
05/02/2025
ລັດຖະບານ ຫວຽດນາມ ໃຫ້ການຊ່ວຍເຫລືອຄອບຄົວທຸກຍາກ ເກືອບ 1,5 ລ້ານຄອບຄົວ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດບຸນປີໃໝ່ ປະຈຳຊາດຫວຍດນາມ ປີມະເສັງ 2025, ປະຊາຊົນຫວຽດນາມເກືອບ 1,5 ລ້ານຄອບຄົວທຸກຍາກໄດ້ຮັບການຊ່ວຍເຫລືອ ແລະ ຂອງຂວັນປີໃໝ່ ລວມມູນຄ່າທັງໝົດກວ່າ 786 ຕື້ດົ່ງ (ຫລາຍກວ່າ 31 ລ້ານໂດລາສະຫະລັດ) ເພື່ອຮັບປະກັນຊີວິດສັງຄົມ .
ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆ ເພີ່ມທະວີວຽກງານຮັບປະກັນຊີວິດສັງຄົມ, ຈັດຫລາຍກິດຈະກຳຢື້ຢາມຖາມຂ່າວ, ມອບຂອງຂວັນປີໃໝ່ໃຫ້ບັນດາເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ແຮງງານໃນທົ່ວປະເທດ.
ນອກຈາກນີ້, ບັນດາທ້ອງຖິ່ນກໍຕັ້ງໜ້າຕອບສະໜອງຂະບວນການແຂ່ງຂັນ “ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃນຂອບເຂດ ທົ່ວປະ ເທດໃນປີ 2025”. ມີເຮືອນຫລາຍກວ່າ 22.000 ຫລັງ ໄດ້ເຂົ້ານຳໃຊ້ ແລະ ເກືອບ 20.500 ຫລັງໄດເລີ່ມລົງມືກໍ່ສ້າງ.