ສະໝຸນໄພ 𝗦𝗞-𝗗𝗢 ຮັກສາພະຍາດຕິດຕໍ່ທາງເພດສຳພັນ

ສະໝຸນໄພ 𝗦𝗞-𝗗𝗢 ຮັກສາພະຍາດຕິດຕໍ່ທາງເພດສຳພັນ ສຸຂະພາບແລະຄວາມງາມ

ອີ່ຫຍັງກະ​ຂື້ນ​ໝົດຂ້ອຍ​ກະຢາກ​ຂື້ນ​ຄືນ​ກັນ​🤣🤣🤣
05/04/2022

ອີ່ຫຍັງກະ​ຂື້ນ​ໝົດ
ຂ້ອຍ​ກະຢາກ​ຂື້ນ​ຄືນ​ກັນ​🤣🤣🤣

ຈັດຝາກ​ໃຫ້​ລູກຄ້າ​ຕ່າງ​ແຂວງສຳລັບ​ໃຜທີ່ມີປັນຫາຕ່ອມລູກໝາກຮີບດູແລເລີຍລູກກີນເຫັນຜົນລັບຫຼາຍໆ
26/01/2022

ຈັດຝາກ​ໃຫ້​ລູກຄ້າ​ຕ່າງ​ແຂວງ
ສຳລັບ​ໃຜທີ່ມີປັນຫາຕ່ອມລູກໝາກຮີບດູແລເລີຍ
ລູກກີນເຫັນຜົນລັບຫຼາຍໆ

🥰🥰ຍີນດີ​ໃຈນຳ​ນ້ອງຊາຍ​ ໃຫ້ເປັນຜົວແກ້ວເມຍທິບເດີຊ່ວຍກັນເຮັດຊ່ວຍກັນຫາພາກັນສ້າງອານາຄົດນຳກັນຢູ່​ນຳກັນຈົນເຖົ້າແກ່ເດີ🥰🥰
24/01/2022

🥰🥰ຍີນດີ​ໃຈນຳ​ນ້ອງຊາຍ​ ໃຫ້ເປັນຜົວແກ້ວເມຍທິບເດີຊ່ວຍກັນເຮັດຊ່ວຍກັນຫາພາກັນສ້າງອານາຄົດນຳກັນ
ຢູ່​ນຳກັນຈົນເຖົ້າແກ່ເດີ🥰🥰

 #ເລືອດອອກລະຫວ່າງປັດສະວະແຍກອາການປ່ວຍໄດ້ສຳຫຼັບຄົນທີ່ມີບັນຫາເລືອດອອກລະຫວ່າງປັດສະວະຕ້ອງລອງສັງເກດດີໆ ວ່າເລືອດທີ່ອອກມານັ້ນຢູ່...
10/01/2022

#ເລືອດອອກລະຫວ່າງປັດສະວະ
ແຍກອາການປ່ວຍໄດ້
ສຳຫຼັບຄົນທີ່ມີບັນຫາເລືອດອອກລະຫວ່າງປັດສະວະຕ້ອງລອງສັງເກດດີໆ ວ່າເລືອດທີ່ອອກມານັ້ນຢູ່ໃນຊ່ວງເວລາໃດຂອງການຂັບຖ່າຍ ເພາະການທີ່ເລືອດອອກຄົນລະເວລາກັນກໍ່ສາມາດແບ່ງຄວາມເປັນໄປໄດ້ຂອງໂລກຕ່າງກັນ..................................
1.ເລືອດອອກຕອນເລີ້ມປັດສະວະ ອາດເກິດຈາກທໍ່ປັດສະວະຈີກຂາດ ຕິດເຊື້ອຢ່າງຮຸນແຮງໂດຍການອອກມາຂອງເລືອດລັກສະນະນີ້ຈະມີໜອງອອກມາພ້ອມສະເໝີ
2.ເລືອດອອກຕອນທ້າຍປັດສະວະ ອາດມີບັນຫາກ່ຽວກັບກະເພາະປັດສະວະ ຕ່ອມລູກໝາກ ເຊັ່ນ ມະເຮັ່ງໃນກະເພາະປັດສະວະ ຕ່ອມລູກໝາກໂຕ ມະເຮັ່ງຕ່ອມລູກໝາກເປັນຕົ້ນ
3.ເລືອດອອກຕະຫຼອດການປັດສະວະ ມັກມີບັນຫາເກິດທີ່ບໍລິເວນໄຕ ເຊັ່ນ ຮວຍໄຕ ທໍ່ໄຕ ຫຼືເນື້ອໄຕເອງກໍ່ຕາມ ບາງລາຍເກິດຈາກເລືອດອອກໃນກະເພາະປັດສະວະຫຼາຍເກີນໄປ ອາດເພາະມີເຊື້ອມະເຮັ່ງ ເປັນນີ່ວ ຫຼືຕິດເຊື້ອແບບອື່ນໆ
ປືກສາ​ລາຍ​ອຽ​ດ​ເພີ່ມ​ເຕີມໃດ້.
ໂທ/ແອັບ​ 020​ 5957 5619

ໃຜທີ່ຄິດວ່າໂລກ HIV ຕິດຕໍ່ກັນເພາະນໍ້າລາຍກະເດັນໄສ່ ຫຼືແຄ່ຢູ່ໃກ້ໆກໍຕິດໃດ້ແລ້ວ ເຮົາມາທຳຄວາມເຂົ້າໃຈໃຫມ່ໄປນຳກັນເນາະHIV ຄືເຊື້ອ...
10/01/2022

ໃຜທີ່ຄິດວ່າໂລກ HIV ຕິດຕໍ່ກັນເພາະນໍ້າລາຍກະເດັນໄສ່ ຫຼືແຄ່ຢູ່ໃກ້ໆກໍຕິດໃດ້ແລ້ວ
ເຮົາມາທຳຄວາມເຂົ້າໃຈໃຫມ່ໄປນຳກັນເນາະ
HIV ຄືເຊື້ອໄວຣັດຊະນິດໜື່ງທີ່ເຂົ້າມາທຳລາຍເຊວເມັດເລືອດຂາວຫຼືລະບົບ
ພູມຄຸ້ມກັນ ເຮັດໃຫ້ຮ່າງກາຍອ່ອນແອລົງຈົນສູ້ກັບເຊື້ອໄວຣັດບໍ່ໃດ້ ຈົນເຊື້ອໄວຣັດ
ເຮັດໃຫ້ສຸຂະພາບແຍ່ລົງຈົນອາດຈະຂັ້ນເສຍຊີວິດໃນທີ່ສຸດ ຊື່ງເຊື້ອໄວຣັດ HIV ນັ້ນເຮັດໃຫ້ເກີດໂລກເອດທີ່ພວກເຮົາຮູ້ກັນວ່າຕິດຕໍ່ຜ່ານທາງເພດສຳພັນໃດ້
ແຕ່ກໍບໍ່ແມ່ນວ່າທຸກຄົນທີ່ຕິດເຊື້ອHIV ຈະຕ້ອງເປັນໂລກເອດທັງໝົດເດີ ຍັງມີອີກຫຼາຍຄົນເລີຍທີ່ອາດຈະຕິເຊື້ອ HIV ແຕ່ບໍ່ມີອາການຂອງໂລກເອດ ແລະໃຊ້ຊີວິດໃດ້ຄືຄົນປົກກະຕິ ແຕ່ກໍຍັງໃດ້ຮັບການຮັກສາຢູ່ດີເພື່ອບໍ່ໃຫ້ພູມຄຸ້ມກັນອ່ອນແອລົງ
ສາເຫດຫຼັກໆ ຂອງການຕິດເຊື້ອHIV ນັ້ນມີຢູ່ 3 ຂໍ້ດ້ວຍກັນ ກໍຄືການມີເພດສຳພັນ ຕິດຜ່ານເລືອດ ແລະຮັບເຊື້ອຈາກແມ່ສູ່ລູກ ໂດຍອາການຂອງຄົນທີ່ຕິດເຊື້ອ HIV ຈະມີດ້ວຍກັນ 3ໄລຍະຊື່ງກໍຄື
1. ໄລຍະສຽບພັນ
ຈະເລີ່ມສະແດງອາການຫຼັງຈາກຮັບເຊື້ອໄປແລ້ວ 2-3ອາທິດ ຈະມີອາການຄືເປັນໄຂ້ຫວັດໃຫຍ່ ຄືໄອເຈັບຄໍ ມີໄຂ້ ປວດຫົວ ຫຼືຕ່ອມນໍ້າເຫຼືອງໃຫຍ່ ຊື່ງເປັນໄລຍະທີ່ແຜ່ເຊື້ອໄປໃຫ້ຄົນອື່ນໃດ້ໄວທີ່ສຸດ
2. ໄລຍະຕິດເຊື້ອເລື້ອລັງ
ເປັນໄລຍະທີ່ບໍ່ສະແດງອາການໃດໆຫຼືສະແດງແຄເລັກນ້ອຍເທົ່ານັ້ນ ຊື່ງເຊື້ອໄວຣັດຈະເພີ່ມຈຳນວນຂື້ນຫຼາຍໜ້ອຍສຳໃດໃນໄລຍະນີ້ຂື້ນຢູ່ກັບຮ່າງກາຍຂອງແຕ່ລະຄົນ ບາງຄົນອາດຈະໃຊ້ເວລາເປັນ10ປີກໍມີ
3. ໄລຍະໂລກເອດ
ຫາກເຂົ້າເຖີງໄລຍະນີ້ ສະແດງວ່າໄວຣັດໃດ້ທຳລາຍລະບົບພູມຄຸ້ມກັນໄປຫຼາຍແລ້ວ ຊື່ງກໍຈະເຮັດໃຫ້ມີອາການອື່ນໆ ຕາມມາເຊັ່ນ ນໍ້າໜັກລົດລົງໄວຫຼາຍ ປອດອັກເສບ ສູນເສຍຄວາມສົງຈຳຊົ່ວຄາວ ຊືມເສົ້າ ທ້ອງເສຍເລື້ອລັງ ເມື່ອຍງ່າຍ ມີຜື່ນຂື້ນຕາມຜີວໜັງມີແຜທີ່ປາກ ອະໄວຍະວະເພດ ແລະ ຮູທະວານ ແຕ່! ອາການເຫຼົ່ານີ້ບໍ່ໃດ້ເປັນອາການຕາຍຕົວຂອງໂລກເອດພຽງຢ່າງດຽວ ສະນັ້ນວິທີຈະເຮັດໃຫ້ໝັ້ນໃຈໃດ້ວ່າເປັນໂລກເອດກໍຄື“ການກວດເລືອດ” ເທົ່ານັ້ນເດີ
ບາດນີ້ພໍເຮົາຮູ້ວ່າໃຜມີເຊື້ອ HIV ຫຼືເປັນໂລກເອດ ເຮົາກໍຈະເກີດຄວາມຍ້ານຈະຕິດ ແຕ່ແທ້ໆແລ້ວເຊື້ອHIV ບໍ່ໃດ້ຕິດຕໍ່ກັນງ່ານແບບນັ້ນຫຼອກ ຂໍເວົ້າເປັນຂໍ້ໆໃຫ້ເຫັນພາບໜ່ອຍດີກ່ວາ
- ເຊື້ອHIV ຕິດຕໍ່ຜ່ານທາງນໍ້າລາຍ ການສຳພັດ ນໍ້າຕາ ຫຼືນໍ້າຍ່ຽວບໍ່ໃດ້!!!!
- ຫາຍໃຈຮ່ວມກັນ ກອດຈູບ ຫຼືໃຊ້ຂອງຮ່ວມກັນຄົນຕິດເຊື້ອHIVບໍ່ໃດ້ເຮັດໃຫ້ເຮົາຕິດເຊື້ອໃດ້
- ເຊື້ອ HIV ຈະແພຜ່ານເລືອດ ອະສຸຈິ ນໍ້າຈາກຊ່ອງຄອດ ແລະນໍ້ານົມເທົ່ານັ້ນ
- ເຊື້ອ HIV ນີ້ສົ່ງຕໍ່ຜ່ານທາງແມ່ສູ່ລູກໃດ້ ແຕ່ກໍບໍ່ໃດ້ໝາຍຄວາມເດັກທີ່ໃດ້ຮັບເຊື້ອໄປຈະຕ້ອງເປັນໂລກເອດທຸກຄົນ
- ຫາກແມ່ມີເຊື້ອ HIV ແຕ່ຖ້າເຂົ້າຮັບການຮັກສາ ແລະກີນຢາສະໝໍ່າສະເໝີ ລູກກໍອາດຈະບໍ່ໃດ້ຕິດເຊື້ອ HIV
- ການອາບນໍ້າຫຼັງມີເພດສຳພັນຂ້າໄວຣັດ HIV ບໍ່ໃດ້ເດີ
- ຖົງຢາງອານາໄມປ້ອງກັນເຊື້ອ HIV ບໍ່ໃດ້100% ວິທີທີ່ດີທີ່ສຸດຄືການ “ກວດເລືອດ” ເພື່ອຫາເຊື້ອ
ຄາວນີ້ເພື່ອນໆ ກໍຄົງເຂົ້າໃຈຫຼາຍຂື້ນແລ້ວແມ່ນບໍ່ວ່າ ຄົນທີ່ຕິດເຊື້ອHIV ບໍ່ໃດ້ເປັນຕາຍ້ານເລີຍ ເພາະພວກເຂົາຄືຜູ້ປ່ວຍທີ່ຕ້ອງການການຮັກສາ ແລະບໍ່ແມ່ນວ່າໃດ້ຮັບເຊື້ອໄປແລ້ວຈະຕ້ອງເປັນໂລກເອດທຸກຄົນ ດັ່ງນັ້ນ ເຮົາກໍຄວນປະຕິບັດກັບເຂົາຄືກັບຄົນທົ່ວໄປແລະໃຫ້ກຳລັງໃຈໃນການຮັກສາ ສ່ວນຕົວເພື່ອນໆ ເອງກໍມັ່ນດູແລສຸຂະພາບ ຫຼືຖ້າມີໂອກາດກໍໄປກວດສຸຂະພາບແລະກວດເລືອດເພື່ອປ້ອງກັນຕັັັັັັັັັັັ້ງແຕ່ເນີ້ນໆກໍດີເດີ
#ຮ້ານສາຍໃຈ saychai
#ເອດ #ໂລກເອດ #ເອດໄອວີ #
ອ້າງອີງຈາກ:
1. https://bit.ly/3oYkwSt
2. https://bit.ly/3l65isa
3. https://bbc.in/32hZUKY

 #ປັດສະວະມີເລືອດອອກເກິດຈາກໂລກຫຍັງໄດ້ແດ່ໃນຜູ້ຊາຍສຳຫຼັບຜູ້ຊາຍທຸກຄົນຫາກສັງເກດຕົວເອງເວລາປັດສະວະແລ້ວມີເລືອດອອກຕາມມາ ຄວນຮີບໄປພ...
10/01/2022

#ປັດສະວະມີເລືອດອອກ
ເກິດຈາກໂລກຫຍັງໄດ້ແດ່ໃນຜູ້ຊາຍ
ສຳຫຼັບຜູ້ຊາຍທຸກຄົນຫາກສັງເກດຕົວເອງເວລາປັດສະວະແລ້ວມີເລືອດອອກຕາມມາ ຄວນຮີບໄປພົບແພດເພື່ອໃຫ້ກວດອາກນທັນທີ່ ເນື່ອງຈາກມີຄວາມສ່ຽງທີ່ຈະປ່ວຍເປັນໂລກເຫຼົ່ານີ້ໂດຍທີ່ທ່ານບໍ່ຮູ້ຕົວ.....................................
1.ໂລກກ່ຽວກັບລູກໝາກ ບໍ່ວ່າຈະອາການຕ່ອມລູກມາກໃຫຍ່ ມະເຮັ່ງທີ່ຕ່ອມລູກໝາກ ຕ່ອມລູກໝາກອັກເສບ ເພາະອະໄວຍະວະນີ້ມີສ່ວນຕໍ່ລະບົບທາງເດີນປັດສະວະຂອງຜູ້ຊາຍ
2.ໂລກກ່ຽວກັບໄຕ ທັງບັນຫາຮວຍໄຕອັກເສບ ລະບົບທໍ່ໄຕມີບັນຫາ ເກິດມະເຮັ່ງທີ່ໄຕ ຫຼືບໍລິເວນກະເພາະປັດສະວະ ກໍ່ເຮັດໃຫ້ເລືອດອອກມາໄດ້ລະຫວ່າງປັດສະວະ
3.ອັກເສບແລະຕິດເຊື້ອ ອາດເປັນໄປໄດ້ຈາກການອັກເສບຫຼືມີອາການຕິດເຊື້ອບໍລິເວນທໍ່ປັດສະວະ ກະເພາະປັດສະວະ
ເນື່ອງຈາກການເຮັດຄວາມສະອາດອະໄວຍະວະເພດບໍ່ສະອາດ ເຊື້ອໂລກຈື່ງເຂົ້າສູ່ພາຍໃນໄດ້ງ່າຍ
ປືກສາ​ລາຍ​ອຽ​ດ​ເພີ່ມ​ເຕີມໃດ້.
ໂທ/ແອັບ​ 020​ 5957 5619

ເພື່ອນໆ ເຄີຍສົງໄສບໍ່ ຖ້າເຮົາບໍ່ເຜົາສົບຈະເກີດຫຍັງຂື້ນກັບຮ່າງກາຍຂອງເຮົາແດ່?ຢ່າງທີ່ຮູ້ກັນວ່າຄົນລາວສ່ວນໃຫຍ່ເຜົາສົບແລ້ວເກັບກະ...
09/01/2022

ເພື່ອນໆ ເຄີຍສົງໄສບໍ່ ຖ້າເຮົາບໍ່ເຜົາສົບ
ຈະເກີດຫຍັງຂື້ນກັບຮ່າງກາຍຂອງເຮົາແດ່?
ຢ່າງທີ່ຮູ້ກັນວ່າຄົນລາວສ່ວນໃຫຍ່ເຜົາສົບແລ້ວເກັບກະດູກໄວ້ບາງສ່ວນ ແຕ່ການເຜົາກໍບໍ່ແມ່ນວິທີດຽວທີ່ຈະເຮັດໃຫ້ຮ່າງກາຍຂອງເຮົາຫາຍໄປໃດ້ເພາະວ່າການຝັງຫຼືວ່າປ່ອຍຖີ້ມໄວ້ຊື່ໆກໍເຮັດໃຫ້ຮ່າງກາຍເນົ່າເປື່ອຍໄປຕາມທຳມະຊາດ ມື້ນີ້ຂ້ອຍເລີຍຈະພາເພື່ອນໆ ມາສຳລວດຊີວິດຫຼັງຄວາມຕາຍນຳກັນຈັກໜ່ອຍ ວ່າຖ້າຫາກວ່າເຮົາຕາຍໄປແລ້ວ 1​ ເດືອນ​ ຮ່າງກາຍຂອງເຮົາມັນຈະເປັນແນວໃດແດ່
ຄຳເຕືອນ!!​ຢ່າອ່ານຕອນກີນເຂົ້າເດີເຈົ້າ ເພື່ອເພື່ອນໆຈະຈີນຕະນາການຈົນເຫັນພາບຫຼາຍເກີນໄປ ເມື່ອເຮົາຕາຍ ອາໄວຍະວະຕ່າງໆກໍຈະເລີ່ມຢຸດເຮັດວຽວ​ ແຕ່ເພື່ອນໆຮູ້ບໍ່ວ່າໃນຄະນະທີ່ຫົວໃຈຢຸດເຕັ້ນໄປແລ້ວແຕ່ເຊວສະໝອງຍັງເຮັດງານຕໍ່ໄປເລີ້ອຍໆອາດຈະດົນເປັນນາທີຫຼືເປັນຊົ່ວໂມງເລີຍກໍມີ!​ ແຕ່ໃນທາງກັບກັນ ແມ້ວ່າສະໝອງຈະເປັນອາໄວຍະວະແລກໆ ທີ່ຈະເລີ່ມເນົ່າເປື່ອຍແລະກາຍເປັນນໍ້າ
ຜ່ານໄປແຄ່ຄືນດຽວ ຈຸລີນຊີໃນລຳໄສ້ກໍຈະພາກັນຍົກຂະໂຍງມາອອກມາແລ່ນວຸ່ນໄປທົ່ວຮ່າງກາຍ ແລະມັນກໍຈະປ່ອຍແກ໊ດຜີດອອກມານຳ ນັ້ນແຫຼະທີ່ເຮັດໃຫ້ຮ່າງກາຍບວມແລະເລີ່ມມີກີ່ນທີ່ເຮັດເອົາເພື່ອນບ້ານໜີ ແຕ່ຖີງແມ້ວ່າເນື້ອເຢື້ອສ່ວນໃຫຍ່ຂອງເຮົາຈະເລີ່ມກາຍເປັນຂອງເຫຼວ
ແຕ່ຜີວໜັງບາງສ່ວນ ເຊັ່ນ​ ເປືອກຕາ ກັບແຫ້ງ ຫຼືສ່ວນທີ່ເປັນໄຂມັນອາດຈະກາຍສະພາບຄ້າຍຟອງສະບູ ເອີ້ນໃດ້ວ່າໃນຮ່າງກາຍຂອງຄົນນັ້ນແປສະພາບເປັນໃດ້ຫຼາຍຢ່າງຫຼັງຈາກທີ່ຕາຍໄປແລ້ວຈົນກ່ວາຮ່າງນັ້ນຈະຍ່ອຍສະລາຍໄປຈົນໝົດນັ້ນເອງ
ຂ້ອຍຂໍສະຫຼຸບໄທໄລນ໌ສັ້ນໆ ເພື່ອໃຫ້ເພື່ອນໆເຫັນພາບຫຼາຍຂື້ນເດີ ວ່າຮ່າງກາຍເຮົາຫຼັງຕາຍ 1​ເດືອນນັ້ນຈະເປັນແນວໃດແດ່?​
- 1-3 ມື້ຫຼັງການຕາຍ
ອາໄວຍະວະພາຍໃນເລີ່ມຍ່ອຍສະລາຍ
- 3-5 ມື້ຫຼັງການຕາຍ
ຮ່າງກາຍເລີ່ມບວມ ອາດຈະມີຂອງເຫຼວໄຫຼອອກຈາກຮ່າງກາຍ
- 8-10 ມື້ຫຼັງການຕາຍ
ຮ່າງກາຍປ່ຽນຈາກສີຂຽວເປັນຊໍ້າແດງ
- 2-3 ອາທິດຫຼັງກາຍຕາຍ
ເລັບແລະແຂ້ວເລີ່ມຫຼຸດອອກຈາກຮ່າງກາຍ
- 1 ເດືອນຫຼັງການຕາຍ
ຜີວໜັງແລະອາໄວຍະອື່ນໆ ເລີ່ມເປັນຂອງເຫຼວ
ສ່ວນກະດູກນັ້ນໃຊ້ເວລາປະມານ80ປີຈື່ງຈະສະລາຍໄປໝົດ ແຕ່ກໍຂື້ນຢູ່ກັບອູນຫະພູມແລະສະພາບແວດລ້ອມນຳໃນບາງຄົນ ກະດູກອາດຄົງຢູ່ໄປໃດ້ອີກເປັນຮ້ອຍໆປີເລີຍ!​
ແລະນີ້ຄືສີ່ງທີ່ເກີດຂື້ນກັບຮ່າງກາຍເຮົາຫຼັງຈາກທີ່ຕາຍໄປ ແຕ່ຖ້າເຜົາປຸບກໍເຫຼືອແຕ່ເຖົ່າກະດູກເລີຍ ແຕ່ບໍ່ວ່າຈະເຜົາຫຼືຝັງສຸດທ້າຍແລ້ວເມື່ອຕາຍໄປເຮົາກໍບໍ່ເຫຼືອອີ່ຫຍັງຖີ້ມໃວ້ໃຫ້ຄົນອື່ນໃດ້ເວົ້າຖືງຕໍ່ໄປກໍທໍ່ນັ້ນເອງ

ເຄີຍສົ່ງໄສກັນບໍ່ ວ່າເຮົາຍ່ຽວດຸເກີນໄປຫຼືບໍ່?ປົກກະຕິແລ້ວ ຄົນເຮົາຍ່ຽວມື້ລະປະມານ 5-7 ຄັ້ງເລີຍ ແຕ່ກໍມີບາງຄົນທີ່ປ່ວຍຍ່ຽວດຸກວ່າ...
09/01/2022

ເຄີຍສົ່ງໄສກັນບໍ່ ວ່າເຮົາຍ່ຽວດຸເກີນໄປຫຼືບໍ່?
ປົກກະຕິແລ້ວ ຄົນເຮົາຍ່ຽວມື້ລະປະມານ 5-7 ຄັ້ງເລີຍ ແຕ່ກໍມີບາງຄົນທີ່ປ່ວຍຍ່ຽວດຸກວ່ານັ້ນ ທັ້ງໆທີ່ບໍ່ໃດ້ຢູ່ໃນໄວທອງ ບໍ່ໃດ້ດື່ມນໍ້າຫຼາຍ ແລ້ວກໍບໍ່ໃດ້ອາຍຸຫຼາຍອີກ ແຕ່ເປັນເພາະວ່າ “ອາຫານບາງຢ່າງ” ທີ່ເຮົາກີນເຂົ້າໄປກໍກະຕຸ້ນໃຫ້ປວດຍ່ຽວໃດ້ຄືກັນ!
ໂດຍ​ສະ​ເພາະ​ອາ​ຫານ​ທີມີຄາເຟອີນ ເຊັ່ນກາເຟ ນໍ້າອັດລົມ​ ຊ໊ອກໂກແລດ ຫຼື​ ແມ້ແຕ່ກຣົດໃນໝາກໄມ້ຕະກູນສົມ ເຮັດໃຫ້ອັ້ນຍ່ຽວເປັນເລື່ອງຍາກໃດ້ ລວມໄປຖີງເຄື່ອງດື່ມແອກໍຮໍ ຫົວຫອມແລະອາຫານເຜັດໆ ກໍສົ່ງຜົນໃຫ້ຄົນສ່ວນໃຫຍ່ ຍ່ຽວດຸຂື້ນເຊັ່ນດຽວກັນ
ນອນຈາກນີ້ Cleveland Clinic​ ກໍຍັງເຜີຍໃວ້ວ່າສານໃຫ້ຄວາມຫວານທັງຈາກທຳມະຊາດແລະສັງເຄາະຕ່າງກໍເພີ່ມໂອການໃຫ້ກະເພາະປັດສະວະບີບຕົວໄວຂື້ນນຳອີກ ເພື່ອນໆ​ ອາວປວດຍ່ຽວໃດ້ຫຼັງຈາກດື່ມເຄື່ອງດື່ມຊູກຳລັງ ນໍ້າ​ຫວານ​ ຫຼືວ່າກີນຂອງຫວານ ແຮງກີນຢ່າງຕໍ່ເນື່ອງກໍອາດສົ່ງຜົນຕໍ່ກະເພາະປັດສາວະໃນໄລຍະຍາວໃດ້ອີກ
ຖີງແມ່ວ່າອາຫານເຫຼົ່ານີ້ຈະກະຕຸ້ນໃຫ້ເພື່ອນໆຍ່ຽວດຸຂື້ນແຕ່ກໍບໍ່ໃດ້ໝາຍຄວາມວ່າຈະເປັນກັນທຸກຄົນເດີ ບາງຄົນອາດຈະກີນແລ້ວຍ່ຽວດຸ ບາງຄົນກີນແລ້ວອາດເສີຍໆ ຕ້ອງລອງສັງເກດຕົວເອງເບີ່ງ ວ່າກ່ອນທີ່ເຮົາຈະໄປເຂົ້າຫ້ອງນໍ້າດຸໆ ນັ້ນ​ ເຮົາໄປກີນອີ່ຫຍັງມາ ຫຼື​ວ່າໄປເຮັດອີ່ຫຍັງມາ ເພື່ອວ່າທ່ານຈະໃດ້ແກ້ໄຂປັນຫາທີ່ຕົ້ນເຫດແລະບໍ່ຕ້ອງລຸກໄປຍ່ຽວດຸໆ ໃຫ້ສຳຄັນໃຈນັ້ນເອງ
ແລ້ວຢ່າລືມກົດໄລນ໌ແລະກົດແຊຣ໌ໄປໃຫ້ຄົນທີ່ທ່ານຮັກໃດ້ອ່ານນຳກັນແດ່ເດີ
ດ້ວຍຄວາມ​ເປັນຫ່ວງ​ຈາກ​ ຮ້ານສາຍໃຈ Saychai

 #ລົງຂາວມີສີເຫຼືອເກິດຈາກສາເຫດໃດໄດ້ແດ່ປົກກະຕິແລ້ວລົງຂາວຂອງຜູ້ຍີງຕ້ອງເປັນສີຂາວຄ້າຍແປ້ງຫຼືຂີ້ມູກໃສໆ ແຕ່ເມື່ອໃດກໍ່ຕາມຫາກພົບວ...
08/01/2022

#ລົງຂາວມີສີເຫຼືອເກິດຈາກສາເຫດໃດໄດ້ແດ່
ປົກກະຕິແລ້ວລົງຂາວຂອງຜູ້ຍີງຕ້ອງເປັນສີຂາວຄ້າຍແປ້ງຫຼືຂີ້ມູກໃສໆ ແຕ່ເມື່ອໃດກໍ່ຕາມຫາກພົບວ່າລົງຂາວຕົວເອງເປັນສີເຫຼືອງນັ້ນອາດໝາຍເຖີງກຳລັງຕິດເຊື້ອຫຍັງບາງຢ່າງໃນຮ່າງກາຍດັ່ງຕໍ່ໄປນີ້.......................................
1.ເຊື້ອໜອງໃນ ລັກສະນະສີເຫຼືອປົນຂຽວໃນບາງລາຍ ມີກີ່ນແຮງ ບໍ່ຄັນ ຮູ້ສືກແສບເມື່ອຍປັດສະນະ ເກິດຈາກພາຍໃນຕິດເຊື້ອໜອງໃນນັ້ນເອງ
2.ພະຍາດໃນຊ່ອງຄອດ ສ່ວນໃຫຍ່ຈະເປັນສີເຫຼືອງປົນຂຽວ ແຕ່ບາງລາຍເຫຼືອງລ້ວນ ອາດເກິດຈາກມີພະຍາດໃນຊ່ອງຄອດເຮັດໃຫ້ມີອາການອັກເສບແລະແສບອອກມາເປັຍສີເຫຼືອງແທນສີຂາວ
3.ເຊື້ອລ່າ ໄວລັສ ແບັດທີເຣ່ຍບາງຕົວ ຊ່ອງຄອດຫຼືພາຍໃນມົດລູກອາດເກິດຈາກການຕິດເຊື້ອລ່າ ໄວລັສ ຫຼືແບັດທີເຣ່ຍຕົວໃດໆ ຕົວໜື່ງຈົນເຮັດໃຫ້ສີຂອງລົງຂາວປ່ຽນໄປຈາກເດີມ

‼️👉ຊີວິດ​ຂ້ອຍ​ ຜ່ານ​ຮ້ອນ​ຜ່ານ​ໜາວກໍພໍສົມຄວນຂ້ອຍ​ຮຽນ​ຮູ້​ຈະຄົບກັບໃຜ​ ແລະ​ໃຜທີ່ຈິງໃຈກັບເຮົາເຖີງວ່າຈະມີເພື່ອນໜ້ອຍ​ ຫຼື​ ບໍ່...
08/01/2022

‼️👉ຊີວິດ​ຂ້ອຍ​ ຜ່ານ​ຮ້ອນ​ຜ່ານ​ໜາວກໍພໍສົມຄວນ
ຂ້ອຍ​ຮຽນ​ຮູ້​ຈະຄົບກັບໃຜ​ ແລະ​ໃຜທີ່ຈິງໃຈກັບເຮົາ
ເຖີງວ່າຈະມີເພື່ອນໜ້ອຍ​ ຫຼື​ ບໍ່ມີໃຜຄົບກໍຍີນດີ
ເພາະເຮົາຮູ້ຢູ່ແລ້ວວ່າ​ ''​ ຄອບຄົວ​ດີທີ່ສຸດ​ ''

ຮູບ​ແລກຂອງປີ​2022 ອັບຄູ່ເມຍ🥰🥰
07/01/2022

ຮູບ​ແລກຂອງປີ​2022 ອັບຄູ່ເມຍ🥰🥰

ອາກາດເຢັນໆຍາມເຊົ້າ
26/12/2021

ອາກາດເຢັນໆຍາມເຊົ້າ

Address

ลาว
Vientiane
50011

Alerts

Be the first to know and let us send you an email when ສະໝຸນໄພ 𝗦𝗞-𝗗𝗢 ຮັກສາພະຍາດຕິດຕໍ່ທາງເພດສຳພັນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share