແກ່ຊຸມຊົນ ໃນຮູບແບບ 9 ໂຄງການດັ່ງນີ້:

🔵 ແຂວງຫຼວງພະບາງ:
🪴 ໂຄງການ: Good Soil Station — ທີມ: ຄືນຊີວິດໃຫ້ດິນ (https://www.facebook.com/share/1AB6UykZ3f/?mibextid=wwXIfr)
🐝 ໂຄງການ: Better Bee, Better Life — ທີມ: Better Life (https://www.facebook.com/share/1B5VMkArFp/?mibextid=wwXIfr)
🌳 ໂຄງການ: Green Legacy — ທີມ: 5king (https://www.facebook.com/share/1FwHmsntzi/?mibextid=wwXIfr)

🔵 ແຂວງສະຫວັນນະເຂດ:
🍵 ໂຄງການ: NatureRise — ທີມ: Rise&Reform (https://www.facebook.com/share/1BzCk14sTw/?mibextid=wwXIfr)
🔥 ໂຄງການ: CleanBurn — ທີມ: A.U.R.A
(https://www.facebook.com/share/1H5dKhvZ2S/?mibextid=wwXIfr)
🐊 ໂຄງການ: Know More Crocodile, Know More Ecosystem — ທີມ: Green Guardians
(https://www.facebook.com/share/183kPeYJaC/?mibextid=wwXIfr)

🔵 ນະຄອນຫລວງວຽງຈັນ:
🩺 ໂຄງການ: Medikhong — ທີມ: MedYa (https://www.facebook.com/share/1AX3CtRFkG/?mibextid=wwXIfr)
💧 ໂຄງການ: Smart Oil-Water Separation — ທີມ: Drop by Drop (https://www.facebook.com/share/17ZN8ogiah/?mibextid=wwXIfr)
🦋 ໂຄງການ: JaoPeek — ທີມ: THE CLAP (https://www.facebook.com/share/1DCX5CjACs/?mibextid=wwXIfr)

🌱 ປັດຈຸບັນ, ທັງ 9 ໂຄງການກຳລັງກ້າວເຂົ້າສູ່ໄລຍະບົ່ມເພາະ (Incubation) ແລະ ເລີ່ມລົງມືປະຕິບັດຕົວຈິງພາຍໃຕ້ການໃຫ້ຄຳແນະນຳຂອງ XMT.
ນີ້ແມ່ນໄລຍະທີ່ແນວຄວາມຄິດຈະກາຍເປັນການກະທຳ ແລະ ປ່ຽນຊຸມຊົນໃຫ້ກາຍເປັນພື້ນທີ່ແຫ່ງການຮຽນຮູ້, ການສ້າງສັນ ແລະ ການຮັກສາສິ່ງແວດລ້ອມຢ່າງແທ້ຈິງ.

📣 ນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ! ຂໍເຊີນທຸກທ່ານຮ່ວມຕິດຕາມການເດີນທາງ, ບົດຮຽນ ແລະ ຄວາມສຳເລັດຂອງພວກເຂົາທັງ 9 ທີມ ຜ່ານທາງໜ້າເພຈ Xiang Miang Lab ແລະ ຮ່ວມເປັນແຮງໃຈໃຫ້ແກ່ຊາວໜຸ່ມ ຜູ້ທີ່ກຳລັງສ້າງການປ່ຽນແປງອັນລ້ຳຄ່າເພື່ອມວນມະນຸດ ແລະ ທຳມະຊາດນຳກັນ.

🌟 ຂໍຂອບໃຈມາຍັງ ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມງານຈາກທຸກພາກສ່ວນ ທີ່ໄດ້ປະກອບສ່ວນ ແລະ ສະໜັບສະໜູນ ເຮັດໃຫ້ການເດີນທາງຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.

🔵🔵🔵🔵🔵🔵

Xiang Miang Lab (XMT Youth Development) is proud to continue the green journey. 🌱

Following the success of our first phase, we are excited to introduce the Next-Gen Bio-Innovators, 9 youth-led teams from the 2nd Cohort of Sinxay:UPSHIFT 2025–2026, who are advancing bold, community-driven solutions for environment and biodiversity across Luang Prabang, Savannakhet, and Vientiane Capital.

Building on the momentum of the previous cohort, these young changemakers are blending creativity, local knowledge, and environmental science to restore ecosystems and create lasting local impact:

🔵 Luang Prabang Province:

🪴 Project: Good Soil Station — Team: Revitalizing the Soil (https://www.facebook.com/share/1AB6UykZ3f/?mibextid=wwXIfr)
🐝 Project: Better Bee, Better Life — Team: Better Life (https://www.facebook.com/share/1B5VMkArFp/?mibextid=wwXIfr)
🌳 Project: Green Legacy — Team: 5king (https://www.facebook.com/share/1FwHmsntzi/?mibextid=wwXIfr)

🔵 Savannakhet Province:

🍵 Project: NatureRise — Team: Rise&Reform (https://www.facebook.com/share/1BzCk14sTw/?mibextid=wwXIfr)
🔥 Project: CleanBurn — Team: A.U.R.A (https://www.facebook.com/share/1H5dKhvZ2S/?mibextid=wwXIfr)
🐊 Project: Know More Crocodile, Know More Ecosystem — Team: Green Guardians (https://www.facebook.com/share/183kPeYJaC/?mibextid=wwXIfr)

🔵 Vientiane Capital:

🩺 Project: Medikhong — Team: MedYa (https://www.facebook.com/share/1AX3CtRFkG/?mibextid=wwXIfr)
💧 Project: Smart Oil-Water Separation — Team: Drop by Drop (https://www.facebook.com/share/17ZN8ogiah/?mibextid=wwXIfr)
🦋 Project: JaoPeek — Team: THE CLAP (https://www.facebook.com/share/1DCX5CjACs/?mibextid=wwXIfr)

🚀These projects are now entering the incubation and implementation phase under XMT, where ideas turn into action and communities become spaces for learning, innovation, and environmental stewardship.

📣 This is only the beginning.
Stay tuned as we share the progress, challenges, and successes of these 9 teams through the Xiang Miang Lab page and join us in supporting youth who are leading meaningful change for people and nature.

🌟 A big thank you to the Lao Youth Union, UNICEF Laos, and all our partners who contributed to and supported this successful journey.


 ີPartnerເປີດຮັບສະໝັກອາສາສະໝັກ “MediKhong - ມີດີຄອງ” ທີ່ຢູ່ພາຍໃຕ້ໂຄງການ UpShift UNICEF, Lao🇺🇳🌱ຖ້າທ່ານຢາກ “ລົງມືເຮັດຕົວຈິ...
08/01/2026

ີPartner

ເປີດຮັບສະໝັກອາສາສະໝັກ “MediKhong - ມີດີຄອງ” ທີ່ຢູ່ພາຍໃຕ້ໂຄງການ UpShift UNICEF, Lao🇺🇳🌱

ຖ້າທ່ານຢາກ “ລົງມືເຮັດຕົວຈິງ” ເພື່ອສິ່ງແວດລ້ອມ ແລະ ຊຸມຊົນ
ນີ້ຄືໂອກາດຂອງທ່ານ ✨
ພວກເຮົາກຳລັງຊອກຫາອາສາສະໝັກ ທີ່ພ້ອມຈະຮຽນຮູ້, ເຮັດວຽກຮ່ວມກັບຊຸມຊົນ ແລະ ສ້າງການປ່ຽນແປງໄປນຳກັນ 🙌🏻!!

ອາສາສະໝັກຈະໄດ້ເຮັດຫຍັງແດ່?
• ເຂົ້າຮ່ວມການຝຶກອົບຮົມ ແລະ ຮຽນຮູ້ຮ່ວມກັບຊາວບ້ານໃນພື້ນທີ່.
• ເຮັດວຽກແບບ Rotate Volunteer ຊ່ວຍເກັບຜັກຕົບອອກຈາກແຫຼ່ງນ້ຳ.
• ສື່ສານ ແລະ ປະສານງານກັບຊຸມຊົນ.
• ຊ່ວຍເປັນຜູ້ນຳພາ (Facilitator) ໃນກິດຈະກຳ ແລະ ການເຮັດວຽກພາກສະໜາມ.
• ລົງພື້ນທີ່ຕົວຈິງ ເພື່ອຮຽນຮູ້ສະພາບແວດລ້ອມ ແລະ ວິຖີຊີວິດຂອງຊຸມຊົນ.

ຄຸນສົມບັດຂອງຜູ້ສະໝັກ
• ອາຍຸ 18 ປີຂຶ້ນໄປ.
• ສາມາດເດີນທາງໄປຊຸມຊົນດ້ວຍຕົນເອງໄດ້.
• ສາມາດເຂົ້າຮ່ວມໂຄງການໄດ້ໃນຊ່ວງ ເດືອນມັງກອນ – ມີນາ.
• ມີເວລາວ່າງໃນຊ່ວງ ວັນເສົາ – ອາທິດ.
• ມີຄວາມອົດທົນ, ກ້າລົງມືເຮັດ ແລະ ເຮັດວຽກເປັນທີມໄດ້ດີ.
• ສົນໃຈວຽກງານດ້ານຄວາມຍືນຍົງ, ການອະນຸລັກສິ່ງແວດລ້ອມ ຫຼື ການພັດທະນາຊຸມຊົນ.

ສິ່ງທີ່ຈະໄດ້ຮັບ:
•ການຝຶກອົບຮົມ ແລະ ປະສົບການເຮັດວຽກຕົວຈິງ.
•ໂອກາດໃນການພັດທະນາທັກສະທີ່ຫຼາກຫຼາຍ.
•ໄດ້ເຄືອຂ່າຍມິດພາບ ແລະ ໝູ່ເພື່ອນໃໝ່ໆ.
•ໃບຢັ້ງຢືນ (Certificate) ຫຼັງຈົບໂຄງການ.

ກຳນົດສົ່ງ: ວັນທີ 14/ 01/ 2026

https://forms.gle/BEQ8fq2bhEpsaERD6

📍 ສະຖານທີ່ເຮັດກິດຈະກຳ: ບ້ານທາດຫຼວງໃຕ້, ຮ່ອມ 11.
https://maps.app.goo.gl/12PaHaEgwBSguNndA?g_st=ipc
ຖ້າທ່ານເຊື່ອວ່າການປ່ຽນແປງເລີ່ມຕົ້ນໄດ້ຈາກການ “ລົງມືເຮັດ”
ມາຮ່ວມເປັນສ່ວນໜຶ່ງຂອງພວກເຮົາໄປນຳກັນເດີ້

Congratulations 🎊🎉
07/01/2026

Congratulations 🎊🎉

👇👇
02/01/2026

👇👇

Congratulations ເມັດຢາຕື່ນເຕັ້ນຈະມີ ສາຂາ 2 ແລ້ວ💗🔥ຢ່າລືມຕິດຕາມພວກເຮົາເນີ້🫶🏻🥰ເຊິ່ງຈະມີກິດຈະກຳມ່ວນໆແລະຫນ້າຕື່ນເຕັ້ນໃນໄວໆນີ້...
31/12/2025

Congratulations ເມັດຢາຕື່ນເຕັ້ນຈະມີ ສາຂາ 2 ແລ້ວ💗🔥
ຢ່າລືມຕິດຕາມພວກເຮົາເນີ້🫶🏻🥰ເຊິ່ງຈະມີກິດຈະກຳມ່ວນໆແລະຫນ້າຕື່ນເຕັ້ນໃນໄວໆນີ້✨😍
#ເມັດຢາ #ຜັກຕົບ #ທຸລະກິດສິຂຽວ #ໄວໜຸ່ມ

✨💊
19/12/2025

✨💊

ປະຊາສໍາພັນຫຼັກສູດປະລິນຍາໂທ ແລະ ປະລິນຍາເອກ ສາຂາທີ່ກ່ຽວຂ້ອງກັບເພສັຊກອນ 📣📣📣
#ລາຍລະອຽດເພີ່ມເຕີມໃນ comment

【English Text Below】ເມັດຢາຮູ້ສືກເປັນກຽດທີ່ໄດ້ເປັນສ່ວນຫນຶ່ງຂອງງານ💕😇💊ແລະຂໍຂອບໃຈ ວະລີ Café ທີ່ໃຫ້ສະຖານທີ່ໃນການຈັດງານຜ່ານໄປດ...
19/12/2025

【English Text Below】

ເມັດຢາຮູ້ສືກເປັນກຽດທີ່ໄດ້ເປັນສ່ວນຫນຶ່ງຂອງງານ💕😇💊ແລະຂໍຂອບໃຈ ວະລີ Café ທີ່ໃຫ້ສະຖານທີ່ໃນການຈັດງານຜ່ານໄປດ້ວຍດີ🙏🏻✨
📍 ພາບບັນຍາກາດ Wolbachia Summit 2025 ທີ່ຜ່ານມາ!
ສະບາຍດີທຸກຄົນ 🙏
ຂໍຂອບໃຈທຸກຄົນທີ່ໄດ້ມາຮ່ວມ ແລະ ສ່ວນຮ່ວມໃນ Wolbachia Summit 2025 ທີ່ຈັດຂຶ້ນເພື່ອໃຫ້ທຸກທ່ານຮູ້ເຖິງປະຫວັດທີ່ໄປທີ່ມາຂອງ ໂວບັກເຄຍ ມາຮອດປະຈຸບັນ ແລະ ການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ ວິທີການໂວບັກເຄຍ ຢູ່ ສປປ ລາວ ເພື່ອ ກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ🦟🌍ແລະ ນອກຈາກນີ້ພວກເຮົາຍັງໄດ້ມີການຝືກອົບຮົມຫົວຂໍ້ ຄວາມສະເໝີພາບບົດບາດຍິງຊາຍ ແລະ ຄວາມເປັນພິການ ບົນພື້ນຖານການມີສ່ວນຮ່ວມຂອງຊຸມຊົນ (GEDSI) ເພື່ອໃຫ້ໄວໜຸ່ມເຂົ້າໃຈເຖິງຄວາມເທົ່າທຽມພາຍໃນສັງຄົມອີກດ້ວຍ.
✨ ງານນີ້ໄດ້ລວມກັນສະແດງຄວາມຮູ້ ການສະແດງຂໍ້ມູນວິທີການ ໂວບັກເຄຍ
✨ ກິດຈະກຳ ເຊັ່ນ ບົນສົນທະນາ ຈາກແຂກສຸດພິເສດຂອງພວກເຮົາ ແລະ Kahoot Game 🎮 ທີ່ໄດ້ທັ້ງຄວາມຮູ້ ແລະ ເພີ່ມຄວາມມ່ວນຊື່ນ👩‍🏫📚
📣 ຂອບໃຈທຸກຄົນອີກຄັ້ງ ແລະ ພົບກັນໃນ Wolbachia Summit ຄັ້ງໜ້າ! 🙌
📍 Highlights from Wolbachia Summit 2025!
Hello everyone, 🙏
We would like to sincerely thank everyone who participated in and contributed to the Wolbachia Summit 2025, which was organized to help participants learn about the history of Wolbachia, and its implementation in preventing and control dengue in Laos through the project 🦟🌍.
In addition, we conducted GEDSI-themed training to help young people better understand equality, diversity, and inclusion in society.
✨ The event brought people together to share knowledge and present information on the implementation of the Wolbachia method.
✨ Activities included special guest speakers and an interactive Kahoot! game 🎮 that combined learning with fun 👩‍🏫📚.
📣 Thank you once again to everyone involved. We look forward to seeing you at the next Wolbachia Summit! 🙌


ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health | Australia in Laos | Save the Children in Laos | ພະແນກສາທາ ນະຄອນຫຼວງວຽງຈັນ | World Mosquito Program

18/12/2025

ເອະະ 3 ຄົນນີ້ແມ່ນໃຜ ຄືມາຄຸ້ນໜ້າແທ້🤔🤔
ກ່ອນອື່ນໝົດເລີຍຍ ມີໃຜມັກກ່ຽວກັບ ທຸລະກິດ ຫຼື ໂລກສີຂຽວຢູ່ພີ້ແດ່ບໍນໍ້♻️??

ຕອນນີ້ທາງ MedYa ກໍາລັງລົງແຂ່ງເອົາທຶນມາຈັດ Workshop ກ່ຽວກັບ ທັງ ສຸຂະພາບ & ທຸລະກິດສີຂຽວ ສາມາດ Support ພວກເຮົາໄດ້ໂດຍການກົດ Like ກົດ Share ໂພສໂຕນີ້ໃຫ້ພວກເຮົາໄດ້ນ້າາ😆
-
#ເມັດຢາ #ຜັກຕົບ #ທຸລະກິດສິຂຽວ #ໄວໜຸ່ມ

12/12/2025

🎊Congratulations🎊 ຂໍສະເເດງຄວາມຍິນດີກັບທຸກຄົນທີ່ໄດ້ຜ່ານການຄັດເລືອກເຂົ້າຮ່ວມງານ Workshop Wolbachia Summit 2025! ພາຍໃຕ້ຫົວຂໍ້: ‘’ ຈາກເເມງໄມ້ສູ່ເເຮງໃຈ ກ້າວໄປໄກດ້ວຍໂວບັກເຄຍ ‘’ 🖐🏼🤚🏼🦟✨

💪🌍🧠 ນ້ອງໆທີ່ຖືກຄັດເລືອກເຂົ້າໃນງານຈະໄດ້ຮຽນຮູ້ກ່ຽວກັບ Wolbachia ຢ່າງເລິກເຊິ່ງຕັ້ງເເຕ່ປະຫວັດຄວາມເປັນມາ ,ການນຳໃຊ້ຍຸງ Wolbachia ລວມໄປເຖິງການນໍາໃຊ້ໃນຊຸມຊົນ, ພ້ອມທັງໄດ້ຮ່ວມຖາມ-ຕອບຄຳຖາມ ກັບເເຂກສຸດພິເສດຂອງພວກເຮົາ ທີ່ມີຄວາມຊໍານານດ້ານນີ້ສະເພາະແບບປະສົບການຈິງ!

ຂອບໃຈທຸກຄົນຫຼາຍໆ 🙏🏻 ທີ່ໃຫ້ຄວາມສົນໃຈເເລະຮ່ວມສະໝັກເຂົ້າມາ ເເຕ່ເນື່ອງຈາກພວກເຮົາມີບ່ອນນັ່ງຈຳນວນຈຳກັດ ຈຶ່ງຈຳເປັນຕ້ອງມີການຄັດເລືອກ ເຊິ່ງການຄັດເລືອກຜູ້ເຂົ້າຮ່ວມໃນຄັ້ງນີ້ພວກເຮົາເອງກໍຮູ້ສຶກໜັກໃຈຫຼາຍ ພວກເຮົາໄດ້ເຫັນເຖິງຄວາມສົນໃຈອັນເຫຼືອລົ້ນເເລະຄວາມມຸ່ງໝັ້ນທີ່ຈະຮຽນຮູ້. ເເຕ່ບໍ່ຕ້ອງເສຍໃຈໄປພວກເຮົາຍັງຈະມີກິດຈະກຳໃຫ້ທຸກຄົນໄດ້ຕິດຕາມເເລະມີສ່ວນຮ່ວມໃນສັງຄົມໄປພ້ອມໆກັນ ເເລະ ຫວັງວ່າໃນອະນາຄົດເຮົາຊິໄດ້ພົບກັບທຸກຄົນອີກຄັ້ງ🙋🏻‍♀️🙌🏼

👉🏼 ສຳລັບຜູ້ຮ່ວມງານ Wolbachia Summit 2025 ເພື່ອແນະນຳໂຄງການ ແລະ ກິດຈະກຳທີ່ຈະເກີດຂຶ້ນໃນ
📅 ວັນອາທິດ 14 ທັນວາ 2025
⏰ 8:00 AM - 16:00 PM
📍Varee Cafe ວະລີ ຄາເຟ່
https://maps.app.goo.gl/hRp3qvn8YWjNwucQA?g_st=ipc
☎️ ສອບຖາມຂໍ້ມູນເພີ່ມເຕີມ : +856 20 566 99 451 ( ຊ່າຣ້າ ) ຮ່ວມກັບອາສາສະໝັກສາທາລະນະສຸກບ້ານ






#ສະບາຍດີໂວບັກເຄຍ

01/12/2025

【English Text Below 】
ສະບາຍດີ ທຸກຄົນ!!! 🎉
ໂອກາດມາຮອດແລ້ວ! ຂໍເຊີນຊວນທຸກຄົນ - ຮູ້ແລ້ວບໍ່?
ໃນໄວໆນີ້ ທາງ Dāna ຂອງພວກເຮົາກຳລັງຈະຈັດ Workshop ພິເສດ!
ຕອນນີ້ອີກພຽງແຕ່ 1 ເດືອນເທົ່ານັ້ນ ກໍໃກ້ຈະຈົບປີ 2025 ແລ້ວ
ແລ້ວ Workshop ນີ້ຈະເວົ້າກ່ຽວກັບຫຍັງ?
ຫຼາຍຄົນອາດສົງໄສກັນແມ່ນບໍ່? ມາແກ້ໄຂຄວາມສົງໄສນຳກັນ!!!
📌 ຫົວຂໍ້: "New Year Resolution SMART Framework"
ພົບກັບແຂກສຸດພິເສດຂອງພວກເຮົາ Baramy Vannaphone 🙇‍♀️
ເປັນຫົວຂໍ້ທີ່ພວກເຮົາຄິດວ່າສຳຄັນຫຼາຍຕໍ່ໄວຫນຸ່ມ ຫຼື Gen Z ໃນຕອນນີ້
ໄວຫນຸ່ມຈຳນວນຫຼາຍມັກຕັ້ງປະຕິຍານໃນຊ່ວງປີໃໝ່ ແຕ່ສ່ວນໃຫຍ່ກໍມັກຈະລົ້ມເຫຼວ ເພາະເປົ້າໝາຍ ຫຼື ສິ່ງທີ່ເຄີຍໄດ້ຫວັງໄວ້ກັບບໍ່ໄດ້ເປັນໄປຕາມແຜນ ແລະ ເປົ້າໝາຍຂອງເຮົານັ້ນມີໂຄງສ້າງທີ່ບໍ່ຊັດເຈນ
Workshop ໃນຄັ້ງນີ້ຄື "ຄຳຕອບ" ຂອງພວກເພື່ອນ ແລະ ຊ່ວຍວາງແຜນປີຕໍ່ໄປໃຫ້ດີຂຶ້ນໄດ້!
🎯 ຈຸດປະສົງຂອງງານ:
1. ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈການຕັ້ງເປົ້າໝາຍແບບ SMART Framework
2. ແນະນຳການສ້າງແຜນ ຫຼື ການປະຕິຍານຂອງຕົນເອງໂດຍໃຊ້ SMART Framework
3. ສ້າງແຮງບັນດານໃຈໃຫ້ເຍົາວະຊົນ ແລະ ໄວຫນຸ່ມວາງແຜນປີຂອງຕົນເອງດ້ວຍຈຸດມຸ່ງໝັ້ນ ແລະ ຄວາມຊັດເຈນ
📅 ລາຍລະອຽດງານ:

ລົງທະບຽນໄດ້ທີ່: https://forms.gle/SrVcRhPA6akcH4Ty6

ວັນທີ: 6 ທັນວາ 2025
ສະຖານທີ່: American Center Vientiane
ເວລາ:2:00-4:00 PM

Hello Everyone!!! 🎉
The opportunity has arrived! We invite everyone - Did you know?
Coming soon, Dāna will be organizing a special Workshop!
We're now just 1 month away from the end of 2025!
So what will this Workshop be about?
Many of you might be wondering, right? Let's clear up the curiosity!!!
📌 Topic: "New Year Resolution SMART Framework" Speaker: Ajarn Nok - Baramy Vannaphone
This is a topic we believe is extremely important for young people and Gen Z today.
Many young people like to make New Year's resolutions, but most often fail because their goals or aspirations don't go according to plan, and their objectives lack clear structure.
This Workshop is the "answer" for you and will help you plan better for the coming year!
🎯 Event Objectives:
Help participants understand goal-setting using the SMART Framework
Introduce how to create your own plans or resolutions using the SMART Framework
Inspire youth and young people to plan their year with determination and clarity
📅 Event Details: Date: December 6, 2025 Venue: American Center Vientiane


💊MedYa ຂໍເຊີນທ່ານເຂົ້າຮ່ວມ🫶🏻💕 Wolbachia summit 2025【English Text Below】ສະບາຍດີ ໂວບັກເຄຍ 🖐🏼🤚🏼 ຂໍເຊີນຊວນທຸກທ່ານເຂົ້າຮ່ວມງາ...
01/12/2025

💊MedYa ຂໍເຊີນທ່ານເຂົ້າຮ່ວມ🫶🏻💕 Wolbachia summit 2025

【English Text Below】
ສະບາຍດີ ໂວບັກເຄຍ 🖐🏼🤚🏼 ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານ Workshop ພາຍໃຕ້ຫົວຂໍ້ ‘’ ຈາກເເມງໄມ້ສູ່ເເຮງໃຈ ກ້າວໄປໄກດ້ວຍໂວບັກເຄຍ ‘’ ໂດຍທາງ ໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ ຫຼື Sabaidee Wolbachia Laos ສະບາຍດີໂວບັກເຄຍ ໄດ້ຈັດກິດຈະກຳນີ້ຂຶ້ນເພື່ອ ໃຫ້ໄວໜຸ່ມທຸກເພດທຸກໄວໄດ້ຮູ້ກ່ຽວກັບວິທີປ້ອງກັນໄຂ້ຍຸງລາຍ 🦟 ເເລະ ວິທີການນຳໃຊ້ຍຸງໂວບັກເຄຍ ໂດຍຄຳນຶງເຖິງດິນຟ້າອາກາດ 🌦️✨ ເເລະ ຊີວິດການເປັນຢູ່ຕໍ່ສຸຂະພາບ🤒. ນອກຈາກນີ້ຍັງມີເເຂກສຸດພິເສດຈາກ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ໂຄງການ ທີ່ຈະມາເຜີຍເເຜ່ຂໍ້ມູນຄວາມຮູ້ໃຫ້ເເກ່ພວກເຮົາອີກດ້ວຍ. ທີ່ສຳຄັນພວກເຮົາຍັງມີການເເຂ່ງຂັນຫຼິ້ນເກມ Kahoot 🎮🔥
🏆ເພື່ອຊິງເງິນລາງວັນມູນຄ່າຫຼາຍກວ່າ 1.000.000 ກີບ
🎉ນອກຈາກນີ້ຍັງມີຂອງລາງວັນອື່ນໆອີກຫຼາກຫຼາຍ!
💡 ເງື່ອນໄຂຜູ້ສະໝັກ :
• ທຸກເພດທຸກໄວບໍ່ຈຳກັດເກນອາຍຸ
• ສາມາດເຂົ້າຮ່ວມງານໄດ້ໝົດມື້
• ກຸ່ມຄົນທີ່ມີຄວາມຫຍຸ້ງຫຍາກທາງດ້ານຮ່າງກາຍ ຈະຖືກພິຈາລະນາເປັນພິເສດ
🌟 ສິ່ງທີ່ຈະໄດ້ຈາກງານຄັ້ງນີ້ :
✅ ໄດ້ຮັບໃບຢັ້ງຢືນໃນການເຂົ້າຮ່ວມງານ
✅ ມິດຕະພາບລະວ່າງການເຮັດກິດຈະກຳ
✅ ໄດ້ຮັບຮູ້ຂໍ້ມູນ ເເລະ ຄວາມເຂົ້າໃຈກ່ຽວກັບ ໂວບັກເຄຍຫຼາຍຂຶ້ນ

📅 ວັນອາທິດ 14 ທັນວາ 2025
⏰ 8:00 AM - 16:00 PM
📍Varee Cafe ວະລີ ຄາເຟ່
https://maps.app.goo.gl/hRp3qvn8YWjNwucQA?g_st=ipc

ເປີດຮັບສະໝັກເເລ້ວຕັ້ງເເຕ່ມື້ນີ້ ຈົນໄປເຖິງ ວັນທີ 09 ທັນວາ 2025 ເວລາ 16:00 PM
❗️ໝາຍເຫດ : ມີບ່ອນນັ່ງຈຳນວນຈຳກັດ
🔗 ສາມາດສະໝັກເຂົ້າຮ່ວມງານໂດຍການ ສະເເກນ QR Code ຫຼື ລົງຖະບຽນຜ່ານ Link ນີ້ໄດ້ເລີຍ
https://docs.google.com/forms/d/e/1FAIpQLSclX9lwGGatij7Wb06cNNJzvutquc7P_h8gOvhMAOpZTwXyqQ/viewform?usp=header

☎️ ສອບຖາມຂໍ້ມູນເພີ່ມເຕີມ : +856 20 566 99 451 ( ຊ່າຣ້າ )ຮ່ວມກັບອາສາສະໝັກສາທາລະນະສຸກບ້ານ,
Hello Wolbachia! 🖐🏼🤚🏼
We cordially invite you to join our Workshop titled "From Insects to Inspiration: Moving Forward with Wolbachia"
Organized by the Dengue Reduction Project using Wolbachia Mosquitoes in Lao PDR or Sabaidee Wolbachia Laos, this event aims to educate young people of all genders and ages about dengue fever prevention methods 🦟 and the application of Wolbachia mosquitoes, while considering climate impacts 🌦️✨ and health-related quality of life 🤒.
We'll have special guests from the Mosquito, Malaria, and Insect Center and project representatives who will share valuable knowledge and information. Additionally, we'll host exciting Kahoot game competitions 🎮🔥
🏆 Win prizes worth over 1,000,000 Kip! 🎉 Plus many other prizes!
💡 Eligibility Requirements:
Open to all genders and ages (no age limit)
Must be able to attend the full-day event
Individuals with physical disabilities will receive special consideration
🌟 What You'll Gain from This Event: ✅ Certificate of participation ✅ Networking opportunities during activities ✅ Enhanced knowledge and understanding about Wolbachia
📅 Sunday, December 14, 2025 ⏰ 8:00 AM - 4:00 PM 📍 Varee Cafe https://maps.app.goo.gl/hRp3qvn8YWjNwucQA?g_st=ipc
Registration opens NOW until December 9, 2025, at 4:00 PM
❗️Note: Limited seating available
🔗 Register by scanning the QR code or through this link: https://docs.google.com/forms/d/e/1FAIpQLSclX9lwGGatij7Wb06cNNJzvutquc7P_h8gOvhMAOpZTwXyqQ/viewform?usp=header
☎️ For more information: +856 20 566 99 451 (Sara)
In collaboration with Village Public Health Volunteers\

20/11/2025

[Med A Minute] Ep 2: ຮູ້ຈັກ MedYa ບໍ່?

ເພື່ອໃຫ້ບໍ່ພາດເນື້ອຫາດີໆ ຂອງ Med A Minute ຄັ້ງຕໍ່ໄປ, ຢ່າລືມກົດຕິດຕາມພວກເຮົາໄວ້ເດີ 📩

—————————————————————
ສາມາດຕິດຕາມພວກເຮົາໄດ້ທີ່:
FB: MedYa - ເມັດຢາ
Instagram: .youthproject
TikTok: .youthproject

Address

Https://maps.app.goo.gl/4Wjd2EsQai7dCjnA8
Vientiane

Website

Alerts

Be the first to know and let us send you an email when MedYa - ເມັດຢາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share