CBF Pharma Co., Ltd

  • Home
  • CBF Pharma Co., Ltd

CBF Pharma Co., Ltd ສະບາຍດີ ພວກເຮົາບໍລິສັດ ຊີບີເອຟ ຟາຣມາ ຈຳກັດ
(1)

CBF Pharma Co., LTD Contact:

Champasak Headquarter- 031 212 627
Vientiane Branch- 021 412933
Savannakhet Branch- 041 251826

"ຄວາມສຳເລັດຂອງລູກຄ້າ ຄືຄວາມພາກພູມໃຈຂອງພວກເຮົາ"! 💚 🎁 ບໍລິສັດ ຊີບີເອຟ ຟາຣມາ ຈຳກັດຂໍສະແດງຄວາມຍິນດີກັບລູກຄ້າຮ້ານຂາຍຢາທຸກທ່ານ...
11/08/2025

"ຄວາມສຳເລັດຂອງລູກຄ້າ ຄືຄວາມພາກພູມໃຈຂອງພວກເຮົາ"! 💚

🎁 ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ
ຂໍສະແດງຄວາມຍິນດີກັບລູກຄ້າຮ້ານຂາຍຢາທຸກທ່ານທີ່ເຂົ້າຮ່ວມໂປຣໂມຊັ່ນຂອງພວກເຮົາ ແລະ ສາມາດເຮັດຍອດຂາຍບັນລຸເປົ້າຕາມໂປຣໂມຊັ່ນປະຈຳເດືອນ, ໂປຣໂມຊັ່ນຢາແກ້ຫວັດ FREECOLD (ໄດ້ຮັບຄຳ 5 ຫຸນ) ແລະ ຢາ ແກ້ແພ້ Fexofen (ໄດ້ຮັບພັດລົມ Hatari 14 ນິ້ວ) ໄດ້ສຳເລັດ! ນອກຈາກໂປຣໂມຊັ່ນທີ່ພວກເຮົາມອບໃຫ້ແລ້ວ ພວກເຮົາກໍໄດ້ສະເໜີຜະລິດຕະພັນຢາຄຸນນະພາບຂອງ ເຊັ່ນ: ຢາ ທີ່ບັນເທົາອາການຫວັດ ຕັນດັງ ປວດຫົວ ແລະ ເປັນໄຂ້ ແລະ ໂດຍເປັນຢາແກ້ແພ້ສຳລັບຜູ້ທີ່ມີອາການພູມແພ້ຫຼາຍຮູບແບບ ເຊິ່ງຢາດັ່ງກ່າວເປັນຜະລິດຕະພັນຍອດນິຍົມທີ່ພ້ອມຕອບໂຈດໃນການດູແລປິ່ນປົວ ສຸຂະພາບຂອງ ພໍ່ແມ່ ພີ່ນ້ອງປະຊາຊົນ.



#ຢາປົວພະຍາດ #ຢາແກ້ຫວັດ #ຢາແກ້ແພ້
#ຮ້ານຂາຍຢາ #ຍອດຂາຍ #ໂປຣໂມຊັ່ນ
---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

💚ບໍລິສັດ ຊີບີເອຟ ຟາຣມາ ຈຳກັດໄດ້ປະກອບສ່ວນຊ່ວຍເຫຼືອຮ້ານຂາຍຢາ ນິ້ມນວນທີ່ໄດ້ຮັບຜົນກະທົບຈາກເຫດການອັກຄີໄພທີ່ ຕະຫຼາດ ເມືອງສຸຂຸມ...
02/08/2025

💚ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ

ໄດ້ປະກອບສ່ວນຊ່ວຍເຫຼືອຮ້ານຂາຍຢາ ນິ້ມນວນ
ທີ່ໄດ້ຮັບຜົນກະທົບຈາກເຫດການອັກຄີໄພ
ທີ່ ຕະຫຼາດ ເມືອງສຸຂຸມາ ແຂວງ ຈຳປາສັກ ໃນວັນທີ 26/07/2025 ທີ່ຜ່ານມາ

"ເມື່ອເກີດເຫດການບໍ່ຄາດຄິດ... CBF ບໍ່ຖິ້ມກັນ!"
🙏 ຕ່າງໜ້າ ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ຂໍສົ່ງກຳລັງໃຈ ແລະ ຄວາມຊ່ວຍເຫຼືອຢ່າງຮີບດ່ວນ ໄປຍັງຮ້ານຂາຍຢາ #ນິ້ມນວນ ຊຶ່ງເປັນລູກຄ້າຄົນສຳຄັນຂອງພວກເຮົາ ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ຄັ້ງໃຫຍ່ທີ່ຕະຫຼາດ ເມືອງສຸຂຸມາ ແຂວງຈຳປາສັກ ໃນວັນທີ 26/07/2025 ທີ່ຜ່ານມາ ພວກເຮົາເຂົ້າໃຈເຖິງຄວາມຍາກລຳບາກ ແລະ ຄວາມເສຍຫາຍທີ່ເກີດຂຶ້ນເປັນຢ່າງດີ ແລະ ພ້ອມທີ່ຈະຢູ່ຄຽງຂ້າງ ແລະ ໃຫ້ຄວາມຊ່ວຍເຫຼືອ ເພື່ອໃຫ້ຮ້ານຂາຍຢາ ນິ້ມນວນ ໄດ້ກັບມາເປີດໃຫ້ບໍລິການອີກຄັ້ງໂດຍໄວທີ່ສຸດ ບໍ່ວ່າຈະເປັນດ້ານການສະໜອງຢາປົວພະຍາດ ແລະ ກຳລັງໃຈ ເພາະນີ້ຄືຄວາມມຸ້ງໝັ້ນຂອງ CBF ທີ່ດູແລ ແລະ ສະໜັບສະໜຸນລູກຄ້າຂອງພວກເຮົາໃນທຸກສະຖານະການ ແລະ ຜ່ານພົ້ນທຸກວິກິດໄປພ້ອມກັນ🤝.

ໍ່ຖິ້ມກັນ
#ສຸຂະພາບດີເລີ່ມຕົ້ນທີ່cbf

#ຢາປົວພະຍາດ
#ອັກຄີໄພ 🔥
#ເມືອງສຸຂຸມາ
#ແຂວງຈຳປາສັກ

---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

🚘🌧 6 ວິທີຂັບລົດລຸຍນໍ້າຖ້ວມ ແລະ ການດູແລຫຼັງຂັບລົດລຸຍນໍ້າ---ຊ່ວງນີ້ເປັນລະດູຝົນ, ຫຼາຍທ່ານອາດປະສົບບັນຫາຕ້ອງຂັບລົດລຸຍນໍ້າຖ້ວມ...
30/07/2025

🚘🌧 6 ວິທີຂັບລົດລຸຍນໍ້າຖ້ວມ ແລະ ການດູແລຫຼັງຂັບລົດລຸຍນໍ້າ

---

ຊ່ວງນີ້ເປັນລະດູຝົນ, ຫຼາຍທ່ານອາດປະສົບບັນຫາຕ້ອງຂັບລົດລຸຍນໍ້າຖ້ວມ. ພວກເຮົາຈຶ່ງຢາກແນະນໍາວິທີການຂັບລົດລຸຍນໍ້າຖ້ວມ ແລະ ການດູແລຫຼັງຈາກຂັບລົດລຸຍນໍ້າຖ້ວມໃຫ້ທຸກທ່ານ ເພື່ອເປັນປະໂຫຍດຕໍ່ທ່ານ ແລະ ລົດທີ່ທ່ານຮັກ.

1. ຫຼຸດຄວາມໄວລົງ: ຂັບຂີ່ດ້ວຍຄວາມໄວບໍ່ເກີນ 60-80 ກມ/ຊມ. ຖ້າຂັບໄວລົດຈະເບົາ ແລະ ອາດເສຍການຊົງຕົວໄດ້.

2. ສັງເກດລະດັບນໍ້າ: ລົດເກັ້ງຄວນລຸຍນໍ້າບໍ່ເກີນ 30 cm (ເຄິ່ງລໍ້). ຖ້າສູງກວ່ານັ້ນເຄື່ອງອາດດັບ.

3. ປິດແອ: ເພາະໃບພັດອາດພັດນໍ້າເຂົ້າເຄື່ອງ ຫຼື ເຂົ້າລະບົບໄຟຟ້າໄດ້.

4. ໃຊ້ເກຍຕໍ່າ: ໃຊ້ເກຍ 1-2 ແລະ ຮັກສາຮອບເຄື່ອງໄວ້ທີ່ 1500-2000 ຮອບຕໍ່ນາທີ.

5. ຮັກສາໄລຍະຫ່າງຈາກຄັນໜ້າ: ລະບົບເບຣກຈະມີປະສິດທິພາບຕໍ່າລົງເມື່ອຖືກນໍ້າ. ເມື່ອພົ້ນນໍ້າໃຫ້ຂັບຊ້າໆ ແລະ ເບຣກເປັນຊ່ວງໆ ເພື່ອໃຫ້ຜ້າເບຣກແຫ້ງ.

6. ຖ້າເຄື່ອງດັບກາງນໍ້າ: ຫາຄົນຊ່ວຍຍ້າຍລົດໄປບ່ອນທີ່ນໍ້າບໍ່ຖ້ວມ ແລະ ຢ່າສະຕາດລົດ ເພາະຍິ່ງສະຕາດນໍ້າຈະຍິ່ງເຂົ້າສູ່ລະບົບເຄື່ອງຈັກ.

**ການດູແລຫຼັງຂັບລົດລຸຍນໍ້າ:**

* ຖ້າລົດສ່ຽງຖືກນໍ້າຖ້ວມ, ໃຫ້ຖອດຂົ້ວແບັດເຕີຣີອອກໜຶ່ງຂົ້ວ ຫຼື ທັງສອງຂົ້ວ.
* ຖ້າຖືກນໍ້າຖ້ວມໝົດຄັນ, ໃຫ້ປ່ຽນນໍ້າມັນເຄື່ອງ, ນໍ້າມັນເບຣກ, ນໍ້າມັນເກຍ ແລະ ຂອງແຫຼວອື່ນໆທັງໝົດ.

**ຂໍ້ຄວນລະວັງ:** ທາງທີ່ດີ, ລົດບໍ່ຄວນຂັບລຸຍນໍ້າ ເພາະເຄື່ອງຈັກ ແລະ ຊິ້ນສ່ວນອີເລັກໂທຣນິກບໍ່ຖືກກັບນໍ້າ.

#ຂັບລົດ #ນ້ຳຖ້ວມ #ລາວ #ໄຂ້ຫວັດ
---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

💚ຊົມເຊີຍ💚ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ✨ 20 ກໍລະກົດ 1955 - 20 ກໍລະກົດ 2025✨ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍ...
20/07/2025

💚ຊົມເຊີຍ💚
ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

✨ 20 ກໍລະກົດ 1955 - 20 ກໍລະກົດ 2025✨

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 2025 ນີ້, ບໍລິສັດ CBF ຂໍສະແດງຄວາມເຄົາລົບ ແລະ ພາກພູມໃຈມາຍັງແມ່ຍິງລາວທຸກຄົນທີ່ເປັນພະລັງອັນຍິ່ງໃຫຍ່ຂອງຊາດ ບໍ່ວ່າຈະເປັນແມ່ຜູ້ໃຫ້ກຳເນີດ, ຄູອາຈານຜູ້ສິດສອນ ຫຼື ກໍາລັງແຮງງານທີ່ແຂງແກ່ນ, ທ່ານຄືຜູ້ທີ່ມີບົດບາດສຳຄັນໃນການສ້າງສາ ແລະ ພັດທະນາປະເທດຊາດ, ດ້ວຍຄວາມອົດທົນ, ຄວາມເຂັ້ມແຂງ ແລະ ສະຕິປັນຍາທີ່ສູງສົ່ງ, ແມ່ຍິງລາວເປັນຄືເສົາຄໍ້າຂອງຄອບຄົວ ແລະ ເປັນພະລັງຂັບເຄື່ອນໃຫ້ສັງຄົມກ້າວໄປຂ້າງໜ້າ. ຂໍໃຫ້ມື້ທີ່ເຕັມໄປດ້ວຍຄວາມໝາຍນີ້ເປັນການຍົກຍ້ອງ ແລະ ເປັນການສະເຫຼີມສະຫຼອງຄວາມງົດງາມ, ຄວາມສາມາດ ແລະ ຄວາມສຳຄັນຂອງແມ່ຍິງລາວຕະຫຼອດໄປ. ສຸກສັນວັນແມ່ຍິງລາວ!

#ວັນແມ່ຍິງລາວ


---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

✨ ຖ້າເມື່ອຍງ່າຍ ຮ່າງກາຍຂາດວິຕາມິນ ຫຼື ມັກປ່ວຍ?ນັ້ນອາດເປັນສັນຍານວ່າຮ່າງກາຍຂອງທ່ານຕ້ອງການການບຳລຸງ!   ອຸດົມໄປດ້ວຍທາດເກືອແຮ່...
24/06/2025

✨ ຖ້າເມື່ອຍງ່າຍ ຮ່າງກາຍຂາດວິຕາມິນ ຫຼື ມັກປ່ວຍ?

ນັ້ນອາດເປັນສັນຍານວ່າຮ່າງກາຍຂອງທ່ານຕ້ອງການການບຳລຸງ! ອຸດົມໄປດ້ວຍທາດເກືອແຮ່ ແລະ ວິຕາມິນທີ່ຈຳເປັນຕໍ່ການເຮັດວຽກຂອງລະບົບຕ່າງໆ ໃນຮ່າງກາຍ ບໍ່ວ່າຈະເປັນເສີມສ້າງພູມຄຸ້ມກັນ, ຊ່ວຍໃຫ້ກ້າມຊີ້ນຟື້ນຕົວໄດ້ດີຂຶ້ນ ຫຼັງຈາກໃຊ້ງານໜັກ ເຮັດໃຫ້ທ່ານພ້ອມຮັບມືກັບທຸກຄວາມທ້າທາຍໃນແຕ່ລະມື້ໄດ້ຢ່າງໝັ້ນໃຈ! ເຕີມພະລັງໃຫ້ຊີວິດດ້ວຍ Stemina!

💊Stemina (ສະເຕມິນາ)

🧬 ສ່ວນປະກອບ:

- Dextrose anhydrous 25 g
- Riboflavin sodiumphosphate 10 mg
- Nicotinamide 125 mg
- Pyridoxine hydrochloride 10mg

👨‍🔬 ຂໍ້ບົ່ງໃຊ້:

ຊ່ວຍໃຫ້ພະລັງງານໃຊ້ສຳລັບຜູ້ທີ່ມີສຸຂະພາບອ່ອນເພຍ, ຜູ້ອອກ
ແຮງງານໜັກ, ຜູ້ປ່ວຍໃນໄລຍະພັກຟື້ນ. ໃຊ້ທົດແທນສານອາຫານ
ສຳລັບຄົນເຈັບທີ່ກິນບໍ່ໄດ້, ກະກຽມກ່ອນ ແລະ ຫຼັງການຜ່າຕັດ.
ຊ່ວຍເພີ່ມຂະບວນການຂັບຖ່າຍປັດສະວະ, ປ້ອງກັນ ແລະ ປິ່ນປົວ
ອາການທີ່ເນື່ອງມາຈາກການຂາດວິຕາມິນໝວດບີເຊັ່ນ: ກິນບໍ່ແຊບ,
ກ້າມຊີ້ນອ່ອນເພຍ, ມັກເປັນວິນຜິວແຫ້ງ, ປາຍປະສາດອັກເສບ,
ເລັບຕີນ ຫຼື ເລັບມືຫັກງ່າຍ...

👨‍🔬 ວິທີໃຊ້:

ສັກສົ່ງເຂົ້າເສັ້ນເລືອດດຳແບບຢອດຕໍ່ຢອດ ແລະ ໃຊ້ຕາມການຊີ້ນຳ
ຂອງແພດ.


#ສຸຂະພາບ
#ຢາດີ #ປິ່ນປົວ #ສະເຕມິນາ
#ຊີວິດຊີວາ #ໝົດຫ່ວງເລື່ອງອ່ອນເພຍ

---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

ເຊັກດ່ວນ! 🚨ຖ້າມີອາການປວດຂໍ່ຊຳເຮື້ອ ໂດຍສະເພາະໃນຕອນເຊົ້າ ປວດບວມແດງຮ້ອນ ບໍລິເວນຂໍ່ ອາດເປັນ  #ສັນຍານຂອງ ຮູມມາຕອຍ!   ອາດເປັນໜ...
23/06/2025

ເຊັກດ່ວນ! 🚨

ຖ້າມີອາການປວດຂໍ່ຊຳເຮື້ອ ໂດຍສະເພາະໃນຕອນເຊົ້າ ປວດບວມແດງຮ້ອນ ບໍລິເວນຂໍ່ ອາດເປັນ #ສັນຍານຂອງ ຮູມມາຕອຍ! ອາດເປັນໜຶ່ງທາງເລືອກໃນການປິ່ນປົວ ເບົາເທົາອາການຂໍ່ອັກເສບ ໂດຍຢາຈະອອກລິດຢັບຢັ້ງທາດທີ່ກໍ່ໃຫ້ເກີດອາການປວດ ແລະ ອັກເສບ.
#ປວດຂໍ່ #ປວດຊຳເຮື້ອ #ອັກເສບ #ຂໍ່ #ກະດູກສັນຫຼັງ #ຮູມມາຕອຍ

💊Aceclofenac (ອາເຊກລໍເຟນັກ)

🧬 ສ່ວນປະກອບ:

- Sodium Aceclofenac 100 mg

👨‍🔬 ຂໍ້ບົ່ງໃຊ້:

ເປັນຢາທາງເລືອກທີ່ໃຊ້ລົດອາການປວດ ແລະ ແກ້ອາການອັກເສບ:
- ກໍລະນີຂໍ່ອັກເສບແບບຊຳເຮື້ອ (Chronic arthritis)
- ກໍລະນີຂໍ່ອັກເສບແບບຮຸນແຮງ, ຮູມມາຕອຍ
(Rheumatoid arthritis)
- ອັກເສບຂໍ່ກະດູກສັນຫຼັງ (arthritis of the spine).

👨‍🔬 ວິທີໃຊ້:

ສຳຫຼັບຜູ້ໃຫຍ່ ຫຼື ຜູ້ສູງອາຍຸ:ໃຊ້ປະລິມານ 200mg/ມື້,
ແບ່ງເປັນ 2 ເທື່ອ/ມື້, ຫ່າງກັນ 12 ຊົ່ວໂມງ.


#ສຸຂະພາບ
#ຢາດີ #ປິ່ນປົວ #ອາເຊກລໍເຟນັກ

---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

💚ໂຮງງານຜະລິດຢາ ຊີບີເອຟໄດ້ປະກອບສ່ວນບໍລິຈາກເລືອດເນື່ອງໃນໂອກາດທີ່ແຂວງຈຳປາສັກຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິ...
20/06/2025

💚ໂຮງງານຜະລິດຢາ ຊີບີເອຟ

ໄດ້ປະກອບສ່ວນບໍລິຈາກເລືອດ
ເນື່ອງໃນໂອກາດທີ່ແຂວງຈຳປາສັກຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ເຊິ່ງຈັດຂື້ນໃນວັນທີ 17 ມິຖຸນາ 2025 ທີ່ຫໍວັດທະນະທຳ ຫຼັກ 7 ໂຮງງານຜະລິດ ຢາຊີບີເອຟ ກໍໄດ້ນໍາພາພະນັກງານເຂົ້າຮ່ວມບໍລິຈາກເລືອດ ເປົ້າໝາຍເຂົ້າຮ່ວມ 36 ຄົນ, ສາມາດໃຫ້ເລືອດໄດ້ 27 ຖົງ.

ແລະ ໂຮງງານຜະລິດຢາ ຊີບີເອຟ ກໍໄດ້ປະກອບສ່ວນເງິນສົດເພື່ອຊຸກຍູ້ວຽກງານດັ່ງກ່າວ
ເປັນມູນຄ່າ ✨" 10,000,000 ກີບ" ✨

ເພາະການບໍລິຈາກເລືອດແມ່ນສິ່ງທີ່ມີຄຸນຄ່າທີ່ສຸດ ຕໍ່ຜູ້ຮັບ ແລະ ຜູ້ໃຫ້ ເນື່ອງຈາກວ່າ: ມັນສາມາດຕໍ່ຊີວິດ, ສ້າງຮອຍຍິ້ມຕໍ່ຜູ້ຮັບ ແລະ ຄອບຄົວຂອງເຂົາເຈົ້າ ໃຫ້ມີຄວາມສຸກໄດ້; ສໍາລັບຜູ້ໃຫ້ ມັນແມ່ນການເສຍສະຫຼະທີ່ຍິ່ງໃຫຍ່ທີ່ສຸດ, ເປັນບຸກຄົນທີ່ຄວນໄດ້ຮັບການສັນລະເສີນ ແລະ ເອົາ ເປັນແບບຢ່າງ.

ໃນໂອກາດວັນບໍລິຈາກເລືອດໂລກ 14 ມິຖຸນາ 2025 ນີ້, ຂໍເຊີນຊວນ ບັນດາທ່ານມາເປັນຜູ້ໃຫ້ຮ່ວມກັນ ດ້ວຍການບໍລິຈາກເລືອດ, ເລືອດຂອງທ່ານພຽງນ້ອຍດຽວແຕ່ສາມາດສ້າງ ຄວາມສຸກໃຫ້ຄົນຫຼາຍຄົນໃນສັງຄົມໄດ້.
“ໃຫ້ເລືອດ ໃຫ້ຄວາມຫວັງ - ຮ່ວມໃຈກັນຊ່ວຍຊີວິດ"

#ສຸຂະພາບດີເລີ່ມຕົ້ນທີ່cbf
#ຢາປົວພະຍາດ

---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

👏ຊົມເຊີຍວັນແພດລາວ 18 ມິຖຸນາ ຄົບຮອບ 60 ປີ ຢ່າງສຸດໃຈ(18 ມິຖຸນາ 1965 - 18 ມິຖຸນາ 2025)"ຂອບໃຈສຳລັບການເສຍສະຫຼະອັນຍິ່ງໃຫຍ່ຂອງທ...
18/06/2025

👏ຊົມເຊີຍ
ວັນແພດລາວ 18 ມິຖຸນາ ຄົບຮອບ 60 ປີ ຢ່າງສຸດໃຈ
(18 ມິຖຸນາ 1965 - 18 ມິຖຸນາ 2025)

"ຂອບໃຈສຳລັບການເສຍສະຫຼະອັນຍິ່ງໃຫຍ່ຂອງທ່ານ
ຂອບໃຈທີ່ທຸ້ມເທແຮງກາຍແຮງໃຈຊ່ວຍເຫຼືອຜູ້ອື່ນ
ຂອບໃຈທີ່ມອບຄວາມຫວັງ ແລະ ກຳລັງໃຈໃຫ້ກັບເຮົາ
ຂອບໃຈທີ່ເປັນຜູ້ດູແລສຸຂະພາບຂອງເຮົາ
ແພດທຸກທ່ານຄື Hero ຂອງພວກເຮົາ"

ຂໍອວຍພອນໃຫ້ແພດທຸກທ່ານມີຄວາມສຸກ ສຸຂະພາບແຂງແຮງ ແລະ ປະສົບຄວາມສຳເລັດໃນໜ້າທີ່ການງານ

#ວັນແພດລາວ #ແພດ #ສຸຂະພາບ


---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

💚ບໍລິສັດ ຊີບີເອຟ ຟາຣມາ ຈຳກັດໄດ້ປະກອບສ່ວນຊ່ວຍເຫຼືອຢາປົວພະຍາດໃຫ້ແກ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກເພື່ອນຳໃຊ້ໃນການກວດສຸ...
17/06/2025

💚ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ

ໄດ້ປະກອບສ່ວນຊ່ວຍເຫຼືອຢາປົວພະຍາດ
ໃຫ້ແກ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ
ເພື່ອນຳໃຊ້ໃນການກວດສຸຂະພາບ ຂອງພໍ່ແມ່ພີ່ນ້ອງປະຊາຊົນ
ເນື່ອງໃນໂອກາດວັນແພດລາວ 18 ມິຖຸນາ 2025
ຄົບຮອບ 60 ປີ

✨ ລວມມູນຄ່າ" 5,000,000 ກີບ" ✨

#ສຸຂະພາບດີເລີ່ມຕົ້ນທີ່cbf
#ຢາປົວພະຍາດ

---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

10/06/2025

💚ພາບບັນຍາກາດ

#ການກວດສຸຂະພາບປະຈຳປີຂອງພະນັກງານ
#ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ

#ສຸຂະພາບດີເລີ່ມຕົ້ນທີ່CBF

---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

☁ ອາກາດປ່ຽນ ມັກເປັນພູມແພ້ບໍ? ຮູ້ຈັກ  #ພູມແພ້ອາກາດ ໃຫ້ຫຼາຍຂຶ້ນ! ເຊິ່ງສາເຫດຫຼັກໆຂອງການເກີດພູມແພ້ແມ່ນມາຈາກ ທາດກໍ່ພູມແພ້ໃນອາ...
28/05/2025

☁ ອາກາດປ່ຽນ ມັກເປັນພູມແພ້ບໍ?
ຮູ້ຈັກ #ພູມແພ້ອາກາດ ໃຫ້ຫຼາຍຂຶ້ນ!
ເຊິ່ງສາເຫດຫຼັກໆຂອງການເກີດພູມແພ້ແມ່ນມາຈາກ ທາດກໍ່ພູມແພ້ໃນອາກາດທີ່ເຮົາຫາຍໃຈເຂົ້າໄປ ບໍ່ວ່າຈະເປັນຝຸ່ນລະອອງ PM 2.5 ໄຮຝຸ່ນ ເກສອນດອກໄມ້ ຫຼື ຂົນສັດ ກໍສາມາດເຮັດໃຫ້ເກີດອາການແພ້ໄດ້! ແຕ່ບໍ່ຕ້ອງກັງວົນໄປ! ຢາແກ້ແພ້ທີ່ໄດ້ຄຸນນະພາບ ແລະ ມາດຕະຖານສາກົນ ອອກລິດໄວ ແລະ ຊ່ວຍຫຍຸດຢັ້ງ ຮິດຕາມິນ ຕົ້ນເຫດຂອງອາການແພ້ ຫຼຸດຜ່ອນອາການຈາມ ຄັນ ນ້ຳມູກໄຫຼ... ໃຫ້ທ່ານຫາຍໃຈໄດ້ສະດວກສະບາຍຕະຫຼອດວັນ!

💊Fexofen (ເຟໂຊເຟນ)

🧬 ສ່ວນປະກອບ:

- Fexofenadine HCl 60mg

👨‍🔬 ຂໍ້ບົ່ງໃຊ້:

- ໃຊ້ປິ່ນປົວອາການພູມແພ້ຕ່າງໆເຊັ່ນ: ຄັນດັງ, ຕັນດັງ, ຈາມ,
ນ້ຳມູກໄຫຼ, ຄັນໃນຫູຄໍຄັນາ, ນ້ຳຕາໄຫຼ...
- ໃຊ້ປິ່ນປົວອາການແພ້ອາກາດ(Urticaria)ເຊັ່ນ:
ເກີດຕຸ່ມ-ຜື່ນແດງ ຄັນຕາມຜິວໜັງ.

👨‍🔬 ວິທີໃຊ້:

- ຜູ້ໃຫຍ່ ແລະ ເດັກນ້ອຍອາຍຸເກີນ 12ປີ: ກິນ 1ເມັດ x 2ເທື່ອ/ມື້.
- ຄົນເຈັບທີ່ມີພາວະໄຂ່ຫຼັງຊຸດໂຊມ: ກິນ 1ເມັດ x 1 ເທື່ອ/ມື້.
- ກິນຢາຫຼັງອາຫານ 2 ຊົ່ວໂມງ, ຄວນກິນຢານີ້ໃນເວລາດຽວກັນ
ທຸກມື້.


#ສຸຂະພາບ
#ຢາດີ #ປິ່ນປົວ #ຟູມແພ້
#ອາກາດ #ຈາມ #ຄັນຕາ #ນ້ຳມູກໄຫຼ #ສຸຂະພາບ
---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

🚨 ສັນຍານເຕືອນ  #ຕິດເຊື້ອທາງເດີນປັດສະວະ...ຮູ້ໄວ້ ປ້ອງກັນໄດ້!ເມື່ອມີອາການ ຢ່າລັງເລທີ່ຈະປຶກສາແພດ ຫຼື ເພສັຊ! 👨‍⚕️ ເພື່ອການວິ...
21/05/2025

🚨 ສັນຍານເຕືອນ #ຕິດເຊື້ອທາງເດີນປັດສະວະ...ຮູ້ໄວ້ ປ້ອງກັນໄດ້!

ເມື່ອມີອາການ ຢ່າລັງເລທີ່ຈະປຶກສາແພດ ຫຼື ເພສັຊ! 👨‍⚕️ ເພື່ອການວິນິໄສພະຍາດ ແລະ ການປິ່ນປົວທີ່ຖືກຕ້ອງ ການໃຊ້ ກໍເປັນອີກໜຶ່ງທາງເລືອກໜຶ່ງທີ່ຊ່ວຍຈັດການການຕິດເຊື້ອໄດ້ຢ່າງມີປະສິດທິພາບ. #ຢາຕາມແພດສັ່ງ #ປຶກສາແພດ #ປິ່ນປົວ

💊Cefix 400 (ເຊຟິກ 400)

🧬 ສ່ວນປະກອບ:

- Cefixime Trihydrate 400 mg

👨‍🔬 ຂໍ້ບົ່ງໃຊ້:

- ໃຊ້​ໃນ​ການປິ່ນປົວອາການຕິດເຊື້ອ​ໃນລະບົບທາງເດີນຫາຍໃຈ: ອັກເສບຫູກາງ, ອັກເສບປອດຮຸນແຮງ ຫຼື ຊຳເຮື້ອ, ອັກເສບ
ຫຼອດລົມ, ອັກເສບອາມີດານ.
- ກໍລະນີຕິດເຊື້ອຕາມລະບົບທາງເດີນປັດສະວະ: ອັກເສບຕິດເຊື້ອລະບົບສືບພັນ, ໂຣກໜອງໃນ, ຕິດເຊື້ອ
ຜິວໜັງ ແລະ ເຍື່ອຫຸ້ມ.
- ໃຊ້ປິ່ນປົວໄຂ້ທໍລະພິດ, ທ້ອງບິດ ແລະ ໃຊ້ປ້ອງກັນການຕິດເຊື້ອຫຼັງຜ່າຕັດ.
- ກໍລະນີຕິດເຊື້ອຕາມລະບົບທາງເດີນອາຫານ: ບີ ແລະ ທໍ່ສົ່ງບີອັກເສບ.

👨‍🔬 ວິທີໃຊ້:

- ຜູ້ໃຫຍ່ ແລະ ເດັກນ້ອຍອາຍູເກີນ 12 ປີ: ໃຊ້ໃນປະລິມານ
400mg/ມື້ ກິນເທື່ອດຽວ ຫຼຶ ແບ່ງ 2 ເທື່ອ, ຫ່າງກັນ 12 ຊົ່ວໂມງ.
ໄລຍະເວລາປິ່ນປົວແມ່ນ 5-10 ມື້
- ກໍລະນີຕິດເຊື້ອທາງເດີນປັດສະວະ ຫຼື ໂຣກໜອງໃນໃຫ້ກິນ
400mg (ກິນເທື່ອດຽວ).


#ສຸຂະພາບ #ປັດສະວະອັກເສບ
#ຢາດີ #ປິ່ນປົວ #ຕິດເຊື້ອ
---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
👉FB Fanpage: CBF Pharma Co., Ltd
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມ:
🏢 ກິໂລແມັດທີ 4, ທາງເລກທີ 13 ໃຕ້, ນະຄອນປາກເຊ, ແຂວງ ຈຳປາສັກ
☎️ ສຳນັກງານໃຫຍ່: 020- 9898-9689
☎️ ສາຂານະຄອນຫຼວງ: 020-2201-3791
☎️ ສາຂາສະຫວັນນະເຂດ: 020-9582-0990
🌐 www.cbfpharma.la

Address

ຫຼັກ 4, ຖະໜົນ 13 ໃຕ້ ບ້ານກາງ, ນະຄອນປາກເຊ, ແຂວງ ຈຳປາສັກ

Opening Hours

Monday 09:00 - 16:30
Tuesday 09:00 - 16:30
Wednesday 09:00 - 16:30
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 11:30

Alerts

Be the first to know and let us send you an email when CBF Pharma Co., Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to CBF Pharma Co., Ltd:

  • Want your practice to be the top-listed Clinic?

Share

Share on Facebook Share on Twitter Share on LinkedIn
Share on Pinterest Share on Reddit Share via Email
Share on WhatsApp Share on Instagram Share on Telegram