06/05/2026
ບໍລິສັດ DKT Lao ໄດ້ບໍລິຈາກຜະລິດຕະພັນສຸຂະພາບການຈະເລີນພັນໃຫ້ແກ່ສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ເພື່ອສະໜັບສະໜູນ ແລະ ເສີມສ້າງຄວາມພ້ອມ ແລະ ການເຂົ້າເຖິງສຸຂະພາບການຈະເລີນພັນທາງເພດ (SRH) ໃນລາວ. ຜະລິດຕະພັນທີ່ໄດ້ຮັບບໍລິຈາກຈະສະໜັບສະໜູນກິດຈະກຳການເຜີຍແຜ່ຂໍ້ມູນຂອງຊຸມຊົນ PFHA ແລະ ກິດຈະກຳການວາງແຜນຄອບຄົວໃນຂົງເຂດຕ່າງໆໃນລາວ
------------
💝 newChoice Laos
🌐Website: dktmekong.org
ໃນວັນທີ 24/4/2026 ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ), ໄດ້ສຳເລັດ ການມອບ-ຮັບ ຢາ ແລະ ວິຕາມິນ ທີ່ຈໍາເປັນຂັ້ນພື້ນຖານ ທີ່ນໍາໃຊ້ ສໍາລັບວຽກງານ ແມ່ ແລະ ເດັກ ຈໍານວນຫນຶ່ງ ລວມມູນຄ່າ ປະມານ 180,456,054 ກີບ, ພາຍໃຕ້ການສະໜັບສະໜູນ ແລະ ຊ່ວຍເຫລືອລ້າ ຈາກ DKT International.
ຕາງໜ້າ ໂດຍ ທ່ານ ດຣ ສຸພົນ ໄຊຍະວົງ, ຜູ້ອຳນວຍການ ສສສຄ ພ້ອມດ້ວຍທິມງານ ຕ້ອນຮັບ ແລະ ຕາງໜ້າມອບໂດຍ ທ່ານ ນາງ ຄໍາປານ ມີໄຊພົນ, Assistant Manager Director ບໍລິສັດວຽງທອງການຢາ ພ້ອມດ້ວຍທິມງານ ຈາກ DKT International.
ສສສຄ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງ ມາຍັງຜູ້ບໍລິຈາກຢາ ໃນຄັ້ງນີ້.
🎯ຈຸດປະສົງ:
1. ເພື່ອບໍລິຈາກຢາ ໃຫ້ແກ່ ສສສຄ ໄປນໍາໃຊ້ໃນວຽກງານ ພາຍໃຕ້ໂຄງການ ຂອງ ສສສຄ ແລະ ໂຮງໝໍສູນກາງ
2. ເພື່ອໃຫ້ສະຖານທີ່ບໍລິການ ພາຍໃຕ້ໂຄງການ ຂອງ ສສສຄ ແລະ ໂຮງໝໍສູນກາງ ແຈກຢາຍຢາຟຣີ ໃຫ້ກັບຜູ້ມາໃຊ້ບໍລິການ ກ່ຽວກັບ ວຽກງານ ແມ່ ແລະ ເດັກ.
---------------------------------------------
📝ຂຽນຂ່າວໂດຍ: ນາງ ສົມຈິງ ພັນທະສຸກ
🕵🏻ກວດແກ້ໂດຍ: ດຣ ສຸດທິສຸກ ອິນທະວິໄລ
📸ຖ່າຍຮູບໂດຍ: ນາງ ມີນາ ກອງມະນີ
ແຕ່ງຮູບພາບໂດຍ: ທ້າວ ວິລະສິດ ອິນທະຫວາ